ການປູກຫມາກບວບ
  1.  

               ການປູກຫມາກບວບລ່ຽມຕາມເຕັກນິກທາງວິຊາການ



                   
    1.     ການ​ກຽມ​ດິນ.
          ຫມາກ­ບວບ​ລ່ຽມ​ເປັນ​ພືດ​ທີ່​ມີ​ລະ­ບົບ​ຮາກ​ເລິກ​ປານ​ກາງ​ຄວນ​ຂຸດ​ໄຖ​ດິນ​ເລິກ​ປະ­ມານ 20-25 ຊັງ​ຕີ​ແມັດ, ຕາກ​ດິນ​ໄວ້​ປະ­ມານ 5-7 ມື້, ໃສ່​ຝຸ່ນ​ຄອກ ຫລື ຝຸ່ນ​ຫມັກ​ທີ່​ລະ­ລາຍ​ຕົວ​ດີ​ແລ້ວ​ຄົນ​ໃຫ້​ເຂົ້າ­ກັນ​ກັບ​ດິນ​ໂດຍ​ສະ­ເພາະ​ດິນ­ຊາຍ ແລະ ດິນ​ຫນຽວ​ຕ້ອງ​ໃສ່​ໃຫ້​ຫລາຍ​ເພື່ອ​ປັບ​ສະ­ພາບ​ຂອງ​ດິນ​ໃຫ້​ດີ​ຂຶ້ນ ແລະ ເພີ່ມ​ຄວາມ​ອຸ­ດົມ­ສົມ­ບູນ. ຖ້າ​ດິນ​ເປັນ​ກົດ​ຄວນ​ໃສ່​ປູນ​ຂາວ​ປັບ​ສະ­ພາບ​ຄວາມ​ເປັນ​ກົດ​ເປັນ​ດ່າງ​ໃຫ້​ຢູ່​ໃນ​ລະ­ດັບ​ທີ່​ເຫມາະ​ສົມ​ພວນ​ດິນ​ໃຫ້​ລະ­ອຽດ​ເພື່ອ​ກຽມ­ພ້ອມ​ທີ່​ຈະ​ປູກ​ໄດ້.
    2.     ການ​ປູກ.
         ໄລ­ຍະ​ທີ່​ເຫມາະ​ສົມ​ຄື​ໄລ­ຍະ​ລະ­ຫວ່າງ​ຕົ້ນ 75   ຊັງ​ຕີ​ແມັດ,ໄລ ຍະ​ລະ­ຫວ່າງ​ແຖວ 100 ຊັງ​ຕີ​ແມັດ. ການ​ປູກ​ແມ່ນ​ໃຫ້​ຢອດ​ແກ່ນ​ພັນ​ລົງ​ຂຸມໆ​ລະ 4-5 ເມັດ, ຝັງ​ເລິກ​ລົງ​ດິນ​ປະ­ມານ 2-4 ຊັງ​ຕີ​ແມັດ, ຈາກ​ນັ້ນ​ຖົມ​ແກ່ນ​ດ້ວຍ​ດິນ​ຜຸຍໆ ຫລື ຝຸ່ນ​ຄອກ​ຫນາ​ປະ­ມານ 1 ຊັງ​ຕີ​ແມັດ, ຫົດ​ນ້ຳ​ໃຫ້​ຊຸ່ມ​ຢ່າງ​ສະ​ຫມ່ຳ​ສະ​ເຫ​ມີ​ີ​ທຸກ​ມື້​ເມື່ອ​ຕົ້ນ​ງອກ​ຂຶ້ນ​ອາ­ຍຸ​ໄດ້​ປະ­ມານ 10-15 ມື້ ຫລື ມີ​ໃບ​ແທ້ 2-4 ໃບ​ໃຫ້​ແຍກ​ຕົ້ນ​ທີ່​ອ່ອນ­ແອ ຫລື ບໍ່​ສົມ­ບູນ​ຖິ້ມ​ໃຫ້​ເຫລືອ​ໄວ້​ປະ­ມານ 3-4  ຕໍ່​ຂຸມ.
    3.     ການ​ເຮັດ​ຄ້າງ.
