1. ການປູກຫອມບົ່ວແດງ

    ວັນທີ 8 ມີນາ 2013 ໝວດໝູ່ ການປູກຜັກ
    1. ຜັກ­ບົ່ວ​ຫົວ​ແດງ​ເປັນ​ຜັກ​ທີ່​ເຮົາໃຊ້​ບໍ­ລິ­ໂພກ​ພາກ­ສ່ວນ​ຫົວ​ສາ­ມາດນຳ­ໄປ​ປະ­ກອບ​ອາ­ຫານ​ໄດ້​ຫລາຍຊະ­ນິດມີ​ລົດ​ຊາດ ແລະ ກິ່ນ​ແຮງກວ່າ​ຜັກ­ບົ່ວ​ຫົວ​ໃຫ່​ຍ.
      ລັກ­ສະ­ນະ​ທົ່ວ​ໄປ:
      ຜັກ­ບົ່ວ​ຫົວ​ແດງ ເປັນ​ພືດ​ຜັກຕະ­ກຸນ Liliaceae ຊື່​ວິ­ທະ­ຍາ­ສາດ: Allium ascalonicum Linn. ຜັກ­ບົ່ວ​ຫົວ​ແດງ​ສາ­ມາດ​ຈະ­ເລີນ​ເຕີບ​ໂຕ​ໄດ້​ໃນ​ດິນ​ເກືອບ​ທຸກ​ຊະ­ນິດ ແຕ່​ມັກ​ທີ່​ສຸດ​ແມ່ນ​ດິນ​ລ້ວນມີ​ປະ­ຕິ­ກິ­ລິ­ຍາ​ຂອງ​ດິນ (pH) ປະມານ 5,0-6,5 ແຕ່​ຄວາມ​ຊຸ່ມ​ຊື່ນ​ໃນ​ດິນ​ສູງ​ໃນ​ເວ­ລາ​ທີ່​ກຳ­ລັງ​ຈະ­ເລີນ​ເຕີບ​ໂຕແຕ່​ເມື່ອ​ຫົວ​ເລີ່ມ​ແກ່ ດິນ ແລະ
    ລາຍລະອຽດ
    1.  ວິທີປູກ ແລະ ເກັບຮັກສາຜັກ¬ທຽມໄວ້ໃຊ້ຍາວນານ

    ວັນທີ 6 ເມສາ 2013 ໝວດໝູ່: ການປູກຜັກ
    1. ກະ­ທຽມ​ແມ່ນ​ຈັດ​ຢູ່​ໃນ​ຕະກູນ​ດຽວ​ກັບ​ຫົວ​ຫອມ​ໃຫ່​ຍ, ໂດຍ​ທົ່ວ​ໄປ​ກະ­ທຽມ​ຈະ​ສ້າງກີບ​ຫລາຍໆ​ກີບ ແລະ ຖືກ​ຫໍ່​ຫຸ້ມ​ຮ່ວມ​ກັນ​ຢູ່​ໃນ​ເປືອກເຊິ່ງ​ມີ​ລັກ­ສະ­ນະ​ບາງ ສີ­ຂາວ ຫລື ສີ​ບົວ ຫຸ້ມ​ໃຫ້​ເປັນ​ຫົວ​ດຽວ, ສຳລັບ​ໃບເປັນ​ໃບ​ລ້ຽງ​ດ່ຽວ, ແບນສາ­ມາດ​ອອກ­ດອກ ແລະ ໃຫ້​ແກ່ນ​ໄດ້, ນິ­ຍົມ​ຂະ­ຫຍາຍ​ພັນ​ດ້ວຍ​ກີບ, ເພາະ​ກີບ​ຈະ​ໃຫ້​ຜົນ​ດີ​ກວ່າ, ກະ­ທຽມ​ຈະ​ມີ​ຄຸນ­ຄ່າ​ທາງ​ອາ­ຫານ​ຕ່ຳ​ເມື່ອ​ປຽບ­ທຽບ​ກັບ​ພືດ​ຜັກ​ຊະ­ນິດ​ອື່ນໆ, ແຕ່​ອາຫານ​ບາງ​ຊະ­ນິດ​ຈະ​ຫມົດ​ລົດ​ຊາດຖ້າ​ຫາກ​ຂາດ​ກະ­ທຽມ. ໂດຍ​ສະ­ເພາະ​ຜູ້​ທີ່​ນິ­ຍົມ​ລົດ ແລະ
    ລາຍລະອຽດ
    1. ການປູກກະຫຼໍ່າດອກ

