ລ້ຽງໄກ່ພື້ນເມືອງ
  1.  

           ປະຊາຊົນແຂວງຊຽງຂວາງ ! ຫັນມາລ້ຽງໄກ່ພື້ນເມືອງເພີ່ມຂຶ້ນ

     




      ການ​ສົ່ງ­ເສີມ​ໃຫ້​ລ້ຽງ​ໄກ່​ພື້ນ­ເມືອງ ຫລື ໄກ່­ລາດ​ເປັນ​ກິດ­ຈະ­ກຳ​ຫນຶ່ງ​ທີ່​ໂຄງ­ການ​ພັດ­ທະ­ນາ​ຊີ­ວະ​ນາໆພັນ​ກະ­ສິ­ກຳ ຫລື TABI ໄດ້​ໃຫ້­ການ​ສະ­ຫນັບ­ສະ­ຫນູນ, ໂດຍ​ມີ​ເປົ້າ​ຫມາຍ​ເພື່ອ: ອະ­ນຸ​ຮັກ ແລະ ຜະ­ລິດ​ແນວ​ພັນ​ໄກ່​ພື້ນ­ເມືອງ​ດ້ວຍ​ວິ­ທີ​ການ​ທີ່​ຍືນ​ຍົງ, ເພີ່ມ​ຊະ­ນິດ​ຂອງ​ຊີ­ວະ​ນາໆພັນ​ກະ­ສິ­ກຳ​ຜ່ານ​ການ​ປູກ​ພືດ​ຜັກ​ຕ່າງໆ​ໃຫ້​ເປັນ​ອາ­ຫານ​ຂອງ​ໄກ່, ໄດ້​ປັບ­ປຸງ​ດ້ານ​ໂພ​ສະ​ນາ​ການ​ດ້ວຍ​ຮູບ​ການ​ໃຫ້​ຊາວ­ບ້ານ​ມີ​ຊີ້ນ​ປາ​ອາ­ຫານ​ບໍ­ລິ­ໂພກ ແລະ ຍົກ​ລະ­ດັບ​ລາຍ​ຮັບ ໂດຍ​ຜ່ານ​ຂະ​ບວນ​ການ​ຜະ­ລິດ​ໄກ່​ເພີ່ມ​ຂຶ້ນ, ປັບ­ປຸງ​ແນະ­ນຳ​ການ​ໃຫ້​ອາ­ຫານ​ການ​ປ້ອງ​ກັນ​ພະ­ຍາດ​ດ້ວຍ​ຢາ​ສະ​ຫມູນ​ໄພ​ແບບ​ປະ­ສົມ​ປະ­ສານ​ກັບ​ຄວາມ​ຮູ້​ທ້ອງ­ຖິ່ນ ແລະ ທີ່​ສຳ­ຄັນ​ແມ່ນ​ເພີ່ມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ສະ­ມາ­ຊິກ​ພາຍ​ໃນ​ຄອບ­ຄົວ​ກໍ່​ຄື​ຄົນ​ຊຸມ​ຊົນ​ໃຫ້​ມີ​ເຕັກ­ນິກ​ວິ­ທີ​ການ​ອັນ​ໃຫມ່​ໄປ​ຕາມ​ທິດ​ທາງ​ແຜນ­ການ​ຂອງ​ພັກ-ລັດ​ວາງ​ອອກ ໂດຍ​ສະ­ເພາະ​ກາ​ຄ້ຳ­ປະ­ກັນ​ທາງ​ດ້ານ​ສະ­ບຽງ​ອາ­ຫານ ແລະ ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ໃຫ້​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ແຕ່​ນີ້​ຮອດ​ປີ 2015, ຍົກ​ລະ­ດັບ​ການ​ລ້ຽງ­ສັດ​ປີກ​ພື້ນ­ເມືອງ​ໃນ​ຂົງ­ເຂດ​ຊົນ​ນະ ບົດ​ໃຫ້​ມີ​ສຸ­ຂາ​ອະ­ນາ­ໄມ ແລະ ປອດ​ໄພ​ຕໍ່​ຜູ້​ບໍ­ລິ­ໂພກ.
