ການປູກກະລ່ຳປີ
  1.  

                       ຮຽນຮູ້ບາງເຕັກນິກ ການປູກກະລ່ຳປີ



              
        ກະ​ລ່ຳ​ປີ​ເປັນ​ພືດ​ຜັກ​ຊະ­ນິດຫນຶ່ງ​ທີ່​ຄົນ​ເຮົາ​ນິ­ຍົມ​ນຳ​ມາ​ບໍ­ລິ­ໂພກ ແລະ ປຸງ​ແຕ່ງ­ອາ­ຫານ​ໄດ້​ຫລາຍ ແລະ ສາ­ມາດ​ປູກ​ໃນ​ບ້ານ​ເຮົາ​ໄດ້​ດີໂດຍ​ສະ­ເພາະ​ແມ່ນ​ທາງ​ພາກ​ເຫນືອ ແລະ ພາກ​ກາງ­ຂອງ​ປະ­ເທດ.
    1. ການ​ປູກ:
    Œການ​ກຽມ​ດິນ: ໄຖ​ດິນ​ໃຫ້​ເລິກ​ປະ­ມານ 18-20 ຊັງ​ຕີແມັດ, ຕາກ​ດິນ​ໄວ້​ປະ­ມານ 5-7ມື້, ໃສ່​ຝຸ່ນ​ຄອກ​ໃນ​ອັດ­ຕາ 2.000 ກິ​ໂລ​ຕໍ່​ໄລ່, ປຸຍ​ສູດ 15-15-15 ອັດ­ຕາ 30ກິ​ໂລ​ຕໍ່​ໄລ່, ແລ້ວ​ປົກ​ດ້ວຍ​ຝຸ່ນ​ຄອກ ຫລື ປຸຍ​ຫມັກເພື່ອ​ປັບ​ສະພາບ​ຂອງ​ດິນໂດຍ​ສະ­ເພາະ​ໃນ​ດິນ­ຊາຍ ຫລື ດິນ​ຫນຽວ. ຈາກ​ນັ້ນ, ທັບ​ດິນ​ໃຫ້​ມຸ່ນ​ແຕ່​ບໍ່​ມຸ່ນ​ຈົນ​ເກີນ​ໄປຖ້າ​ດິນ​ເປັນ​ກົດ​ຄວນ​ໃສ່​ປູນ​ຂາວ​ເພື່ອ​ປັບ​ສະ­ພາບ​ດິນ​ໃຫ້​ມີ​ຄວາມ​ເຫມາະ​ສົມ.
    Œການ​ກ້າ​ເບ້ຍ: ຫລັງ​ຈາກ​ກຽມ​ຫນານ​ກ້າ​ແລ້ວ​ໃຫ້​ຫວ່ານ​ເມັດ​ກະ​ລ່ຳ​ປີ​ກະ­ຈາຍ​ທົ່ວ​ຫນານ ຫລື ອາດ​ຈະ​ຫວ່ານ​ເປັນ​ແຖວ​ຫ່າງ​ກັນ ແຖວ​ລະ 15 ຊັງ​ຕີ​ແມັດ, ເຮັດ​ຮ່ອງ​ເລິກ​ປະ­ມານ 1ຊັງ​ຕີ​ແມັດ ແລ້ວ​ໂຮຍ​ລົງ​ໃນ​ຮ່ອງ ຫລັງ​ຈາກ​ນັ້ນ ຫວ່ານ​ຖົມ​ດ້ວຍ​ຝຸ່ນ​ຄອກ, ຝຸ່ນ​ຫມັກ ຫລື ດິນ​ມຸ່ນ​ລະ­ອຽດ ຫນາ​ປະ­ມານ 0,5-10 ຊັງ​ຕີ​ແມັດ, ຫົດ​ນ້ຳ​ໃຫ້​ຊຸ່ມ ແລ້ວ​ປົກ​ດ້ວຍ​ເຟືອງ​ແຫ້ງ ຫລື ຫຍ້າ​ແຫ້ງ​ບາງໆ ຫລັງ​ຈາກ​ກ້າ​ເບ້ຍ​ໄດ້ 15-20 ມື້ ໃຫ້​ຫລົກ​ຕົ້ນ​ທີ່​ບໍ່​ສົມ­ບູນ ຫລື ຕົ້ນ​ທີ່​ອ່ອນ­ແອ​ອອກ ພ້ອມ​ພະ­ຍາ­ຍາມ​ຈັດ​ໄລ­ຍະ​ຫ່າງ​ປະ­ມານ 10 ຊັງ​ຕີ​ແມັດ​ຍ້າຍ ປູກ​ເມື່ອ​ອາ­ຍຸ​ປະ­ມານ 25-30 ມື້.
