1.  

               ຜົນໄດ້ຮັບຈາກການປູກຫມາກແຕງແຄນຕາລຸກ

            

      ຫມາກແຕງແຄນຕາລຸກເປັນຫມາກແຕງຊະນິດຫນຶ່ງທີ່ຊາວກະສິກອນນຳເຂົ້າມາປູກເພາະເຫັນວ່າ ເປັນພືດໃຫ້ຫມາກທີ່ມີລົດຊາດດີ-ຫອມຫວານ ແລະ ໃຫ້ຜົນຜະລິດສູງ ເຊິ່ງປະຈຸ ບັນທີ່ເຫັນກັນຫລາຍແມ່ນທີ່ບ້ານສີມມະໂນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ມີຫລາຍຄອບຄົວນິຍົມກັນປູກ ແລະ ຍຶດຖືເປັນອາຊີບຫລັກໃນການສ້າງເສດຖະກິດຄອບ ຄົວ.
      ຄອບຄົວທ່ານ ຄຳແສນ ວົງ ພະຈັນ ຫລື ທ່ານ ຈັ້ງ ເປັນຄອບຄົວຫນຶ່ງເລີ່ມປູກຫມາກແຕງແຄນຕາລຸກເຫັນວ່າ ໄດ້ຮັບຜົນຕອບແທນສູງທ່ານເລົ່າສູ່ຟັງວ່າ: ເມື່ອກ່ອນຕົນເອງເປັນ ຄົນມັກ ແລະ ນິຍົມໃນການປູກພືດຜັກຊະນິດຕ່າງໆມາ ໂດຍຕະຫລອດ ແຕ່ກໍ່ບໍ່ໄດ້ຮັບຜົນຕອບແທນຕາມທີ່ຄວນ ແລະ ໄດ້ສືບຕໍ່ປ່ຽນແນວພັນໄປເລື້ອຍໆຈົນເຖິງປີ 2000 ໄດ້ເຂົ້າ ຝຶກອົບຮົມທີ່ສູນຂະຫຍາຍເມັດພັນເຂົ້າຫນອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເພື່ອຖອດຖອນບົດຮຽນຈາກວິຊາການດ້ານການປູກຝັງ ແລະ ໄດ້ເລືອກເອົາວິທີ ການປູກຫມາກແຕງແຄນຕະລຸກມາທົດລອງປູກດ້ວຍຕົນເອງ ເຊິ່ງເລີ່ມ ຕົ້ນແມ່ນໃຊ້ຕົ້ນທຶນຢູ່ປະມານ 4 ລ້ານກີບ ໃນເນື້ອທີ 1 ໄລ່, ໃນ ນັ້ນ ມີແນວພັນ, ຝຸ່ນ, ຢາປ້ອງກັນພະຍາດ ໃນໄລຍະເລີ່ມຕົ້ນ ແລະ ເຄື່ອງມືອຸປະກອນເຊັ່ນ: ຖົງຢາງ ເພື່ອກ້າເບ້ຍ ແລະ ຜ້າຢາງ ເພື່ອ ປົກຄຸມຫນ້າດິນ ນອກນັ້ນ ກໍ່ແມ່ນການບົວລະບັດຮັກສາ, ຂັ້ນຕອນໃນການປູກ, ແນວພັນ (ເປັນກະປ໋ອງ) ແມ່ນຫາຊື້ໄດ້ຕາມທ້ອງຕະຫລາດ ຫລື ຮ້ານສະເພາະທີ່ຂາຍແນວພັນ, ຈາກນັ້ນ ກໍ່ນຳເອົາບົ່ມ ຫລື ມັກໄວ້ໃຫ້ແຕກຫນໍ່ ແລ້ວນຳມາກ້າເບ້ຍໃສ່ເບົ້າ ຫລື ຖົງຢາງທີ່ກຽມ ໄວ້ປະມານ 7-8 ວັນ ກໍ່ສາມາດນຳລົງປູກໄດ້, ເຊິ່ງດິນທີ່ກະກຽມໄວ້ນັ້ນແມ່ນຕ້ອງປັບໃຫ້ເປັນຄູສູງພໍປະມານ ແລະ ໃສ່ປຸ໋ຍຮອງພື້ນສູດ 15-15-15 ປະສົມກັບຝຸ່ນຄອກທີ່ຫາໄດ້ໂດຍ ທົ່ວໄປ ຈາກນັ້ນ ກໍ່ນຳຜ້າຢາງທີ່ກຽມໄວ້ມາປົກ  ແລະ  ເຈາະເປັນຮູພໍປະມານໃນໄລຍະຫ່າງ ກັນປະມານ 20-25 ຊັງຕີແມັດ ຕໍ່ຕົ້ນ, ປະກອບກັບການເຮັດຄ້າງ, ການບົວລະບັດຮັກສາ, ໃຫ້ນ້ຳ ແລະ ເຝົ້າລະວັງການເກີດພະ ຍາດ.
