ວິທີປູກເຫັດຫອມ
  1.  

                         ວິທີປູກເຫັດຫອມໃຫ້ໄດ້ຜົນດີ

     


            ສຳ­ລັບການ​ປູກ​ເຫັດ​ຫອມ​ກໍ່​ເປັນ​ອີກ​ວິ­ທີ​ການ​ຫນຶ່ງ​ຂອງ​ທາງ​ເລືອກ​ໃຫ້​ຊາວ​ກະ­ສິ­ກອນຫາກ​ມີ​ຄວາມ​ສົນ­ໃຈ​ໃນ​ການ
    ​ເພາະ​ປູກ​ເຫັດ​ຫອມ, ໂດຍ​ການ​ຫັນ​ມາ​ປະ­ກອບ​ອາ­ຊີບ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ຫລັກ, ສ່ວນ​ຜູ້​ທີ່​ປູກ​ຢູ່ ແລ້ວ­ແຕ່​ຍັງ​ບໍ່​ທັນ​ປະ­ສົບ​ຜົນ­ສຳ­ເລັດ​ວິ­ທີ​ນີ້​ກໍ່​ອາດ​ຊ່ວຍ​ທ່ານ​ໄດ້ໃນ​ການ​ສ້າງ​ລາຍ​ໄດ້​ໃຫ້​ກັບ​ຄອບ­ຄົວ, ເຮັດ​ໃຫ້​ຄອບ­ຄົວ​ກຸ້ມ​ຢູ່​ກຸ້ມ​ກິນ.
           ການ​ປູກ​ເຫັດ​ຫອມ​ຕ້ອງ​ກະ­ກຽມ​ອຸ­ປະ­ກອນ​ເຊັ່ນ: ວັດ​ສະ​ດຸ​ທີ່​ນຳ​ມາ​ປູກ​ໃຫ້​ໄດ້​ຮັບຜົນ​ດີ​ໄດ້­ແກ່​ຂີ້​ເລື່ອຍ​ຈາກ​ໄມ້​ຫມາກ­ຂາມ, ຮອງ​ລົງ​ມາ​ແມ່ນ​ໄມ້​ຢາງ­ພາ­ລາ, ຂີ້​ເລື່ອຍ​ໄມ້​ກະຖິນ ແລະ ວັດ­ຖຸ​ເສີມເຊິ່ງ​ມີ​ສ່ວນ​ປະ­ສົມ​ຂອງ​ຂີ້​ເລື່ອຍ 100 ກິ​ໂລກຣາມ, ຮຳ 5 ກິ​ໂລກຣາມ, ນ້ຳ­ຕານ​ຊາຍ 2 ກິ​ໂລກ​ຣາມ, ເກືອ 0,2 ກິ​ໂລກ​ຣາມ, ຍິບ​ຊ່ຳ 0,5 ກິ​ໂລກ​ຣາມ, ປະ­ສົມ​ນ້ຳ​ໃຫ້​ມີ​ຄວາມ​ຊຸ່ມ 55-Œ65%, ຖົງ​ຢາງ​ທົນ​ຄວາມ​ຮ້ອນ ແລະ ອຸ­ປະກອນ​ການ​ປູກ​ເຫັດ​ໃນ​ຖົງ​ຢາງ, ຫມໍ້​ນຶ້ງ​ຄວາມ­ດັນ ຫລື ຖັງ​ນຶ້ງ​ບໍ່​ອັດ​ຄວາມ­ດັນພ້ອມ​ອຸປະ­ກອນ​ການ​ໃຫ້​ຄວາມ​ຮ້ອນ​ໃນ​ການ​ນຶ້ງ​ເພື່ອ​ຂ້າ​ເຊື້ອ, ເຮືອນ ຫລື ສະຖານ​ທີ່​ບົ່ມ​ເສັ້ນ​ໃຍ ແລະ ໃຫ້​ຜົນ​ຜະ­ລິດ.
    ວິ­ທີ​ປູກ: ປະ­ສົມ​ວັດ­ຖຸ​ປູກ ແລະ ວັດ­ຖຸ​ເສີມ​ທັງ​ຫມົດ​ໃຫ້​ເຂົ້າກັນ, ຢ່າ​ໃຫ້​ແຫ້ງ ຫລື ປຽກ​ຈົນ​ເກີນ​ໄປໃຫ້​ວັດ­ຖຸ​ພໍ​ຈັບ​ຕົວ​ກັນໄດ້, ເມື່ອ​ບີບ​ເບິ່ງ​ຕ້ອງ​ບໍ່​ໃຫ້​ມີ​ນ້ຳ​ຢອດຫາກ​ເວ­ລາ​ປ່ອຍ​ມື​ອອກ​ສ່ວນ​ປະ­ສົມ​ດັ່ງ­ກ່າວ​ຕ້ອງ​ບໍ່​ແຕກອອກ​ຈາກ​ກັນ​ບັນ­ຈຸ​ສ່ວນ​ປະ
