ກະລ່ຳດອກ
  1.  

                              ກະລ່ຳດອກ

     

ການປູກກະຫຼໍ່າດອກ
ກະ​ລ່ຳ​ດອກ​ເປັນ​ພືດ​ຜັກ ທີ່​ເຮົາ​ໃຊ້​ບໍ­ລິ­ໂພກ​ພາກ­ສ່ວນ​ລຳ­ຕົ້ນ​ທີ່​ຄ້າຍ​ດອກ ເຊິ່ງ​ມີ​ລັກ­ສະ­ນະ​ເປັນ​ກ້ອນ​ສີ­ຂາວ ແຕ່​ກ່ອນ​ຜັກ​ຊະ­ນິດ​ນີ້​ຕ້ອງ​ປູກ​ໃນ​ເຂດ​ຫນາວ ແຕ່​ໃນ​ປະ­ຈຸ​ບັນ​ເພິ່ນ​ໄດ້​ຄົ້ນ­ຄວ້າ​ກະ​ລ່ຳ​ດອກ​ພັນ​ໃຫມ່​ທີ່​ສາ­ມາດ​ປູກ​ໄດ້ ທັງ​ລະ­ດູ­ແລ້ງ ແລະ ລະ­ດູ­ຝົນ ແຕ່​ຕ້ອງ​ເປັນ​ບ່ອນ​ທີ່​ມີ​ອາ­ກາດ​ເຢັນ​ພໍ​ສົມ­ຄວນ​ໃນ​ເວ­ລາ​ກາງ­ຄືນ.
    ລັກ­ສະ­ນະ​ທົ່ວ​ໄປ. ກະ​ລ່ຳ​ດອກ​ເປັນ​ພືດ​ໃນ​ຕະ­ກຸນ Crucifera ຊື່​ວິ­ທະ­ຍາ­ສາດ: Brassica oleracea var botrytis Linn. ສາ­ມາດ​ປູກ​ໄດ້​ໃນ​ດິນ​ເກືອບ​ທຸກ​ຊະ­ນິດ ໃຫ້​ດີ​ແທ້​ຕ້ອງ​ເປັນ​ປະ­ເພດ​ດິນ​ຮ່ວນ​ປົນ​ຊາຍ ມີ​ຄວາມ​ເປັນ​ກົດ​ເປັນ​ດ່າງ pH 6.5-6.8 ຫລື ເປັນ​ກົດ​ອ່ອນ ຕ້ອງ­ການ​ອຸນ­ຫະ­ພູມ​ອາ­ກາດ ໃນ​ເວ­ລາ​ຈະ­ເລີນ​ເຕີບ​ໂຕ ປະ­ມານ 24 ອົງ­ສາ​ເຊ.
ພັນ​ທີ່​ໃຊ້​ປູກ.
      ການ​ປູກ​ກະ​ລ່ຳ​ດອກ​ໃຊ້​ພັນ ເອີ​ລີ​ໂນ​ບອນ ຫລື ພັນ​ອື່ນໆ ທີ່​ມີ​ອາ­ຍຸ​ສັ້ນ ເກັບ​ກ່ຽວ​ໄດ້​ພາຍ​ໃນ 60 ວັນ. ປະ­ຈຸ​ບັນ​ນີ້​ມີ​ເມັດ​ພັນ​ຂາຍ​ທົ່ວ​ໄປ ປູກ​ໄດ້​ຕະ­ຫລອດ​ປີ.
ການ​ກຽມ​ດິນ.
·         ການ​ກຽມ​ດິນ​ຫນານ​ກ້າ: ໃຫ້​ຂຸດ ຫລື ໄຖ​ເລິກ​ປະ­ມານ 10-15 ຊັງ​ຕີ​ແມັດ, ຕາກ​ດິນ​ໄວ້​ປະ­ມານ 5-7 ວັນ ໃສ່​ຝຸ່ນ​ຄອກ ຫລື ຝຸ່ນ​ບົ່ມ​ໃຫ້​ຫລາຍ ຄົນ​ເຂົ້າ­ກັນ​ໃຫ້​ທົ່ວ, ພວນ ແລະ ມອບ​ດິນ​ໃຫ້​ລະ­ອຽດ ຍົກ​ເປັນ​ຫນານ.