        ອີງ​ຕາມ​ການ​ສຶກ​ສາ​ຕ່ອງ​ໂສ້: ດ້ານ​ການ​ຕະ­ຫລາດ ແລະ ມູນ­ເຊື້ອ​ຂອງ​ຊາວ­ບ້ານ​ຢູ່​ເມືອງ ພູ​ກູດ,  ແຂວງ​ຊຽງ​ຂວາງ​ທີ່ ເອົາ​ການ​ລ້ຽງ​ໄກ່​ພື້ນ­ເມືອງ​ຕິດ​ແທດ​ກັບ​ຊີ­ວິດ​ປະ­ຈຳ​ວັນ, ເຫັນ​ໄດ້​ວ່າ​ເຂົາ­ເຈົ້າ​ມີ​ຄວາມ​ສົນ­ໃຈ​ຢາກ​ປັບ­ປຸງ​ວິ­ທີ​ການ​ລ້ຽງ​ໄກ່​ໃຫ້ ດີ​ຂຶ້ນ, ທຽບ­ໃສ່​ໃນ​ເມື່ອ​ກ່ອນ​ການ​ລ້ຽງ​ໄກ່​ຂອງ​ຊາວ­ບ້ານ​ແມ່ນ​ລ້ຽງ​ໄປ​ຕາມ​ມີ​ຕາມ​ເກີດ-ປະ­ປ່ອຍ​ແບບ​ຊະ­ຊາຍ, ເຊິ່ງ​ກໍ່​ໃຫ້ ເກີດ​ພະ­ຍາດ​ແພ່​ລະ­ບາດ, ເປັດ- ໄກ່​ລົ້ມ​ຕາຍ​ຕິດ­ຕໍ່​ກັນ​ເປັນ​ເຫດ​ເຮັດ​ໃຫ້​ຊາວ­ບ້ານ​ເສຍ​ຕົ້ນ​ທຶນ ແລະ ບໍ່​ສາ­ມາດ​ລ້ຽງ​ເພື່ອ​ຂາຍ ສ້າງ​ລາຍ​ຮັບ​ເຂົ້າ​ຄອບ­ຄົວ​ໄດ້, ທາງ​ໂຄງ­ການ​ດັ່ງ­ກ່າວ​ຈິ່ງ​ເຂົ້າ​ມາ​ມີ​ບົດ­ບາດ ແລະ ໄດ້​ລິ​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ກິດ­ຈະ­ກຳ​ໂດຍ​ປະ­ສານ​ງານ​ກັບ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້​ແຂວງ, ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ, ເຊິ່ງ​ໄລ­ຍະ 1 ແມ່ນ​ເລີ່ມ​ຢູ່​ເຂດ ເຄິງ-ລ້ອງ​ຮາງ ແລະ ໄລ­ຍະ 2 ຢູ່​ທີ່​ເຂດ​ທ້າຍ-ລ້ອງ​ຄານ, ເມືອງ ພູ​ກູດ ໄດ້​ສ້າງ​ສູນ​ບໍ­ລິ­ການ​ຝຶກ​ອົບ­ຮົມ​ເຕັກ­ນິກ​ດ້ານ​ຕ່າງໆ​ເຊັ່ນ: ເຕັກ­ນິກ​ການ​ສ້າງ​ຄອກ, ການ ຄັດ​ເລືອກ​ພໍ່-ແມ່​ພັນ, ການ​ອະ­ນຸ ບານ​ໄກ່​ນ້ອຍ, ການ​ໃຫ້​ອາ­ຫານ, ການ​ປ້ອງ​ກັນ​ພະ­ຍາດ ແລະ ການ​ນຳ​ໃຊ້​ຢາ​ສະ​ຫມູນ​ໄພ​ພື້ນ​ບ້ານ ຫລື ຊີ­ວະ​ນາໆພັນ​ກະ­ສິ­ກຳ​ເຂົ້າ​ໃນ​ການ​ປ້ອງ​ກັນ​ພະ­ຍາດ​ລວມ​ເຖິງ​ການ​ອຳ­ນວຍ​ຄວາມ​ສະ­ດວກ​ດ້ານ​ການ​ຕະ­ຫລາດ.
