ບ້ານໂພສີແກ້ວ
  1. ເລືອກດິນແນວໃດປູກຫມາກແຕງໃຫ້ງາມ

ວັນທີ 20 ເມສາ 2013 ໝວດໝູ່ ການປູກໝາກແຕງ,
  1. ຫມາກ­ແຕງ​ເປັນ​ພືດ​ທີ່​ບໍ່​ຕ້ອງການ​ນ້ຳ​ຫລາຍ, ແຕ່​ກໍ່​ຂາດ​ນ້ຳບໍ່​ໄດ້​ສຳ­ລັບ​ໂຄງ​ສ້າງ​ຂອງ​ດິນ​ທີ່​ເຫມາະ​ສົມ​ກັບ​ການ​ປູກ​ຫມາກ­ແຕງ​ຄວນ​ມີ​ລັກ​ຊະ­ນະ​ເປັນ​ດິນປົນ​ຊາຍ, ມີ​ການ​ລະ­ບາຍ​ນ້ຳໄດ້​ດີ, ຄວນ​ມີ​ຄວາມ​ເປັນ​ກົດŒດ່າງ (PH) ຢູ່​ໃນ​ລະ­ຫວ່າງ 5,5Œ6,5 ໃນ​ສະ­ພາບ​ດິນ​ທີ່​ເປັນດິນ­ຊາຍ ຫລື ດິນ​ຫນຽວຈຳ­ເປັນ​ຕ້ອງ​ປັບ­ປຸງ​ດິນ​ກ່ອນ​ການ​ປູກໂດຍ​ການ​ໃຊ້​ຍ​ຝຸ່ນ​ກະ­ສິ­ກຳ​ອິນ​ຊີ ເຊັ່ນ ຝຸ່ນ​ຄອກ ຫລື ​ຝຸ່ນ​ຫມັກ​ທີ່​ລະ­ລາຍ​ຕົວ​ແລ້ວ ແລະ
ລາຍລະອຽດ
  1. ຮູ້ຈັກກັບວິທີການປູກໝາກໂມໃຫ້ຜົນຜະລິດສູງ

ວັນທີ 17 ມີນາ 2013 ໝວດໝູ່ ການປູກໝາກແຕງ,
  1. ແຕງ​ໂມ​ເປັນ​ຜັກ​ຕະ­ກູນ​ແຕງທີ່​ຄົນ​ເຮົາ​ຮູ້­ຈັກ​ກັນ​ດີ ແລະ ບໍ​ລິໂພກ​ກັນ​ມາ​ດົນ​ນານ​ແລ້ວນອກຈາກ​ນິ­ຍົມ​ບໍ­ລິ­ໂພກ​ຫມາກ​ແລ້ວ, ສ່ວນ​ຫມາກ​ອ່ອນ, ຍອດ​ອ່ອນ​ຍັງນຳ​ມາ​ໃຊ້​ໃນ​ການ​ປຸງ​ແຕ່ງ​ອາຫານ​ໄດ້​ຫລາຍ​ຊະ­ນິດ, ແຕງ​ໂມເປັນ​ພືດ​ທີ່​ປູກ​ໄດ້​ງ່າຍ, ສາ­ມາດປູກ​ໄດ້​ທົ່ວ​ທຸກ​ພາກ​ຂອງ​ປະ­ເທດ, ທຸກ​ລະ­ດູ​ການ​ຕະ­ຫລອດ​ປີ,ແຕງໂມ​ປູກ​ໄດ້​ກັບ​ດິນ​ເກືອບ​ທຸກ​ຊະ­ນິດແຕ່​ປູກ​ໄດ້​ດີ​ໃນ​ສະ­ພາບ​ດິນ​ລ້ວນປົນ​ຊາຍ, ເຊິ່ງ​ມີ​ສະ­ພາບ​ຄວາມເປັນ​ກົດ ແລະ ດ່າງ​ປະ­ມານ 5,0-7,5  ລະ­ບາຍ​ນ້ຳ​ໄດ້​ດີ.
ລາຍລະອຽດ
  1. ການລ້ຽງປານິນ