·         ການ​ກຽມ​ຫນານ​ປູກ: ກະ​ລ່ຳ​ດອກ​ເປັນ​ພືດ​ທີ່​ມີ​ລະ­ບົບ​ຮາກ​ຕື້ນ ການ​ກຽມ​ດິນ​ໃຫ້​ເລິກ​ປະ­ມານ 15-20 ຊັງ​ຕີ​ແມັດ, ຕາກ​ດິນ​ໄວ້ 7-10 ວັນ, ໃສ່​ຝຸ່ນ​ບົ່ມ ຫລື ຝຸ່ນ​ຄອກ​ໃຫ້​ຫລາຍ, ປົນ​ດິນ​ໃຫ້​ລະ­ອຽດ, ເກັບ​ຫຍ້າ ແລະ ເສດ​ໄມ້​ອອກ​ໃຫ້​ຫມົດ, ຍົກ​ເປັນ​ໜານ​ກຽມ​ປູກ​ຕໍ່​ໄປ.
ການ​ປູກ.
·         ການ​ກ້າ­ແກ່ນ: ກະ​ລ່ຳ​ດອກ​ຕ້ອງ​ກ້າ​ອອກ​ໃຫ້​ເປັນ­ຕົ້ນ​ກ້າ ອາ­ຍຸ​ປະ­ມານ 1 ເດືອນ ແລ້ວ​ຈິ່ງ​ຍ້າຍ​ໄປ​ປູກ​ຢູ່​ຫນານ. ຫລັງ​ຈາກ​ກຽມ​ດິນ​ຫນານ​ກ້າ​ແລ້ວ ໃຫ້​ຫວ່ານ​ເມັດ​ທົ່ວ​ພື້ນ​ຫນານ ແລ້ວ​ຫວ່ານ​ຝຸ່ນ​ຄອກ ຫລື ຝຸ່ນ​ບົ່ມ ຫລື ດິນ​ລະ­ອຽດ​ປົກ​ຫນາ​ບໍ່​ເກີນ 1 ຊັງ​ຕີ​ແມັດ ຫົດ​ນ້ຳ​ໃຫ້​ຊຸ່ມ​ແລ້ວ​ປົກ​ດ້ວຍ​ຫຍ້າ ຫລື ເຟືອງ​ແຫ້ງ. ເມື່ອ​ຕົ້ນ​ກ້າ​ມີ​ໃບ​ແທ້ ໃຫ້​ຖອນ​ແຍກ​ຕົ້ນ​ທີ່​ບໍ່​ສົມ­ບູນ ຫລື ຕົ້ນ​ທີ່​ບຽດ​ສີ​ກັນ​ອອກ ພ້ອມ​ທັງ​ຈັດ​ໄລ­ຍະ​ໃຫ້​ຕົ້ນ​ຫ່າງ​ກັນ​ປະ­ມານ 5-10 ຊັງ​ຕີ​ແມັດ.
·         ການ​ປູກ​ລົງ​ຫນານ: ຫລັງ​ຈາກ​ຕົ້ນ​ກ້າ​ມີ​ໃບ​ແທ້ ຫລື ອາ­ຍຸ​ປະ­ມານ 30ວັນ ໃຫ້​ຍ້າຍ​ປູກ​ຢູ່​ຫນານ ໂດຍ​ໃຊ້​ໄລ­ຍະ​ຫ່າງ​ຕົ້ນ​ຕໍ່​ຕົ້ນ ປະ­ມານ 40ຊັງ​ຕີ​ແມັດ, ໄລ­ຍະ​ຫ່າງ​ແຖວ​ຕໍ່​ແຖວ 60ຊັງ​ຕີ​ແມັດ. ການ​ປູກ​ໃຫ້​ຂຸດ​ຂຸມ​ກວ້າງ 1,5ຊັງ​ຕີ​ແມັດ, ເລິກ 10ຊັງ​ຕີ​ແມັດ ແລ້ວ​ຈິ່ງ​ນຳ​ຕົ້ນ​ກ້າ​ມາ​ລົງ​ປູກ​ໃສ່​ຂຸມ ຖົມ​ດິນ​ບໍ­ລິ­ເວນ​ຕົ້ນ​ໃຫ້​ແຫນ້ນ ໃຊ້​ເຟືອງ ຫລື ຫຍ້າ​ແຫ້ງ​ປົກ​ຕົ້ນ ຫົດ​ນ້ຳ​ໃຫ້​ຊຸ່ມ ການ​ຍ້າຍ​ເບ້ຍ​ຄວນ​ຍ້າຍ​ຕອນ​ບ່າຍ ຫລື ເວ­ລາ​ຟ້າ​ບົດ ຢ່າ​ໃຫ້​ຮາກ​ໄດ້​ຮັບ​ການ​ກະ­ທົບ­ກະ­ເທືອນ.
ການ​ບົວ­ລະ­ບັດ​ຮັກ­ສາ.
·         ການ​ໃສ່​ຝຸ່ນ: ຝຸ່ນ​ທີ່​ແນະ­ນຳ​ໃຫ້​ໃສ່​ກັບ​ກະ​ລ່ຳ​ດອກ​ຄື: ຝຸ່ນ NPK ສູດ 15-15-15 ຫລື 13-13-21 ຫລຶ ສູດ​ອື່ນໆ​ທີ່​ໃກ້​ຄຽງ ໃສ່​ໃນ​ອັດ­ຕາ 300-600 ກິ​ໂລ​ຕໍ່​ເຮັກ­ຕາ ຂຶ້ນ​ຢູ່​ກັບ​ຄວາມ​ອຸ­ດົມ­ສົມ­ບູນ​ຂອງ​ດິນ. ການ​ໃສ່​ຝຸ່ນ​ເທື່ອ​ທຳ​ອິດ​ໃສ່​ເປັນ​ຝຸ່ນ​ຮອງ​ພື້ນ​ກ່ອນ​ປູກ, ເທື່ອ​ທີ 2 ໃສ່​ຫລັງ​ງ​ຈາກ​ປູກ​ໄດ້ 30-40 ວັນ ໂຮຍ​ຂ້າງ​ຫ່າງ​ຈາກ​ຕົ້ນ​ເລັກ​ນ້ອຍ​ແລ້ວ​ພວນ​ດິນ​ປົກ.
·         ການ​ໃຫ້​ນ້ຳ: ເປັນ​ພືດ​ທີ່​ຕ້ອງ­ການ​ຄວາມ​ຊຸ່ມ​ຊື່ນ​ໃນ​ດິນ​ສູງ​ໃນ​ເວ­ລາ​ການ​ຈະ­ເລີນ​ເຕີບ​ໂຕ ຄວນ​ຫົດ​ນ້ຳ​ໃຫ້​ພຽງ­ພໍ ແລະ ສະ​ຫມ່ຳ​ສະ­ເຫມີ​ທັງ​ຕອນ​ເຊົ້າ ແລະ ຕອນ​ແລງ.
·         ການ​ຄຸມ​ດິນ (ປົກ​ດິນ): ວັດ­ຖຸ​ທີ່​ໃຊ້​ໃນ​ການ​ປົກ​ຄຸມ​ດິນ​ຄື: ເຟືອງ​ແຫ້ງ ຫລື ຫຍ້າ​ແຫ້ງ ນອກ­ຈາກ​ນັ້ນ​ຍັງ​ໃຊ້​ວັດ­ຖຸ​ອື່ນໆ ທີ່​ຫາ​ໄດ້​ໃນ​ທ້ອງ­ຖິ່ນ​ທີ່​ມີ​ລາ­ຄາ​ຖືກ ການ​ປົກ​ຄຸມ​ດິນ​ຈະ​ເຮັດ​ໃຫ້​ດິນ​ສາ­ມາດ​ເກັບ​ຮັກ­ສາ​ຄວາມ​ຊຸ່ມ​ຊື່ນ​ໄວ້​ໄດ້​ດົນ ແລະ ເຫມາະ​ສົມ​ແກ່​ການ​ຈະ­ເລີນ​ເຕີບ​ໂຕ ທັງ​ເປັນ​ການ​ກຳ­ຈັດ​ຫຍ້າ​ອີກ​ດ້ວຍ.