        ກິດ­ຈະ­ກຳ​ນີ້ ເລີ່ມ​ແຕ່​ເດືອນ ທັນ­ວາ 2012 ເປັນ­ຕົ້ນ​ມາ, ມີ​ຫລາຍ​ກວ່າ 195 ຄອບ­ຄົວ, ໃນ 18 ບ້ານ, ໄດ້​ຮັບ​ຜົນ​ປະ­ໂຫຍດ​ໃນ​ນັ້ນ 10 ຄອບ­ຄົວ​ຂອງ​ກຸ່ມ​ບ້ານ​ປຸງ​ຫມັ້ນ​ສາ­ມາດ​ລ້ຽງ​ໄກ່​ໄດ້ 100-150 ໂຕ​ຕໍ່​ຄອບ­ຄົວ, ຕ່າງ​ຈາກ​ເມື່ອ​ກ່ອນ  7-8 ເທົ່າ, ມີ​ພໍ່-ແມ່​ພັນ​ເພີ່ມ​ຂຶ້ນ 5-10 ໂຕ ຕໍ່​ຄອບ­ຄົວ, ການ​ຂາຍ​ໄກ່​ແຕ່​ລະ​ຄັ້ງ​ແມ່ນ​ມີ​ກຸ່ມ​ຜູ້​ຊື້​ມາ​ຮັບ​ຊື້​ເຖິງ​ສະ­ຖານ­ທີ່, ບາງ​ຄອບ­ຄົວ​ກໍ່​ນຳ­ໄປ​ຂາຍ​ເອງ​ຕາມ​ທ້ອງ​ຕະ­ຫລາດ, ສະ­ເລ່ຍ​ລາຍ​ຮັບ​ຄອບ­ຄົວ​ຫນຶ່ງ​ຕົກ​ຢູ່​ປະ­ມານ 7 ລ້ານ​ກວ່າ​ກີບ​ຕໍ່​ປີ, ລວມ 10 ຄອບ­ຄົວ​ຈະ​ຕົກ​ເປັນ​ມູນ​ຄ່າ​ເຖິງ 79 ລ້ານ ກີບ​ຕໍ່​ປີ, ສາ­ມາດ​ເປັນ​ແບບ­ຢ່າງ​ເພື່ອ​ຂະ­ຫຍາຍ​ອອກ​ສູ່​ກຸ່ມ​ບ້ານ​ອື່ນໆ​ໄດ້​ຢ່າງ​ມີ​ປະ​ສິດ­ທິ​ຜົນ.
