ການປູກໝາກໂມ

ການປູກໝາກໂມ
ແຕງໂມເປັນຜັກຕະກູນແຕງທີ່ຄົນເຮົາຮູ້ຈັກກັນດີ ແລະ ບໍລິໂພກກັນມາດົນນານແລ້ວນອກຈາກນິຍົມບໍລິໂພກຫມາກແລ້ວ, ສ່ວນຫມາກອ່ອນ, ຍອດອ່ອນຍັງນຳມາໃຊ້ໃນການປຸງແຕ່ງອາຫານໄດ້ຫລາຍຊະນິດ, ແຕງໂມເປັນພືດທີ່ປູກໄດ້ງ່າຍ, ສາມາດປູກໄດ້ທົ່ວທຸກພາກຂອງປະເທດ, ທຸກລະດູການຕະຫລອດປີ,ແຕງໂມປູກໄດ້ກັບດິນເກືອບທຸກຊະນິດແຕ່ປູກໄດ້ດີໃນສະພາບດິນລ້ວນປົນຊາຍ, ເຊິ່ງມີສະພາບຄວາມເປັນກົດ ແລະ ດ່າງປະມານ 5,0-7,5 ລະບາຍນ້ຳໄດ້ດີ.
ເນື່ອງຈາກແຕງໂມຈະຂາດຕະຫລາດ ແລະ ມີລາຄາສູງໃນຕອນກາງ ແລະ ທ້າຍລະດູຝົນເພາະວ່າໃນໄລຍະດັ່ງກ່າວຈະປູກແຕງໂມໄດ້ຍາກ, ຍ້ອນຕົ້ນແຕງໂມບໍ່ມັກຝົນ ເຊິ່ງຈະຕາຍຍ້ອນໂລກເທົາຫຸ້ມເປັນສ່ວນໃຫຍ່ ແລະ ເກີດໂລກທາງໃບຫລາຍ, ຫມາກແຕງໂມຈະເນົ່າງ່າຍ ແລະ ລົດຊາດຈະບໍ່ຫວານແຮງຄືກັບແຕງໂມທີ່ປູກໃນລະດູແລ້ງ ຫລື ຍາມຫນາວ. ສະນັ້ນ, ຈິ່ງຄວນເລີ່ມປູກແຕງໂມຕັ້ງແຕ່ຕົ້ນເດືອນພະຈິກໄປຈົນຮອດເດືອນມີນາ ແລະ ເກັບກ່ຽວຄັ້ງສຸດທ້າຍໃນເດືອນມີຖຸນາ ເຊິ່ງຍັງເປັນຕົ້ນລະດູຝົນຢູ່.
ສຳລັບແນວພັນທີ່ນິຍົມປູກມີ 2 ແນວພັນຄື: ແນວພັນເບົາທີ່ຮູ້ຈັກກັນ ໂດຍທົ່ວໄປເປັນຫມາກກົມ, ສີຂຽວຄ້ຳ, ມີອາຍຸເກັບກ່ຽວ 65 ວັນນັບຈາກມື້ງອກ ແລະ ອີກແນວພັນຫນຶ່ງແມ່ນພັນຫນັກເປັນຫມາກສີຂຽວອ່ອນ, ມີລາຍຢູ່ ຫມາກ, ຫນ່ວຍກົມຍາວຂະຫນາດໃຫຍ່, ອາຍຸເກັບກ່ຽວປະມານ 70-75 ວັນ.
ແຕງໂມເປັນພືດຮາກຢັ່ງເລິກ ແລະ ຕ້ອງການດິນທີ່ອຸດົມສົມບູນ, ມີຄວາມຊຸ່ມຊື່ມຫລາຍ, ສະນັ້ນ ຖ້າມີການໄຖພວນ ຫລື ຂຸດຍ່ອຍດິນໃຫ້ມີຫນ້າດິນລ້ວນໂປ່ງ ແລະ ເລິກກໍ່ຈະຊ່ວຍປ້ອງກັນການຂາດນ້ຳໄດ້ເປັນຢ່າງດີ, ໃນໄລຍະທີ່ຕົ້ນແຕງໂມກຳລັງຈະເລີນເຕີບໂຕການກຽມດິນຈະຊ່ວຍເຮັດໃຫ້ດິນນັ້ນຢືດອົມຄວາມຊຸ່ມໄດ້ຫລາຍຂຶ້ນ ແລະ ເປັນການເປີດທາງໃຫ້ຮາກແຕງໂມຢັ່ງລົງໄປພື້ນດິນ ເຊິ່ງຈະຊ່ວຍໃຫ້ຮາກຫາອາຫານ ແລະ ນ້ຳໄດ້ກວ້າງໄກຍິ່ງຂຶ້ນ ແລະ ເປັນການຊ່ວຍເຮັດໃຫ້ພືດສາມາດໃຊ້ນ້ຳໃຕ້ດິນມາເປັນປະໂຫຍດໄດ້ດີອີກດ້ວຍ, ຖ້າຈຳເປັນຕ້ອງປູກແຕງໂມໃນຫນ້າຝົນຄວນເລືອກປູກໃນດິນທີ່ມີການລະບາຍນ້ຳດີເຊັ່ນ ດິນຊາຍ.