ວັນທີ 8 ມີນາ 2013 ໝວດໝູ່ ການລ້ຽງປາ,
  1. ປະ­ຈຸ​ບັນ ການ​ລ້ຽງ​ປາເປັນ​ອາ­ຊີບ​ຫນຶ່ງ​ທີ່​ກໍາ­ລັງ​ໄດ້​ຮັບຄວາມ​ສົນ­ໃຈ​ຫລາຍໃນ​ຫມູ່​ຊາວກະ­ສິ­ກອນເພາະ­
    ວ່າ​ການ​ລ້ຽງປາ​ນັ້ນ​ຈະ​ຊ່ວຍ​ສ້າງ​ລາຍ​ໄດ້​ໃຫ້ແກ່​ຜູ້​ລ້ຽງ​ຫລາຍ​ຂຶ້ນ, ສໍາ­ລັບປາ​ນິນ​ເປັນ​ປາ​ທີ່​ລ້ຽງ​ງ່າຍເຮົາສາ­ມາດ​ລ້ຽງ​ໄດ້​ທັງ​ແບບ​ທໍາມະ ຊາດ ຫລື ຈະ​ລ້ຽງ​ແບບ​ວິ­ທະ­ຍາສາດ​ກໍ່​ໄດ້. ປາ​ນິນ​ນອກ­ຈາກ​ຈະເປັນ​ປາ​ທີ່​ລ້ຽງ​ງ່າຍ​ແລ້ວ​ຍັງ​ໃຫ້ຄຸນ​ປະ­ໂຫຍດ​ຫລາຍ​ຢ່າງ​ທາງໂພ­ຊະ​ນາ​ການ.
       ເພື່ອ​ເປັນ​ການ​ສົ່ງ­ເສີມ​ຊາວກະ­ສິ­ກອນ​ໃຫ້​ມີ​ອາ­ຊີບ​ທີ່​ຫມັ້ນ­ຄົງ ແລະ
ລາຍລະອຽດ
  1. ປູກໝາກນາວແບບໃດໃຫ້ ໄດ້ຜົນຜະລິດສູງ

ວັນທີ 7 ເມສາ 2013 ໝວດໝູ່: ການປູກໝາກນາວ
  1.  ຫມາກ​ນາວ​ເປັນ​ຫມາກ​ໄມ້​ຊະ­ນິດ​ຫນຶ່ງ​ທີ່​ມີ​ວິ­ຕາ­ມິນ​ຊີ​ສູງ , ນິ­ຍົມ​ບໍ­ລິ­ໂພກ​ຫລາຍໃຫ້​ຄຸນ​ປະ­ໂຫຍດ​ໄດ້​ທັງ​ນ້ຳແລະເປືອກ​ເພາະ​ຫມາກ​ນາວ​ມີ​ກົດ​ອິນ​ຊີ​ຫລາຍ​ຊະ­ນິດ​ເຊັ່ນ: ກົດ​ຊີ​ຕິກ , ກົດ​ມາ​ລິດແລະວິ­ຕາ­ມິນ​ຊີເຊິ່ງ​ໄດ້​ມາ​ຈາກ​ນ້ຳ­ຫມາກ​ນາວ , ຍັງ​ຊ່ວຍ​ເສີມ​ສ້າງ​ໃຫ້​ຮ່າງ­ກາຍ​ແຂງ­ແຮງ , ຕ້ານ­ທານ​ກັບ​ພະ­ຍາດ​ໄດ້​ດີ , ຫມາກ​ນາວ​ຍັງ​ມີ​ຄຸນ​ປະ­ໂຫຍດ​ທາງ​ການ​ຢາ​ເປັນ­ຕົ້ນຊ່ວຍ​ຮັກ­ສາ​ໂລກ​ເລືອດ​ອອກ​ຕາມ​ແຂ້ວ , ອາ­ການ​ທ້ອງ​ອືດ , ຂັບ​ລົມ , ແກ້​ວິ­ນວຽນ . ນອກ­ຈາກ​ນີ້​ຍັງ​ມີ​ຄຸນ​ປະ­ໂຫຍດ​ດ້ານ​ຄວາມ​ງາມ​ນຳ​ອີກ .
         ຫມາກ​ນາວ​ເປັນ​ພືດ​ທີ່​ສາມາດ​ປູກ​ໄດ້​ໃນ​ດິນ​ເກືອບ​ທຸກ​ຊະນິດ​ບໍ່​ວ່າ​ຈະ​ເປັນ​ດິນ​ຫນຽວ , ດິນ­ຊາຍ , ແຕ່​ຖ້າ​ຕ້ອງ­ການ​ຈະ​ປູກ​ຫມາກ​ນາວ​ໃຫ້​ໃຫຍ່​ໄວ
ລາຍລະອຽດ
  1. ເຕັກນິກການປູກຫມາກເລັ່ນທີ່ຄວນຮູ້

