ການລ້ຽງປາ

ໃນປະຈຸບັນຄວາມຮຽກຮ້ອງຕ້ອງການໃນການບໍລິໂພກຊີ້ນປາ ນັບມື້ເພີ່ມຂຶ້ນເລື້ອຍໆ ຄຽງຄູ່ກັນນັ້ນລາຄາຂອງຊີ້ນ ປາກໍ່ເພີ່ມຂຶ້ນສູງເຊັ່ນດຽວກັນ ສາເຫດກໍ່ຍ້ອນວ່າປາທີ່ເຄີຍຫາໄດ້ງ່າຍຈາກທຳມະຊາດ ນັບມື້ກໍ່ຍິ່ງຫລຸດຫນ້ອຍຖອຍລົງ. ດັ່ງນັ້ນ, ປະຊາຊົນສ່ວນຫລວງຫລາຍ ຈິ່ງຄ່ອຍຫັນມາລ້ຽງປາຢູ່ໃນຫນອງ ແລະ ສະຖານທີ່ຕ່າງໆ ເພື່ອກະກຽມໄວ້ບໍລິໂພກພາຍໃນ ຄອບຄົວ ແລະ ສົ່ງປ້ອນສູ່ຕະຫລາດ. ສະນັ້ນ, ການລ້ຽງປາກໍ່ແມ່ນວຽກງານຫນຶ່ງທີ່ສຳຄັນ ແຕ່ກ່ອນຈະລ້ຽງ ບໍ່ວ່າການລ້ຽງປາແບບທຳມະຊາດ ກໍ່ຄືແບບວິທະຍາສາດ ມັນກໍ່ຕ້ອງໄດ້ນຳເອົາ ຫລັກວິຊາການ ເຂົ້າມາຫມູນໃຊ້ໃຫ້ຖືກຕ້ອງກັບສະພາບຕົວຈິງ ເພື່ອເຮັດໃຫ້ວຽກງານການລ້ຽງປາໄດ້ຮັບຜົນຢ່າງແທ້ຈິງ.
1. ການຄັດເລືອກສະຖານທີ່.
ການຄັດເລືອກສະຖານທີ່ໆໃຊ້ສຳລັບການລ້ຽງປາ ແມ່ນສິ່ງສຳຄັນປະການຫນຶ່ງ ທີ່ເຮັດໃຫ້ການລ້ຽງປາໄດ້ຮັບຜົນດີ ຄວນຄຳນຶງເຖິງ 3 ປັດໃຈໃຫຍ່ໆຄື:
- ການຄັດເລືອກສະຖານທີ່.
- ລັກສະນະຄຸນນະພາບຂອງດິນ.
- ນ້ຳ ແລະ ແຫລ່ງນ້ຳທີ່ໃຊ້ເຂົ້າໃນການລ້ຽງປາ.
ກ.ສະພາບພື້ນທີ່:
ສະຖານທີ່ຄວນເປັນບ່ອນທີ່ມີລັກສະນະຮາບພຽງດີ ແລະ ກວ້າງ ຕ້ອງຢູ່ໃກ້ກັບແຫລ່ງນ້ຳເຊັ່ນ: ແມ່ນ້ຳລຳຄອງ, ຫນອງ, ບຶງ ແລະ ຄອງຊົນລະປະທານ ເຊິ່ງສາມາດທີ່ຈະສູບນ້ຳຂຶ້ນມາໃຊ້ໄດ້ຢ່າງສະຫມ່ຳສະເຫມີຕະຫລອດປີ ແລະ ບໍ່ມີບັນຫາເລື່ອງນ້ຳຖ້ວມ.
ຂ.ລັກສະນະຄຸນນະພາບຂອງດິນ:
ດິນຄວນເປັນດິນຫນຽວ, ດິນຫນຽວປົນຊາຍ, ນ້ຳບໍ່ຊຶມ ຫລື ຮົ່ວ ແລະ ບໍ່ຄວນເລືອກບ່ອນທີ່ເປັນດິນສາບ ຫລື ຫີນ ການກວດສອບເບິ່ງວ່າດິນຈະສາມາດເກັບກັກນ້ຳໄດ້ດີ ຫລື ບໍ່ນັ້ນ ໂດຍການນຳເອົາດິນມາປະສົມກັບນ້ຳພໍຫມາດໆແລ້ວບີບ ຫລື ປັ້ນເບິ່ງ ຖ້າວ່າດິນຈັບກັນເປັນກ້ອນແຫນ້ນດີ ກໍ່ສະແດງວ່າດິນນັ້ນເກັບນ້ຳໄດ້ດີ ແລະ ອີກວິທີຫນຶ່ງເຮົາຄວນໃຊ້ສະຫວ່ານເຈາະດິນກວດເບິ່ງສະພາບຂອງດິນ ໃນລະດັບຄວາມເລິກ 50 ຊັງຕີແມັດ, 100 ຊັງຕີແມັດ, 150 ຊັງຕີແມັດ ແລະ 200 ຊັງຕີແມັດ. ເພື່ອກຳນົດຄວາມເລິກຂອງພື້ນດິນກົ້ນຫນອງ ໃຫ້ຢູ່ໃນລະດັບດິນທີ່ເຫມາະສົມ.
ຄ.ນ້ຳ ແລະ ແຫລ່ງນ້ຳທີ່ເຫມາະສົມໃນການລ້ຽງປາ:
ນ້ຳສຳຄັນຫລາຍ ເພາະນ້ຳເປັນປັດໃຈໃນການດຳລົງຊີວິດຂອງປາ ຖ້າຫາກວ່າເລືອກໄດ້ບໍລິເວນເຂດຊົນລະປະທານ ຫລື ຢູ່ໃກ້ກັບແຫລ່ງນ້ຳທຳມະຊາດເຊັ່ນ: ແມ່ນ້ຳ, ຄອງ, ຫນອງບຶງທີ່ມີນ້ຳອຸດົມສົມບູນຕະຫລອດປີ ກໍ່ຈະບໍ່ມີບັນຫາ ເລື່ອງປະລິມານນ້ຳທີ່ຈະນຳມາໃຊ້ໃນການລ້ຽງປາໃນຫນອງ ສ່ວນບໍລິເວນອື່ນໆເຊັ່ນ: ບ່ອນທີ່ເກັບກັກນ້ຳຝົນໄດ້ດີກໍ່ຄວນພິຈາລະນາເບິ່ງວ່າປະລິມານຝົນຕົກປະຈຳປີ ສາມາດເກັບນ້ຳໄວ້ໄດ້ດົນ ປານໃດກ່ອນຈະລົງມືຂຸດຫນອງ.
2. ການສ້າງຫນອງ.
