ປະໂຫຍດຂອງການປູກກາຣົດ

ກາຣົດ ເຊິ່ງເປັນພືດຊະນິດຫນຶ່ງທີ່ອຸດົມໄປດ້ວຍວິຕາມິນ ແລະ ເກືອແຮ່, ວິຕາມິນເອເອົາໄວ້ໃຊ້ຊ່ວຍບຳລຸງສາຍຕາ, ບຳລຸງຜິວ ແລະ ເນື້ອເຍື່ອ ຊ່ວຍຢັບຢັ້ງຄວາມເສື່ອມຂອງວະໄວຍະວະສຳຄັນຂອງຮ່າງກາຍ ແລະ ຍັງມີຄວາມເຊື່ອອີກວ່າ ກາຣົດຊ່ວຍຮັກສາໂລກມະເຮັງ, ຊ່ວຍຫລຸດຄວາມສ່ຽງຈາກໂລກມະເຮັງເຊັ່ນ: ໂລກມະເຮັງ, ໂລກຫົວໃຈ, ໂລກຫລອດເລືອດໃນສະຫມອງ, ອຳມະພຶດ ອຳມະພາດ, ຄວາມດັນເລືອດສູງ ແລະ ຍັງຊ່ວຍເພີ່ມພູມຕ້ານທານ, ເລ່ງສ້າງເຊວໃນບາດແຜຜ່າຕັດອີກດ້ວຍ. ນອກຈາກນັ້ນ ຍັງອຸດົມໄປດ້ວຍວິຕາມິນບີ, ວິຕາມິນຊີ ແລະ ແຄນຊ່ຽມທີ່ດູດຊຶມງ່າຍ, ມີແພດຕີນ ເຊິ່ງເປັນໄຟເບີຊະນິດທີ່ສາມາດລະລາຍນ້ຳໄດ້ຊ່ວຍຫລຸດໂຄເລດສະເຕີຣອນ, ວິຕາມິນ ແລະ ເກືອແຮ່ ທີ່ມີຢູ່ບົດບາດສຳຄັນໃນການສ້າງພູມຄຸ້ມກັນໂລກ.
ດ້ວຍເຫດນີ້ ຄົນສ່ວນຫລາຍຈິ່ງນິຍົມບໍລິໂພກກາຣົດນັບມື້ຫລາຍຂຶ້ນ ແລະ ນຳມາປຸງແຕ່ງອາ ຫານໄດ້ຫລາຍຊະນິດ, ເຊິ່ງອາດເປັນໂອກາດທີ່ດີສຳລັບຊາວກະສິກອນທ່ານໃດທີ່ມີພື້ນທີ່ປູກຢູ່ແລ້ວ, ແລະ ກຳລັງວາງແຜນປູກພືດເປັນສິນຄ້າເພື່ອສົ່ງອອກ, ເຊິ່ງທີ່ຜ່ານມາ ການປູກກາຣົດຢູ່ພາຍໃນປະເທດເຮົາແມ່ນມີຫນ້ອຍ ເພາະສ່ວນຫລາຍແມ່ນເປັນສິນຄ້ານຳເຂົ້າຈາກປະເທດບ້ານໃກ້ຄຽງ, ແຕ່ຖ້າຊາວສວນສາມາດປູກໄດ້ກໍ່ຈະເປັນການຫລຸດຜ່ອນສິນຄ້ານຳເຂົ້າ ແລະ ຈະຊ່ວຍສ້າງລາຍຮັບໃຫ້ແກ່ຜູ້ທີ່ປະກອບອາຊີບນີ້ອີກດ້ວຍ.
ກາຣົດ ສາມາດຈະເລີນເຕີບໂຕໄດ້ດີໃນເຂດອາກາດຫນາວ ໂດຍທົ່ວໄປອຸນຫະພູມທີ່ເຫມາະສົມສຳລັບການເຕີບໂຕຢູ່ລະຫວ່າງ 25-28 ອົງສາເຊ, ຫາກອຸນຫະພູມສູງກວ່າ 28ອົງສາຈະເຮັດໃຫ້ການຈະເລີນທາງໃບຫລຸດລົງ, ສ່ວນອຸນຫະພູມເຫມາະສົມແມ່ນ 18-21ອົງສາເຊ, ຫາກມີຄວາມແຕກຕ່າງຂອງອຸນຫະພູມລະຫວ່າງຜິວດິນ ແລະ ລະດັບດິນທີ່ເລິກລົງໄປ 10-15ຊັງຕີແມັດຫລາຍຈະເຮັດໃຫ້ຮູບຊົງຂອງຫົວບໍ່ສະຫມ່ຳສະເຫມີ, ກາຣົດເປັນພືດທີ່ຕ້ອງການແສງຫລາຍ ໂດຍສະເລ່ຍປະມານ 9-14 ຊົ່ວໂມງຕໍ່ວັນ ແລະ ຈະເລີນໄດ້ດີໃນດິນລະອຽດ, ດິນລ້ວນ, ຫນ້າດິນເລິກມີອິນຊີວັດຖຸສູງລະບາຍນ້ຳໄດ້ດີ, ຄວາມເປັນກົດ-ດ່າງຂອງດິນ 6,5-7,5, ສ່ວນການປູກໃນດິນຫນຽວ ຫລື ໂຄງສ້າງຂອງດິນແຂງຈະເຮັດໃຫ້ຫົວແຕກ ແລະ ມີຮູບຊົງຜິດປົກກະຕິ.
