ການລ້ຽງຈິຫຼໍ່
  1.  

                             ການລ້ຽງຈິຫຼໍ່

     

                   

    ຈີ່­ລໍ່​ເປັນ​ແມງ­ໄມ້​ເສດ­ຖະ­ກິດທີ່​ນິ­ຍົມ​ບໍ­ລິ­ໂພກ​ກັນ​ຢ່າງ​ແພ່ຫລາຍ, ລົດ​ຊາດ​ແຊບ, ມີ​ໂປຣ​ຕີນສູງ ແລະ ຄວາມ​ຕ້ອງ­ການ​ຂອງ​ຕະຫລາດ​ຍັງ​ສູງ, ແຖມ​ຕົ້ນ​ທຶນ​ຍັງຕ່ຳ, ສຳ­ລັບ​ຈີ່­ລໍ່​ສ່ວນ​ໃຫຍ່​ແລ້ວຜູ້​ລ້ຽງ​ຈະ​ນຳ​ຈີ່­ລໍ່​ມາ​ເປັນ​ອາ­ຫານ ໂດຍ​ການ​ແປ​ຮູບ​ຂົ້ວ ຫລື ຈືນ​ຂາຍ ຕາມ​ຕະ­ຫລາດ​ທົ່ວ​ໄປ ຫລື ເຮັດເປັນ​ຈີ່​ລໍ່​ໍ່​ອັດ​ກະ​ປ໋ອງ​ເພື່ອ​ເພີ່ມ​ມູນຄ່າ​ໃຫ້​ກັບ​ຈີ່­ລໍ່ ແລະ ເພີ່ມ​ຊ່ອງທາງ​ການ​ຂາຍ,   ສ່ວນ​ວິ­ທີ​ການເພາະລ້ຽງ​ຈີ່​ລໍ່່​ມີ​ຂັ້ນ​ຕອນ​ທີ່​ບໍ່​ຫຍຸ້ງຍາກ​ປານ­ໃດ, ໃຊ້​ພື້ນ​ທີ່​ໃນ​ການລ້ຽງ​ບໍ່​ຫລາຍ​ເຫມາະ​ກັບ​ຜູ້​ທີ່​ຕ້ອງການ​ຫາ​ອາ­ຊີບ​ໃຫມ່ໆ.
         ການ​ເພາະ​ລ້ຽງ​ຈີ່​ລໍ່​ໍ່​ຕາມ​ວິ­ທີການ​ທີ່​ຈະ​ນຳ​ສະ­ເຫນີ​ນີ້​ເປັນ​ວິ­ທີທີ່​ສະ­ດວກ ແລະ ລົງ­ທຶນ​ບໍ່ຫລາຍ, ເປັນ​ການ​ເພາະ​ລ້ຽງ​ໃນຕູ້​ໄມ້​ທີ່​ເຮັດ​ຂຶ້ນ​ແບບ​ໂປ່ງ, ເຮັດ​ໃຫ້ອາ­ກາດ​ຖ່າຍ​ເທ​ໄດ້​ສະ­ດວກ​ສາມາດ​ເຮັດ​ຄວາມ​ສະ­ອາດ​ໄດ້​ງ່າຍແຖມ​ຍັງ​ໃຊ້​ຕົ້ນ​ທຶນ​ໃນ​ການ​ເພາະລ້ຽງ​ບໍ່​ສູງ​ນຳ​ດ້ວຍ.
        ຈີ່­ລໍ່​ເປັນ​ສັດ­ລ້ຽງ​ວົງ​ຈອນເມື່ອ​ວາງ​ໄຂ່ 9-10 ວັນ ຈະ​ຟັກເປັນ​ຕົວ​ອ່ອນ, ເວ­ລາ​ປະ­ມານ 45-50 ວັນ ກໍ່​ໃຫຍ່​ເຕັມ​ໂຕ, ຫລັງ​ຈາກ​ນັ້ນ ຈະ​ປະ­ສົມ​ພັນ​ກັນ  3-4  ວັນ, ແລ້ວ 1-2  ວັນ ກໍ່​ວາງໄຂ່​ອີກ, ພໍ​ໃຫຍ່​ເຕັມ​ໂຕ​ແລ້ວ​ພ້ອມຈຳ­ຫນ່າຍ​ໄດ້​ລາ­ຄາ​ສູງ​ອີກ.
