ການປູກໝາກຖົ່ວດິນ
  1.  

                           ການປູກໝາກຖົ່ວດິນ

     


    ຖົ່ວ­ດິນ​ເປັນ​ພືດ​ນ້ຳ­ມັນ​ທີ່​ມີ​ອາ­ຍຸ​ສັ້ນ ໃຊ້​ປະ­ໂຫຍດ​ໃນ​ຮູບ​ເມັດ​ດິບ ແລະ ເມັດ​ແຫ້ງ ທຸກ​ພາກ​ຂອງ​ປະເທດ​ເຮົາ​ສາ­ມາດ​ປູກ​ໄດ້.
    I. ສະ­ພາບ​ແວດ​ລ້ອມ​ທີ່​ເຫມາະສົມ.
    ດິນ​ທີ່​ເຫມາະ​ສົມ​ສຳ­ລັບການ​ປູກ​ຖົ່ວ­ດິນ​ຄວນ​ເປັນ​ດິນ​ຫນ້າ​ເລິກ, ລະ­ບາຍ​ນ້ຳ​ໄດ້​ດີ, ບໍ່​ມີ​ນ້ຳ​ຂັງ, ຫນ້າ­ດິນ​ບໍ່​ຄວນ​ແຫນ້ນ ຫລື ແຂງ ເພາະ​ເວ­ລາ​ເກັບ​ກ່ຽວ​ຈະ​ເຮັດ​ໃຫ້ຝັກ​ຂາດ ແລະ ຄ້າງ​ຢູ່​ໃນ​ດິນ. ອຸນຫະ​ພູມ​ສະ­ເລ່ຍ​ສຳ­ລັບ​ການ​ຈະ ເລີນ​ເຕີບ​ໂຕ​ແມ່ນ​ປະ­ມານ 30 ອົງ­ສາ​ເຊ ຖ້າ​ອຸນ­ຫະ­ພູມ​ຕ່ຳ​ກວ່າ​ນີ້​ຖົ່ວ­ດິນ​ຈະ​ງອກ​ຊ້າ​ກວ່າ​ປົກ­ກະ­ຕິ​ການ​ຂາດ​ນ້ຳ​ໃນ​ໄລ­ຍະ​ທີ່​ຖົ່ວ­ດິນ ກຳ­ລັງ​ແຕກ​ຫນໍ່ ແລະ ສ້າງ​ຝັກຈະ​ມີ​ຜົນ​ກະ­ທົບ​ຕໍ່​ຜົນ​ຜະ­ລິດ​ຫລາຍ​ທີ່​ສຸດ.
    1.  ການ​ກະ­ກຽມ​ດິນ.
    ຄວນ​ໄຖ​ດິນ​ປູກເພື່ອ​ກຳ­ຈັດຫຍ້າ ແລະ ເຮັດ​ໃຫ້​ດິນ​ຜຸ່ຍເຫມາະ​ສົມ​ກັບ​ການ​ແຕກ​ງອກ ໂດຍ​ການ​ໄຖ​ດິນ​ໃຫ້​ເລິກ​ປະ­ມານ 10-20 ຊັງ​ຕີ​ແມັດ, ທັບ ແລະ ພວນ​ດິນ​ໃຫ້​ລະ­ອຽດ. ການ​ປູກຖົ່ວ­ດິນ​ໃນ​ລະ­ດູ­ແລ້ງໂດຍ​ໃຊ້​ນ້ຳຊົນ­ລະ­ປະ­ທານຄວນ​ຍົກ​ຮ່ອງ​ປູກເພື່ອ​ສະ­ດວກ​ໃນ​ການ​ໃຫ້​ນ້ຳຄວາມ​ກວ້າງ​ຂອງ​ສັນ​ຮ່ອງ​ແມ່ນ​ຂຶ້ນ​ກັບ​ເນື້ອ​ດິນ ຖ້າ​ເນື້ອ​ດິນ​ແຫນ້ນ ຄວນ​ເຮັດ​ຮ່ອງ​ແຄບ​ສັນ​ຮ່ອງກວ້າງ​ປະ­ມານ 60-90 ຊັງ​ຕີແມັດ. ເຮົາ​ສາ­ມາດ​ປູກ​ຖົ່ວ­ດິນ​ໄດ້ 2 