    ­ສົມ​ລົງ​ໃນ​ຖົງ​ຢາງ​ທົນ​ຄວາມ​ຮ້ອນ​ອັດ​ແຫນ້ນ​ພໍ­ປະ­ມານ, ໃສ່​ຖົງ​ລະ 0,5Œ1 ກິ​ໂລກ​ຣາມ, ຫລັງ​ຈາກ​ນັ້ນເອົາ​ສຳ­ລີ​ປິດ​ປາກຖົງ ແລະ ປິດ​ທັບ​ດ້ວຍ​ກະ​ດອນ ຫລື ຝາ​ຄອບ​ກັນ​ອາຍ​ນ້ຳແລ້ວ​ນຳ­ໄປ​ນຶ້ງ​ຂ້າ​ເຊື້ອ​ດ້ວຍ​ຫມໍ້​ນຶ້ງ​ຄວາມ­ດັນ​ເປັນ​ເວ­ລາ 40 ນາ­ທີ​ຫາ1ຊົ່ວ­ໂມງ​ດ້ວຍ​ຄວາມ­ດັນ 15-Œ20 ໄມ​ໂຄຣ​ຊີ​ເມັນ​ຕໍ່​ຊັງ​ຕີແມັດ​ກ້ອນ (ຫລື ໃຊ້​ຖັງ​ນຶ້ງ​ບໍ່ອັດຄວາມ­ດັນ​ກໍ່​ໄດ້­ຜົນ​ດີ​ພໍ​ສົມ­ຄວນໂດຍ​ເລີ່ມ​ຈັບ​ເວ­ລາ​ຕັ້ງ­ແຕ່​ອາຍ​ນ້ຳ​ຮ້ອນ​ຟົດ​ສະ​ຫມ່ຳ​ສະ­ເຫມີ​ເປັນ​ເວ­ລາ 2Œ4 ຊົ່ວ­ໂມງ, ຕ້ອງ​ຮັກ­ສາ​ລະ­ດັບ​ອາຍ​ນ້ຳ​ຕະ­ຫລອດ​ເວ­ລາ​ດ້ວຍ​ການ​ປັບ​ຄວາມ​ຮ້ອນ​ໃຫ້​ມີ​ອຸນຫະ­ພູມ​ໃນ​ຖັງ​ນຶ້ງ 85Œ-100 ອົງ­ສາ​ເຊ​ຕະ­ຫລອດ​ເວ­ລາ) ແລ້ວ​ປະ​ໃຫ້​ເຢັນ, ຈາກ​ນັ້ນ​ໃຫ້​ແກະ​ກະ​ດອນ ຫລື ຝາ​ຄອບ​ອອກ, ເປີດ​ສຳ­ລີ​ແລ້ວ​ໃສ່​ເຊື້ອ​ເຫັດ (ນິ­ຍົມ​ໃຊ້​ຫົວ​ເຊື້ອ​ເຫັດ​ຈາກ​ເມັດ​ເຂົ້າ) ຄວນ​ເຮັດ​ໃນ​ບໍ­ລິ­ເວນ​ທີ່​ສະ­ອາດ, ປ້ອງ​ກັນ​ການ​ປົນ​ເປື້ອນ​ຂອງ​ເຊື້ອ​ໂລກແລ້ວ​ນຳ­ໄປ​ບົ່ມ​ເສັ້ນ​ໃຍ, ການ​ບົ່ມ​ເສັ້ນ​ໃຍ​ໄລ­ຍະ​ເວ­ລາ​ທີ່​ບົ່ມ​ເສັ້ນ​ໃຍ 3-Œ4 ເດືອນ, ຂຶ້ນ​ກັບ​ນ້ຳ­ຫນັກ​ອາ­ຫານ​ທີ່​ໃຊ້ ຫລື ມີ​ການ​ສ້າງ​ຕຸ່ມ​ດອກ​ປະ­ມານ 2/3 ຂອງ​ກ້ອນ​ເຊື້ອ.
    ການ​ດູ​ເລ​ຮັກ­ສາ: ອຸນ​ຫະ​ພູມ​ຂອງ​ການ​ບົ່ມ​ເສັ້ນ​ໃຍ​ເຫັດ​ຫອມ​ທີ່​ດີ​ທີ່​ສຸດ​ຄື ອຸນ­ຫະ­ພູມ 25 ອົງ­ສາ​ເຊ.
