ການປູກຫມາກກ້ວຍ
  1.  

               ການປູກຫມາກກ້ວຍຫອມຕາມເຕັກນິກຜົນຜະລິດສູງ


             
      ແຫລ່ງຂໍ້ມູນຈາກສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ແຫ່ງຊາດໃຫ້ຮູ້ວ່າ: ກ້ວຍຫອມແມ່ນຫມາກໄມ້ຊະນິດຫນຶ່ງທີ່ມີຫລາຍຢູ່ໃນບ້ານເຮົາ  ແລະນິຍົມບໍລິໂພກກັນຫລາຍ, ເນື່ອງຈາກວ່າກ້ວຍຫອມເປັນຫມາກໄມ້ທີ່ບໍລິໂພກງ່າຍແລະມີວິຕາມິນສູງຕໍ່ຮ່າງກາຍຊ່ວຍລະບາຍງ່າຍບໍ່ວ່າເດັກນ້ອຍ ຫລື ຄົນສູງອາຍຸກໍ່ສາມາດບໍລິໂພກໄດ້ເພື່ອເປັນຂອງຫວານຫລັງຮັບປະທານອາຫານສິ່ງສຳຄັນຍັງສາມາດແປຮູບ
    ໄດ້ຫລາຍຢ່າງເຊັ່ນ: ກ້ວຍອົບແຫ້ງ, ນ້ຳຫວານກ້ວຍແລະອື່ນໆອີກຫລາຍຢ່າງ. ແນວພັນທີ່ນິຍົມແມ່ນກ້ວຍຫອມ (AAAGorup) ໃຫ້ຜົນຜະລິດສູງ, ລົດຊາດຫວານຫອມດີ ແລະ ຫມາກໃຫຍ່.
    1.     ການປູກ.
    ກຽມດິນປູກ: ໄຖໃຫ້ເລິກພໍປະມານ1 ຄັ້ງຕາກດິນແລ້ວໄຖພວນ 1-2 ຄັ້ງໃຫ້ດິນຜຸຜຸ່ຍດີແລະຈະຊ່ວຍກຳຈັດວັດສະພືດຫລາຍກວ່າ 20% ຕ້ອງໄຖພວນຄືນໃຫມ່.
    ການກຽມຂຸມປູກ: ໄລຍະປູກລະຫວ່າງແຖວແລະຕົ້ນປະມານ 2x2 ແມັດ, ຂະຫນາດຂຸມປູກກວ້າງ, ຍາວແລະເລິກປະມານ 30x30x30 ຊັງຕີແມັດແລະຮອງພື້ນຂຸມດ້ວຍດິນປຸຍອິນຊີປະມານ5 ກິໂລຕໍ່ຂຸມ.
    -     ການກຽມພັນແລະການປູກ: ໃຊ້ຫນໍ່ພັນທີ່ສົມບູນປາສະຈາກສັດຕູພືດຄວາມຍາວຂອງຫນໍ່ 25-35 ຊັງຕີແມັດ, ມີໃບປະມານ 2-3 ໃບວາງຫນໍ່ພັນທີ່ກົ້ນພື້ນຂຸມຈັດວາງໃຫ້ຕົ້ນທີ່ຕິດຕົ້ນແມ່ຢູ່ໃນທິດທາງດຽວກັນເພື່ອໃຫ້ມີການອອກງອກໄປໃນທິດທາງ
    ດຽວກັນແລະສະດວກໃນການດູແລຮັກສາຖົມດິນບໍລິເວນຂຸມໃຫ້ແຫນ້ນແລະປົກຫຸ້ມດ້ວຍເຟືອງຫລືຫຍ້າແຫ້ງແລ້ວຫົດນ້ຳໃຫ້ຊຸ່ມ.
    -     ການໃຫ້ນ້ຳ: ຕ້ອງໃຫ້ນ້ຳຢ່າງສະຫມໍ່າສະເຫມີຕະຫລອດລະດູປູກເມື່ອຫນ້າດິນແຫ້ງຕ້ອງໃຫ້ນ້ຳ (ໂດຍເກັບຕົວຢ່າງດິນຈາກຜິວດິນເລິກ15 ຊັງຕີແມັດກຳເປັນກ້ອນຖ້າແບມືອອກແລ້ວແຕກຊະຄວນໃຫ້ນ້ຳເພີ່ມແກ່ຕົ້ນກ້ວຍ).
    -     ການໃຫ້ປຸຍ: ໃສ່ປຸຍຄັ້ງທີ1 ແລະ 2: ເມື່ອຕົ້ນກ້ວຍມີອາຍຸ 1 ແລະ 3 ເດືອນດ້ວຍສູດ 20-10-10  ຫລື 15-15-15 ຫລື ສູດໃກ້ຄຽງ 125-250 ກຣາມຕໍ່ຕົ້ນຕໍ່ຄັ້ງແລະຄັ້ງທີ3 ແລະ4: ເມື່ອອາຍຸ5 ແລະ7 ເດືອນດ້ວຍສູດ 13-13-21 ຫລື ສູດໃກ້ຄຽງໃນອັດຕາ125-250 ກຣາມຕໍ່ຕົ້ນຕໍ່ຄັ້ງໃສ່ປຸຍອິນຊີ(ຝຸ່ນຄອກຫລືປຸຍຫມັກ) ປີລະ 1-2  ຄັ້ງ.
    -     ການແຕກຫນໍ່: ຫລັງຈາກປູກກ້ວຍໄດ້ປະມານ5 ເດືອນໃຫ້ຕັດແຕ່ງຫນໍ່ເພື່ອໃຫ້ຕົ້ນແມ່ມີຄວາມສົມບູນ.
    -     ການຄ້ຳຢັນຕົ້ນ: ຕ້ອງໃຊ້ໄມ້ຄ້ຳຢັນຫລືດາມກ້ວຍທຸກຕົ້ນທີ່ອອກປີແລ້ວເພ່ື່ອປ້ອງກັນລຳຕົ້ນຫັກລົ້ມແລະຕະຫລອດລະດູການຄ້ຳຢັນ
    ໃຫ້ຢູ່ໃນສະພາບຫມັ້ນຄົງແຂງແຮງ.
    -     ການຫຸ້ມເຄືອແລະຕັດແຕ່ງຮູບຊົງຂອງໃບ: ການຫຸ້ມເຄືອຈະເຮັດຫລັງການຕັດປີບໍ່ເກີນ 15 ວັນເພື່ອໃຫ້ເປືອກກ້ວຍໃສງາມແລະປ້ອງກັນແມງໄມ້ທຳລາຍດ້ວຍຖົງຢາງສີຟ້າແບບເປີດທາງລຸ່ມໄດ້ໂດຍຫຸ້ມທັງເຄືອ
    ແລະຫຸ້ມທຸກເຄືອ. ສ່ວນການຕັດແຕ່ງຊົງໃບຄວນຕັດເມື່ອໃບເລີ່ມຫັກກ່ອນທີ່ຈະສຽດສີກັບເປືອກກ້ວຍຫລັງຈາກນັ້ນກໍ່ເລີ່ມເກັບກ່ຽວແລະບໍລິໂພກໄດ້.

ຄວາມຄິດເຫັນ

 

Free Web Hosting