1. ວິທີການລ້ຽງຈິລໍ່

ວັນທີ 20 ເມສາ 2013 ໝວດໝູ່ ການລ້ຽງສັດ,
  1. ຈີ່­ລໍ່​ເປັນ​ແມງ­ໄມ້​ເສດ­ຖະ­ກິດທີ່​ນິ­ຍົມ​ບໍ­ລິ­ໂພກ​ກັນ​ຢ່າງ​ແພ່ຫລາຍ, ລົດ​ຊາດ​ແຊບ, ມີ​ໂປຣ​ຕີນສູງ ແລະ ຄວາມ​ຕ້ອງ­ການ​ຂອງ​ຕະຫລາດ​ຍັງ​ສູງ, ແຖມ​ຕົ້ນ​ທຶນ​ຍັງຕ່ຳ, ສຳ­ລັບ​ຈີ່­ລໍ່​ສ່ວນ​ໃຫຍ່​ແລ້ວຜູ້​ລ້ຽງ​ຈະ​ນຳ​ຈີ່­ລໍ່​ມາ​ເປັນ​ອາ­ຫານ ໂດຍ​ການ​ແປ​ຮູບ​ຂົ້ວ ຫລື ຈືນ​ຂາຍ ຕາມ​ຕະ­ຫລາດ​ທົ່ວ​ໄປ ຫລື ເຮັດເປັນ​ຈີ່​ລໍ່​ໍ່​ອັດ​ກະ​ປ໋ອງ​ເພື່ອ​ເພີ່ມ​ມູນຄ່າ​ໃຫ້​ກັບ​ຈີ່­ລໍ່ ແລະ ເພີ່ມ​ຊ່ອງທາງ​ການ​ຂາຍ,   ສ່ວນ​ວິ­ທີ​ການເພາະລ້ຽງ​ຈີ່​ລໍ່່​ມີ​ຂັ້ນ​ຕອນ​ທີ່​ບໍ່​ຫຍຸ້ງຍາກ​ປານ­ໃດ, ໃຊ້​ພື້ນ​ທີ່​ໃນ​ການລ້ຽງ​ບໍ່​ຫລາຍ​ເຫມາະ​ກັບ​ຜູ້​ທີ່​ຕ້ອງການ​ຫາ​ອາ­ຊີບ​ໃຫມ່ໆ.
ລາຍລະອຽດ
  1. ວິທີປູກເຫັດຫອມໃຫ້ໄດ້ຜົນດີ

ວັນທີ 17 ມີນາ 2013 ໝວດໝູ່ ການເພາະເຫັດ
  1. ສຳ­ລັບການ​ປູກ​ເຫັດ​ຫອມ​ກໍ່​ເປັນ​ອີກ​ວິ­ທີ​ການ​ຫນຶ່ງ​ຂອງ​ທາງ​ເລືອກ​ໃຫ້​ຊາວ​ກະ­ສິ­ກອນຫາກ​ມີ​ຄວາມ​ສົນ­ໃຈ​ໃນ​ການ​ເພາະ​ປູກ​ເຫັດ​ຫອມ, ໂດຍ​ການ​ຫັນ​ມາ​ປະ­ກອບ​ອາ­ຊີບ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ຫລັກ, ສ່ວນ​ຜູ້​ທີ່​ປູກ​ຢູ່ ແລ້ວ­ແຕ່​ຍັງ​ບໍ່​ທັນ​ປະ­ສົບ​ຜົນ­ສຳ­ເລັດ​ວິ­ທີ​ນີ້​ກໍ່​ອາດ​ຊ່ວຍ​ທ່ານ​ໄດ້ໃນ​ການ​ສ້າງ​ລາຍ​ໄດ້​ໃຫ້​ກັບ​ຄອບ­ຄົວ, ເຮັດ​ໃຫ້​ຄອບ­ຄົວ​ກຸ້ມ​ຢູ່​ກຸ້ມ​ກິນ.
           ການ​ປູກ​ເຫັດ​ຫອມ​ຕ້ອງ​ກະ­ກຽມ​ອຸ­ປະ­ກອນ​ເຊັ່ນ: ວັດ​ສະ​ດຸ​ທີ່​ນຳ​ມາ​ປູກ​ໃຫ້​ໄດ້​ຮັບຜົນ​ດີ​ໄດ້­ແກ່​ຂີ້​ເລື່ອຍ​ຈາກ​ໄມ້​ຫມາກ­ຂາມ,
ລາຍລະອຽດ
  1. ການປູກຫອມບົ່ວແດງ