ແຖວ​ຖ້າ­ວ່າ​ດິນ​ລະ­ບາຍ​ນ້ຳ​ໄດ້​ດີອາດ​ຈະ​ຂະ­ຫຍາຍ​ຂະ­ຫນາດ​ຮ່ອງໃຫ້​ກວ້າງ​ຂຶ້ນ​ເຖິງ 1,5 ແມັດ, ການ​ປູກ​ຫລັງ​ເກັບ​ກ່ຽວ​ເຂົ້າ­ນາ ໂດຍ​ອາ­ໄສ​ຄວາມ​ຊຸ່ມ​ໃນ​ດິນ ແລະ ບໍ່​ມີ​ການ​ໃຫ້​ນ້ຳຕ້ອງ​ມີ​ເງື່ອນໄຂ​ຄື: ຕ້ອງ​ມີ​ລະ­ບົບ​ນ້ຳ​ໃຕ້​ດິນຕື້ນ ແລະ ມີ​ປະ­ລິ­ມານ​ນ້ຳ​ພຽງພໍ​ຕໍ່​ກັບ​ການ​ຈະ­ເລີນ​ເຕີບ​ໂຕ​ຈົນເຖິງ​ການ​ເກັບ​ກ່ຽວ. ການ​ກຽມດິນ​ຕ້ອງ​ເຮັດ​ຫລາຍ​ຄັ້ງເພື່ອ​ໃຫ້ຫນ້າ­ດິນ​ລະ­ອຽດ ເພື່ອ​ຫລຸດ­ຜ່ອນການ​ລະ​ເຫີຍ​ນ້ຳ​ຈາກ​ດິນ ແລະ  ເຫມາະ​ສົມ​ແກ່​ການ​ແຕກ​ຫນໍ່​ຂອງ​ຖົ່ວ­ດິນ.
    2.  ການ​ກຽມ​ເມັດ​ພັນ.
    ເມັດ​ພັນ​ທີ່​ໃຊ້​ຄວນ​ມີ​ຄວາມ​ສົມ­ບູນ​ປະ­ມານ 70%, ແກະ​ເມັດ​ອອກ ແລະ ປູກ​ພາຍ​ໃນ 1 ເດືອນ, ຄວນ​ແຊ​ນ້ຳ​ກ່ອນ​ປູກ 4-5 ຊົ່ວໂມງ ໃຫ້​ແກ່ນ​ແຕກ​ຫນໍ່​ກ່ອນ​ຈິ່ງ​ນຳ­ໄປ​ປູກ​ຈະ​ຊ່ວຍ​ໃຫ້​ເມັດ​ງອກ​ໄວ ແລະ ສະ​ຫມ່ຳ​ສະ­ເຫມີ​ດີ​ກວ່າ​ເມັດ​ທີ່​ບໍ່​ໄດ້​ແຊ່​ນ້ຳ. ຄວນ​ຄວບ​ຄຸມເມັດ​ດ້ວຍ​ສານ​ປ້ອງ​ກັນ​ເຊື້ອ​ລາ ແມນ​ໂຄ​ແຊບ (ໄດ​ເທນ M45) ໃນ​ອັດ­ຕາ 3 ກຣາມ​ຕໍ່1 ກິ​ໂລ ຫລື ໂບ​ໂນ​ມິນ (ເບນ​ເລດ) ປະ­ສົມຄາ​ບອກ​ຊິນ (ໄວ​ຕາ​ແວັດ) ໃນອັດ­ຕາ 3-4 ກຣາມ​ຕໍ່ 1 ກິ​ໂລ ຫລື ລິ​ໂດ​ມິນ MZ 72 ໃນ​ອັດ­ຕາ 3 ກຣາມ​ຕໍ່ 1 ກິ​ໂລ. ການ​ຄວບ​ຄຸມ​ເມັດ​ບໍ່​ຄວນ​ໃຊ້​ສານ​ຊະ­ນິດ​ດຽວ​ຕິດ­ຕໍ່​ກັນ​ຫລາຍ​ລະ­ດູ​ການ ເພາະ­ວ່າ​ເຊື້ອ​ລາ​ຈະ​ລຶ້ງ​ກັບ​ຢາ, ປະ­ລິ­ມານ​ທີ່​ໃຊ້​ໃນ​ການ​ປູກ (ສຳລັບ​ເມັດ​ທີ່​ແຕກ​ງອກ​ແລ້ວ) 15-20 ກິ​ໂລ​ຕໍ່​ໄລ່.