    Œການ​ປູກ: ຫລັງ​ຈາກ​ກຽມຫນານ​ປູກ ແລະ ຂຸດ​ຂຸມ​ຕາມໄລ­ຍະ​ທີ່​ກຳ­ນົດ​ແລ້ວ​ຈິ່ງ​ຍ້າຍເບ້ຍ​ມາ​ປູກການ​ຫລົກ​ເບ້ຍ​ຄວນມີ​ດິນ​ຕິດ​ຮາກ​ມາ​ນຳ, ເຮັດ​ຢ່າງລະ­ມັດ­ລະ­ວັງ ແລະ ຮີບ​ປູກທັນ­ທີ, ຄວນ​ກົດ​ດິນ​ຖົມ​ກັນໃຫ້ແຫນ້ນ​ຫລັງ​ຈາກ​ນັ້ນ​ຫົດ​ນ້ຳ​ໃຫ້ຊຸ່ມ.
    ການ​ບົວ­ລະ­ບັດ​ຮັກ­ສາ: Œການ​ໃສ່​ຝຸ່ນ:  ກະ​ລ່ຳ​ປີ​ເປັນ​ພືດ ທີ່​ຕ້ອງ­ການ​ທາດ​ໄນ​ໂຕ​ເຈນ ແລະ ໂປ​ຕຣັດ​ຊຽມ​ສູງ​ເພື່ອ​ໃຊ້ ໃນ​ການ​ສ້າງ​ຄວາມ​ຈະ­ເລີນ​ເຕີບ ໂຕ​ໃຫ້​ແກ່​ຕົ້ນ​ພືດ, ປຸຍ​ທີ່​ແນະ­ນຳ​ໃຫ້​ໃຊ້​ຄື: ປຸຍ​ສູດ 13-13-21 ຫລື 14-14-21 ໂດຍ​ແບ່ງ​ໃສ່ 2 ຄັ້ງ​ຄື: ຄັ້ງ​ທີ 1: ໃສ່​ຮອງ​ພື້ນ​ກ່ອນ​ປູກແລ້ວ​ພວນ​ຖົມ​ໃນ​ດິນ, ຄັ້ງ​ທີ 2:  ໃສ່​ຫລັງ​ຈາກ​ກະ​ລ່ຳ​ປີ​ມີ​ອາຍຸ​ໄດ້ 7-14 ວັນ ແລະ ຄວນ​ໃສ່​ປຸຍ​ໄນ​ໂຕ​ເຈນ ເຊັ່ນ: ປຸຍ​ແອມໂມ​ນຽມ​ຊັດ​ເຟດ ຫລື ຢູ​ເຣຍ ຄວບ​ຄູ່​ກັນ​ໄປ. ການ​ໃສ່​ປຸຍ​ນີ້​ກໍ່​ແບ່ງ​ໃສ່ 2ຄັ້ງ​ເຊັ່ນ​ດຽວ​ກັນ​ຄື: ໃສ່​ເມື່ອ​ກະ​ລ່ຳ​ປີ​ອາ­ຍຸ​ໄດ້ 20 ມື້ ແລະ ໃສ່​ຄັ້ງ​ທີ 2 ເມື່ອ​ອາ­ຍຸ​ໄດ້ 40ມື້ ໂດຍ​ການ​ໂຮຍ​ໃສ່​ອ້ອມ​ຕົ້ນ.
    Œການ​ໃຫ້​ນ້ຳ: ຄວນ​ໃຫ້​ນ້ຳສະ​ຫມ່ຳ​ສະ­ເຫມີ​ມື້​ລະ 1ຄັ້ງ ຖ້າ​ຂາດ​ນ້ຳ​ຈະ​ເຮັດ​ໃຫ້​ກະ​ລ່ຳ​ປີເຂົ້າ​ຫົວ​ຊ້າ ແລະ ເມື່ອ​ກະ​ລ່ຳ​ປີ​ເຂົ້າ​ຫົວ​ເຕັມ­ທີ່​ແລ້ວ​ຄວນ​ຫລຸດປະ­ລິ­ມານ​ການ​ໃຫ້​ນ້ຳ​ລົງເພາະ​ຖ້າ​ກະ​ລ່ຳ​ປີ​ໄດ້​ຮັບ​ນ້ຳ​ຫລາຍ​ເກີນ​ໄປ​ຈະ​ເຮັດ​ໃຫ້​ຫົວ​ກະ​ລ່ຳ​ປີ​ແຕກ.