ວັນທີ 8 ມີນາ 2013 ໝວດໝູ່ ການປູກຜັກ
  1. ຜັກ­ບົ່ວ​ຫົວ​ແດງ​ເປັນ​ຜັກ​ທີ່​ເຮົາໃຊ້​ບໍ­ລິ­ໂພກ​ພາກ­ສ່ວນ​ຫົວ​ສາ­ມາດນຳ­ໄປ​ປະ­ກອບ​ອາ­ຫານ​ໄດ້​ຫລາຍຊະ­ນິດມີ​ລົດ​ຊາດ ແລະ ກິ່ນ​ແຮງກວ່າ​ຜັກ­ບົ່ວ​ຫົວ​ໃຫ່​ຍ.
    ລັກ­ສະ­ນະ​ທົ່ວ​ໄປ:
    ຜັກ­ບົ່ວ​ຫົວ​ແດງ ເປັນ​ພືດ​ຜັກຕະ­ກຸນ Liliaceae ຊື່​ວິ­ທະ­ຍາ­ສາດ: Allium ascalonicum Linn. ຜັກ­ບົ່ວ​ຫົວ​ແດງ​ສາ­ມາດ​ຈະ­ເລີນ​ເຕີບ​ໂຕ​ໄດ້​ໃນ​ດິນ​ເກືອບ​ທຸກ​ຊະ­ນິດ ແຕ່​ມັກ​ທີ່​ສຸດ​ແມ່ນ​ດິນ​ລ້ວນມີ​ປະ­ຕິ­ກິ­ລິ­ຍາ​ຂອງ​ດິນ (pH) ປະມານ 5,0-6,5 ແຕ່​ຄວາມ​ຊຸ່ມ​ຊື່ນ​ໃນ​ດິນ​ສູງ​ໃນ​ເວ­ລາ​ທີ່​ກຳ­ລັງ​ຈະ­ເລີນ​ເຕີບ​ໂຕແຕ່​ເມື່ອ​ຫົວ​ເລີ່ມ​ແກ່ ດິນ ແລະ
ລາຍລະອຽດ
  1. ປະຊາຊົນແຂວງຊຽງຂວາງ ! ຫັນມາລ້ຽງໄກ່ພື້ນເມືອງເພີ່ມຂຶ້ນ

ວັນທີ 7 ເມສາ 2013 ໝວດໝູ່: ການລ້ຽງສັດ
  1.   ການ​ສົ່ງ­ເສີມ​ໃຫ້​ລ້ຽງ​ໄກ່​ພື້ນ­ເມືອງ ຫລື ໄກ່­ລາດ​ເປັນ​ກິດ­ຈະ­ກຳ​ຫນຶ່ງ​ທີ່​ໂຄງ­ການ​ພັດ­ທະ­ນາ​ຊີ­ວະ​ນາໆພັນ​ກະ­ສິ­ກຳ ຫລື TABI ໄດ້​ໃຫ້­ການ​ສະ­ຫນັບ­ສະ­ຫນູນ, ໂດຍ​ມີ​ເປົ້າ​ຫມາຍ​ເພື່ອ: ອະ­ນຸ​ຮັກ ແລະ ຜະ­ລິດ​ແນວ​ພັນ​ໄກ່​ພື້ນ­ເມືອງ​ດ້ວຍ​ວິ­ທີ​ການ​ທີ່​ຍືນ​ຍົງ, ເພີ່ມ​ຊະ­ນິດ​ຂອງ​ຊີ­ວະ​ນາໆພັນ​ກະ­ສິ­ກຳ​ຜ່ານ​ການ​ປູກ​ພືດ​ຜັກ​ຕ່າງໆ​ໃຫ້​ເປັນ​ອາ­ຫານ​ຂອງ​ໄກ່, ໄດ້​ປັບ­ປຸງ​ດ້ານ​ໂພ​ສະ​ນາ​ການ​ດ້ວຍ​ຮູບ​ການ​ໃຫ້​ຊາວ­ບ້ານ​ມີ​ຊີ້ນ​ປາ​ອາ­ຫານ​ບໍ­ລິ­ໂພກ ແລະ
ລາຍລະອຽດ
  1. ການປູກຫມາກກ້ວຍຫອມຕາມເຕັກນິກຜົນຜະລິດສູງ

