ວິທີເພາະຖົ່ວງອກ
  1.  

            ມາຮູ້ວິທີເພາະຖົ່ວງອກງ່າຍໆໄວ້ບໍລິໂພກໃນຄົວເຮືອນ




      ປະ­ຈຸ​ບັນ ຖົ່ວ­ງອກ​ກຳ­ລັງ​ເປັນ​ທີ່​ນິ­ຍົມ​ບໍ­ລິ­ໂພກ​ຢ່າງ​ຫລວງ­ຫລາຍ​ບໍ່​ວ່າ​ຈະ​ໃສ່​ເຂົ້າ­ປຽກ, ໃສ່​ລາບ ແລະ ອື່ນໆ... ແຕ່​ທ່ານ ຮູ້​ບໍ່​ວ່າ​ຖົ່ວ­ງອກ​ຍັງ​ມີ​ຄຸນ­ຄ່າ​ທາງ​ໂພ­ຊະ​ນາ​ການ​ສູງ ມີ​ທາດ​ໂປຣ​ຕີນ, ວິ­ຕາ­ມິນ ແລະ ເກືອ​ແຮ່ ເຊິ່ງ​ເປັນ​ທາດ​ທີ່​ດີ​ຕໍ່​ສຸ­ຂະ­ພາບ​ຂອງ ຄົນ​ເຮົາ ຖົ່ວ­ງອກ​ເປັນ​ພືດ​ຊະ­ນິດ​ດຽວ​ທີ່​ໃຊ້​ເວ­ລາ​ການ​ເພາະ 3-4 ມື້ ເທົ່າ​ນັ້ນ ກໍ່​ສາ­ມາດ​ນຳ​ມາ​ຮັບ​ປະ­ທານ​ໄດ້.
    ໂດຍ​ມີ​ວິ­ທີ ແລະ ຂັ້ນ​ຕອນ ການ​ເພາະ​ຖົ່ວ­ງອກ​ດັ່ງ­ນີ້.
    1. ໃຫ້​ກຽມ​ພາ­ຊະ­ນະ​ດິນ​ເຜົາ ຫລື ພລາ​ສ​ຕິກ ເຊັ່ນ: ໄຫ ຫລື ຖັງ ແລະ ໃຫ້​ເອົາ​ນ້ຳ​ຮ້ອນ​ປະ­ສົມ​ກັບ​ນ້ຳ​ເຢັນ (ນ້ຳ​ປົກ­ກະ­ຕິ) ຄື: ນ້ຳ​ຮ້ອນ 1ສ່ວນ ຖອກ​ລົງ​ໄຫ ຫລື ຖັງ ເພື່ອ​ໃຫ້​ໄດ້​ນ້ຳ​ອຸ່ນ​ປະ­ມານ 50-60 ອົງ­ສາ ເພື່ອ​ກຽມ​ແຊ່​ຖົ່ວ.
    2. ເມັດ​ຖົ່ວ​ທີ່​ຈະ​ນຳ​ມາ​ເພາະ​ຄວນ​ເລືອກ​ຖົ່ວ​ທີ່​ນິ­ຍົມ​ບໍ­ລິ­ໂພກ ເຊັ່ນ: ຖົ່ວ­ຂຽວ​ເປັນ­ຕົ້ນ​ກ່ອນ​ຈະ​ເພາະ​ຕ້ອງ​ລ້າງ​ຖົ່ວ​ໃຫ້​ສະ­ອາດ​ກ່ອນ ໂດຍ​ການ​ແຊ່​ຖົ່ວ​ໃນ​ນ້ຳ​ອຸ່ນ​ທີ່​ກຽມ​ໄວ້​ປະ​ໄວ້​ຈົນ​ນ້ຳ​ເຢັນ​ລົງ ແລະ ແຊ່​ຕໍ່​ໄປ​ດົນ 6-8ຊົ່ວ­ໂມງ.