ວັນທີ: 7 ເມສາ 2013 ໝວດໝູ່ ການປູກໝາກເລັ່ນ
  1. ຫມາກ​ເລັ່ນ​ສາ­ມາດ​ຈະ­ເລີນ​ເຕີບ​ໂຕ​ໄດ້​ທາງ​ດ້ານ​ລຳ­ຕົ້ນ, ໃບ ແລະ ອອກ­ດອກ​ໄດ້​ຕະ­ຫລອດ​ທັງ​ປີແຕ່​ການ​ທີ່​ຫມາກ​ຈະ​ຕິດແມ່ນ​ຕ້ອງ­ການ​ສະ­ພາບ​ອາ­ກາດ​ຂ້ອນຂ້າງ​ເຢັນ, ອຸນ­ຫະ­ພູມ​ໃນ​ໄລ­ຍະກາງ­ເວັນ​ທີ່​ເຫມາະ​ສົມ​ຢູ່​ລະ­ຫວ່າງ 25Œ30 ອົງ­ສາ​ເຊ ອຸນ­ຫະ­ພູມ​ກາງ­ຄືນ​ປະ­ມານ 16Œ20 ອົງ­ສາ​ເຊ ຖ້າ​ອຸນ­ຫະ­ພູມ​ກາງ­ຄືນ​ສູງ​ກວ່າ 22 ອົງ­ສາ​ເຊ ຈະ​ເຮັດ​ໃຫ້​ຫມາກ​ເລັ່ນ​ບໍ່​ຕິດ​ຫມາກ ຫລື ຕິດ​ກໍ່​ຕິດ​ຫນ້ອຍ ຝົນ ແລະ ຄວາມ​ຊຸ່ມ​ສູງ​ເປັນ​ສາ­ເຫດ​ສຳ­ຄັນ​ທີ່​ເຮັດ​ໃຫ້​ພະ­ຍາດ​ທາງ​ໃບ ແລະ ຮາກ​ລະ­ບາດ​ຮຸນ​ແຮງ ດັ່ງ­ນັ້ນ​ລະ­ດູ​ປູກ​ທີ່​ເຫມາະ​ສົມ​ທີ່​ສຸດ​ຈິ່ງ​ຢູ່​ໃນ​ໄລ­ຍະ​ລະ­ດູ​ຫນາວໂດຍ​ມີ​ໄລ­ຍະ​ຢອດ​ແກ່ນ​ເພາະ​ກ້າ​ຢູ່​ລະ
ລາຍລະອຽດ
  1. ການປູກຫມາກເຜັດ ໃຫ້ຖືກວິທີ