ວັນທີ: 7 ເມສາ 2013 ໝວດໝູ່ ການປູກ
  1. ແຫລ່ງຂໍ້ມູນຈາກສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ແຫ່ງຊາດໃຫ້ຮູ້ວ່າ: ກ້ວຍຫອມແມ່ນຫມາກໄມ້ຊະນິດຫນຶ່ງທີ່ມີຫລາຍຢູ່ໃນບ້ານເຮົາ  ແລະນິຍົມບໍລິໂພກກັນຫລາຍ, ເນື່ອງຈາກວ່າກ້ວຍຫອມເປັນຫມາກໄມ້ທີ່ບໍລິໂພກງ່າຍແລະມີວິຕາມິນສູງຕໍ່ຮ່າງກາຍຊ່ວຍລະບາຍງ່າຍບໍ່ວ່າເດັກນ້ອຍ ຫລື ຄົນສູງອາຍຸກໍ່ສາມາດບໍລິໂພກໄດ້ເພື່ອເປັນຂອງຫວານຫລັງຮັບປະທານອາຫານສິ່ງສຳຄັນຍັງສາມາດແປຮູບໄດ້ຫລາຍຢ່າງເຊັ່ນ: ກ້ວຍອົບແຫ້ງ, ນ້ຳຫວານກ້ວຍແລະອື່ນໆອີກຫລາຍຢ່າງ. ແນວພັນທີ່ນິຍົມແມ່ນກ້ວຍຫອມ (AAAGorup) ໃຫ້ຜົນຜະລິດສູງ, ລົດຊາດຫວານຫອມດີ ແລະ ຫມາກໃຫຍ່.
ລາຍລະອຽດ
  1. ການປູກຫມາກບວບລ່ຽມຕາມເຕັກນິກທາງວິຊາການ

ວັນທີ 6 ເມສາ 2013 ໝວດໝູ່ ການປູກໝາກແຕງ
  1.   ຫມາກ­ບວບ​ລ່ຽມ​ເປັນ​ພືດ​ທີ່​ມີ​ລະ­ບົບ​ຮາກ​ເລິກ​ປານ​ກາງ​ຄວນ​ຂຸດ​ໄຖ​ດິນ​ເລິກ​ປະ­ມານ 20-25 ຊັງ​ຕີ​ແມັດ, ຕາກ​ດິນ​ໄວ້​ປະ­ມານ 5-7 ມື້, ໃສ່​ຝຸ່ນ​ຄອກ ຫລື ຝຸ່ນ​ຫມັກ​ທີ່​ລະ­ລາຍ​ຕົວ​ດີ​ແລ້ວ​ຄົນ​ໃຫ້​ເຂົ້າ­ກັນ​ກັບ​ດິນ​ໂດຍ​ສະ­ເພາະ​ດິນ­ຊາຍ ແລະ ດິນ​ຫນຽວ​ຕ້ອງ​ໃສ່​ໃຫ້​ຫລາຍ​ເພື່ອ​ປັບ​ສະ­ພາບ​ຂອງ​ດິນ​ໃຫ້​ດີ​ຂຶ້ນ ແລະ ເພີ່ມ​ຄວາມ​ອຸ­ດົມ­ສົມ­ບູນ. ຖ້າ​ດິນ​ເປັນ​ກົດ​ຄວນ​ໃສ່​ປູນ​ຂາວ​ປັບ​ສະ­ພາບ​ຄວາມ​ເປັນ​ກົດ​ເປັນ​ດ່າງ​ໃຫ້​ຢູ່​ໃນ​ລະ­ດັບ​ທີ່​ເຫມາະ​ສົມ​ພວນ​ດິນ​ໃຫ້​ລະ
ລາຍລະອຽດ
  1.  ວິທີປູກ ແລະ ເກັບຮັກສາຜັກ¬ທຽມໄວ້ໃຊ້ຍາວນານ