    Œການ​ພວນ​ດິນ ແລະ ກຳ­ຈັດ​ວັດ​ສະ​ພືດ: ໃນ​ໄລ­ຍະ​ທຳ​ອິດ​ຄວນ​ປະ­ຕິ­ບັດ​ເລື້ອຍໆ ເພາະ​ວັດ​ສະ​ພືດ​ຈະ​ເປັນ​ໂຕ​ຍາດ​ອາ­ຫານ​ໃນ​ດິນ​ລວມ​ທັງ​ເປັນ​ທີ່​ອາ­ໄສ​ຂອງ​ເຊື້ອ​ໂລກ ແລະ ແມງ­ໄມ້.
    3. ການ​ເກັບ​ກ່ຽວ: ອາ­ຍຸ​ການ​ເກັບ​ກ່ຽວ​ກະ​ລ່ຳ​ປີ​ຂຶ້ນ​ຢູ່​ກັບ​ລັກ­ສະ­ນະ​ຂອງ​ແຕ່​ລະ​ພັນ ພັນ​ເບົາ​ປະ­ມານ 50-60 ມື້, ພັນຫນັກ​ມີ​ອາ­ຍຸ​ປະ­ມານ 120 ມື້. ຄວນ​ເລືອກ​ເກັບ​ຫົວ​ທີ່​ຫໍ່​ແຫນ້ນໆ ແລະ ມີຂະ­ຫນາດ​ພໍ​ເຫມາະໂດຍ​ກະ​ລ່ຳ​ປີ​ຈະ​ມີ​ນ້ຳ​ຫນັກ​ກ​ປະ­ມານ 1-2 ກິ​ໂລ​ຕໍ່​ຫົວ ຖ້າ​ປະ​ໄວ້​ດົນຫົວ​ກະ​ລ່ຳ​ປີ​ຈະ​ຫລວມ ແລະ ເຮັດ​ໃຫ້​ຄຸນ​ນະ​ພາບ​ຫລຸດ​ລົງ.
    1.   ເຊື້ອ​ໂລກ:
    -     ໂລກ​ເນົ່າ: ລັກ­ສະ­ນະ​ອາ­ການພົບ​ໄດ້​ເກືອບ​ທຸກ​ໄລ­ຍະ​ການ​ຈະ­ເລີນ​ເຕີບ​ໂຕ ແລະ ພົບ​ຫລາຍ​ໃນ​ໄລ­ຍະ​ກະ​ລ່ຳ​ປີ​ພວມ​ຫໍ່​ຫົວໂດຍ​ໄລ­ຍະ​ທຳ​ອິດ​ຈະ​ພົບ​ເປັນ​ຈຸດ ຫລື ບໍ­ລິ­ເວນ​ທີ່​ມີ​ລັກ­ສະ­ນະ​ຊຸ່ມ​ນ້ຳຄື​ຮອຍ​ຊ້ຳ​ແຕ່​ຕໍ່​ມາ​ແຜ່​ຂະ­ຫຍາຍ​ລຸກລາມອອກ​ໄປ​ເຮັດ​ໃຫ້​ເກີດ​ການ​ເນົ່າ ແລະ ເປັນ​ເມືອກ​ຍ້ອຍ​ມີ​ກິ່ນ​ເຫ​ມັ່ນເມື່ອ​ມີ​ອາ­ການ​ຮຸນ​ແຮງ​ຈະ​ເຮັດ​ໃຫ້​ກະ​ລ່ຳ​ປີ​ເນົ່າ​ທັງ​ຫມົດ ແລະ ຫັກ​ພັບ​ລົງ.
    -     ການ​ປ້ອງ​ກັນ ແລະ ກຳ­ຈັດ: ລະ­ມັດ­ລະ­ວັງ​ຢ່າ​ໃຫ້​ເກີດ​ແຜ ຫລື ຮອຍ​ຊ້ຳ​ໃນ​ເວ­ລາ​ເກັບ​ກ່ຽວ ແລະ ຂົນ­ສົ່ງ, ສີດ​ພົ່ນ​ສານ​ກຳ­ຈັດ​ແມງ­ໄມ້​ປາກ​ກັດ ຫລື ແມ­ງວັນ​ໃນ​ຫນານ​ປູກ, ກຳ­ຈັດ​ວັດ​ສະ​ພືດ​ອອກ​ຈາກ​ຫນານ​ປູກ, ບໍ່​ຄວນ​ໄຖ​ຖົມ. ໃນ​ຫນານ​ປູກຄວນ​ມີ​ການ​ລະ­ບາຍ​ນ້ຳ​ໄດ້​ດີ ແລະ ຫລັງຈາກ​ເກັບ​ກ່ຽວ​ແລ້ວໃຫ້​ເກັບ​ເມັດ​ຜັກ​ໄວ້​ໃນ​ບ່ອນ​ທີ່​ມີ​ອຸນ­ຫະ­ພູມ​ປະ­ມານ 10 ອົງ­ສາ​ເຊ.