          ເມື່ອ​ຕົ້ນ​ຫມາກ­ບວບ​ລ່ຽມ ອາ­ຍຸ​ໄດ້ 15-20 ມື້ ຄວນ​ເຮັດ​ຄ້າງ  ຫລື  ຮ້ານ​ເພື່ອ​ຈະ​ເຮັດ​ໃຫ້​ເຄືອ​ຫມາກ­ບວບ​ທາວ​ຂຶ້ນ​ໄປ​ເກາະ​ການ​ປູກ​ແບບ​ໃຫ້​ເຄືອ​ຫມາກ­ບວບ​ທາວ​ໄປ​ຕາມ​ພື້ນ​ດິນ​ໂດຍ​ບໍ່​ເຮັດ​ຄ້າງ ຫລື ຮ້ານ​ຈະ​ເຮັດ​ໃຫ້​ຫມາກ­ບວບ​ງໍ​ໂຄ້ງ, ມີ​ຮູບ​ຮ່່າງ​ທີ່​ບໍ່​ງາມ, ບໍ່​ເປັນ​ທີ່​ນິ­ຍົມ​ຂອງ​ຜູ້​ຊື້. ການ​ເຮັດ​ຄ້າງ ຫລື ຮ້ານ​ໃຫ້​ຫມາກ­ບວບ​ມີ 2 ແບບ​ຄື:
    1)    ປັກ​ໄມ້​ຄ້າງ​ຍາວ 2-3ແມັດ​ທຸກ​ຂຸມ​ແລ້ວ​ໂຄ້ງ​ປາຍ​ເຂົ້າ​ຫາ​ກັນ​ມັດ​ຕິດ​ກັນ​ໄວ້​ແລ້ວ​ໃຊ້​ໄມ້​ຄ້າງ​ພາດ​ຂວາງ​ປະ­ມານ 2-3ໄລ­ຍະ​ທຸກໆ​ໄລ­ຍະ 0-50ຊັງ​ຕີ​ແມັດ.
    2)    ເຮັດ​ເປັນ​ຄ້າງ​ໂດຍ​ໃຊ້ ໄມ້​ຄ້າງ​ຜູກ​ເປັນ​ຮ້ານ​ສູງ​ປະ­ມານ 1-2ແມັດ ຫລື ສູງ​ພໍ​ສົມ­ຄວນ​ທີ່​ສະ­ດວກ​ໃນ​ການ​ເຮັດ. ນອກ­ຈາກ​ນີ້​ຍັງ​ໃຊ້​ຄ້າງ​ແບບ​ທຳ​ມະ​ຊາດ​ທີ່​ມີ​ຢູ່​ແລ້ວ​ເຊັ່ນ: ໄມ້​ພຸ່ມ​ນ້ອຍໆ, ຮົ້ວ​ບ້ານ ແລະ ອື່ນໆ​ເຊິ່ງ​ເຫມາະ​ສຳ­ລັບ​ການ​ປູກ ແບບ​ສວນ​ຄົວ.
    4.     ການ​ບົວ­ລະ­ບັດ​ຮັກ­ສາ.
    a)    ການ​ໃຫ້​ນ້ຳ: ຄວນ​ໃຫ້​ນ້ຳ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ​ບໍ່​ຄວນ​ໃຫ້​ເຄືອ​ຫມາກ­ບວບ​ຂາດ​ນ້ຳ​ໃນ​ໄລ­ຍະ​ອອກ­ດອກ ແລະ ເປັນ​ຫມາກ​ເພາະ​ຈະ​ເຮັດ​ໃຫ້​ດອກ​ຫລົ່ນ ແລະ ຫມາກ​ບໍ່​ຕິດ​ລະ­ບົບ​ການ​ໃຫ້​ນ້ຳ​ແບບ​ປ່ອຍ​ຕາມ​ຮ່ອງ​ຈະ​ໃຫ້​ຜົນ​ດີ ແລະ ຫລີກ­ເວັ້ນ​ການ​ໃຫ້​ນ້ຳ​ແບບ​ພົ່ນ​ຝອຍ​ເພາະ​ຈະ​ເຮັດ​ໃຫ້​ເກີດ​ເຊື້ອ​ໂລກ​ທາງ​ໃບ.