    3.  ລະ­ດູ​ການ​ປູກ.
    ຕົ້ນ​ລະ­ດູ­ຝົນ: ປະ­ມານ​ເດືອນ ເມ­ສາ ຫາ ເດືອນ ພຶດ­ສະ­ພາ, ເກັບ​ກ່ຽວ​ປະ­ມານ​ເດືອນ​ກໍ­ລະ­ກົດ ຫາ ເດືອນ ສິງ­ຫາ.
    ປາຍ​ລະ­ດູ­ຝົນ: ປູກ​ຕັ້ງ­ແຕ່ ເດືອນກໍ­ລະ­ກົດ ຫາ ເດືອນ​ສິງ­ຫາ ແລະ ເກັບ​ກ່ຽວ​ປະ­ມານ ເດືອນ ຕຸ­ລາ ຫາ ເດືອນ​ພະ­ຈິກ.
    ລະ­ດູ­ແລ້ງ: ປູກ​ໂດຍ​ອາ­ໄສນ້ຳ​ຊົນ­ລະ­ປະ­ທານ​ເລີ່ມ​ແຕ່​ເດືອນ ທັນ­ວາ ຫາ ເດືອນ​ມັງ­ກອນ ເກັບ​ກ່ຽວ​ໃນ​ເດືອນ​ເມ­ສາ ຫາ ເດືອນ​ພຶດ­ສະ­ພາ, ປູກ​ໂດຍ​ອາ­ໄສຄວາມ​ຊຸ່ມ​ໃນ​ດິນປູກ​ໃນ​ເດືອນ ພະ­ຈິກ ຫາ ເດືອນ​ທັນ­ວາ ເກັບກ່ຽວ​ໃນ​ເດືອນ​ກຸມ­ພາ ຫາ ເດືອນ ເມ­ສາ.
    4.  ການ​ປູກ.
    ເພື່ອ​ຢາກ​ໃຫ້​ເມັດ​ງອກ​ງາມຢ່າງ​ສະ​ຫມ່ຳ​ສະ­ເຫມີ​ຄວນ​ຝັງເມັດ​ເລິກ​ປະ­ມານ 2 ຊັງ​ຕີແມັດ,ໄລ­ຍະ​ຫ່າງ​ລະ­ຫວ່າງ​ແຖວປະ­ມານ 30 ຊັງ​ຕີ​ແມັດ  ຕົ້ນຖົ່ວ​ຈະ​ຄວບ​ຄຸມ​ພື້ນ​ທີ່​ໄດ້​ໄວ ແລະ ແຂ່ງ­ຂັນ​ກັບ​ວັດ​ສະ​ພືດ​ໄດ້​ດີ, ແຕ່ຖ້າ​ປູກ​ໃນ​ໄລ­ຍະ​ຫ່າງ​ລະ­ຫວ່າງແຖວ ປະ­ມານ 40-50 ຊັງ​ຕີ​ແມັດ ຈະ​ຊ່ວຍ​ໃຫ້​ກຳ­ຈັດ​ວັດ​ສະ​ພືດ​ສະດວກ​ຂຶ້ນ, ໄລ­ຍະ​ຫ່າງ​ລະ­ຫວ່າງຂຸມ​ປະ­ມານ 20 ຊັງ​ຕີ​ແມັດ, ໃຊ້ເມັດ 2-3 ແກ່ນ​ຕໍ່​ຂຸມ.
    5.  ການ​ໃສ່​ປຸ໋ຍ.