    ຂັ້ນ​ຕອນ​ການ​ລ້ຽງ​ໃນ​ເບື້ອງຕົ້ນ:
    ຫລັງ​ຈາກ​ທີ່​ແມ່​ໄກ່​ຝັກ​ອອກມາ​ໄດ້​ປະ­ມານ 1 ອາ­ທິດ, ໃຫ້ຢອດ​ຢາ​ວັກ​ຊິນ​ປ້ອງ​ກັນ​ພະ­ຍາດອະ­ຫິ​ວາ ຫລື ໃຊ້​ຢາ​ສະ​ຫມູນໄພ​ທີ່​ກະ­ກຽມ​ໄວ້​ປະ­ສົມ​ກັບ​ນ້ຳ ແລະ ເອົາ​ພາກ­ສ່ວນ​ສົບ​ຂອງ​ໄກ່ນ້ອຍ​ຈຸ່ມ​ລົງ 1-2 ຄັ້ງ, ພ້ອມ​ກັບການ​ໃຫ້​ອາ­ຫານ ແລະ ນ້ຳ​ສະຫມູນ​ໄພ​ໃຫ້​ກິນ​ໄປ​ຕະ­ຫລອດທີ່​ສຳ­ຄັນ​ໃຫ້​ນຳ​ເອົາ​ແມ່່​ໄກ່​ເຂົ້າຂັງ​ລວມ​ກັບ​ລູກ​ໄກ່ປະ­ມານ 21  ວັນ, ເພື່ອ​ໃຫ້​ຄວາມ​ອົບ​ອຸ່ນ ຫລື ຈະ​ໃຊ້​ດອກ­ໄຟ​ແທນ​ກໍ່​ໄດ້, ຖ້າ​ໄກ່​ນ້ອຍ​ມີ​ອາ­ຍຸ​ຫລຸດ​ລື່ນ​ກັນຫລາຍ​ໃຫ້​ແຍກ​ອອກ​ເປັນ​ແຕ່​ລະປະ­ເພດ ເພາະ​ຈະ​ເປັນ​ການ​ຍາກຕໍ່​ການ​ຈະ­ເລີນ​ເຕີບ​ໂຕ.
    ປະ­ເພດ​ອາ­ຫານ: ເລີ່ມ​ຕົ້ນແມ່ນ​ໃຊ້​ເຂົ້າ­ປຽນ, ຮຳ ແລະ ຫົວ­ອາ­ຫານປະ­ສົມ​ກັບ​ພືດ​ຜັກ​ຊະນິດ​ຕ່າງໆທີ່​ຫາ​ໄດ້​ງ່າຍ​ໃນ​ທ້ອງຖິ່ນ ໃຫ້​ກິນ​ມື້​ລະ 3-4 ຄັ້ງ ຫລື ຄອບ­ຄົວ​ໃດ​ມີ​ເງື່ອນ­ໄຂ​ສະ­ດວກໃຫ້​ໃຊ້​ຮຳ, ເຂົ້າ, ສາ­ລີ, ມັນ­ຕົ້ນ, ໃບ​ກະ­ຖິນ, ຝຸ່ນ​ຈາກ​ກະ­ດູກ ແລະ ຫອຍ​ທີ່​ຫາ​ໄດ້​ຕາມ​ທຳ​ມະ​ຊາດບົດ​ປະ­ສົມ​ກັນກໍ່​ຈະ​ເປັນ​ອາ­ຫານທີ່​ມີ​ປະ­ສິດ­ທິ­ພາບ​ດີ​ຕໍ່​ການ​ຈະເລີນ​ເຕີບ​ໂຕ​ຂອງ​ໄກ່.
    ສູດ​ຢາ​ສະ​ຫມູນ​ໄພ​ທີ່​ຊາວບ້ານ​ມັກ​ໃຊ້
    ສູດ 1 ປະ­ກອບ​ມີ: ຫົວ​ຂ່າ   0,4 ກິ​ໂລ; ຫົວ​ສີ​ໄຄ 0,4 ກິ​ໂລ,ຫົວ​ຜັກ­ທຽມ 0, 2 ກິ​ໂລ ແລະ ເກືອ 1 ບ່ວງ​ແກງ​ຈາກ​ນັ້ນ​ປະ­ສົມກັບ​ນ້ຳ 5 ລິດປະ​ໄວ້ 5 ວັນ, ກໍ່​ສາ­ມາດ​ນຳ​ມາ​ໃຊ້​ໄດ້ດ້ວຍ​ອັດຕາ​ສ່ວນ 1 ບ່ວງ​ແກງ​ປະ­ສົມ​ກັບນ້ຳ 1 ລິດ, ໃຫ້​ກິນ​ເປັນ​ປະ­ຈຳ.