    ການ​ເຮັດ​ຫ້ອງ ຫລື ເຮືອນ​ທີ່​ຕັ້ງ​ຢູ່​ໃຕ້​ຮົ່ມ​ເງົາ​ໄມ້ສຳ­ລັບ​ບົ່ມເສັ້ນ​ໃຍ​ຢ່າງ​ງ່າຍ​ເຊັ່ນ: ເຮັດຈາກ​ຫຍ້າ​ຄາ, ເຟືອງ, ໄມ້­ໄຜ່​ອື່ນໆ​ກໍ່​ໄດ້ ແລະ ມີ​ການ​ໃຫ້​ນ້ຳ​ພາຍ​ນອກ​ເຮືອນ ຫລື ບໍ­ລິ­ເວນ​ພື້ນ​ຂອງ​ເຮືອນ​ເປັນ​ບາງ​ຄັ້ງ​ຄາວເມື່ອ​ອຸນ­ຫະ­ພູມ​ສູງ​ກວ່າ 25 ອົງ­ສາ​ເຊ, ສຳ­ລັບ​ຄວາມ​ຊຸ່ມ​ຂອງ​ໄລ­ຍະ​ບົ່ມ​ເສັ້ນ​ໃຍ​ນີ້​ແມ່ນ​ຕ້ອງ­ການ​ຄວາມ​ຊຸ່ມ​ໃນ​ບັນ­ຍາ­ກາດ​ໃນ​ລະ­ດັບ​ປົກ­ກະ­ຕິ​ປະ­ມານ 50%, ບໍ່​ຕ້ອງ​ຫົດ​ນ້ຳ​ທີ່​ຖົງ​ເຫັດ, ຖ້າ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ຫົດ​ນ້ຳ​ເຮືອນ​ຕ້ອງ​ລະ­ວັງ​ບໍ່​ໃຫ້​ນ້ຳ​ຖືກ​ສຳ­ລີ​ທີ່­ຢູ່​ປາກ​ຖົງ​ຢາງເພາະ​ຈະ​ເປັນ​ທາງ​ເຮັດ​ໃຫ້​ເກີດ
    ​ເຊື້ອ​ໂລກ​ໄປ​ທຳ­ຮ້າຍ​ເຊື້ອ​ເຫັດ​ໄດ້ຄວາມ​ຊຸ່ມ​ສຳ​ຜັັດ​ທີ່​ເຫມາະ​ສົມ​ຕໍ່​ການ​ສ້າງ​ດອກ​ເຫັດ ແລະ ການ​ຈະ­ເລີນ​ຂອງ​ດອກ​ເຫັດ​ຢູ່​ລະ­ຫວ່າງ 80Œ-90% ແລະ 60Œ-70% ຕາມ​ລຳ­ດັບ​ການ​ຜ່ານ​ລົມ​ເຢັນ​ໃນ​ຂະ­ນະ​ດອກ​ເຫັດ​ໃຫຍ່​ຈະ​ເຮັດ​ໃຫ້​ໃບ​ເຫັດ​ແຕກ​ຄື​ກັບ​ດອກ​ເຫັດ​ຫອມ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ. ສ່ວນ​ອາ­ກາດ​ທີ່​ເຫມາະ​ສົມ​ໃນ​ການ​ຖ່າຍ​ເທ​ອາ­ກາດ​ທີ່​ດີ​ຈຳ­ເປັນ​ຕໍ່​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ດອກ​ເຫັດ ແລະ ເຮັດ​ໃຫ້­ການ​ສະ​ສົມ​ເຊື້ອ​ໂລກ​ນ້ອຍ​ລົງ, ຖ້າ​ມີ​ການ​ສະ​ສົມ​ກ໊າດ​ຄາ​ບອນ​ໄດ​ອອກ​ໄຊ​ຫລາຍ​ຈະ​ເຮັດ​ໃຫ້​ເຫັດ​ມີ​ກ້ານ​ຍາວ, ບາງ­ເທື່ອ​ໃບ​ເຫັດ​ອາດ​ຈະ​ບໍ່​ໃຫຍ່ ຫລື ມີ​ລັກ​ຊະ­ນະ​ຜິດ​ປົກ­ກະ­ຕິ​ອື່ນໆ. ແສງ​ຊ່ວຍ​ກະ​ຕຸ້ນ​ໃຫ້​ເສັ້ນ​ໃຍ​ເກີດ​ຕຸ່ມ​ເຫັດ, ສ້າງ​ແຜ່ນ​ສີ­ນ້ຳ­ຕານ ແລະ ຈະ­ເລີນ​ເປັນ​ດອກ​ເຫັດ​ໄດ້​ໄວ​ກວ່າ, ຍັງ​ຊ່ວຍ​ໃຫ້​ໃບ​ເຫັດ​ມີ​ສີ​ເຂັ້ມ​ບໍ່​ຈືດ­ຈາງ. ການ​ແຊ່​ນ້ຳ​ເຢັນ​ຫລັງ​ຈາກ​ບົ່ມ​ເສັ້ນ​ໃຍ​ສົມ­ບູນ​ແລ້ວໃຫ້​ແຊ່​ກ້ອນ​ເຊື້ອ​ໃນ​ນ້ຳ​ເຢັນ 2 ຊົ່ວ­ໂມງ ຫລື ຄ້າງ​ຄືນ​ກໍ່​ໄດ້​ເພື່ອ​ກະ​ຕຸ້ນ​ໃຫ້​ເກີດ​ດອກ.