    3. ນຳ​ໄຫ​ອີກ​ຫນ່ວຍ​ຫນຶ່ງ  (ໄຫ​ທີ່​ກຽມ​ເພາະ​ຖົ່ວ) ນຳ​ມາ​ເຈາະ​ຮູ​ນ້ອຍໆ​ທີ່​ກົ້ນ​ປະ­ມານ 7-8 ຮູ​ເພື່ອ​ລະ­ບາຍ​ນ້ຳ​ບໍ່​ໃຫ້​ຂັງ ໃນ​ເວ­ລາ​ທີ່​ເຮົາ​ຫົດ​ນ້ຳ ແລະ ບໍ່​ໃຫ້​ຖົ່ວ​ເນົ່າ ຫລັງ​ຈາກ​ນັ້ນ ກໍ່​ນຳ​ຖົ່ວ​ທີ່​ແຊ່​ໄວ້ (ຕາມ​ຂັ້ນ​ຕອນ 2) ຄົບ 6-8ຊົ່ວ­ໂມງ ໃສ່​ລົງ​ໄຫ​ທີ່​ເຈາະ​ຮູ (ຖົ່ວ​ທີ່​ແຊ່​ດ້ວຍ​ນ້ຳ​ອຸ່ນ​ແລ້ວ​ຈະ​ຕື່ງ​ຂຶ້ນ) ໂດຍ​ປົກ­ກະ­ຕິ​ຖົ່ວ 1ສ່ວນ ຈະ​ເຕີບ​ໂຕ​ເປັນ​ຖົ່ວ­ງອກ​ປະ­ມານ 5-6ເທົ່າ ດັ່ງ­ນັ້ນ ຂະ­ຫນາດ​ຂອງ​ພາ­ຊະ­ນະ​ທີ່​ໃສ່​ຄວນ​ເລືອກ​ໃຫ້​ຈະ​ເຫມາະ​ສົມ.
    4. ເມື່ອ​ເອົາ​ຖົ່ວ​ໃສ່​ໄຫ​ແລ້ວ​ເຂ່ຍ​ແປງ​ໃຫ້​ພຽງ​ກັນ​ແລ້ວ​ປິດ​ປາກ​ໄຫ​ດ້ວຍ​ຟອງ­ນ້ຳ ຫລື ຜ້າ­ແພ ຫລັງ​ຈາກ​ນັ້ນ​ຫົດ​ນ້ຳ​ໃຫ້​ທົ່ວ ການ​ຫົດ​ນ້ຳ​ຄວນ​ຫົດ 2ເທື່ອ​ຕໍ່​ວັນ, ເທື່ອ​ທຳ​ອິດ​ຫົດ​ເພື່ອ​ລະ­ບາຍ​ຄວາມ​ຮ້ອນ ເທື່ອ​ທີ 2ເພື່ອ​ໃຫ້​ຖົ່ວ​ຊຸ່ມ​ນ້ຳ ແລະ ຄວນ​ເກັບ​ໄວ້​ໃນ​ທີ່​ຮົ່ມ​ບໍ່​ຮ້ອນ ແລະ ພື້ນ​ແຫ້ງ.
    ຫລັງ​ຈາກ​ເຮັດ​ຂັ້ນ​ຕອນ​ທີ 4 ສຳ­ເລັດ​ແລ້ວ​ເວ­ລາ​ຜ່ານ​ໄປ 1 ມື້, ມື້​ທີ 2  ຂອງ​ການ​ເພາະ​ຖົ່ວ​ກໍ່​ຈະ​ເລີ່ມ​ງອກ​ອອກ​ມາ, ມື້​ທີ 3 ຖົ່ວ­ງອກ​ກໍ່​ຈະ​ເລີ່ມ​ຈະ­ເລີນ​ເຕີບ​ໂຕ ແລະ ຖອດ​ເປືອກ ແຕ່​ຍັງ​ບໍ່​ໃຫຍ່​ພໍ​ປານ­ໃດ​ໃນ​ມື້​ທີ 4 ຖົ່ວ­ງອກ​ກໍ່​ຈະ​ໃຫຍ່​ສົມ­ບູນ ແລະ ສາ­ມາດ​ນຳ​ມາ​ຮັບ​ປະ­ທານ​ໄດ້ຢ່າງ​ແຊບ.

 

ຄວາມຄິດເຫັນ

 

Free Web Hosting