ການປູກຫມາກຫຸ່ງຄວນເບິ່ງພື້ນທີ່ແນວໃດໃຫ້ເຫມາະສົມ

ບໍ່ວ່າຈະເປັນການປູກພືດຜັກຊະນິດໃດກໍ່ຕາມນອກຈາກຈະເລືອກແນວພັນທີ່ໃຫ້ຜົນຜະລິດຫລາຍການຄຳນວນພື້ນທີ່
ໃຫ້ເຫມາະສົມກໍ່ມີຄວາມສຳຄັນພ້ອມທັງເປັນການປະຢັດຕົ້ນທຶນໃນການຜະລິດ.
ສຳລັບພື້ນທີ່ 1 ໄລ່ ຫລື 1.600 ຕາແມັດຂອງການປູກຫມາກຫຸ່ງຖ້າຈະໃຫ້ໄດ້ມາດຕະຖານຄວນໃຊ້ໄລຍະຂອງ ການປູກແມ່ນ 2,5x2,5 ແມັດ, ເຊິ່ງຈະໄດ້ຈຳນວນຕົ້ນທັງຫມົດ 256 ຕົ້ນ, ສ່ວນຈຳນວນແນວພັນທີ່ຈະໃຊ້ນັ້ນແມ່ນຂຶ້ນກັບວິທີການປູກ, ສະເພາະການປູກຫມາກຫຸ່ງສາມາດປູກໄດ້ 2 ວິທີຄື:
ວິທີທີ 1 ປູກໂດຍກົງໃນຫນານ: ດ້ວຍການຢອດແກ່ນລົງໃນຂຸມທີ່ກຽມໄວ້ຂຸມລະ 5-8 ເມັດ, ເມື່ອແກ່ນອອກເປັນຕົ້ນ ກ້ານ້ອຍໆຄວນຕັດຖິ້ມໃຫ້ເຫລືອຂຸມລະ 3 ຕົ້ນ, ແລ້ວຖ້າຈົນຕົ້ນຫມາກຫຸ່ງອອກດອກເບິ່ງວ່າຕົ້ນໃດເປັນຕົ້ນສົມບູນເພດ (ມີທັງ ເພດຜູ້ ແລະ ເພດແມ່ຢູ່ພາຍໃນຕົ້ນດຽວ) ກໍ່ໃຫ້ເອົາໄວ້, ແຕ່ຖ້າຕົ້ນແມ່ ຫລື ຕົ້ນຜູ້ໃຫ້ຕັດອອກເຫລືອໄວ້ພຽງຕົ້ນດຽວ. ໃນກໍລະນີທີ່ພົບແຕ່ຕົ້ນແມ່ທັງຫມົດກໍ່ໃຫ້ຕັດອອກທັງສອງຕົ້ນເຫລືອໄວ້ພຽງຕົ້ນດຽວຄືກັນ.
ສ່ວນວິທີທີ 2 ໂດຍການເພາະກ້າແກ່ນໃນກະບະເພາະ: ເຊິ່ງອາດຈະໃຊ້ເວລາໃນການງອກຂອງແກ່ນ 10-14 ວັນ, ຫລັງ ຈາກນັ້ນອີກປະມານ 1-2 ອາ ທິດໃຫ້ສັງເກດເບິ່ງຄວາມຈະ ເລີນເຕີບໂຕ ແລະ ຄວາມແຂງ ແຮງຂອງຕົ້ນກ້າ, ຂະນະທີ່ຕົ້ນ ກ້າຈະສູງປະມານ 10-15 ຊັງຕີ ແມັດ ຈິ່ງຄວນຍ້າຍລົງໃນຖົງ ຢາງພຣາສຕິກ, ຫລັງຈາກນັ້ນ ກໍ່ຖ້າໃຫ້ຕົ້ນກ້າຕັ້ງຕົວໄດ້ໃນຖົງຢາງພຣາສຕິກແລ້ວຈິ່ງຍ້າຍລົງ ໃນຫນານປູກອາດຈະໃຊ້ເວລາ ປະມານ 2-3 ອາທິດ.