    ຖ້າ​ເປັນ​ດິນ​ກົດ pH ຕ່ຳ​ກວ່າ 4,5 ຄວນ​ມີ​ການ​ໃສ່​ປຸ໋ຍ​ເພື່ອ​ປັບສະ­ພາບ​ດິນ​ກ່ອນ ໂດຍ​ທົ່ວ​ໄປ​ຖ້າເປັນ​ດິນ­ຊາຍ​ຈະ​ໃຊ້​ປູນ​ຂາວ​ໃນອັດ­ຕາ 100-105 ກິ​ໂລ​ຕໍ່​ໄລ່ ແລະ 200-500 ກິ​ໂລ​ຕໍ່​ໄລ່ ໂດຍ​ໃສ່​ກ່ອນ​ປູກ 1-2 ອາ­ທິດ ແລ້ວ​ເອົາ​ດິນ​ຖົມ​ປູນ​ຂາວ ນອກຈາກ​ຈະ​ຊ່ວຍ​ປັບ​ສະ­ພາບ​ຄວາມເປັນ​ກົດ, ເປັນ​ດ່າງ​ຂອງ​ດິນ​ແລ້ວ ຖ້າ​ຢາກ​ເພີ່ມ​ທາດ​ແຄນ​ຊຽມ​ໃຫ້ໃສ່​ປູນ​ຂາວ​ ໂດຍ​ການ​ໂຮຍ​ໃສ່ຂ້າງ​ແຖວ​ປູກ​ໃນ​ໄລ­ຍະ​ທີ່​ຖົ່ວ­ດິນກຳ­ລັງ​ຢັ່ງ​ຮາກ (50-55 ມື້ ຫລັງ​ງອກ) ໃສ່​ໃນ​ອັດ­ຕາ 50-100 ກິ​ໂລ​ຕໍ່​ໄລ່.
    6.  ການ​ປ້ອງ​ກັນ ແລະ ກຳ ຈັດ​ເຊື້ອ​ໂລກ.
    ເຊື້ອ​ໂລກ​ທີ່​ສຳຄັນ ແລະ ທຳ­ລາຍ​ຜົນ​ຜະ­ລິດ​ຂອງ​ຖົ່ວ­ດິນ​ມີ​ດັ່ງ­ນີ້:
    - ພະ­ຍາດ​ເມັດ​ເນົ່າ ຫລື ຕົ້ນເນົ່າ: ຄວນ​ໃຊ້​ແຄບ​ຕາ​ໂຟນ (ໄດໂຟ​ລາ​ແທນ) ຫລື ໄທ​ແລມ (ເທີ​ຊານ) 2ບ່ວງ​ແກງ ປະ­ສົມໃສ່​ເມັດ 1ກິ​ໂລ.
    - ພະ­ຍາດ​ໃບ​ຈຸດ: ແນະ­ນຳໃຫ້​ໃຊ້ ຄໍ​ໂລ​ທາ​ໂລ​ນີດ (ຄາ​ໂລນີດ) ຫລື ໃຊ້​ເດດ​ຊີນ MX (ສານ​ປະ­ສົມ ເບ​ໂນ​ມີດ ກັບ ແມນ​ໂຄ​ເຊບ) ໃຊ້ 2-3ບ່ວງ​ແກງປະ­ສົມ​ນ້ຳ 20ລິດ ສີດ​ພົ່ນ​ທຸກໆ 7-15ວັນ ຫາກ​ພົບ​ວ່າ​ໂລກ​ໃບ​ຈຸດລຶ້ງ​ກັບ​ຢາ​ໃຫ້​ປ່ຽນ​ໃຊ້​ສານ​ເຄ​ມີ​ຊະ­ນິດ​ອື່ນ.
    - ພະ­ຍາດ​ຝັກ​ເປັນ​ບາດ ແລະ ເປັນ​ຫູດ ຈາກ​ຂີ້­ກະ­ເດືອນ​ຝອຍ: ແນະ­ນຳ​ໃຫ້​ໃຊ້ ອັດ​ດິ​ຄາບ 10ກຣາມ ຫລື ຄາ​ໂບ​ຟູ​ລານ (ຟູ​ລາດານ) 3ກຣາມ ໂຮຍ​ໃສ່​ຂຸມ ຫລື ຮອບ​ຂຸມ ແລ້ວ​ເອົາ​ດິນ​ຖົມ​ສານທັງ​ສອງ​ຊະ­ນິດ​ນີ້​ອາດ​ເຮັດ​ໃຫ້ ໃບ​ພືດ​ໄຫມ້ແຕ່​ອາ­ການ​ດັ່ງ­ກ່າວຈະ​ຫາຍ​ໄປ​ເອງ.
    7.  ການ​ປ້ອງ​ກັນ ແລະ ກຳ ຈັດ​ແມງ­ໄມ້.