    ການ​ເກັບ​ກ່ຽວ: ເຫັດ​ຈະ​ໃຫ້​ຜົນ​ຜະ­ລິດໂດຍ​ການ​ເປີດ​ປາກ​ຖົງ​ໃຫ້​ອອກ­ດອກ​ທາງ​ດ້ານ​ເທິງ ຫລື ເປືອຍ​ກ້ອນ​ເຊື້ອ​ໂດຍ​ແກະ​ຖົງ​ຢາງ​ອອກ​ທັງ​ຫມົດໃຫ້​ກ້ອນ​ເຊື້ອ​ໄດ້​ສຳ​ຜັັດ​ກັບ​ອາ­ກາດ​ເປັນ​ການ​ກະ​ຕຸ້ນ​ໃຫ້​ເກີດ​ດອກ​ເຫັດ, ຖ້າ​ຕ້ອງ­ການ​ໃຫ້​ເຫັດ​ເກີດ​ດອກ​ໃຫຍ່​ກໍ່​ເປີດ​ໃຫ້​ມີ​ການ​ເກີດ​ດອກ​ເປັນ​ບາງ​ໄລ­ຍະ, ການ​ເປືອຍ​ກ້ອນ​ເຊື້ອ​ຈະ​ໄດ້​ດອກ​ເຫັດ​ຈຳ­ນວນ​ຫລາຍແຕ່​ດອກ​ຈະ​ນ້ອຍ ແລະ ອາດ​ຈະ​ມີ​ການ​ປົນ​ເປື້ອນ​ຈາກ​ເຊື້ອ​ໂລກ ຫລື ຖືກ​ກະ­ທົບ​ຈາກ​ສະ­ພາບ​ແວດ​ລ້ອມ​ໄດ້​ງ່າຍ​ຜົນ​ຜະ­ລິດ​ດອກ​ເຫັດ​ສົດ​ຈະ​ໄດ້ 50Œ-400 ກຣາມ​ຕໍ່​ກ້ອນ​ເຊື້ອ 0,5Œ1 ກິ​ໂລກ​ຣາມ. ຂື້ນ​ກັບ​ຄວາມ​ໃສ່­ໃຈ ແລະ ເຕັກ­ນິກ​ວິ­ທີ​ຂອງ​ຜູ້​ປູກ​ເຫັດ, ການ​ເກັບ​ຜົນ​ຜະ­ລິດ ແລະ ການ​ເຮັດ​ໃຫ້​ເຫັດ​ແຫ້ງ​ທີ່​ຖືກ​ວິ­ທີຄວນ​ເກັບ​ດອກ​ເຫັດໃນ​ຂະ­ນະ​ທີ່​ໃບ​ເຫັດ​ຍັງ​ບໍ່​ບານ​ຫລາຍ ຫລື ຂອບ​ໃບ​ຍັງ​ຈູມ​ຢູ່​ເຊິ່ງ​ເປັນ​ລັກ​ຊະ­ນະ​ທີ່​ຕະ­ຫລາດ​ຕ້ອງ­ການ ແລະ ຢ່າ​ໃຫ້​ສ່ວນ​ຂອງ​ດອກ​ເຫັດ​ເຫລືອ​ຕິດ​ຢູ່​ກ້ອນ​ເຊື້ອ​ເພາະ​ຈະ​ເຮັດ​ໃຫ້​ເນົ່າ​ເສຍ ແລະ ເກີດ​ໂລກ​ໃນ​ຂະ­ນະ​ທີ່​ເກັບ​ຜົນ​ຜະ­ລິດ. ຖ້າ​ຫົດ​ນ້ຳ​ໃຫ້​ດອກ​ເຫັດ​ຫລາຍ​ເກີນ​ໄປ​ຈະ​ເຮັດ​ໃຫ້​ດອກ​ເຫັດ​ເນົ່າ​ເສຍ​ງ່າຍຖ້າ​ບໍ່​ມີ​ການ​ຫົດ​ນ້ຳ​ດອກ​ເຫັດ​ເມື່ອ​ເກັບ​ດອກ​ເຫັດ​ແລ້ວ​ໃສ່​ຖົງ​ຢາງ​ໄວ້​ຈະ​ສາ­ມາດ​ເກັບ​ໄວ້​ໃນ​ຕູ້­ເຢັນ​ໄດ້​ດົນ 3-Œ4 ອາ­ທິດ.

 

ຄວາມຄິດເຫັນ

 

Free Web Hosting