·         ການ​ປ້ອງ​ກັນ ແລະ ກຳ­ຈັດ​ຫຍ້າ: ຫຍ້າ​ທຸກ​ຊະ­ນິດ​ເປັນ​ຕົວ​ຍາດ​ແຍ່ງ​ອາ­ຫານ​ຈາກ​ພືດ​ທີ່​ເຮົາ​ປູກ ຖ້າ​ມີ​ຫຍ້າ​ຂຶ້ນ​ຕ້ອງ​ກຳ­ຈັດ​ໄວ ບໍ່​ດັ່ງ­ນັ້ນ​ຈະ​ລຳ­ບາກ ແລະ ເສຍ​ຄ່າ​ໃຊ້​ຈ່າຍ​ເພີ່ມ​ຂຶ້ນ. ການ​ປ້ອງ​ກັນ ແລະ ກຳ­ຈັດ​ຫຍ້າ​ອາດ​ໃຊ້​ແຮງ​ງານ​ຄົນ​ຫລົກ.
·         ການ​ຄຸມ​ດອກ: ເມື່ອ​ດອກ​ມີ​ຂະ­ຫນາດ​ເສັ້ນ​ຜ່າ​ສູນ​ກາງ 5-7 ຊັງ​ຕີ​ແມັດ ຫລື ດອກ​ໃຫ່​ຍ​ຈົນ​ໄດ້​ຂະ­ຫນາດ​ແລ້ວ ໃຫ້​ຮວບ​ໃບ​ທີ່​ຊານ​ດອກ 3-4 ໃບ ເຂົ້າ​ຫາ​ກັນ​ພຽງ​ຫລົມໆ ແລ້ວ​ມັດ​ໄວ້​ຈະ​ເຮັດ​ໃຫ້​ດອກ​ມີ​ສີ​ຂາວ­ນວນ ເປັນ​ຫນ້າ​ບໍ­ລິ­ໂພກ.
ການ​ເກັບ​ກ່ຽວ.
      ສຳ­ລັບ​ພັນ​ດໍ ແມ່ນ​ນິ­ຍົມ​ປູກ​ຢູ່​ບ້ານ​ເຮົາ ອາ­ຍຸ​ການ​ເກັບ​ກ່ຽວ​ປະ­ມານ 60 ວັນ ຫລັງ​ຈາກ​ຫວ່ານ­ກ້າ ແຕ່​ຖ້າ​ເປັນ​ພັນ​ປີ​ຕ້ອງ​ໃຊ້​ເວ­ລາ​ເຖິງ 90 ວັນ ຫລື ຫລາຍ​ກວ່າ​ນີ້​ເລັກ​ນ້ອຍ. ກະ​ລ່ຳ​ດອກ​ຄວນ​ເລືອກ​ເກັບ​ຕອນ​ດອກ​ຍັງ​ອ່ອນ​ແຕ່​ດອກ​ໃຫ່​ຍ​ຄື: ຫນ້າ​ດອກ​ພຽງ​ເມື່ອ ດອກ​ພໍ­ດີ​ເກັບ​ແລ້ວ ໃຫ້​ເອົາ​ໃບ​ຄຸມ​ອອກ​ຫລັງ​ຈາກ​ຄຸມ​ດອກ 5-7 ວັນ ຫລື ຫລາຍ​ກວ່າ​ນີ້​ກໍ່​ສາ­ມາດ​ເກັບ​ກ່ຽວ​ໄດ້. ໃຊ້​ມີດ­ຕັດ​ຕົ້ນ​ກະ​ລ່ຳ​ດອກ​ໃຫ້​ມີ​ສ່ວນ​ຂອງ​ໃບ​ບໍ­ລິ­ເວນ​ໃກ້​ດອກ​ຕິດ​ມາ​ນຳ 2-3 ໃບ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ດອກ​ບອບ​ຊ້ຳ​ໃນ​ເວ­ລາ​ຂົນ­ສົ່ງ.

 

ຄວາມຄິດເຫັນ

 

Free Web Hosting