    ແມງ­ໄມ້ ຫລື ສັດ­ຕູ​ພືດ​ທີ່​ສຳ­ຄັນ ແລະ ນຳ​ຄວາມ​ເສຍ​ຫາຍ​ຢ່າງຮ້າຍ​ແຮງ​ສຳ­ລັບ​ຖົ່ວ­ດິນ​ໄດ້­ແກ່: ສ້ຽນ­ດິນ ແລະ ປວກ ໃຫ້​ສີດພົ່ນ​ດ້ວຍ​ຢາ​ຄໍ​ໄພ​ລີ​ຟອດ (ລອດແບນ 40EC) ສີດ​ພົ່ນ​ລະຫວ່າງ​ແຖວ​ຖົ່ວ­ດິນ​ໃນ​ເວ­ລາ​ທີ່ຖົ່ວ­ດິນ​ຢັ່ງ​ຮາກ ແລະ ສີດ​ພົ່ນອີກ​ຄັ້ງ​ຫລັ​ງຈາກ​ນັ້ນ 2 ອາ­ທິດ ຫລື ອາດ​ຈະ​ໃຊ້ ຄາ​ໂບ​ຟານ (ຟູ​ຣາ​ດານ 3G ໂຮຍພ້ອມກັບ​ປຸ໋ຍ​ໃຫ້​ໂຮຍ​ໃສ່​ຂ້າງ​ແຖວ​ຖົ່ວດິນ ຫລັງ​ຈາກ​ເສຍ​ຫຍ້າຄັ້ງ​ທີ​ສອງ ຫລື ເມື່ອ​ອາ­ຍຸ​ຖົ່ວ­ດິນ​ໄດ້ 30-35 ມື້ ຄວນ​ແບ່ງ​ໃສ່​ສອງ​ຄັ້ງ​ຄື: ຄັ້ງ​ທຳ​ອິດ​ເມື່ອ​ອາ­ຍຸ​ໄດ້ 30-35 ມື້ ແລະ ຄັ້ງ​ທີ​ສອງ​ເມື່ອ​ອາ­ຍຸ​ໄດ້ 60-65 ມື້.
    8.  ການ​ເກັບ​ກ່ຽວ.
    ເມື່ອ​ສັງ­ເກດ​ເຫັນ​ຫມາກ​ຖົົ່ວດິນ​ແກ່​ໄດ້ 60-80%  ກໍ່​ສາ­ມາດເກັບ​ກ່ຽວ​ໄດ້​ຄວນ​ຖອນ ແລະ ເກັບເອົາ​ຫມາກ​ໃຫ້​ສຳ­ເລັດ ຫລັງ​ຈາກເກັບ​ເອົາ​ຫມາກ­ຖົ່ວ​ດິນ​ແລ້ວ​ໃຫ້ຮີບ​ຟ້າວ​ຕາກ­ແດດ​ໃຫ້​ແຫ້ງ​ແລ້ວນຳ­ໄປ​ໄວ້​ບ່ອນ​ທີ່​ໂລ່ງ ແລະ ອາ ກາດ​ຖ່າຍ​ເທ​ໄດ້​ດີ ໂດຍ​ຖອກ​ຖົ່ວດິນ​ໃສ່​ເທິງ​ຜ້າ​ຢາງ​ຫນາ​ເຂ່ຍຫມາກ­ຖົ່ວ​ດິນ​ແຕ່​ລະ​ກອງ​ໃຫ້​ບາງ  ຖ້າ​ເກັບ​ເອົາ​ຫມາກ­ຖົ່ວ​ດິນ​ບໍ່​ທັນໃນ​ມື້​ທີ່​ເກັບ​ກ່ຽວ (ຖົ່ວ­ດິນ​ຍັງ​ຕິດກັບ​ຕົ້ນ) ໃຫ້​ລຽງ​ຕົ້ນ​ທີ່​ຫລົກ​ຂຶ້ນມາ​ລຽນ​ເປັນ​ແຖວ​ຫງາຍ​ດ້ານ ຫມາກ​ຂຶ້ນບໍ່​ຄວນ​ກອງ​ຕົ້ນ​ຖົ່ວດິນ​ທີ່​ຍັງ​ບໍ່​ທັນ​ເກັບ​ເອົາ​ຫມາກ​ໄວ້ບ່ອນ​ດຽວ ເພາະ​ຈະ​ເຮັດ​ໃຫ້​ເກີດເຊື້ອ​ລາ​ທີ່​ຫມາກ ແລະ ຈະ​ໄດ້​ເມັດທີ່​ມີ​ຄຸນ​ນະ​ພາບ​ຕ່ຳ.

 

ຄວາມຄິດເຫັນ

 

Free Web Hosting