    ວັນທີ 5 ເມສາ 2013 ໝວດໝູ່: ການປູກຜັກ
    1. ກະລ່ຳດອກເປັນພືດຜັກທີ່​ເຮົາ​ໃຊ້​ບໍລິໂພກ​ພາກສ່ວນ​ລຳຕົ້ນ​ທີ່​ຄ້າຍ​ດອກ ເຊິ່ງ​ມີ​ລັກສະນະ​ເປັນ​ກ້ອນ​ສີຂາວ ແຕ່​ກ່ອນ​ຜັກ​ຊະນິດ​ນີ້​ຕ້ອງ​ປູກ​ໃນ​ເຂດ​ຫນາວ ແຕ່​ໃນ​ປະຈຸ​ບັນ​ເພິ່ນ​ໄດ້​ຄົ້ນຄວ້າ​ກະ​ລ່ຳ​ດອກ​ພັນ​ໃຫມ່​ທີ່​ສາ­ມາດ​ປູກ​ໄດ້ ທັງ​ລະດູແລ້ງ ແລະ ລະດູຝົນ ແຕ່​ຕ້ອງ​ເປັນ​ບ່ອນ​ທີ່​ມີ​ອາກາດ​ເຢັນ​ພໍ​ສົມຄວນ​ໃນ​ເວລາ​ກາງຄືນ.
          ລັກ­ສະ­ນະ​ທົ່ວ​ໄປ. ກະ​ລ່ຳ​ດອກ​ເປັນ​ພືດ​ໃນ​ຕະ­ກຸນ Crucifera ຊື່​ວິທະຍາສາດ: Brassica oleracea var botrytis Linn. ສາ­ມາດ​ປູກ​ໄດ້​ໃນ​ດິນ​ເກືອບ​ທຸກ​ຊະ­ນິດ ໃຫ້​ດີ​ແທ້​ຕ້ອງ​ເປັນ​ປະ­ເພດ​ດິນ​ຮ່ວນ​ປົນ​ຊາຍ ມີ​ຄວາມ​ເປັນ​ກົດ​ເປັນ​ດ່າງ pH 6.5-6.8 ຫລື ເປັນ​ກົດ​ອ່ອນ ຕ້ອງການ​ອຸນຫະພູມ​ອາກາດ ໃນ​ເວລາ​ຈະເລີນ​ເຕີບ​ໂຕ ປະ­ມານ 24 ອົງ­ສາ​ເຊ.
    ລາຍລະອຽດ
    1.  ເຕັກນິກການປູກຜັກສະຫລັດ

    ວັນທີ 6 ເມສາ 2013 ໝວດໝູ່: ການປູກຜັກ
    1. ຜັກ​ສະ­ຫລັດ​ເປັນ​ຜັກ​ທີ່​ໃຊ້​ບໍ­ລິ­ໂພກ​ໃບ ທີ່​ມີ​ຖິ່ນ​ກຳ­ເນີດ​ໃນ​ທະ­ວີບ­ອາ­ຊີ ແລະ ເອີ​ຣົບ. ປູກ​ໃນ​ປະ­ເທດ​ຈີນ​ມາ​ແຕ່​ຄຣິ​ສ​ສະ­ຕະ­ວັດ​ທີ 5 ຜັກ​ສະ­ຫລັດ​ມີ​ຊື່​ເອີ້ນ​ອື່ນໆ​ໄດ້​ຫລາຍ​ຢ່າງ​ເຊັ່ນ: ຜັກ​ກາດ​ຫອມ, ຜັກ​ກາດ​ຍໍ່ (ພາກ​ເຫນືອ), ມັງ​ສາຍ (ຄົນ​ຈີນ) ເປັນ­ຕົ້ນ.
            ລັກ­ສະ­ນະ​ທົ່ວ​ໄປ:
            ຜັກ​ສະ­ຫລັດ​ເປັນ​ຜັກ​ໃນ​ຕະ­ກຸນ: Compositae ມີ​ຊື່​ທາງ​ວິ­ທະ­ຍາ­ສາດ​ວ່າ: Lactuca sativa Linn, ເປັນ​ພືດ​ອາ­ຍຸ​ປີ​ດຽວ ເຮົາ​ສາ­ມາດ​ແບ່ງ​ຜັກ​ສະ­ຫລັດ​ອອກ​ເປັນ 3ກຸ່ມ​ໃຫ່​ຍ​ຄື:
    ລາຍລະອຽດ
    1.  ການປູກຜັກກາດກວາງຕຸ້ງ

    ວັນທີ 6 ເມສາ 2013 ໝວດໝູ່: ການປູກຜັກ
    1. ຜັກ​ກາດ​ຂຽວ​ກວາງ­ຕຸ້ງ ໃຊ້​ບໍ­ລິ­ໂພກ​ພາກ­ສ່ວນ​ໃບ ແລະ ກ້ານ ເຊິ່ງ​ເປັນ​ທີ່​ນິ­ຍົມ​ບລິ​ໂພກຫລາຍລັກ­ສະ­ນະ​ກ້ານ​ໃບ​ຫນາມົນ​ເກືອບ​ກົມສີ­ຂຽວ​ປາຍ​ແຜ່ນໃບ​ມົນ​ສີ­ຂຽວ​ເຂັ້ມ
      ມີ​ຖິ່ນ​ກຳ­ເນີດໃນ​ທະ­ວີບ­ອາ­ຊີ​ຕາ­ເວັນ​ອອກສຽງ​ໃຕ້ປູກ​ຫລາຍ​ໃນ​ມົນ­ທົນກວາງ­ຕຸ້ງ​ຂອງ​ປະ­ເທດ​ຈີນ, ໄທ ແລະ ສປປ ລາວ.
      ລັກ­ສະ­ນະ​ທົ່ວ​ໄປ.
          ຜັກ​ກາດ​ກວາງ­ຕຸ້ງ​ເປັນ​ພືດຜັກ​ທີ່­ຢູ່​ໃນ​ຕະ­ກູນ Cruciferae ມີ​ຊື່​ວິ­ທະ­ຍາ­ສາດ​ວ່າ: Brassica chinensisvar. para chinensis (Bailey) Tsen lee. ຜັກ​ກາດ​ກວາງ­ຕຸ້ງ​ເປັນ​ພືດ​ອາ­ຍຸປີ​ດຽວ (Annual)
    ລາຍລະອຽດ
Free Web Hosting