      ເມື່ອເຖິງອາຍຸໄດ້ປະມານ 25-30 ວັນ, ມັນກໍ່ຈະແຕກກິ່ງ ແລະ ໃຫ້ດອກ-ອອກຫມາກເປັນ ຈຳນວນຫນຶ່ງ, ຫລັງຈາກນັ້ນ ແມ່ນໃຫ້ເລືອກເອົາກິ່ງ ຫລື ໃບ ທີ່ສົມບູນປະມານ 3-4 ແຫນງ ແລະ ໃນຊຸມຫນຶ່ງໃຫ້ເລືອກເອົາ ພຽງແຕ່ 1 ຫມາກ, ເຫລືອນັ້ນ ແມ່ນຕັດອອກ (ຫມາກນ້ອຍທີ່ຕັດອອກສາມາດຮັບປະທານ ໄດ້), ພ້ອມກັບການໃຫ້ຢາບຳລຸງ ແລະ ບົວລະບັດໄປຕະ ຫລອດຈົນ ຮອດໄລຍະສຸດທ້າຍກໍ່ຄື ຂັ້ນ ຕອນການເກັບກູ້, (ລວມໆແລ້ວ ຕັ້ງແຕ່ເລີ່ມປູກຈົນເຖິງຂອດສຸດ ທ້າຍຈະຕົກຢູ່ປະມານ 2 ເດືອນ ກວ່າໆ), ທັງນີ້ ກໍ່ເພື່ອຈະເຮັດ ໃຫ້ຫມາກນັ້ນ ຈະເລີນເຕີບໂຕໄດ້ ດີ, ໄດ້ຕາມມາດຕະຖານຄື: ຫນຶ່ງ ຫນ່ວຍຈະໄດ້ນ້ຳຫນັກຢູ່ປະມານ 1,5-2 ກິໂລກຣາມ (ຄິດໄລ່ລາ ຄາຕໍ່ກິໂລແມ່ນ 5-6 ພັນກີບ, ຕາມລາຄາທ້ອງຕະຫລາດ) ແລະ ໄລ່ ຫນຶ່ງຈະໄດ້ຮັບຜົນຜະ ລິດເຖິງ 4-5 ໂຕນ, ສາມາດສ້າງລາຍຮັບໄດ້ 17-18 ລ້ານກີບ, ຫັກຄ່າໃຊ້ຈ່າຍອອກທຽບກັບ ຕົ້ນທຶນແລ້ວແມ່ນຫລຸດລື່ນກັນ ຫລາຍ, ອີກຢ່າງຫນຶ່ງການ ປູກ ຫມາກແຕງແຄນຕາລຸກຂອງ ທ່ານ ຄຳແສງ ວົງພະຈັນ ແມ່ນ ສາມາດປູກໄດ້ຕະຫລອດປີ ເນື່ອງຈາກເນື້ອທີ່ປູກນັ້ນຕິດກັບ ແຄມນ້ຳຂອງພໍດີ, ຄອບຄົວເອງ ກໍ່ບົວລະບັດຮັກສາໄດ້ດີ.
    ທ່ານ ຄຳແສງ ບອກວ່າ: ການປູກຫມາກແຕງແຄນຕາລຸກ ແມ່ນຈະມີລາຍຮັບເຖິງ 30-40 ລ້ານກີບຕໍ່ໄລ່, (ປະຈຸບັນຕະ ຫລາດທີ່ເພິ່ນຈຳຫນ່າຍແມ່ນຢູ່ ທີ່ຕະຫລາດຫມາກໄມ້ສົດບ້ານ ນາແຮ່ ເມືອງສີໂຄດຕະບອງ ນະ ຄອນຫລວງວຽງຈັນ).
      ເຊິ່ງໃນຕໍ່ຫນ້າທ່ານ ຄຳແສງ ວົງພະຈັນ ຈະສືບຕໍ່ປູກຕື່ມອີກ 2 ໄລ່, ລວມທັງຫມົດເປັນ 4 ໄລ່, ໂດຍຈະເນັ້ນຫນັກໃນການບົວ ລະບັດຮັກສາ ແລະ ການຊອກ ຫາຕະຫລາດເພື່ອຈຳ ຫນ່າຍເພີ່ມເຕີມ ເຊິ່ງຄາດຫມາຍທີ່ວາງໄວ້ ແມ່ນຕ້ອງໃຫ້ໄດ້ 100 ລ້ານກີບຕໍ່ປີ, ທັງນີ້ ກໍ່ເພື່ອເປັນສ່ວນຫນຶ່ງ ໃນການຄ້ຳປະກັນທາງດ້ານສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງ ການຂອງຜູ້ບໍລິໂພກສາມາດເປັນຄອບຄົວຕົວແບບໃຫ້ຄອບຄົວອື່ນໆກໍ່ຄື ຊາວກະສິ ກອນທຸກທົ່ວໃຫ້ຫັນມາສົນໃຈໃນການປູກຫມາກແຕງແຄນຕະ ລຸກ ເພີ່ມຂຶ້ນຕື່ມອີກ ເພື່ອກ້າວໄປ ສູ່ຂະບວນການຜະລິດທີ່ຫລາກ ຫລາຍຮູບຫລາຍແບບໃນຕໍ່ຫນ້າ.

 

ຄວາມຄິດເຫັນ

 

Free Web Hosting