1. ສຸພາສິດໝວດທີ່ເປັນຄຳເວົ້າທຳມະດາ1

    ວັນທີ 6 ເມສາ 2013 ໝວດໝູ່ ສຸພາສິດ
    1. 1. ເກົ້າອົດເກົ້າເຍື້ອນ ຫາກຊິໄດ້ທ່ອນຄຳ. (ຄວາມບູຮານ)
    2. 2. ເກີດເປັນຄົນ ໃຫ້ຮຽນຄວາມຮູ້. (ໜັງສືສຽວສະຫວາດ)
    3. 3. ເຂົ້າເຕັມເລົ້າ ນັ່ງເວົ້າກໍຄື ເງິນເຕັມຖົງ ເວົ້າໂກງກໍໄດ້. (ຄວາມບູຮານ)
    4. 4. ເຂົ້າເຕັມເລົ້າ ນັ່ງເວົ້າກໍຄື ເງິນເຕັມຖັງ ເວົ້າຫຍັງກໍ່ໄດ້.
    5. 5. ເຂົ້າເພິ່ນຂາວ ລູກສາວເພິ່ນແຮງ ແກງເພິ່ນແຊບ ປາແດກເພິ່ນນົວ ຜົວເພິ່ນດີ ຄອບເມຍເພິ່ນຊ່າງ. (ຄວາມບູຮານ)
    ລາຍລະອຽດ
  1. ສຸພາສິດໝວດທີ່ເປັນຄຳເວົ້າທຳມະດາ2

ວັນທີ 6 ເມສາ 2013 ໝວດໝູ່ ສຸພາສິດ
  1. 1. ເຮັດເປັນມືຈຶ່ງເຫັນໜ້າປ້າ ເຮັດບໍ່ເປັນມື ນ້າຜູ້ດຽວກໍເປັນເພິ່ນ. (ໜັງສືສຽວສະຫວາດ)
  2. 2. ເຮັດອັນໃດໃສ່ໃຈອັນນັ້ນ ຊູ້ເຂ່ຍຂ້າງພັນຊັ້ນຢ່າຫຼຽວ. (ໜັງສືສຽວສະຫວາດ)
  3. 3. ເຮັດໃຫ້ມັນສຸດ ຂຸດໃຫ້ມັນເຖິງ. (ຄວາມບູຮານ)
  4. 4. ເຮັດວຽກຢ່າຜັດວັນ ປະກັນຢ່າຜັດມື້. (ຄວາມບູຮານ)
  5. 5. ເຮັດໄຮ່ພໍກະຈາ ເຮັດນາພໍກະເທີນ ເລີຍບັງເອີນໄດ້ທຸກ. (ຄວາມບູຮານ)
  6. 6. ເຮັດບຸນເອົາໜ້າ ພາວະນາເອົາລາບ.
ລາຍລະອຽດ
  1. ສຸພາສິດໝວດທີ່ເປັນຄຳເວົ້າທຳມະດາ3

ວັນທີ 6 ເມສາ 2013 ໝວດໝູ່ ສຸພາສິດ
  1. 1. ກຳລັງແຮງຂອງໝູ່ຍາດຕິພີ່ນ້ອງ ທີ່ສາມັກຄີກັນທຳປະໂຫຍດນັ້ນ ແມ່ນກຳລັງຂອງພຣະຍາອິນ ກໍບໍ່ສາມາດປ້ານໄວ້ໄດ້.   (ຈາກຄັມພີປັນຈະຕັນຕຣະ)
  2. 2. ກັນດີກວ່າແກ້ ແຮດີກວ່າລົ້ວ ເອົາຜົວດີກວ່າຢູ່ປ່ຽວ. (ຄວາມບູຮານ)
  3.   ກົກຮ້າຍປາຍດີ. (ຄວາມບູຮານ)
  4. 3. ກົບໂຕນ້ອຍໆ ທຳທ່າຣາຊະສີ ເມື່ອຖືກກາສັບຕອດ ກໍມີແຕ່ຮ້ອງແອບໆ, ຄົນບໍ່ມີປັນຍາທຳທ່າເໝືອນນັກປຣາດ ເມື່ອຖືກຜູ້ຮູ້ຖາມ   ກໍມີແຕ່ເວົ້າ ອ່າອະ ອ່າອະ.
ລາຍລະອຽດ
  1. ສຸພາສິດໝວດທີ່ເປັນຄຳເວົ້າທຳມະດາ4

ວັນທີ 6 ເມສາ 2013 ໝວດໝູ່ ສຸພາສິດ
  1. 1. ຄົນຜູ້ມີຄວາມດີ ສະເໝີດ້ວຍສັບພັນຍູ ຖ້າບໍ່ມີຄົນຊູ ກໍບໍ່ສະຫງ່າງາມ ດັ່ງດຽວກັນກັບແກ້ວມະນີ ທີ່ມີຄ່າມາກ    ແຕ່ບໍ່ມີວັງແຫວນເປັນທີ່ອາໃສ ກໍບໍ່ງາມສັນນັ້ນ. (ຈາກຄັມພີໂລກະນິຕິ)
  2. 2. ຄົນນອກຕຳຣາ 7 ຈຳພວກຄື:
    1.        1. ຄົນມັກເຫງົານອນ.
    2.        2. ຄົນປະໝາດ.
    3.        3. ຄົນມີຄວາມສຸກສະບາຍ.
ລາຍລະອຽດ
  1. ສຸພາສິດໝວດທີ່ເປັນຄຳເວົ້າທຳມະດາ5

ວັນທີ 6 ເມສາ 2013 ໝວດໝູ່ ສຸພາສິດ
  1. 1. ງົວຄວາຍເຫັນແກ່ຫຍ້າ ຂີ້ຂ້າເຫັນແກ່ກິນແກ່ນອນ. (ຄວາມບູຮານ)
  2. 2. ງົວໂຕດຽວ ກິນຫຍ້າແຜກໝູ່ ຮ່າບໍ່ພໍ້ກໍເສືອກິນ. (ຄວາມບູຮານ)
  3. 3. ງົມເຂັມໃນມະຫາສະໝຸດ. (ຄວາມບູຮານ)
  4. 4. ງາມແຕ່ຮູບຈູບບໍ່ຫອມ. (ຄວາມບູຮານ)
  5. 5. ຈະເອົາແພ້ຄົນຊັ້ນສູງໄດ້ ດ້ວຍການອ່ອນນ້ອມ, ຈະເອົາແພ້ຄົນເກັ່ງກ້າໄດ້ ດ້ວຍການກະທຳເຖິງຂັ້ນແຕກຫັກ, ຈະເອົາແພ້ຄົນຊັ້ນຕ່ຳໄດ້ ດ້ວຍການໃຫ້ສິ່ງຂອງພຽງເລັກນ້ອຍ, ຈະເອົາແພ້ຄົນສະເໝີກັນໄດ້ ດ້ວຍການພຽນເຮັດວຽກ. (ຈາກຄັມພີໂລກະນິຕິ)
ລາຍລະອຽດ

 

Free Web Hosting