1. ເລືອກດິນແນວໃດປູກຫມາກແຕງໃຫ້ງາມ

    ວັນທີ 20 ເມສາ 2013 ໝວດໝູ່ ການປູກໝາກແຕງ,
    1. ຫມາກ­ແຕງ​ເປັນ​ພືດ​ທີ່​ບໍ່​ຕ້ອງການ​ນ້ຳ​ຫລາຍ, ແຕ່​ກໍ່​ຂາດ​ນ້ຳບໍ່​ໄດ້​ສຳ­ລັບ​ໂຄງ​ສ້າງ​ຂອງ​ດິນ​ທີ່​ເຫມາະ​ສົມ​ກັບ​ການ​ປູກ​ຫມາກ­ແຕງ​ຄວນ​ມີ​ລັກ​ຊະ­ນະ​ເປັນ​ດິນປົນ​ຊາຍ, ມີ​ການ​ລະ­ບາຍ​ນ້ຳໄດ້​ດີ, ຄວນ​ມີ​ຄວາມ​ເປັນ​ກົດŒດ່າງ (PH) ຢູ່​ໃນ​ລະ­ຫວ່າງ 5,5Œ6,5 ໃນ​ສະ­ພາບ​ດິນ​ທີ່​ເປັນດິນ­ຊາຍ ຫລື ດິນ​ຫນຽວຈຳ­ເປັນ​ຕ້ອງ​ປັບ­ປຸງ​ດິນ​ກ່ອນ​ການ​ປູກໂດຍ​ການ​ໃຊ້​ຍ​ຝຸ່ນ​ກະ­ສິ­ກຳ​ອິນ​ຊີ ເຊັ່ນ ຝຸ່ນ​ຄອກ ຫລື ​ຝຸ່ນ​ຫມັກ​ທີ່​ລະ­ລາຍ​ຕົວ​ແລ້ວ ແລະ
    ລາຍລະອຽດ
    1. ຮູ້ຈັກກັບວິທີການປູກໝາກໂມໃຫ້ຜົນຜະລິດສູງ

    ວັນທີ 17 ມີນາ 2013 ໝວດໝູ່ ການປູກໝາກແຕງ,
    1. ແຕງ​ໂມ​ເປັນ​ຜັກ​ຕະ­ກູນ​ແຕງທີ່​ຄົນ​ເຮົາ​ຮູ້­ຈັກ​ກັນ​ດີ ແລະ ບໍ​ລິໂພກ​ກັນ​ມາ​ດົນ​ນານ​ແລ້ວນອກຈາກ​ນິ­ຍົມ​ບໍ­ລິ­ໂພກ​ຫມາກ​ແລ້ວ, ສ່ວນ​ຫມາກ​ອ່ອນ, ຍອດ​ອ່ອນ​ຍັງນຳ​ມາ​ໃຊ້​ໃນ​ການ​ປຸງ​ແຕ່ງ​ອາຫານ​ໄດ້​ຫລາຍ​ຊະ­ນິດ, ແຕງ​ໂມເປັນ​ພືດ​ທີ່​ປູກ​ໄດ້​ງ່າຍ, ສາ­ມາດປູກ​ໄດ້​ທົ່ວ​ທຸກ​ພາກ​ຂອງ​ປະ­ເທດ, ທຸກ​ລະ­ດູ​ການ​ຕະ­ຫລອດ​ປີ,ແຕງໂມ​ປູກ​ໄດ້​ກັບ​ດິນ​ເກືອບ​ທຸກ​ຊະ­ນິດແຕ່​ປູກ​ໄດ້​ດີ​ໃນ​ສະ­ພາບ​ດິນ​ລ້ວນປົນ​ຊາຍ, ເຊິ່ງ​ມີ​ສະ­ພາບ​ຄວາມເປັນ​ກົດ ແລະ ດ່າງ​ປະ­ມານ 5,0-7,5  ລະ­ບາຍ​ນ້ຳ​ໄດ້​ດີ.
    ລາຍລະອຽດ
    1. ຜົນໄດ້ຮັບຈາກການປູກຫມາກແຕງແຄນຕາລຸກ