ວັນທີ 6 ເມສາ 2013 ໝວດໝູ່: ການປູກຜັກ
  1. ກະ­ທຽມ​ແມ່ນ​ຈັດ​ຢູ່​ໃນ​ຕະກູນ​ດຽວ​ກັບ​ຫົວ​ຫອມ​ໃຫ່​ຍ, ໂດຍ​ທົ່ວ​ໄປ​ກະ­ທຽມ​ຈະ​ສ້າງກີບ​ຫລາຍໆ​ກີບ ແລະ ຖືກ​ຫໍ່​ຫຸ້ມ​ຮ່ວມ​ກັນ​ຢູ່​ໃນ​ເປືອກເຊິ່ງ​ມີ​ລັກ­ສະ­ນະ​ບາງ ສີ­ຂາວ ຫລື ສີ​ບົວ ຫຸ້ມ​ໃຫ້​ເປັນ​ຫົວ​ດຽວ, ສຳລັບ​ໃບເປັນ​ໃບ​ລ້ຽງ​ດ່ຽວ, ແບນສາ­ມາດ​ອອກ­ດອກ ແລະ ໃຫ້​ແກ່ນ​ໄດ້, ນິ­ຍົມ​ຂະ­ຫຍາຍ​ພັນ​ດ້ວຍ​ກີບ, ເພາະ​ກີບ​ຈະ​ໃຫ້​ຜົນ​ດີ​ກວ່າ, ກະ­ທຽມ​ຈະ​ມີ​ຄຸນ­ຄ່າ​ທາງ​ອາ­ຫານ​ຕ່ຳ​ເມື່ອ​ປຽບ­ທຽບ​ກັບ​ພືດ​ຜັກ​ຊະ­ນິດ​ອື່ນໆ, ແຕ່​ອາຫານ​ບາງ​ຊະ­ນິດ​ຈະ​ຫມົດ​ລົດ​ຊາດຖ້າ​ຫາກ​ຂາດ​ກະ­ທຽມ. ໂດຍ​ສະ­ເພາະ​ຜູ້​ທີ່​ນິ­ຍົມ​ລົດ ແລະ
ລາຍລະອຽດ
  1. ການປູກກະຫຼໍ່າດອກ

ວັນທີ 5 ເມສາ 2013 ໝວດໝູ່: ການປູກຜັກ
  1. ກະລ່ຳດອກເປັນພືດຜັກທີ່​ເຮົາ​ໃຊ້​ບໍລິໂພກ​ພາກສ່ວນ​ລຳຕົ້ນ​ທີ່​ຄ້າຍ​ດອກ ເຊິ່ງ​ມີ​ລັກສະນະ​ເປັນ​ກ້ອນ​ສີຂາວ ແຕ່​ກ່ອນ​ຜັກ​ຊະນິດ​ນີ້​ຕ້ອງ​ປູກ​ໃນ​ເຂດ​ຫນາວ ແຕ່​ໃນ​ປະຈຸ​ບັນ​ເພິ່ນ​ໄດ້​ຄົ້ນຄວ້າ​ກະ​ລ່ຳ​ດອກ​ພັນ​ໃຫມ່​ທີ່​ສາ­ມາດ​ປູກ​ໄດ້ ທັງ​ລະດູແລ້ງ ແລະ ລະດູຝົນ ແຕ່​ຕ້ອງ​ເປັນ​ບ່ອນ​ທີ່​ມີ​ອາກາດ​ເຢັນ​ພໍ​ສົມຄວນ​ໃນ​ເວລາ​ກາງຄືນ.
        ລັກ­ສະ­ນະ​ທົ່ວ​ໄປ. ກະ​ລ່ຳ​ດອກ​ເປັນ​ພືດ​ໃນ​ຕະ­ກຸນ Crucifera ຊື່​ວິທະຍາສາດ: Brassica oleracea var botrytis Linn. ສາ­ມາດ​ປູກ​ໄດ້​ໃນ​ດິນ​ເກືອບ​ທຸກ​ຊະ­ນິດ ໃຫ້​ດີ​ແທ້​ຕ້ອງ​ເປັນ​ປະ­ເພດ​ດິນ​ຮ່ວນ​ປົນ​ຊາຍ ມີ​ຄວາມ​ເປັນ​ກົດ​ເປັນ​ດ່າງ pH 6.5-6.8 ຫລື ເປັນ​ກົດ​ອ່ອນ ຕ້ອງການ​ອຸນຫະພູມ​ອາກາດ ໃນ​ເວລາ​ຈະເລີນ​ເຕີບ​ໂຕ ປະ­ມານ 24 ອົງ­ສາ​ເຊ.
ລາຍລະອຽດ
Free Web Hosting