ໃນເມື່ອຄັດເລືອກສະຖານທີ່ໄດ້ແລ້ວການສ້າງຫນອງຄວນດຳເນີນ ຕາມຫລັກການດັ່ງຕໍ່ໄປນີ້:
1. ການແຕ້ມແຜນຜັງ ຄວນພິຈາລະນາວາງຜັງ ໃຫ້ເຫມາະສົມກັບພື້ນທີ່ຂອງການນຳໃຊ້ຢ່າງຕໍ່ເນື່ອງ ແລະ ໃຫ້ເປັນ ລະບົບຖືກຕ້ອງຕາມຫລັກວິຊາການ ຖ້າຫາກວ່າລ້ຽງເປັນການຄ້າກໍ່ຄວນກະໄວ້ ເພື່ອຂະຫຍາຍຕໍ່ໆໄປໃຫ້ມັນໄດ້ ຕາມຕ້ອງການໃນອະນາຄົດ.
2. ຄວນຍົກຄັນຄູຫນອງໃຫ້ສູງກວ່າລະດັບນ້ຳປະມານ 1,5-2 ແມັດ ເພື່ອປ້ອງກັນນ້ຳຖ້ວມຄັນຄູຫນອງ ຕ້ອງໃຫ້ມີລັກສະນະເນີນໆ ແລະ ກວ້າງໃຫ້ເທົ່າກັບສ່ວນສູງຂອງຄັນດິນ.
3. ຄວນຈົ່ງຫວ່າງ ເພື່ອສ້າງປະຕູລະບາຍນ້ຳເຂົ້າ-ອອກ ຢູ່ບ່ອນຕິດກັບແຫລ່ງນ້ຳ ແລະ ຄວນໃຫ້ພື້ນຂອງປະຕູຂອງນ້ຳເຂົ້າສູງກວ່າທາງປະຕູນ້ຳອອກ ເຊິ່ງປະກອບດ້ວຍຕາຫນ່າງຖີ່ສອງຊັ້ນ ແລະ ເຮັດໄມ້ອັດທາງກາງ ເພື່ອໃຫ້ຍົກຂຶ້ນຍົກລົງໄດ້.
4. ຫນອງປາຈະເປັນຮູບໃດຂະຫນາດໃດກໍ່ໄດ້ ແຕ່ຄວນຈະເປັນສີ່ລ່ຽມຈະດີກວ່າ ເພື່ອສະດວກສະບາຍໃນການດູແລຮັກສາ ແລະ ໃນເວລາຈັບປາ.
5. ພື້ນຂອງຫນອງຄວນໃຫ້ພຽງດີແຕ່ວ່າຕ້ອງໃຫ້ເປັນລັກສະນະເນີນໆ ລົງໄປທາງປະຕູລະບາຍນ້ຳອອກ ເພື່ອສະດວກໃນເວລາອານາໄມຫນອງ ແລະ ເວລາຈັບປາ.
6. ຢູ່ເທິງຄັນຄູດິນຄວນປູກຕົ້ນໄມ້ໄວ້ເປັນຮົ່ມເງົາໃຫ້ແກ່ປາ ສ່ວນທາງໃນຄວນປູກຫຍ້າໃສ່ເພື່ອປ້ອງກັນບໍ່ໃຫ້ມັນ ເຈື່ອນ.
3. ການກຽມຫນອງ.
ກ່ອນທີ່ຈະນຳລູກປາມາປ່ອຍລົງໃນຫນອງ ຄວນມີການດຳເນີນຕາມຂັ້ນຕອນດັ່ງຕໍ່ໄປນີ້:
- ຖ້າຫາກວ່າແມ່ນຫນອງເກົ່າ ຄວນລະບາຍນ້ຳອອກໃຫ້ຫມົດ ແລ້ວທຳການປັບປຸງຄືນໃຫມ່ໂດຍສະເພາະແມ່ນການ ຂຸດຂີ້ຕົມຢູ່ໃນພື້ນຫນອງນັ້ນອອກໃຫ້ຫມົດ ແລ້ວອະນາໄມລຽບຕາມຄັນຄູຫນອງໃຫ້ກ້ຽງດີ.
- ໃສ່ປູນຂາວ ໂດຍການໂຮຍໃຫ້ທົ່ວພື້ນຫນອງ ແລະ ລຽງຕາມແຄມຫນອງ.
- ຕາກຫນອງໃຫ້ແຫ້ງປະມານ 2-3 ວັນ ພໍໃຫ້ດິນຫມາດ.
- ປ່ອຍນ້ຳເຂົ້າໃຫ້ມີລະດັບນ້ຳເລິກປະມານ 30-50 ຊັງຕີແມັດ ເພື່ອກະຕຸ້ນໃຫ້ເກີດອາຫານທຳມະຊາດໄດ້ໄວຂຶ້ນ.
- ໃສ່ຝຸ່ນຄອກລຽບໄວ້ຕາມແຈຫນອງ ແລະ ໃຫ້ນ້ຳຖ້ວມປະໄວ້ 5-7 ວັນ.
- ໃນເມື່ອນ້ຳເລີ່ມມີສີຂຽວຫລາຍຂຶ້ນແລ້ວ ກໍ່ໃຫ້ປ່ອຍນ້ຳເຂົ້າຫນອງໃຫ້ຫລາຍຂຶ້ນ ຈົນໃຫ້ມີລະດັບນ້ຳເລິກປະມານ 1-1,5 ແມັດ.
- ຫລັງຈາກນັ້ນກໍ່ປະໄວ້ປະມານ 3-5 ວັນ ແລ້ວຈິ່ງນຳພັນປາທີ່ຕ້ອງການລ້ຽງນັ້ນປ່ອຍລົງ.
ຕາຕະລາງຄວາມຕ້ອງການປູນຂາວລົງໃສ່ໃນຫນອງດິນ ເພື່ອປັບສະພາບຄວາມເປັນກົດເປັນດ່າງ
ໃຫ້ຢູ່ໃນລະດັບທີ່ເຫມາະສົມ ໃນການລ້ຽງສັດນ້ຳ.
ຄວາມເປັນກົດເປັນດ່າງ |
ຄວາມຕ້ອງການປູນຂາວຂອງດິນ |
ດິນຫນຽວ |
ດິນຫນຽວປົນຊາຍ |
ດິນຊາຍ |
ນ້ອຍກວ່າ 4.0 |
640 |
300 |
200 |
4.0-4.5 |
480 |
200 |
200 |
4.5-5 |
400 |
200 |
200 |
5.0-5.5 |
240 |
160 |
160 |
5.5-6.0 |
160 |
800 |
40 |
6.0-6.5 |
80 |
- |
- |
3.1ການໃສ່ປູນຂາວ:
ເຫດຜົນທີ່ຄວນຕ້ອງໄດ້ໃສ່ປູນຂາວໃນຫນອງລ້ຽງປາກໍ່ຍ້ອນວ່າ:
- ປູນຂາວຈະຊ່ວຍປັບສະພາບຄວາມເປັນກົດ, ເປັນດ່າງ ຂອງນ້ຳຢູ່ໃນລະດັບທີ່ເຫມາະສົມແກ່ການລ້ຽງປາ ໃຫ້ຢູ່ໃນລະຫວ່າງ 6,5-8,5. ເນື່ອງຈາກວ່າປູນຂາວຈະມີສະພາບເປັນດ່າງ ໃນເມື່ອທຳປະຕິກິລິຍາກັບນ້ຳ ແລະ ດິນ ຈຶ່ງສາມາດຫລຸດຄວາມເປັນກົດຂອງດິນ ຫລື ສະພາບດິນສົ້ມໄດ້ດີ.