    b)    ການ​ໃສ່​ປຸຍ: ຫມາກ­ບວບ​ລ່ຽມ​ເປັນ​ພືດ​ກິນ​ຫມາກ​ຄວນ​ໃຫ້​ປຸຍ​ທີ່​ມີ​ສັດ­ສ່ວນ​ຂອງ​ທາດ​ໄນ​ໂຕຣ​ເຈນ 1ສ່ວນ, ຟົດ​ສະ​ຟາດ 1/2-2  ສ່ວນ​ເຊັ່ນ: ປຸຍ​ສູດ 13-13-21 ຫລື ສູດ​ອື່ນໆ​ທີ່​ໃກ້​ຄຽງ​ກັນ​ໃນ​ອັດ­ຕາ 32-50 ກິ​ໂລ​ຕໍ່​ໄລ່ ແລະ ຄວນ​ໃຫ້​ປຸຍ​ໄນ​ໂຕຣ​ເຈນ​ເຊັ່ນ: ປຸຍ​ຢູ​ເຣຍ ຫລື ແອນ​ໂມ​ເນຍ​ໄນ​ເຕ​ສ​ປະ­ມານ 3-5ກິ​ໂລ​ຕໍ່​ໄລ່ ເພື່ອ​ຊ່ວຍ​ເລ່ງ​ການ​ຈະ­ເລີນ​ເຕີບ​ໂຕ​ໃນ​ໄລ­ຍະ​ທຳ​ອິດ​ແຕ່​ຕ້ອງ​ລະ­ມັດ­ລະ­ວັງ​ບໍ່​ຄວນ​ໃຫ້​ປຸຍ​ໄນໂຕຣ​ເຈນ​ຫລາຍ​ເກີນ​ໄປ​ເພາະ​ຈະ​ເຮັດ​ໃຫ້​ເກີດ​ອາ­ການ​ເຝືອ​ໃບ. ການ​ໃສ່​ປຸຍ​ຄວນ​ແບ່ງ​ເປັນ 2ຄັ້ງ​ຄື: ໃສ່​ຄັ້ງ​ທຳ​ອິດ​ໃນ​ຕອນ​ປູກ​ແບບ​ຮອງ​ພື້ນ​ແລ້ວ​ພວນ​ດິນ​ຖົມ ແລະ ໃສ່​ຄັ້ງ​ທີ່​ສອງ​ເມື່ອ​ເຄືອ​ຫມາກ­ບວບ​ມີ​ອາ­ຍຸ​ປະ­ມານ 20-30ມື້ ໂດຍ​ໃສ່​ແບບ​ໂຮຍ​ອ້ອມ​ຂ້າງ​ແລ້ວ​ພວນ​ດິນ​ຖົມ​ການ​ໃສ່​ປຸຍ​ໄນ​ໂຕຣ​ເຈນ​ຄວນ​ໃສ່​ພຽງ​ຄັ້ງ​ດຽວ​ແບບ​ໂຮຍ​ອ້ອມ​ຂ້າງ​ເມື່ອ​ເຄືອ​ຫມາກ ບວບ​ມີ​ອາ­ຍຸ​ປະ­ມານ 7-10 ມື້.
    5.     ການ​ເກັບ​ກ່ຽວ.
         ອາ­ຍຸ​ການ​ເກັບ​ກ່ຽວ​ຂອງ​ຫມາກ­ບວບ​ລ່ຽມ​ແມ່ນ​ປະ­ມານ 45-60  ມື້​ ຫລັງ​ຈາກ​ປົ່ງ​ຍອດ​ທຳ ອິດ​ຄວນ​ເກັບ​ເອົາ​ຫມາກ​ທີ່​ຍັງ​ອ່ອນ​ເພາະ​ເນື້ອ​ຈະ​ອ່ອນ​ນຸ້ມ​ໄດ້​ຂະ­ຫນາດ​ພໍ​ດີ­ງາມ​ເຊິ່ງ​ຫມາກ​ຈະ​ມີ​ຂະ­ຫນາດ​ຍາວ​ປະ­ມານ 15-20  ຊັງ​ຕີ​ແມັດ ຄວນ​ເກັບ​ກ່ອນ​ທີ່​ຫມາກ​ຈະ​ແກ່​ບໍ່​ຄວນ​ປະ​ໃຫ້​ຫມາກ​ແກ່​ຄາ​ຕົ້ນ​ເພາະ​ຈະ​ເຮັດ​ໃຫ້​ຜົນ​ຜະ­ລິດ​ຕ່ຳ​ລົງ.

 

ຄວາມຄິດເຫັນ

 

Free Web Hosting