ການປູກແຕງໂມສຳລັບພັນເບົາໃນອັດຕາສ່ວນ 40-50 ກຣາມຕໍ່ໄລ່ ແລະ ພັນເຫລືອງອັດຕາ 250-500 ກຣາມຕໍ່ໄລ່ ໂດຍຢອດເປັນຂຸມໃຫ້ແຕ່ລະຂຸມໃນແຖວຫ່າງກັນ 90 ຊັງຕີແມັດ, ສ່ວນແຖວຂອງແຕງນັ້ນຄວນໃຫ້ຫ່າງຈາກກັນເທົ່າກັບຄວາມຍາວຂອງເຄືອແຕງ ຫລື ປະມານ 2-3 ແມັດໃນດິນຊາຍ, ຂຸດຂຸມໃຫ້ມີຄວາມກວ້າງ ແລະ ຍາວ 50 ຊັງຕີແມັດ, ເລິກ 15 ຊັງຕີ, ຖ້າເປັນດິນຫນຽວຂຸດຂຸມໃຫ້ເລິກ 10 ຊັງຕີແມັດ, ໃຊ້ຝຸ່ນຄອກຮອງກົ້ນຂຸມໆລະ 4-5 ກຣາມ, ກຽມຂຸມປະໄວ້ 1 ວັນ ແລ້ວຈິ່ງລົງມືປູກຢອດຂຸມລະ 5 ແກ່ນ.
ເມື່ອຢອດແກ່ນແລ້ວຕ້ອງຫົດນ້ຳໃຫ້ຊຸ່ມ, ຫລັງທີ່ແຕງໂມຂຶ້ນມີໃບ 2-3 ໃບ, ຖອນແຍກໃຫ້ເຫລືອຂຸມລະ 2-3 ຕົ້ນ, ໂດຍຄັດເອົາແຕ່ຕົ້ນທີ່ແຂງແຮງໄວ້ແຕ່ຖ້າປູກໃຫ້ຕົ້ນຫ່າງກັນ 90 ຊັງຕີແມັດ ແລະ ແຖວຫ່າງກັນ 3 ແມັດ ແລ້ວກໍ່ໃຫ້ເຫລືອຂຸມລະ 3 ຕົ້ນໄດ້, ລວມແລ້ວໃນເນື້ອທີ່ 1 ໄລ່ຈະມີຕົ້ນແຕງໂມຢູ່ປະມານ 1.700 ຕົ້ນ.
ສຳລັບ ການໃຫ້ຝຸ່ນແກ່ແຕງໂມຖືວ່າສຳຄັນຫລາຍໂດຍສະເພາະແມ່ນຝຸ່ນຄອກ, ເພາະຝຸ່ນຄອກຈະຊ່ວຍເຮັດໃຫ້ດິນລ້ວນໂປ່ງ, ຊ່ວຍເຮັດໃຫ້ດິນມີທາດອາຫານຫລາຍຂຶ້ນແລ້ວຍັງຊ່ວຍໃຫ້ປຸ໋ຍວິທະຍາສາດຢຸດຢູ່ໃນສະພາວະສົມດຸນເປັນປະໂຫຍດຕໍ່ພືດຫລາຍຂຶ້ນອີກ, ເຊິ່ງຄວນໃສ່ຝຸ່ນຄອກໃນພຶ້ນທີ່ປູກຕົວຈິງອັດຕາສ່ວນ 2-4 ໂຕນຕໍ່ໄລ່, ຖ້າເປັນ ຝຸ່ນວິທະຍາສາດໃສ່ໃນອັດຕາ 1/2, ເຊິ່ງໄດ້ແກ່ປຸ໋ຍວິທະຍາສາດ 10-10-20 ເປັນຕົ້ນ ຫລື ໃສ່ ສູດໃກ້ຄຽງເຊັ່ນສູດ 13-13-21.
ຢ່າງໃດກໍ່ຕາມຕັດສິນໃຈໃສ່ປຸ໋ຍຫລາຍ ຫລື ຫນ້ອຍກໍ່ຕ້ອງເບິ່ງຄວາມອຸດົມສົມບູນຂອງດິນ ແລະ ລາຄາແຕງໂມປະກອບນຳ, ສ່ວນປົກກະຕິແລ້ວຈະໃສ່ປຸ໋ຍວິທະຍາສາດປະມານ 120-150 ກິໂລຕໍ່ໄລ່ຕໍ່ລະດູການ.
ເມື່ອແຕງໂມອອກດອກ ແລະ ມີດອກຕົວແມ່ຂອງແຕງໂມທີ່ໄດ້ຮັບການປະສົມເກສອນຢ່າງສົມບູນກໍ່ຈະເລີນເຕີບໂຕຢ່າງສະຫມ່ຳສະເຫມີຕິດຕໍ່ກັນໄປວັນຕໍ່ວັນ, ເມື່ອແຕງໂມມີຂະຫນາດເທົ່າກັບຫມາກພ້າວຄວນເອົາເຟືອງຮອງ ກ້ອງຫມາກເພື່ອບໍ່ໃຫ້ຫນ່ວຍແຕງໂມສຳຜັດກັບດິນໂດຍກົງ, ຄວນຈະປິ້ນກັບຫມາກແຕງໂມໃຫ້ດ້ານທີ່ສຳຜັດກັບເຟືອງຖືກແສງແດດກ່ອນເກັບກ່ຽວ 10 ວັນ, ເພື່ອໃຫ້ຫມາກແຕງໂມມີຄວາມສະຫມ່ຳສະເຫມີທົ່ວທັງຫນ່ວຍ ແລະ ແຕງໂມມີລົດຊາດຫວານຫລາຍຂຶ້ນອີກ.