    ວັນທີ 5 ເມສາ 2013 ໝວດໝູ່: ການປູກແຕງ
    1. ຫມາກແຕງແຄນຕາລຸກເປັນຫມາກແຕງຊະນິດຫນຶ່ງທີ່ຊາວກະສິກອນນຳເຂົ້າມາປູກເພາະເຫັນວ່າ ເປັນພືດໃຫ້ຫມາກທີ່ມີລົດຊາດດີ-ຫອມຫວານ ແລະ ໃຫ້ຜົນຜະລິດສູງ ເຊິ່ງປະຈຸ ບັນທີ່ເຫັນກັນຫລາຍແມ່ນທີ່ບ້ານສີມມະໂນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ມີຫລາຍຄອບຄົວນິຍົມກັນປູກ ແລະ ຍຶດຖືເປັນອາຊີບຫລັກໃນການສ້າງເສດຖະກິດຄອບ ຄົວ.
        ຄອບຄົວທ່ານ ຄຳແສນ ວົງ ພະຈັນ ຫລື ທ່ານ ຈັ້ງ ເປັນຄອບຄົວຫນຶ່ງເລີ່ມປູກຫມາກແຕງແຄນຕາລຸກເຫັນວ່າ ໄດ້ຮັບຜົນຕອບແທນສູງທ່ານເລົ່າສູ່ຟັງວ່າ: ເມື່ອກ່ອນຕົນເອງເປັນ ຄົນມັກ ແລະ ນິຍົມໃນການປູກພືດຜັກຊະນິດຕ່າງໆມາ ໂດຍຕະຫລອດ
    ລາຍລະອຽດ
    1. ວິທີປູກຫມາກອຶແບບປອດໄພ

    ວັນທີ 6 ເມສາ 2013 ໝວດໝູ່: ການປູກແຕງ
    1. ຫມາກ­ອຶ ຈັດ​ເປັນ​ພືດ​ໃນ​ຕະ­ກຸນ​ຫມາກ­ແຕງ​ທີ່​ໃຫ້​ປະ­ໂຫຍດຫລາຍ​ຢ່າງ​ເຊັ່ນ: ຫມາກ­ອຶ​ຈະ​ມີ​ກາກ​ໃຍ​ສູງ​ທີ່​ອຸ­ດົມ​ໄປ​ດ້ວຍ​ວິ­ຕາ­ມິນ​ເອ ແລະ ສານ​ຕໍ່­ຕ້ານ​ການ​ປະສົມ​ກັບ​ອອກ​ຊີ​ເຈນ​ກັບ​ເກືອ​ແຮ່ ແລະ ມີ​ກົດ​ໂປຣ​ໄພ​ໂອ​ນິກ, ເປັນກົດ​ທີ່​ເຮັດ​ໃຫ້​ເຊວ​ມະ​ເຮັງ​ອ່ອນລົງ,ເຊິ່ງ​ຈະ​ພົບ​ເຫັນ​ໃນ​ແກ່ນ, ຮາກ, ກ້ານ, ນ້ຳ­ມັນ​ຈາກ​ແກ່ນ ແລະ ໃຍ​ກາງ​ຫນ່ວຍ. ຫມາກ­ອຶ​ເປັນ​ພືດ​ທີ່​ຄົນ​ສ່ວນ​ຫລາຍ​ນິ­ຍົມ​ບໍ­ລິ­ໂພກ, ມີ​ຂະ­ຫນາດ​ນ້ຳຫນັກ​ຫນ່ວຍ​ຫນຶ່ງ​ສະ­ເລ່ຍ 2-3 ກິ​ໂລກ​ຣາມ, ເປືອກ​ມີ​ສີ­ຂຽວຄ້ຳ, ຮ່ອງ​ຫມາກ​ເປັນ​ພູ​ສະ​ຫມ່ຳສະ­ເຫມີ ຫລື ເປືອກ​ແບບ​ຫນັງຄັນ­ຄາກ, ເນື້ອ​ສີ​ເຫລຶອງ​ຫນາ ແລະ ຫນຽວ.
        ພັນ​ຫມາກ­ອຶ​ທີ່​ຊາວ​ກະ​ສິກອນ​ນິ­ຍົມ​ປູກ​ເປັນ​ສິນ­ຄ້າ​ສ່ວນໃຫຍ່​ຈະ​ຊື້​ພັນ​ລູກ​ປະ­ສົມ​ທີ່​ມີ​ລາຄາ​ແພງ, ໃຫ້​ຜົນ​ຜະ­ລິດ​ສູງ​ແຕ່​ບໍ່​ສາ­ມາດ​ເກັບ​ແກ່ນ​ໄວ້​ເຮັດ​ແນວພັນ​ຕໍ່​ໄດ້.
    ລາຍລະອຽດ
Free Web Hosting