    2.   ແມງ­ໄມ້:
    -     ຫນອນ​ໄຍ​ຜັກ: ເປັນຫນອນ​ແມງ­ກະ­ເບື້ອ​ທີ່​ມີ​ຂະ­ຫນາດ​ນ້ອຍ​ສຸດ​ໃນ​ຫນອນ​ແມງ­ກະ­ເບື້ອສັດ­ຕູ​ຜັກ​ຈະ​ມີ​ລັກ­ສະ­ນະ​
    ຫົວ​ກົມ​ແຫລມເມື່ອ​ຖືກ​ໂຕ​ຈະ​ດິ້ນ​ລົງ​ດິນ​ໂດຍ​ການ​ສ້າງ​ໄຍມັກ​ຈະ​ພົບ​ໂຕ​ແກ່​ຕາມ​ໃບ​ໂດຍ​ເກາະ​ຢູ່​ໃນ​ລັກ­ສະ­ນະ​ຍົກ​ຫົວ​ຂຶ້ນ. ຫນອນ​ໄຍ​ຜັກ​ເກີດ​ຈາກ​ແມງ­ກະ­ເບື້ອ​ວາງ​ໄຂ່​ໄວ້ໄຂ່​ມີ​ຂະ­ຫນາດ​ນ້ອຍ​ຂ້ອນ​ຂ້າງ​ແປມີ​ສີ­ເຫລືອງ​ຕິດ​ກັນ 2Œ5 ຫນ່ວຍ ອາ­ຍຸ​ໄຂ່​ປະມານ 3 ມື້ ອາ­ຍຸ​ດັກ­ແດ້ 3Œ4 ມື້ ເມື່ອ​ໃຫ່​ຍ​ເຕັມ­ທີ່​ຈະ​ເປັນ​ສີ­ເຫລືອງ​ເທົາທາງ​ຫລັງມີ​ແຖບ​ສີ­ເຫລືອງໂຕ​ເຕັມ​ໄວ​ອາ​ຍູ​ 1 ອາ­ທິດ ການ​ທຳ­ລາຍ​ຂອງ​ຫນອນ​ໄຍ​ຜັກ​ຈະ​ກັດ​ກິນ​ຜັກ​ອ່ອນ, ດອກ ຫລື ໃບ​ທີ່​ຫຸ້ມ​ຢູ່ເຮັດ​ໃຫ້​ເປັນ​ຮູ​ຍ່ອຍ ຫນອນ​ໄຍ​ຜັກ​ມີ​ຄວາມ​ສາມາດ​ທົນ​ທານ​ຕໍ່​ເຄ​ມີ ແລະ ປັບ​ຕົວ​ຕ້ານ­ທານ​ຕໍ່​ສານ​ເຄ​ມີ​ໄດ້​ດີ.
    -     ການ​ປ້ອງ​ກັນ ແລະ ກຳ­ຈັດ: ໃຊ້​ສານ​ເຄ​ມີ​ກຳ­ຈັດ​ໂຕ​ຫນອນ​ໂດຍ​ກົງ, ໃຊ້​ເຊື້ອ​ແບັກ​ທີ​ເລຍບາ​ຊິນ​ລັດ​ທູ​ລິນ​ເຈນຊິ​ສ ທຳ­ລາຍ ແລະ ຫມັ່ນ​ກວດ­ເບິ່ງ​ຫນານ​ກະ​ລ່ຳ​ປີ ເມື່ອ​ພົບ​ໂຕ​ຫນອນ​ຄວນ​ທຳ­ລາຍ​ທັນ­ທີ.