- ປູນຂາວຈະຊ່ວຍກຳຈັດເຊື້ອໂລກ ແລະ ສັດຕູປາຢູ່ໃນຫນອງໄດ້.
- ຊ່ວຍປັບຄວາມຊຸ່ມຂອງນ້ຳທີ່ເກີດຈາກຄວາມເປິເປື້ອນຕ່າງໆ ທີ່ເຮັດໃຫ້ນ້ຳຕົກຕະກອນ.
- ຊ່ວຍເລັ່ງປະຕິກິລິຍາການຍ່ອຍສະຫຼາຍຂອງອິນຊີວັດຖຸໃນຫນອງ ເຮັດໃຫ້ການໃຊ້ອົກຊີເຈນໃນຫນອງຫລຸດຫນ້ອຍ ລົງ.
- ອັດຕາການໃສ່ປູນຂາວ ຄວນໃສ່ 1 ກິໂລ ຕໍ່ເນື້ອທີ່ 10 ຕາແມັດ.
1.1ການໃສ່ຝຸ່ນ:
ການໃສ່ຝຸ່ນໃນຫນອງລ້ຽງປາ ມີຈຸດປະສົງເຊັ່ນດຽວກັນກັບການໃສ່ຝຸ່ນໃຫ້ແກ່ພືດ ເພື່ອເປັນການເພີ່ມທາດອາຫານໃຫ້ແກ່ພືດໃນການຈະເລີນເຕີບໂຕ ໂດຍການໃສ່ຝຸ່ນໃນຫນອງປາຈະເປັນການເພີ່ມທາດອາຫານທຳມະຊາດເຊັ່ນ: ຈຳພວກໄຮນ້ຳພືດ ແລະ ໄຮນ້ຳສັດເກີດຂຶ້ນ ເຊິ່ງມັນຈະເປັນການຊ່ວຍເພີ່ມຜົນຜະລິດປາໃຫ້ສູງຂຶ້ນ ນອກຈາກນີ້ຝຸ່ນບາງຊະນິດຍັງໃຊ້ເປັນອາຫານປາໂດຍກົງອີກດ້ວຍ. ການໃສ່ຝຸ່ນຈະຊ່ວຍປັບສະພາບຂອງນ້ຳເຊັ່ນ: ຄວາມຂຸ່ນໃສ, ຄວາມເປັນກົດເປັນດ່າງ ແລະ ອື່ນໆ.
§ ປະເພດຂອງຝຸ່ນທີ່ນິຍົມກັນໃຊ້ໂດຍທົ່ວໄປມີ 4 ປະເພດຄື:
- ຝຸ່ນຄອກ: ໄດ້ແກ່ມູນສັດຕ່າງໆເຊັ່ນ: ຂີ້ງົວ, ຄວາຍ, ຫມູ, ໄກ່ ແລະ ຂີ້ເປັດເປັນຕົ້ນ.
- ຝຸ່ນພືດສົດ: ໄດ້ແກ່ສ່ວນຂອງພືດຜັກ ແລະ ວັດສະພືດຕ່າງໆ ທີ່ສາມາດຍ່ອຍສະຫລາຍໄດ້ງ່າຍ.
- ຝຸ່ນຫມັກ: ໄດ້ແກ່ຝຸ່ນທີ່ເກີດຈາກການຫມັກຈຳພວກເສດພືດຕ່າງໆ ປະສົມກັບຂີ້ສັດ ແລ້ວນຳເອົາໄປຫມັກໄວ້ຕາມວິທີການເຮັດປຸຍຫມັກ.
- ຝຸ່ນເຄມີ: ໄດ້ແກ່ຝຸ່ນວິທະຍາສາດ ທີ່ມີຂາຍຢູ່ທ້ອງຕະຫລາດ ເຊິ່ງພວກເຮົາເຄີຍເອີ້ນກັນທົ່ວໄປວ່າ: ປຸ໋ຍ ເຊິ່ງປະກອບດ້ວຍທາດອາຫານຫລັກຄື: ທາດໄນໂຕຣເຈນ (N), ຟົດສຟໍຣັດ (P) ແລະ ທາດໂປແຕັສຊຽມ (K).
§ ອັດຕາການໃສ່ຝຸ່ນປະເພດຕ່າໆ:
1. ຝຸ່ນຄອກ ຄວນໃສ່ໃນອັດຕາ 200-250 ກິໂລຕໍ່ໄລ່ຕໍ່ເດືອນ.
2. ຝຸ່ນພືດສົດ ຄວນໃສ່ໃນອັດຕາ 1200-1500 ກິໂລຕໍ່ໄລ່.
3. ຝຸ່ນຫມັກ ຄວນໃສ່ໃນອັດຕາ 600-700 ກິໂລຕໍ່ໄລ່.
4. ຝຸ່ນເຄມີ ຄວນໃສ່ໃນອັດຕາບໍ່ໃຫ້ເກີນ 3-5 ກິໂລຕໍ່ໄລ່.
1.2ການກຳຈັດສັດຕູປາ:
ສັດຕູປາ ເຊິ່ງຈະຕ້ອງກຳຈັດພວກປາກິນຊີ້ນ, ກຸ້ງຝອຍ, ຫອຍ, ກົບ ແລະ ຂຽດ ມີວິທີການດຳເນີນດັ່ງນີ້:
- ການໃຊ້ປູນຂາວ: ເພື່ອກຳຈັດສັດຕູພວກຫອຍ, ປາ, ລູກກົບ ແລະ ຂຽດ ໂດຍການລະບາຍນ້ຳອອກໃຫ້ ຫມົດ ແລ້ວໃຊ້ປູນຂາວໂຮຍໃຫ້ທົ່ວພື້ນຫນອງ ແລະ ບໍລິເວນທີ່ມີນ້ຳຂັງ ໃນປະລິມານປູນຂາວ 1 ກິໂລ ຕໍ່ ເນື້ອທີ່ຫນອງ 50 ຕາແມັດ.