    ສູດ 2 ປະ­ກອບ​ມີ: ຫົວ​ຂ່າ   0,4 ກິ​ໂລ, ຫົວ​ສີ​ໄຄ 0,4 ກິ​ໂລ, ຫົວ​ຜັກ­ທຽມ 0,2 ກິ​ໂລ ແລະ ເກືອ 1 ບ່ວງ​ແກງຟັກ​ລະ­ອຽດປະ­ສົມ​ກັບ​ນ້ຳ 5 ລິດ, ປະ​ໄວ້ 5 ວັນ, (ຫົວ​ເຊື້ອ) ນຳ​ມາ​ປະ­ສົມກັບ​ນ້ຳ​ດ້ວຍ​ອັດ­ຕາ​ສ່ວນ 1 ບ່ວງແກງປະ­ສົມ​ນ້ຳ 1 ລິດ, ໃຫ້​ໄກ່ກິນ​ເປັນ​ປະ­ຈຳ.
    ເພື່ອ​ເປັນ​ການ​ສົ່ງ­ເສີມ​ລ້ຽງໄກ້​ພື້ນ­ເມືອງໃຫ້​ໄດ້​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ, ທີມ​ງານ​ຂອງໂຄງ­ການຊີ­ວະ​ນາໆພັນ​ກະ­ສິ­ກຳ ຍັງ​ໄດ້​ສືບ­ຕໍ່​ຂະ­ຫຍາຍ​ລົງ​ກຸ່ມບ້ານ  ປົວ, ຄຸ້ມປົວ ແລະ ບ້ານ ລ້ອງ​ຄານ, ຄຸ້ມ ພຽງ​ດີ, ເຊິ່ງ​ປະຈຸ​ບັນ ແມ່ນ​ຈັດ​ຕັ້ງ​ປະ­ຕິ­ບັດໄດ້​ຫລາຍ​ຄອບ­ຄົວ  ໂດຍ​ອີງ­ໃສ່ຜົນ­ສຳ­ເລັດ​ໃນ​ບັນ­ດາ​ກິດ­ຈະ­ກຳທີ່​ຜ່ານ​ມາ ແລະ ຈະ​ເນັ້ນ​ຫນັກຕື່ມ​ໃນ​ເລື່ອງ​ພໍ່-ແມ່​ພັນ, ການໃຫ້​ອາ­ຫານ, ການ​ປ້ອງ​ກັນ​ພະຍາດ ແລະ ໄລ­ຍະ​ການ​ລ້ຽງ​ໃຫ້ສັ້ນ​ລົງເພື່ອ​ຫລຸດ­ຜ່ອນ​ຕົ້ນ​ທຶນ-ເພີ່ມ​ລາຍ​ຮັບ​ໃຫ້​ສູງ​ຂຶ້ນ. ນອກນັ້ນ​ຍັງ​ໄດ້​ຈັດ​ທັດ­ສະ­ນະ​ສຶກ​ສານຳ­ພາ​ຊາວ­ບ້ານ​ເບິ່ງ​ບ່ອນ​ທີ່​ເຮັດໄດ້​ບວກ​ກັບ​ການ​ຈັດ​ສັນ​ທຶນຮອນ​ສຸກ​ເສີນໃນ​ກໍ­ລະ­ນີ​ຈຳ­ເປັນ.