ສ່ວນດິນຈະປູກຕ້ອງຂຸດດິນຕາກແດດ ແລະ ໂຮຍປູນຂາວໃນປະລິມານ 0-100 ກຣາມຕໍ່ຕາແມັດ ປະໄວ້ຢ່າງຫນ້ອຍ 14 ວັນ, ພ້ອມກຳຈັດວັດສະພືດທີ່ຂຶ້ນໃນຫນານກວ້າງ 1 ແມັດ, ສ່ວນການປູກແມ່ນຈະໃຊ້ວິທີການຢອດແກ່ນ ແລະ ຄວນໃສ່ປຸຍສູດ 12-24-12 ໃນປະລິມານ 20-30 ກຣາມຕໍ່ຕາແມັດ ລົງໃນດິນ ຈາກນັ້ນ ປັບດິນຫນ້າຫນານໃຫ້ລຽບ, ແລ້ວຂີດເປັນຮ່ອງເລິກ 1 ຊັງຕີແມັດ ຂວາງຫນານຫ່າງກັນຮ່ອງລະ 15 ຊັງຕີແມັດ ຕາມມາດ້ວຍການຢອດແກ່ນເທື່ອລະແກ່ນໄລຍະຫ່າງ 1 ຊັງຕີແມັດ ຈາກນັ້ນຖົມດ້ວຍແກບ ແລ້ວເອົາເຟືອງປົກບາງໆ ແລະ ຫົດນ້ຳໃຫ້ຊຸ່ມ.
ພໍເມື່ອຕົ້ນແຄລອດໃຫຍ່ປະມານ 5-5 ຊັງຕີແມັດ ໃຫ້ຖອນຕົ້ນທີ່ຖີ່ອອກປະໃຫ້ຫ່າງກັນ 2-3ຊັງຕີແມັດຕໍ່ຕົ້ນ, ພ້ອມທັງໃສ່ປຸ໋ຍສູດ 15-15-15 ໃນປະລິມານ 30-35 ກຣາມຕໍ່ຕາແມັດ ແລະ ເສຍຫຍ້າພ້ອມ, ເມື່ອໃຫຍ່ປະມານ 15 ຊັງຕີແມັດ ຖອນອອກອີກໃຫ້ເຫລືອຫ່າງປະມານ 7ຊັງຕີແມັດຕໍ່ຕົ້ນ, ຈາກນັ້ນໃຫ້ຕື່ມປຸຍ ຫມັກຊີວະພາບລົງໃນລະຫວ່າງແຖວ 300ກຣາມຕໍ່ຕາແມັດ ເຮັດທຸກໆ 15-20 ວັນ ແລະ ໃສ່ປຸ໋ຍສູດ 13-13-21ໃນປະລິມານ 30-35ກຣາມຕໍ່ຕາແມັດ ໂຮຍໃນຮ່ອງເລິກ 2-3ຊັງຕີແມັດ ລະຫວ່າງແຖວປູກ.
ການປູກກາຮົດຈະມີບັນຫາທາງຫົວ ເພາະຈະຖືກທຳລາຍຈາກສ້ຽນດິນ ແລະ ເຫນົ່າເສຍງ່າຍ, ສະນັ້ນ ວິທີປ້ອງກັນຄວນຜ່ອນນ້ຳຫມັກສະເດົາ ປະສົມນ້ຳສະກັດຊີວະພາບຢູ່ສະຫມ່ຳສະເຫມີທຸກໆ 3-5 ວັນ, ແຕ່ຖ້າກາຣົດເຝືອໃບ ຄືໃບງາມແຕ່ຫົວມີຂະຫນາດນ້ອຍ ໃຫ້ຫັກກ້ານໃບ ໂດຍການໃສ່ເກີບຢຽບຍອດ ແລະ ກ້ານໃບຂອງກາຣົດໃຫ້ລົ້ມລົງ ເພື່ອຫລຸດການລຳລຽງອາຫານໄປລ້ຽງໃບໃນໄລຍະທີ່ກາຣົດກຳລັງຈະເປັນຫົວ, ຫລັງຈາກປູກໄດ້ 100-120 ກໍ່ສາມາດເກັບກ່ຽວຜົນຜະລິດ.