- ໃຊ້ເຄືອໄຫລ ໃນກໍລະນີທີ່ໃຊ້ປູນຂາວແລ້ວແຕ່ບໍ່ໄດ້ຮັບຜົນ ເນື່ອງຈາກວ່າມີສັດຕູປາບາງຊະນິດ ເຊິ່ງມີ ຄວາມທົນທານເປັນພິເສດບໍ່ຕາຍເຊັ່ນວ່າ: ປາດຸກ, ປາຄໍ່, ອ່ຽນ. ຕຳໃຫ້ແຫລກແລ້ວແຊ່ນ້ຳ ບີບເອົາແຕ່ນ້ຳ ຢາງສີຂາວໆ ແລ້ວເອົາໄປສາດໃສ່ໃຫ້ທົ່ວຫນອງ ໃນອັດຕາສ່ວນຂອງເຄືອໄຫລ1 ກິໂລຕໍ່ນ້ຳ 10 ລິດ.
2. ແນວພັນປາທີ່ນຳມາລ້ຽງ.
ແນວພັນປາທີ່ເຫມາະສົມ ທີ່ນຳມາລ້ຽງໃນຫນອງ ຄວນເປັນປາທີ່ມີຄຸນສົມບັດດັ່ງນີ້:
1. ຄວນເປັນປາທີ່ລ້ຽງງ່າຍ.
2. ໃຫຍ່ໄວ.
3. ມີຄວາມທົນທານ.
4. ເປັນແນວພັນທີ່ຫາໄດ້ງ່າຍ.
5. ຊີ້ນມີລົດຊາດແຊບດີ.
6. ເປັນປາທີ່ມີລູກຫລາຍ.
ພັນປາດັ່ງກ່າວນີ້ໄດ້ແກ່: ປາໃນ, ປາປາກ, ປານິນ, ປາມະລິການ, ປາແກັດແລບ, ປາຫົວໃຫຍ່, ປາກິນຫຍ້າ ແລະ ປາ ຄັດລາ.
2.1ອັດຕາການປ່ອຍປາ:
ຕາມຫລັກການແລ້ວ ອັດຕາການປ່ອຍປານີ້ ແມ່ນປ່ອຍໃນອັດຕາ 1 ໂຕຕໍ່ 1 ຕາແມັດ ການປ່ອຍປາຕ້ອງປ່ອຍ ຫລາຍຊະນິດດ້ວຍກັນ ເພາະວ່າປາແຕ່ລະຊະນິດຈະຊອກຫາກິນໃນລະດັບນ້ຳທີ່ແຕກຕ່າງກັນ.
ອາຫານທຳມະຊາດໃນຫນອງ ມີຫລາຍຢ່າງແຕກຕ່າງກັນ. ສະນັ້ນ, ເມື່ອເຮົາປ່ອຍປາຫລາຍຊະນິດ ປາຈະສາມາດກິນອາຫານທຳມະຊາດໃນຫນອງຢ່າງມີປະສິດທິຜົນ ແລະ ປາກໍ່ໃຫຍ່ໄວ ຄວນປ່ອຍປາໃນຕອນເຊົ້າ ຫລື ຕອນແລງ ເພາະວ່າເປັນເວລາອາກາດເຢັນ ແລະ ນ້ຳເຢັນ.
3. ການໃຫ້ອາຫານປາ.
ການໃຫ້ອາຫານປາມີ 2 ວິທີຄື: ໃຫ້ພວກອາຫານທຳມະຊາດ ແລະ ພວກອາຫານເສີມ.
ອາຫານທຳມະຊາດ: ອາຫານທຳມະຊາດນີ້ ສາມາດເກີດຂຶ້ນໄດ້ຕາມທຳມະຊາດຢູ່ໃນຫນອງເອງ ໂດຍການໃສ່ຝຸ່ນຄອກ ແລະ ຝຸ່ນຂຽວລົງໄປໃນຫນອງໃຫ້ພຽງພໍ ມື້ຫນຶ່ງໃສ່ຝຸ່ນຄອກປະມານ 2-3 ກິໂລ ແລະ ຝຸ່ນຂຽວກໍ່ໃສ່ທຸກໆເດືອນໆລະ 20-30 ກິໂລ ໂດຍມີການສັງເກດເບິ່ງສີຂອງນ້ຳໄປພ້ອມໆກັນ ຖ້າຫາກວ່າມີນ້ຳຂຽວພຽງພໍແລ້ວ ເຮົເກໍ່ບໍ່ຄວນໃສ່ຝຸ່ນຕື່ມອີກ.
ອາຫານເສີມ: ນອກຈາກທີ່ຈະອາໃສອາຫານທີ່ມີຢູ່ຕາມທຳມະຊາດໃນຫນອງແລ້ວ ເຮົາຄວນເອົາອາຫານເສີມໃຫ້ແກ່ປາອີກເຊັ່ນ:
- ຮຳອ່ອນ: ເຮົາຄວນໃຊ້ຮຳເປັນອາຫານເສີມໃຫ້ແກ່ປາ ເພື່ອຊ່ວຍໃຫ້ປາໃຫຍ່ໄວ ໂດຍການປະສົມກັບຜັກບົ້ງ, ໃບ ກະຖິນບົດ ຫລື ຝັກໃຫ້ລະອຽດ ແລ້ວມາປະສົມກັບປາປົ່ນຫລັງຈາກນັ້ນກໍ່ເອົາມາຄົນໃຫ້ເຂົ້າກັນໃຫ້ຫນຽວຈົນປັ້ນເປັນກ້ອນໄດ້ ແລ້ວຈິ່ງເອົາໄປໃຫ້ປາກິນ.
- ຈຳພວກແມງໄມ້ຕ່າງໆເຊັ່ນ: ປວກ, ຫນອນ, ໄຂ່ມົດຕ່າງໆ.
- ເສດອາຫານຕ່າງໆເຊັ່ນ: ກາກຫມາກພ້າວ, ກາກຖົ່ວເຫລືອງ, ເຂົ້າສຸກ ແລະ ເສດອາຫານຕ່າງໆຢູ່ໃນເຮືອນຄົວມາປະສົມກັບຮຳໃຫ້ປາກິນ.
- ປາປົ່ນ: ເຊິ່ງໄດ້ມາຈາກປາທີ່ລາຄາຖືກໆ ອາດໃຊ້ປາແກ້ວແຫ້ງ ແລ້ວນຳມາບົດ ຫລື ວ່າເອົາປາປົ່ນທີ່ມີຂາຍ ມາປະສົມກັບຮຳ ຫລື ຜັກຕ່າງໆ.
ການໃຫ້ອາຫານຄວນໃຫ້ເປັນເວລາເຊັ່ນ: ໃຫ້ໃນຍາມເຊົ້າ ແລະ ຍາມແລງ ມື້ລະ 2 ເທື່ອ ຄິດໄລ່ໃນອັດຕາ 2-4% ຕໍ່ ນ້ຳຫນັກໂຕປາ.
4. ການເຮັດນ້ຳຂຽວ.