         ສ່ວນ​ອຸ­ປະ­ກອນ​ໃນ​ການ​ເພາະລ້ຽງ​ຈີ່­ລໍ່​ແມ່ນ​ຈະ​ໃຊ້​ໄຂ່, ເຊິ່ງ​ໄຂ່ຈີ່­ລໍ່​ສາ­ມາດ​ຫາ​ຊື້​ໄດ້​ຈາກ​ຜູ້​ທີ່ເພາະ​ລ້ຽງ​ຢູ່​ແລ້ວ​ລາ­ຄາ​ບໍ່​ສູງ,  ສຳ­ລັບ​ຕູ້​ໄມ້​ທີ່​ຈະ​ໃຊ້​ລ້ຽງ​ຈີ່­ລໍ່ຕ້ອງ​ເປັນ​ຂະ­ຫນາດ​ກວ້າງ 90 ຊັງ​ຕີ​ແມັດ, ຍາວ 160 ຊັງ​ຕີ​ແມັດ ແລະ ສູງ 80 ຊັງ​ຕີ​ແມັດ, ສ່ວນຝາ​ດ້ານ​ຂ້າງ​ປົກ​ດ້ວຍ​ໄມ້­ອັດ ແລະ ດ້ານ​ລຸ່ມ​ປົກ​ດ້ວຍ​ຕາ​ຫນ່າງມຸ້ງ​ລວດ, ລັງ​ໄຂ່​ແບບ​ກະ­ດານ  4-5 ລັງ​ຕໍ່​ຕູ້ ແລະ ຈານ​ສຳ­ລັບໃສ່​ອາ­ຫານ, ນ້ຳ​ໃຫ້​ຈີ່­ລໍ່.
         ວິ­ທີ​ລ້ຽງ​ຈີ່­ລໍ່​ຕາມ​ໄລ­ຍະ​ວົງຈອນ​ໂດຍ​ເລີ່ມ​ຈາກ​ໄລ­ຍະ​ໄຂ່ຕົວ​ອ່ອນ, ໄລ­ຍະ​ເວ­ລາ​ຈາກ​ການຟັກ​ຕົວ​ຈາກ​ໄຂ່​ຈີ່­ລໍ່​ເປັນ​ຕົວ​ອ່ອນຈະ​ໃຊ້​ໄລ­ຍະ​ເວ­ລາ 7-10 ວັນ, ເມື່ອ​ຟັກ​ອອກ​ມາ​ເປັນ​ຕົວ​ອ່ອນແລ້ວ​ໃຫ້​ນຳ​ເອົາ​ຕົວ​ອ່ອນ​ຂອງຈີ່­ລໍ່​ໄປ​ໃສ່​ໃນ​ຕູ້​ລ້ຽງ​ທີ່​ກຽມ​ໄວ້, ຖ້າ​ຫາກ​ພື້ນ​ຕູ້​ໃຊ້​ລວດ​ຕາ​ຫນ່າງປູ​ຄວນ​ຈະ​ໃຊ້​ຜ້າ​ປູ​ຮອງ​ພື້ນ​ກ່ອນ ເພື່ອ​ປ້ອງ​ກັນ​ຈີ່­ລໍ່​ຕົວ​ອ່ອນ​ລອດ ອອກ​ໄປ, ພ້ອມ​ທັງ​ລະ­ວັງ​ມົດ, ຈີ​ຈ້ຽມ ແລະ  ກັບ­ແກ້​ມາ​ກິນ​ຕົວອ່ອນ​ຂອງ​ຈີ່­ລໍ່.
         ສ່ວນ​ການ​ໃຫ້​ອາ­ຫານ​ໃນ​ໄລຍະ​ທ​ຈີ່­ລໍ່​ຍັງ​ເປັນ​ຕົວ​ອ່ອນ​ຢູ່ຕ້ອງ​ເປັນ​ຫົວ­ອາ­ຫານ​ໄກ່​ນ້ອຍບົດ​ປະ­ສົມ​ກັບ​ຮຳ​ອ່ອນ​ໃນ​ອັດ­ຕາສ່ວນ1/1 ແລະ ນ້ຳ​ຄວນ​ໃຊ້​ຟອງນ້ຳ​ຊັບ​ນ້ຳ​ໃຫ້​ຊຸ່ມ​ແລ້ວ​ວາງ​ໃນຕູ້​ລ້ຽງ​ຈີ່­ລໍ່​ຕົວ​ອ່ອນ, ຈີ່­ລໍ່​ຕົວ​ອ່ອນຈະ​ດູດ​ກິນ​ນ້ຳ​ທີ່​ຟອງ­ນ້ຳ, ບໍ່​ຄວນໃຫ້​ນ້ຳ​ໂດຍ​ໃສ່​ຖ້ວຍ ຫລື ຈານ ເພາະ​ຈະ​ເຮັດ​ໃຫ້​ຕົວ​ອ່ອນ​ຈົມນ້ຳ. ຫລັງ​ຈາກ​ຈີ່­ລໍ່​ມີ​ຂະ­ຫນາດ ໂຕ​ໃຫຍ່​ຂຶ້ນ​ໂດຍ​ໃຊ້​ເວ­ລາ​ປະ­ມານ 5-7 ວັນ​ກໍ່​ເອົາ​ຜ້າ​ທີ່​ປູ​ພື້ນ​ອອກແລ້ວ​ນຳ­ໄປ​ຊັກ​ທຳ​ຄວາມ​ສະ­ອາດດ້ວຍ​ນ້ຳ (ຫ້າມ​ໃສ່​ແຟັບ) ເພື່ອກຽມ​ໄວ້​ໃຊ້​ສຳ­ລັບ​ການ​ລ້ຽງ​ຈີ່­ລໍ່ໃນ​ຄັ້ງ​ຕໍ່​ໄປ.