    -     ຫນອນ​ເຈາະ​ກະ​ລ່ຳ​ປີ: ຈະ​ພົບ​ການ​ລະ­ບາດ ແລະ ສ້າງ​ຄວາມ​ເສຍ​ຫາຍ ໃຫ້​ແກ່​ພືດ​ຜັກ​ໃນ​ຕະ­ກຸນ​ກະ​ລ່ຳ​ປີ ໂດຍ ຫນອນ​ຈະ​ເຈາະ​ເຂົ້າ​ໄປ​ກັດ​ກິນ​ໃນ​ຫົວ ຫລື ຍອດ​ຜັກ ທີ່​ກຳ­ລັງ​ຈະ­ເລີນ​ເຕີບ​ໂຕ​ເຮັດ​ໃຫ້​ຍອດ​ຜັກ​ຂາດ​ບໍ່​ເຂົ້າ​ຫົວ ຖ້າ​ລະ­ບາດ​ໃນ​ໄລ­ຍະ​ອອກ­ດອກ​ຈະ​ເຈາະ​ເຂົ້າ​ໄປ​ໃນ​ລຳ­ຕົ້ນ, ກ້ານ ແລະ ດອກ ຫລື ໃນ​ໄລ­ຍະ​ນ້ອຍ​ຈະ​ກັດ​ກິນ​ດອກ.
    -     ການ​ກຳ­ຈັດ: ຄວນ​ປະ­ຕິ­ບັດ​ຕັ້ງ­ແຕ່​ໄລ­ຍະ​ທຳ​ອິດ ໂດຍ​ການ​ເລືອກ​ເບ້ຍ​ທີ່​ບໍ່​ມີ​ໄຂ່ ຫລື ຫນອນ​ນ້ອຍ​ຕິດ​ມາ ຈະ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ຫນອນ​ເຂົ້າ​ໄປ​ທຳ­ລາຍ​ສ່ວນ​ສຳ­ຄັນ​ຂອງ​ພືດ, ກ້ານ ຫລື ດອກ​ໄດ້. ນອກ­ຈາກ​ນີ້​ອາດ​ໃຊ້​ສານ​ເຄ​ມີ​ປ້ອງ​ກັນ​ກຳ­ຈັດ ຖ້າ​ຫາກ​ເປັນ​ພື້ນ​ທີ່​ປູກ­ຝັງ​ທີ່​ບໍ່​ເຄີຍ​ໃຊ້​ສານ​ເຄ​ມີ​ມາ​ກ່ອນ ຄວນ​ໃຊ້​ເມ​ວິນ​ຟຼອດ​ໂທ​ມິດ ຄວນ​ເລືອກ​ໃຊ້​ສານ​ເຄ​ມີ​ຊະ­ນິດ​ນີ້​ໃນ​ໄລ­ຍະ​ໃກ້​ເກັບ​ກ່ຽວ ແລະ ຖ້າ​ເປັນ​​ແຫ​ລ່ງ​ທີ່​ເຄີຍ​ປູກ​ຜັກ ແລະ ໃຊ້​ສານ​ເຄ​ມີ​ມາ​ກ່ອນ ຄວນ​ເລືອກ​ໃຊ້​ສານ​ເຄ​ມີ​ໃນ​ກຸ່ມ​ພລີ​ທອຍ​ສັງ​ເຄາະ​ທັງ­ຫລາຍ ໃນ​ອັດ­ຕາ 20-30ຊີ​ຊີ. ວິ­ທີ​ການ​ໃຊ້​ສານ​ເຄ​ມີ​ຊະ­ນິດ​ນີ້​ຄື: ໃຊ້​ເມື່ອ​ພົບ​ໄຂ່ ຫລື​ຫນອນ​ເຂົ້າ​ທຳ­ລາຍ​ໄລ­ຍະ​ເວ­ລາ​ການ​ສີດ​ແມ່ນ 7ມື້​ຕໍ່​ຄັ້ງ.
    -     ແມງ­ໄມ້ ແລະ ສັດ­ຕູ​ພືດ​ອື່ນໆ:
    ·         ດ້ວງ​ຫມັດ​ຜັກ: ຈະ​ພົບ​ການ​ທຳ­ລາຍ​ໄດ້​ຕະ­ຫລອດ​ປີ ປ້ອງ​ກັນ​ດ້ວຍ​ການ​ສີດ​ພົ່ນ​ດ້ວຍ​ເຊ​ຟວິນ 85ຫລື ແລນ​ເນດ.
    ·         ມົດ: ຈະ​ທຳ­ລາຍ​ກ່ອນ​​ໄລຍະ​ເບ້ຍ​ງອກ ສັງ­ເກດ​ໄດ້​ຈາກ​ທາງ​ເດີນ​ຂອງ​ມົດ ປ້ອງ​ກັນ​ດ້ວຍ​ການ​ສີດ​ພົ່ນ​ດ້ວຍ​ເຊ​ຟວິນ 85ແລະ ເຄ​ມີ​ຟຼອດ​ຫົດ​ໃສ່​ຫນານ​ກ້າ.

 

ຄວາມຄິດເຫັນ

 

Free Web Hosting