ໃນທຳມະຊາດແລ້ວ ປາສາມາດກິນອາຫານໄດ້ເອງ ແລະ ເຕີບໃຫຍ່ໄວ ຍ້ອນວ່າ ໃນແຫລ່ງນ້ຳທຳມະຊາດມີພືດ, ຊາກສັດ ແລະ ເສດອາຫານຕ່າງໆ ທີ່ໄຫລມາລວມກັນ ແລະ ມີພືດໃນນ້ຳຫລາຍຊະນິດເກີດຂຶ້ນ ເປັນອາຫານທຳມະຊາດທີ່ດີໃຫ້ແກ່ປາ. ແຕ່ໃນຫນອງທີ່ພວກເຮົາຂຸດເອົານັ້ນ ຖ້າເປັນຫນອງໃຫມ່ຈະບໍ່ມີໄຮນ້ຳພືດ, ໄຮນ້ຳສັດ ສະນັ້ນ ເຮົາຈິ່ງຕ້ອງເຮັດນ້ຳຂຽວ ເພື່ອເປັນອາຫານທຳມະຊາດໃຫ້ແກ່ປາກິນ.
ຄຸນປະໂຫຍດຂອງນ້ຳຂຽວ:
- ປະຢັດຕົ້ນທຶນໃນການຊື້ອາຫານເພື່ອລ້ຽງປາ.
- ນ້ຳຂຽວ ແມ່ນໄຮນ້ຳພືດ ແລະ ໄຮນ້ຳສັດ ເຊິ່ງເປັນອາຫານທຳມະຊາດທີ່ມີຄຸນຄ່າສູງສຳລັບປາ.
- ນ້ຳຂຽວ ຊ່ວຍສັງເຄາະແສງ ແລະ ເຮັດໃຫ້ມີອາກາດ (ອົກຊີ) ໃນນ້ຳຫລາຍ.
- ປາຈະແຂງ ແລະ ບໍ່ມີພະຍາດຕ່າງໆ ເຊິ່ງອາດຈະເກີດຂຶ້ນ.
- ໃນຫນອງປາມີຄວາມສົດຊື່ນ ຍ້ອນມີອາກາດໃນນ້ຳຫລາຍ ແລະ ປາຈະບໍ່ງອມໃນຕອນເຊົ້າ.
- ນ້ຳຂຽວ ຊ່ວຍຈັບຝຸ່ນລະອອງຂີ້ຕົມ (ນ້ຳຂຸ່ນ) ຈົມລົງພື້ນຫນອງ, ນ້ຳຈະໃສ ແລະ ຂຽວດີ.
ວິທີເຮັດນ້ຳຂຽວ:
- ເອົານ້ຳຂຽວຈາກຫນອງອື່ນມາຖອກໃສ່ຫນອງ ເພື່ອເປັນຫົວເຊື້ອນ້ຳຂຽວ.
- ປັກຫລັກໃສ່ແຈຫນອງ, ໃສ່ກະແຕະ.
- ໃສ່ຫຍ້າ ຫລື ເຟືອງ (ແຫ້ງ ຫລື ດິບ) ລົງໃສ່ແຈຫນອງທີ່ປັກຫລັກນັ້ນ.
- ໃສ່ຝຸ່ນຄອກ: ຂີ້ງົວ, ຂີ້ຄວາຍ, ຂີ້ຫມູ, ຂີ້ໄກ່ ເຕັງເທິງຫຍ້າ ຫລື ເຟືອງ (ເຮັດເປັນແຕ່ລະຊັ້ນ).
- ຫລັງຈາກໄດ້ 1 ອາທິດແລ້ວ ຈິ່ງໃສ່ປຸ໋ຍຢູເຣຍ (46:00:00) ໃສ່ໃນອັດຕາ 1 ກິໂລຕໍ່ 1 ໄລ່ (1600 m2).
ຂໍ້ຄວນເອົາໃຈໃສ່:
- ຕ້ອງເຮັດນ້ຳຂຽວຕະຫລອດໄປຈົນກວ່ານ້ຳຈະຂຽວດີທົ່ວຫນອງ (ບໍ່ເກີນ 1 ເດືອນ).
- ການໃສ່ປຸ໋ຍຕ້ອງປະສົມໃສ່ນ້ຳໃນຄຸກ່ອນ ຈິ່ງຫົດໃສ່ເບື້ອງນອກ (ບ່ອນປັກຫລັກແຈຫນອງ).
- ບໍ່ຄວນໃສ່ປຸຍເກີນອັດຕາທີ່ບົ່ງໄວ້ ແລະ ບໍ່ໃຫ້ຫວ່ານປຸ໋ຍລົງໂລດ ເພາະຈະເຮັດໃຫ້ປາຕາຍ.
5. ການນຳໃຊ້ນ້ຳສະກັດຊີວະພາບເຂົ້າໃນການລ້ຽງປາ.
- ໃຊ້ນ້ຳສະກັດທີ່ຂະຫຍາຍແລ້ວ ໃສ່ໃນຫນອງລ້ຽງປາ ໃນອັດຕາສ່ວນ 1 ລິດຕໍ່ນ້ຳ 1000 ລິດ ຫລື ນ້ຳສະກັດ 1 ລິດຕໍ່ນ້ຳ 1-10 ມ3 ຂອງນ້ຳໃນຫນອງ ໂດຍປະສົມນ້ຳຫົດສາດໃຫ້ທົ່ວຫນອງ ໃນທຸກໆ 7-10 ວັນ ແລ້ວແຕ່ສະພາບຂອງນ້ຳ ແລະ ອັດຕາຄວາມຫນາແໜ້ນຂອງປາທີ່ລ້ຽງ.
- ປະສົມອາຫານໃຫ້ກິນໃນອັດຕາສ່ວນນ້ຳສະກັດ 1 ສ່ວນຕໍ່ນ້ຳ 50-100 ສ່ວນ ປົນໃສ່ອາຫານ ຫລື ແຊ່ໄວ້ກ່ອນ ແລ້ວຈິ່ງເອົາເກືອປາ ຫລັງຈາກໃສ່ນ້ຳສະກັດລົງໃນຫນອງເທື່ອທຳອິດແລ້ວ ບໍ່ຕ້ອງໃສ່ອີກ ເພາະວ່ານ້ຳໃນຫນອງຈະໄດ້ຈຸລິນຊີຈາກນ້ຳສະກັດເພີ່ມທຸກໆມື້ ຈາກອາຫານທີ່ແຊ່ນ້ຳສະກັດຊີວະພາບ.
- ປະສົມເຮັດເປັນຢາໄລ່ແມງຕັບເຕົ່າ ແລະ ແມງໄມ້ຕ່າງໆທີ່ຢູ່ໃນຫນ້ານ້ຳໃນຫນອງ ໂດຍນຳໃຊ້ນ້ຳສະກັດ 1 ລິດ ກັບນ້ຳສະອາດປະມານ 100 ລິດ ສີດພົ່ນເທິງຫນ້າຫນອງ ເພື່ອຂັບໄລ່ແມງໄມ້ດັ່ງກ່າວ ໃຫ້ຫນີພາຍໃນ 1-2 ອາທິດ.