        ສຳ­ລັບ ການ​ໃຫ້​ອາ­ຫານ​ໃນໄລ­ຍະ​ເວ­ລາ​ທີ່​ຈີ່­ລໍ່​ເລີ່ມ​ໃຫຍ່ແມ່ນ​ຈະ​ໃຊ້​ອາ­ຫານ​ໄກ່​ສຳ­ລັບລູກ​ໄກ່​ບົດ​ໃຫ້​ລະ­ອຽດ​ປະ­ສົມ​ກັບຮຳ​ໃນ​ອັດ­ຕາ​ສ່ວນ 1/1 ເຊັ່ນ​ກັນ, ນອກ​ນັ້ນ​ຍັງ​ມີ​ໃບ​ມັນ­ຕົ້ນ, ໃບຫມາກ­ອຶ ແລະ ຫມາກ­ອຶ​ມາ​ໃຫ້​ຈີ່­ລໍ່​ກິນ​ເສີມ​ໄດ້​ຕາມ​ທຳ​ມະ​ຊາດ ແລະ ການ​ໃຫ້​ນ້ຳ​ໂດຍ​ໃຊ້​ພາ​ຊະນະ​ກົ້ນ​ຕື້ນ ຫລື ຈານ​ແລ້ວ​ວາງກ້ອນ​ຫີນ​ກ້ອນ​ນ້ອຍໆ​ໄວ້​ໃນ​ຈານ ເພື່ອ​ໃຫ້​ຈີ່­ລໍ່​ເກາະ​ກິນ​ນ້ຳ​ໄດ້​ງ່າຍ.
        ໄລ­ຍະ​ປະ­ສົມ​ພັນ  ແລະ ວາງໄຂ່​ຈາກ​ຕົວ​ອ່ອນ​ຫາ​ຕົວ​ເຕັມ​ໄວຈະ​ໃຊ້​ເວ­ລາ​ປະ­ມານ 45-50 ວັນ, ຫລັງ​ຈາກ​ຈີ່­ລໍ່​ໃຫຍ່​ເຕັມ­ທີ່ແລ້ວ​ຈະ​ເປັນ​ໄລ­ຍະ​ປະ­ສົມ​ພັນ, ສະນັ້ນ ຜູ້​ລ້ຽງ​ຈະ​ຕ້ອງ​ສັງ­ເກດ​ເບິ່ງຫາ​ກວ່າ​ຈີ່­ລໍ່​ເລີ່ມ​ປະ­ສົມ​ພັນ​ແລ້ວອີກ​ປະ­ມານ 3-4 ວັນ ຈີ່­ລໍ່​ຈະເລີ່ມ​ວາງ​ໄຂ່​ໃຫ້​ນຳ​ເອົາ​ຖາດ​ໃສ່​ຂີ້ເຖົ່າ​ແກ່​ປົກ​ວາງ​ໄວ້​ໃນ​ຕູ້​ຈີ່­ລໍ່​ຈະຂຶ້ນ​ວາງ​ໄຂ່​ເທິງ​ຖາດ​ຂີ້​ເຖົ່າ​ຫລັງຈາກ​ຈີ່­ລໍ່​ວາງ​ໄຂ່​ສຳ­ເລັດ​ແລ້ວ​ໃຫ້ນຳ​ໄຂ່​ຈີ່­ລໍ່​ໃນ​ຂີ້​ເຖົ່າ ຫລື ດິນ​ປະສົມ​ສຳ­ລັບ​ປູກ​ພືດ​ໃສ່​ເກັບ​ໄວ້​ໃນກ່ອງ​ໂຟມ​ຢ່າ​ໃຫ້​ແຫນ້ນ​ເກີນ​ໄປເກັບ​ໄວ້​ໃນ​ບ່ອນ​ທີ່​ອາ­ກາດ​ຖ່າຍເທ​ສະ­ດວກ ເພື່ອ​ລໍ­ຖ້າ​ເພາະ​ລ້ຽງໃນ​ໄລ­ຍະ​ຕໍ່​ໄປ, ສ່ວນ​ຈີ່­ລໍ່​ທີ່​ໃຫຍ່ເຕັມ­ທີ່​ແລ້ວ​ກໍ່​ນຳ​ມາ​ຂົ້ວ ຫລື ຂາຍກໍ່​ໄດ້, ເມື່ອ​ເກັບ​ຈີ່­ລໍ່​ອອກ​ແລ້ວ​ໃຫ້ເຮັດ​ຄວາມ​ສະ­ອາດ​ຕູ້​ໄວ້​ເພື່ອ​ລໍຖ້າ​ລ້ຽງ​ຈີ່­ລໍ່​ໃນ​ໄລ­ຍະ​ຕໍ່​ໄປ.

 

ຄວາມຄິດເຫັນ

 

Free Web Hosting