    ຈາກ​ຜົນ​ການ​ສົ່ງ­ເສີມ​ລ້ຽງໄກ່​ພື້ນ­ເມືອງຂອງ​ໂຄງ­ການ​ພັດທະ​ນາ​ຊີ­ວະ​ນາໆພັນ​ກະ­ສິ­ກຳກໍ່​ຄືຂະ­ແຫນງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ໄດ້​ເຮັດ​ໃຫ້​ຫລາຍໆ​ຄອບຄົວຮູ້­ຈັກ​ອະ­ນຸ​ຮັກ ແລະ ຜະ­ລິດແນວ​ພັນ​ໄກ່​ພື້ນ­ເມືອງດ້ວຍ​ຮູບແບບ​ທີ່​ຍືນ​ຍົງ​ແລ້ວຍັງ​ເຮັດ​ໃຫ້ຊາວ­ບ້ານ​ຮູ້​ນຳ​ໃຊ້​ເຕັກ­ນິກ​ອັນໃຫມ່​ເຊັ່ນ: ການ​ປຸງ​ແຕ່ງ​ຢາ​ພື້ນເມືອງ ແລະ ສູດ​ອາ­ຫານທີ່​ຫາ​ໃນ​ທ້ອງ­ຖິ່ນ, ພ້ອມ​ນັ້ນຍັງຫລຸດ​ອັດ­ຕາ​ການ​ຕາຍ​ຂອງ​ໄກ່ ລົງ​ໄດ້ 60%, ຊາວ­ບ້ານ​ມີ​ລາຍຮັບ​ເພີ່ມ ແລະ ສາ­ມາດ​ບໍ­ລິ­ໂພກໄກ່​ເພີ່ມ​ຂຶ້ນ 2-5 ໂຕ​ຕໍ່​ເດືອນ, ສະ­ເລ່ຍ​ລາຍ​ຮັບ​ແຕ່​ລະ​ຄອບ­ຄົວໃນ​ເຂດ​ເຄິງ-ລ້ອງ​ຮາງ ແລະ ເຂດ​ທ້າຍ-ລ້ອງ​ຄານ, ປະ­ມານ 250.000-550.000 ກີບ​ຕໍ່ເດືອນ​ຕໍ່​ຄອບ­ຄົວ, ຖ້າ​ສົມ​ທຽບ ໃສ່​ບັນ­ດາ​ຄາດ­ຫມາຍ​ແຜນ​ພັດທະ​ນາ ກະ­ສິ­ກຳ ແລະ ປ່າ­ໄມ້ ໂຄງ­ການ​ພັດ­ທະ­ນາ​ຊີ­ວະ​ນາໆພັນ​ກະ­ສິ­ກຳ ຫລື TABI ແມ່ນ​ເປັນ​ສ່ວນ​ສຳ­ຄັນ​ໃນ​ການອຳ­ນວຍ​ຄວາມ​ສະ­ດວກ​ດ້ານການ​ຕອບ​ສະ­ຫນອງ​ທຶນ­ຮອນ, ເຕັກ­ນິກ​ວິ­ຊາ​ການ ແລະ ຊຸກ­ຍູ້​ສົ່ງເສີມ​ການ​ຜະ­ລິດ​ທີ່​ມີ​ຫລາກຫລາຍ​ຮູບ​ແບບ ໂດຍ​ກຳ­ນົດ​ເອົາການ​ສ້າງ​ຄອບ­ຄົວ​ຕົວ​ແບບເປັນ​ມາດ​ຕະ­ການ​ຕົ້ນ­ຕໍໃນ​ການພັດ­ທະ­ນາເພື່ອ​ແກ້​ໄຂ​ຄວາມ ທຸກ​ຍາກ, ຮັບ­ປະ­ກັນ​ດ້ານ​ສະບຽງ​ອາ­ຫານ ແລະ ການ​ຜະ­ລິດເປັນ​ສິນ­ຄ້າສ້າງ​ລາຍ​ຮັບ​ໃຫ້​ປະຊາ​ຊົນ​ລາວ​ບັນ­ດາ­ເຜົ່າຕາມ​ທິດທາງ​ແຜນ​ພັດ­ທະ­ນາ​ຂອງ​ຂະແຫນງ​ການ ​ກະ­ສິ­ກຳ ແລະ ປ່າໄມ້ ກໍ່​ຄື​ບັນ­ດາ​ໂຄງ­ການ​ຍ່ອຍ​ຂອງ  TABI ທີ່​ກຳ­ລັງ​ດຳ­ເນີນ​ການ​ຢູ່ບັນ­ດາ​ແຂວງ​ເປົ້າ​ຫມາຍ​ໄດ້​ຢ່າງມີ​ປະ­ສິດ­ທິ­ພາບ.

 

ຄວາມຄິດເຫັນ

 

Free Web Hosting