ຫມາຍເຫດ:
ການນຳໃຊ້ນ້ຳສະກັດວິທີການນີ້ ຈະຊ່ວຍບໍ່ໃຫ້ນ້ຳເສຍ ບໍ່ຈຳເປັນຕ້ອງປ່ຽນນ້ຳເລື້ອຍໆ ຫລື ບໍ່ຕ້ອງການປ່ຽນນ້ຳເລີຍ ກໍ່ສາມາດຊ່ວຍໃຫ້ປາມີສຸຂະພາບແຂງແຮງດີ, ບໍ່ເປັນພະຍາດ ແລະ ອັດຕາການຕາຍຕ່ຳລົງ.
3.2 ການໃສ່ຝຸ່ນ:
ການໃສ່ຝຸ່ນໃນຫນອງລ້ຽງປາ ມີຈຸດປະສົງເຊັ່ນດຽວກັນກັບການໃສ່ຝຸ່ນໃຫ້ແກ່ພືດ ເພື່ອເປັນການເພີ່ມທາດອາຫານໃຫ້ແກ່ພືດໃນການຈະເລີນເຕີບໂຕ ໂດຍການໃສ່ຝຸ່ນໃນຫນອງປາຈະເປັນການເພີ່ມທາດອາຫານທໍາມະຊາດເຊັ່ນ: ຈໍາພວກໄຮນ້ຳພືດ ແລະ ໄຮນ້ໍາສັດເກີດຂຶ້ນ ເຊິ່ງມັນຈະເປັນການຊ່ວຍເພີ່ມຜົນຜະລິດປາໃຫ້ສູງຂຶ້ນ ນອກຈາກນີ້ຝຸ່ນບາງຊະນິດຍັງໃຊ້ເປັນອາຫານປາໂດຍກົງອີກດ້ວຍ. ການໃສ່ຝຸ່ນຈະຊ່ວຍປັບສະພາບຂອງນ້ໍາເຊັ່ນ: ຄວາມຂຸ່ນໃສ, ຄວາມເປັນກົດເປັນດ່າງ ແລະ ອື່ນໆ.
ປະເພດຂອງຝຸ່ນທີ່ນິຍົມກັນໃຊ້ໂດຍທົ່ວໄປມີ 4 ປະເພດຄື:
- ຝຸ່ນຄອກ: ໄດ້ແກ່ມູນສັດຕ່າງໆເຊັ່ນ: ຂີ້ງົວ, ຄວາຍ, ຫມູ, ໄກ່ ແລະ ຂີ້ເປັດເປັນຕົ້ນ.
- ຝຸ່ນພືດສົດ: ໄດ້ແກ່ສ່ວນຂອງພືດຜັກ ແລະ ວັດສະພືດຕ່າງໆທີ່ສາມາດຍ່ອຍສະຫລາຍໄດ້ງ່າຍ.
- ຝຸ່ນຫມັກ: ໄດ້ແກ່ຝຸ່ນທີ່ເກີດຈາກການຫມັກຈໍາພວກເສດພືດຕ່າງໆປະສົມກັບຂີ້ສັດແລ້ວນໍາເອົາໄປຫມັກໄວ້ຕາມວິທີການ ເຮັດປຸ໋ຍຫມັກ.
- ຝຸ່ນເຄມີ: ໄດ້ແກ່ຝຸ່ນວິທະຍາສາດທີ່ມີຂາຍຢູ່ທ້ອງຕະຫລາດ ເຊິ່ງພວກເຮົາເຄີຍເອີ້ນກັນທົ່ວໄປວ່າ: ປຸ໋ຍ ເຊິ່ງປະກອບດ້ວຍທາດອາຫານຫລັກຄື: ທາດໄນໂຕຣ ເຈນ (N), ຟົດສຟໍຣັດ (P) ແລະ ທາດໂປແຕສຊຽມ (K).
# ອັດຕາການໃສ່ຝຸ່ນປະເພດຕ່າງໆ:
1. ຝຸ່ນຄອກຄວນໃສ່ໃນອັດຕາ 200-250ກິໂລຕໍ່ໄລ່ຕໍ່ເດືອນ.
2. ຝຸ່ນພືດສົດຄວນໃສ່ໃນອັດຕາ 1200-1500ກິໂລຕໍ່ໄລ່.
3. ຝຸ່ນຫມັກຄວນໃສ່ໃນອັດຕາ 600-700ກິໂລຕໍ່ໄລ່.
4. ຝຸ່ນເຄມີຄວນໃສ່ໃນອັດຕາບໍ່ໃຫ້ເກີນ 3-5ກິໂລຕໍ່ໄລ່.
3.3ການກໍາຈັດສັດຕູປາ:
ສັດຕູປາ ເຊິ່ງຈະຕ້ອງກໍາຈັດພວກປາກິນຊີ້ນ, ກຸ້ງຝອຍ, ຫອຍ, ກົບ ແລະ ຂຽດມີວິທີການດໍາເນີນດັ່ງນີ້:
- ການໃຊ້ປູນຂາວ: ເພື່ອກໍາຈັດສັດຕູພວກຫອຍ, ປາ, ລູກກົບ ແລະ ຂຽດ ໂດຍການລະບາຍນ້ໍາອອກໃຫ້ຫມົດແລ້ວໃຊ້ປູນຂາວໂຮຍໃຫ້ທົ່ວພື້ນຫນອງ ແລະ ບໍລິ ເວນທີ່ມີນ້ໍາຂັງໃນປະລິມານປູນຂາວ 1ກິໂລຕໍ່ເນື້ອທີ່ຫນອງ 50ຕາແມັດ.
- ໃຊ້ເຄືອໄຫລໃນກໍລະນີທີ່ໃຊ້ປູນຂາວແລ້ວແຕ່ບໍ່ໄດ້ຮັບຜົນ ເນື່ອງຈາກວ່າມີສັດຕູປາບາງຊະນິດ ເຊິ່ງມີຄວາມທົນທານເປັນພິ ເສດບໍ່ຕາຍເຊັ່ນວ່າ: ປາດຸກ, ປາຄໍ່, ອ່ຽນ. ຕໍາໃຫ້ແຫລກແລ້ວແຊ່ນ້ໍາບີບເອົາແຕ່ນ້ຳຢາງສີຂາວໆແລ້ວເອົາໄປສາດໃສ່ໃຫ້ທົ່ວຫນອງໃນອັດຕາສ່ວນຂອງເຄືອໄຫລ 1ກິ ໂລຕໍ່ນ້ໍາ 10ລິດ.
4. ແນວພັນປາທີ່ນໍາມາລ້ຽງ.