ວິທີທີ 2 ນີ້ແມ່ນຈະນຳໃຊ້ແນວພັນຈຳນວນຫນ້ອຍກວ່າວິທີທຳອິດ, ແຕ່ຈະບໍ່ຮູ້ເພດຂອງຈຳນວນຕົ້ນທີ່ປູກ, ອາດຈະໄດ້ຕົ້ນແມ່ ຫລື ຕົ້ນສົມບູນເພດກໍ່ໄດ້ ຫລື ຖ້າຕ້ອງການປະຢັດເວລາ ແລະ ຄ່າໃຊ້ຈ່າຍອາດກ້າແນວພັນໃນຖົງຢາງໄດ້ເລີຍ ໂດຍໃຊ້ 3 ແກ່ນຕໍ່ຖົງ, ເນື່ອງຈາກແກ່ນຫມາກຫຸ່ງບໍ່ໄດ້ອອກ 100% ດັ່ງນັ້ນ, ໃນຖົງຫນຶ່ງອາດຈະໃສ່ 1 ຫລື 2 ຫລື 3 ແກ່ນກໍ່ໄດ້, ເມື່ອຕົ້ນກ້າມີອາຍຸ ປະມານ 1-2 ເດືອນກໍ່ຍ້າຍ ລົງປູກໄດ້, ສັງເກດເບິ່ງຈາກຕົ້ນກ້າສູງປະມານ 30 ຊັງ ຕີແມັດ ຫລື ເບິ່ງວ່າມີໃບແທ້ປະ ມານ 3-5 ໃບ. ສ່ວນຈຳນວນແກ່ນໃນວິທີທີ 2 ນີ້ຈິ່ງໃຊ້ຫນ້ອຍກວ່າວິທີທຳອິດຖ້າເພາະກ້າໃນກະບະເພາະຂະຫນາດ 30x40 ຊັງຕີແມັດຈະໃຊ້ 100 ແກ່ນຕໍ່ 1 ກະບະ.
ຈາກວິທີປູກທັງ 2 ວິທີຂ້າງເທິງຈະເຫັນວ່າໃນວິທີທີ 1 ນັ້ນ ຫລຸດຄ່າໃຊ້ຈ່າຍ ແລະ ເວລາໃນການດູແລຕົ້ນກ້າໃນໄລຍະທຳອິດລົງ, ແຕ່ຕ້ອງໃຊ້ແນວພັນຈຳນວນຫລາຍໃນຂະນະທີ່ວິທີທີ 2 ໃຊ້ຈຳນວນແນວພັນຫນ້ອຍແຕ່ເສຍເວລາ ແລະ ຄ່າໃຊ້ຈ່າຍໃນການດູແລຮັກສາຕົ້ນກ້າໃນໄລຍະທຳອິດຫລາຍກວ່າ. ສ່ວນວ່າທ່ານໃດທີ່ຢາກປູກຫມາກຫຸ່ງ ເພື່ອເປັນສິນຄ້າໃນການສ້າງ ລາຍຮັບເພີ່ມກໍ່ສາມາດເລືອກເອົາວິທີໃດວິທີຫນຶ່ງພ້ອມທັງປະຕິບັດຕາມຂັ້ນຕອນໃຫ້ເຄັ່ງຄັດແລ້ວຜົນຕອບຮັບຈະດີເອງ.
ແນວໃດກໍ່ຕາມທີ່ຂາດບໍ່ໄດ້ກໍ່ ຄືການໃສ່ປຸຍຫລັງການປູກໃນໄລຍະຕົ້ນອ່ອນອາຍຸ 2-3 ເດືອນ, ຄວນຈະໃຫ້ເພື່ອເລ່ງການຈະເລີນເຕີບໂຕຂອງຕົ້ນ, ກ້ານ ແລະ ກິ່ງ, ໃສ່ປຸຍເຄມີສູດ 25-7-7 ໃນອັດຕາສ່ວນ 30 ກຣາມຕໍ່ຕົ້ນ (ຖ້າຫາກເປັນສວນຫມາກໄມ້ເກົ່າອາດເລືອກໃສ່ປຸຍ 46-0-0 ແທນ), ເມື່ອຕົ້ນຫມາກຫຸ່ງອາຍຸ 4-6 ເດືອນຄວນໃສ່ປຸຍເຄມີສູດ 15-15--15 ປະມານ 30-50 ກຣາມຕໍ່ຕົ້ນ ແລະ ພໍຫມາກຫຸ່ງມີອາຍຸ 9-10 ເດືອນໃຫ້ໃສ່ປຸຍສູດ 13-13--21 ໃນອັດຕາສ່ວນ 50 ກຣາມຕໍ່ຕົ້ນ, ແລ້ວໃສ່ອີກເມື່ອຕົ້ນຫມາກຫຸ່ງອາຍຸໄດ້ 10-11 ເດືອນໃສ່ປຸຍສູດ 8-24-24 ອັດ ຕາສ່ວນ 50 ກຣາມຕໍ່ຕົ້ນເພື່ອເລ່ງສີເນື້ອຂອງຫມາກຫຸ່ງ ແລະ ສຸດທ້າຍແມ່ນໃສ່ອີກຫລັງຕົ້ນຫມາກຫຸ່ງອາຍຸຄົບ 1 ປີຂຶ້ນໄປຄວນໃສ່ປຸຍສູດ 15-15-15 ໃນ ອັດຕາສ່ວນ 30 ກຣາມຕໍ່ຕົ້ນເພື່ອການບຳລຸງຮັກສາຕົ້ນຫມາກຫຸ່ງ.