ແນວພັນປາທີ່ເຫມາະສົມທີ່ນໍາມາລ້ຽງໃນຫນອງຄວນເປັນປາທີ່ມີຄຸນສົມບັດດັ່ງນີ້:
1. ຄວນເປັນປາທີ່ລ້ຽງງ່າຍ.
2. ໃຫຍ່ໄວ.
3. ມີຄວາມທົນທານ.
4. ເປັນແນວພັນທີ່ຫາໄດ້ງ່າຍ.
5. ຊີ້ນມີລົດຊາດແຊບດີ.
6. ເປັນປາທີ່ມີລູກຫລາຍ.
ພັນປາດັ່ງກ່າວນີ້ໄດ້ແກ່: ປາໃນ, ປາປາກ, ປານິນ, ປາມະລິການ, ປາແກັດແລບ, ປາຫົວໃຫຍ່, ປາກິນຫຍ້າ ແລະ ປາຄັດລາ.
4.1ອັດຕາການປ່ອຍປາ:
ຕາມຫລັກການແລ້ວອັດຕາການປ່ອຍປານີ້ແມ່ນປ່ອຍໃນອັດຕາ 1 ໂຕຕໍ່ 1 ຕາແມັດ ການປ່ອຍປາຕ້ອງປ່ອຍຫລາຍຊະນິດດ້ວຍກັນ ເພາະວ່າປາແຕ່ລະຊະນິດຈະຊອກຫາກິນໃນລະດັບນ້ໍາທີ່ແຕກຕ່າງກັນ.
ອາຫານທຳມະຊາດໃນຫນອງມີຫລາຍຢ່າງແຕກຕ່າງກັນ. ສະນັ້ນ, ເມື່ອເຮົາປ່ອຍປາຫລາຍຊະນິດປາຈະສາມາດກິນອາຫານທໍາມະຊາດໃນຫນອງຢ່າງມີປະສິດທິຜົນ ແລະ ປາກໍ່ໃຫຍ່ໄວຄວນປ່ອຍປາໃນຕອນເຊົ້າ ຫລື ຕອນແລງເພາະວ່າເປັນເວລາອາກາດເຢັນ ແລະ ນ້ໍາເຢັນ.
1. ການໃຫ້ອາຫານປາ.
ການໃຫ້ອາຫານປາມີ 2 ວິທີຄື: ໃຫ້ພວກອາຫານທຳມະຊາດ ແລະ ພວກອາຫານເສີມ.
ອາຫານທຳມະຊາດ: ອາຫານທຳມະຊາດນີ້ ສາມາດເກີດຂຶ້ນໄດ້ຕາມທຳມະຊາດຢູ່ໃນຫນອງເອງ ໂດຍການໃສ່ຝຸ່ນຄອກ ແລະ ຝຸ່ນຂຽວລົງໄປໃນຫນອງໃຫ້ພຽງພໍ ມື້ຫນຶ່ງໃສ່ຝຸ່ນຄອກປະມານ 2-3 ກິໂລ ແລະ ຝຸ່ນຂຽວກໍ່ໃສ່ທຸກໆເດືອນໆລະ 20-30 ກິໂລ ໂດຍມີການສັງເກດເບິ່ງສີຂອງນ້ຳໄປພ້ອມໆກັນ ຖ້າຫາກວ່າມີນ້ຳຂຽວພຽງພໍແລ້ວ ເຮົເກໍ່ບໍ່ຄວນໃສ່ຝຸ່ນຕື່ມອີກ.
ອາຫານເສີມ: ນອກຈາກທີ່ຈະອາໃສອາຫານທີ່ມີຢູ່ຕາມທຳມະຊາດໃນຫນອງແລ້ວ ເຮົາຄວນເອົາອາຫານເສີມໃຫ້ແກ່ປາອີກເຊັ່ນ:
- ຮຳອ່ອນ: ເຮົາຄວນໃຊ້ຮຳເປັນອາຫານເສີມໃຫ້ແກ່ປາ ເພື່ອຊ່ວຍໃຫ້ປາໃຫຍ່ໄວ ໂດຍການປະສົມກັບຜັກບົ້ງ, ໃບກະຖິນບົດ ຫລື ຝັກໃຫ້ລະອຽດ ແລ້ວມາປະສົມກັບປາປົ່ນຫລັງຈາກນັ້ນກໍ່ເອົາມາຄົນໃຫ້ເຂົ້າກັນໃຫ້ຫນຽວຈົນປັ້ນເປັນກ້ອນໄດ້ ແລ້ວຈິ່ງເອົາໄປໃຫ້ປາກິນ.
- ຈຳພວກແມງໄມ້ຕ່າງໆເຊັ່ນ: ປວກ, ຫນອນ, ໄຂ່ມົດຕ່າງໆ.
- ເສດອາຫານຕ່າງໆເຊັ່ນ: ກາກຫມາກພ້າວ, ກາກຖົ່ວເຫລືອງ, ເຂົ້າສຸກ ແລະ ເສດອາຫານຕ່າງໆຢູ່ໃນເຮືອນຄົວມາປະສົມກັບຮຳໃຫ້ປາກິນ.
- ປາປົ່ນ: ເຊິ່ງໄດ້ມາຈາກປາທີ່ລາຄາຖືກໆ ອາດໃຊ້ປາແກ້ວແຫ້ງ ແລ້ວນຳມາບົດ ຫລື ວ່າເອົາປາປົ່ນທີ່ມີຂາຍ ມາປະສົມກັບຮຳ ຫລື ຜັກຕ່າງໆ.
ການໃຫ້ອາຫານຄວນໃຫ້ເປັນເວລາເຊັ່ນ: ໃຫ້ໃນຍາມເຊົ້າ ແລະ ຍາມແລງ ມື້ລະ 2 ເທື່ອ ຄິດໄລ່ໃນອັດຕາ 2-4% ຕໍ່ນ້ຳຫນັກໂຕປາ.
2. ການເຮັດນ້ຳຂຽວ.
ໃນທຳມະຊາດແລ້ວ ປາສາມາດກິນອາຫານໄດ້ເອງ ແລະ ເຕີບໃຫຍ່ໄວ ຍ້ອນວ່າ ໃນແຫລ່ງນ້ຳທຳມະຊາດມີພືດ, ຊາກສັດ ແລະ ເສດອາຫານຕ່າງໆ ທີ່ໄຫລມາລວມກັນ ແລະ ມີພືດໃນນ້ຳຫລາຍຊະນິດເກີດຂຶ້ນ ເປັນອາຫານທຳມະຊາດທີ່ດີໃຫ້ແກ່ປາ. ແຕ່ໃນຫນອງທີ່ພວກເຮົາຂຸດເອົານັ້ນ ຖ້າເປັນຫນອງໃຫມ່ຈະບໍ່ມີໄຮນ້ຳພືດ, ໄຮນ້ຳສັດ ສະນັ້ນ ເຮົາຈິ່ງຕ້ອງເຮັດນ້ຳຂຽວ ເພື່ອເປັນອາຫານທຳມະຊາດໃຫ້ແກ່ປາກິນ.
ຄຸນປະໂຫຍດຂອງນ້ຳຂຽວ:
- ປະຫຍັດຕົ້ນທຶນໃນການຊື້ອາຫານເພື່ອລ້ຽງປາ.
- ນ້ຳຂຽວ ແມ່ນໄຮນ້ຳພືດ ແລະ ໄຮນ້ຳສັດ ເຊິ່ງເປັນອາຫານທຳມະຊາດທີ່ມີຄຸນຄ່າສູງສຳລັບປາ.
- ນ້ຳຂຽວ ຊ່ວຍສັງເຄາະແສງ ແລະ ເຮັດໃຫ້ມີອາກາດ (ອົກຊີ) ໃນນ້ຳຫລາຍ.
- ປາຈະແຂງ ແລະ ບໍ່ມີພະຍາດຕ່າງໆ ເຊິ່ງອາດຈະເກີດຂຶ້ນ.
- ໃນຫນອງປາມີຄວາມສົດຊື່ນ ຍ້ອນມີອາກາດໃນນ້ຳຫລາຍ ແລະ ປາຈະບໍ່ງອມໃນຕອນເຊົ້າ.
- ນ້ຳຂຽວ ຊ່ວຍຈັບຝຸ່ນລະອອງຂີ້ຕົມ (ນ້ຳຂຸ່ນ) ຈົມລົງພື້ນຫນອງ, ນ້ຳຈະໃສ ແລະ ຂຽວດີ.
ວິທີເຮັດນ້ຳຂຽວ:
- ເອົານ້ຳຂຽວຈາກຫນອງອື່ນມາຖອກໃສ່ຫນອງ ເພື່ອເປັນຫົວເຊື້ອນ້ຳຂຽວ.
- ປັກຫລັກໃສ່ແຈຫນອງ, ໃສ່ກະແຕະ.
- ໃສ່ຫຍ້າ ຫລື ເຟືອງ (ແຫ້ງ ຫລື ດິບ) ລົງໃສ່ແຈຫນອງທີ່ປັກຫລັກນັ້ນ.
- ໃສ່ຝຸ່ນຄອກ: ຂີ້ງົວ, ຂີ້ຄວາຍ, ຂີ້ຫມູ, ຂີ້ໄກ່ ເຕັງເທິງຫຍ້າ ຫລື ເຟືອງ (ເຮັດເປັນແຕ່ລະຊັ້ນ).
- ຫລັງຈາກໄດ້ 1 ອາທິດແລ້ວ ຈິ່ງໃສ່ປຸ໋ຍຢູເຣຍ (46:00:00) ໃສ່ໃນອັດຕາ 1 ກິໂລຕໍ່ 1 ໄລ່ (1600m2).
ຂໍ້ຄວນເອົາໃຈໃສ່:
- ຕ້ອງເຮັດນ້ຳຂຽວຕະຫລອດໄປຈົນກວ່ານ້ຳຈະຂຽວດີທົ່ວຫນອງ (ບໍ່ເກີນ 1 ເດືອນ).
- ການໃສ່ປຸ໋ຍຕ້ອງປະສົມໃສ່ນ້ຳໃນຄຸກ່ອນ ຈິ່ງຫົດໃສ່ເບື້ອງນອກ (ບ່ອນປັກຫລັກແຈຫນອງ).
- ບໍ່ຄວນໃສ່ປຸຍເກີນອັດຕາທີ່ບົ່ງໄວ້ ແລະ ບໍ່ໃຫ້ຫວ່ານປຸ໋ຍລົງໂລດ ເພາະຈະເຮັດໃຫ້ປາຕາຍ.
3. ການນຳໃຊ້ນ້ຳສະກັດຊີວະພາບເຂົ້າໃນການລ້ຽງປາ.
- ໃຊ້ນ້ຳສະກັດທີ່ຂະຫຍາຍແລ້ວ ໃສ່ໃນຫນອງລ້ຽງປາ ໃນອັດຕາສ່ວນ 1 ລິດຕໍ່ນ້ຳ 1000 ລິດ ຫລື ນ້ຳສະກັດ 1 ລິດຕໍ່ນ້ຳ 1-10 ມ3 ຂອງນ້ຳໃນຫນອງ ໂດຍປະສົມນ້ຳຫົດສາດໃຫ້ທົ່ວຫນອງ ໃນທຸກໆ 7-10 ວັນ ແລ້ວແຕ່ສະພາບຂອງນ້ຳ ແລະ ອັດຕາຄວາມຫນາແໜ້ນຂອງປາທີ່ລ້ຽງ
- ປະສົມອາຫານໃຫ້ກິນໃນອັດຕາສ່ວນນ້ຳສະກັດ 1 ສ່ວນຕໍ່ນ້ຳ 50-100 ສ່ວນ ປົນໃສ່ອາຫານ ຫລື ແຊ່ໄວ້ກ່ອນ ແລ້ວຈິ່ງເອົາເກືອປາ ຫລັງຈາກໃສ່ນ້ຳສະກັດລົງໃນຫນອງເທື່ອທຳອິດແລ້ວ ບໍ່ຕ້ອງໃສ່ອີກ ເພາະວ່ານ້ຳໃນຫນອງຈະໄດ້ຈຸລິນຊີຈາກນ້ຳສະກັດເພີ່ມທຸກໆມື້ ຈາກອາຫານທີ່ແຊ່ນ້ຳສະກັດຊີວະພາບ.
- ປະສົມເຮັດເປັນຢາໄລ່ແມງຕັບເຕົ່າ ແລະ ແມງໄມ້ຕ່າງໆທີ່ຢູ່ໃນຫນ້ານ້ຳໃນຫນອງ ໂດຍນຳໃຊ້ນ້ຳສະກັດ 1 ລິດ ກັບນ້ຳສະອາດປະມານ 100 ລິດ ສີດພົ່ນເທິງຫນ້າຫນອງ ເພື່ອຂັບໄລ່ແມງໄມ້ດັ່ງກ່າວ ໃຫ້ຫນີພາຍໃນ 1-2 ອາທິດ.
ຫມາຍເຫດ:
ການນຳໃຊ້ນ້ຳສະກັດວິທີການນີ້ ຈະບໍ່ເຮັດໃຫ້ນ້ຳເສຍ ບໍ່ຈຳເປັນຕ້ອງປ່ຽນນ້ຳເລື້ອຍໆ ຫລື ບໍ່ຕ້ອງການປ່ຽນນ້ຳເລີຍ ກໍ່ສາມາດຊ່ວຍໃຫ້ປາມີສຸຂະພາບແຂງແຮງດີ, ບໍ່ເປັນພະຍາດ ແລະ ອັດຕາການຕາຍຕ່ຳລົງ.