ວັນທີ 6 ເມສາ 2013 ໝວດໝູ່ ການປູກໝາກເຜັດ
  1. ຫມາກ­ເຜັດ​ກໍ່​ເປັນ​ພືດ​ຊະ­ນິດຫນຶ່ງ​ທີ່​ໃຫ້​ຄຸນ​ປະ­ໂຫຍດ​ຫລາຍຢ່າງ​ໂດຍ​ສະ­ເພາະ​ແມ່ນ​ແຮ່​ທາດ ແລະ ວິ­ຕາ­ມິນ, ຫມາກ­ເຜັດ​ຍັງ​ສາ­ມາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ປຸງແຕ່ງ­ອາ­ຫານ​ທຸກໆ​ປະ­ເພດ​ເຊັ່ນ: ໃສ່​ຂົ້ວ, ແກງ, ຕຳ​ແຈ່ວ, ໃສ່​ລາບ ອື່ນໆ​ ອີກ​ຫລາຍໆ​ຢ່າງ. ນອກຈາກ​ຈະ​ໃຊ້​ເຂົ້າ​ໃນ​ການ​ປຸງ​ແຕ່ງອາ­ຫານ​ແລ້ວ ຫມາກ­ເຜັດ​ຍັງ​ມີຄຸນ​ປະ­ໂຫຍດ​ທາງ​ໂພ­ຊະ​ນາການ​ທາງ​ອາ­ຫານ​ສູງ, ເພາະຫມາກ­ເຜັດ​ເປັນ​ພືດ​ທີ່​ມີ​ສີ­ແດງສົດ​ມີ​ລົດ​ເຜັດ. ຫມາກ­ເຜັດນອກຈາກ​ຈະ​ກິນ​ດິບ​ໄດ້​ແລ້ວ, ຫມາກແກ່​ກໍ່​ຍັງ​ສາ­ມາດ​ເກັບ​ໄປ​ຕາກ­ແດດ​ໃຫ້​ແຫ້ງ ເພື່ອ​ເກັບ​ໄວ້​ກິນ​ຍາວ​ນານ
ລາຍລະອຽດ
  1. ວິທີປູກຫມາກອຶແບບປອດໄພ

ວັນທີ 6 ເມສາ 2013 ໝວດໝູ່: ການປູກແຕງ
  1. ຫມາກ­ອຶ ຈັດ​ເປັນ​ພືດ​ໃນ​ຕະ­ກຸນ​ຫມາກ­ແຕງ​ທີ່​ໃຫ້​ປະ­ໂຫຍດຫລາຍ​ຢ່າງ​ເຊັ່ນ: ຫມາກ­ອຶ​ຈະ​ມີ​ກາກ​ໃຍ​ສູງ​ທີ່​ອຸ­ດົມ​ໄປ​ດ້ວຍ​ວິ­ຕາ­ມິນ​ເອ ແລະ ສານ​ຕໍ່­ຕ້ານ​ການ​ປະສົມ​ກັບ​ອອກ​ຊີ​ເຈນ​ກັບ​ເກືອ​ແຮ່ ແລະ ມີ​ກົດ​ໂປຣ​ໄພ​ໂອ​ນິກ, ເປັນກົດ​ທີ່​ເຮັດ​ໃຫ້​ເຊວ​ມະ​ເຮັງ​ອ່ອນລົງ,ເຊິ່ງ​ຈະ​ພົບ​ເຫັນ​ໃນ​ແກ່ນ, ຮາກ, ກ້ານ, ນ້ຳ­ມັນ​ຈາກ​ແກ່ນ ແລະ ໃຍ​ກາງ​ຫນ່ວຍ. ຫມາກ­ອຶ​ເປັນ​ພືດ​ທີ່​ຄົນ​ສ່ວນ​ຫລາຍ​ນິ­ຍົມ​ບໍ­ລິ­ໂພກ, ມີ​ຂະ­ຫນາດ​ນ້ຳຫນັກ​ຫນ່ວຍ​ຫນຶ່ງ​ສະ­ເລ່ຍ 2-3 ກິ​ໂລກ​ຣາມ, ເປືອກ​ມີ​ສີ­ຂຽວຄ້ຳ, ຮ່ອງ​ຫມາກ​ເປັນ​ພູ​ສະ​ຫມ່ຳສະ­ເຫມີ ຫລື ເປືອກ​ແບບ​ຫນັງຄັນ­ຄາກ, ເນື້ອ​ສີ​ເຫລຶອງ​ຫນາ ແລະ ຫນຽວ.
      ພັນ​ຫມາກ­ອຶ​ທີ່​ຊາວ​ກະ​ສິກອນ​ນິ­ຍົມ​ປູກ​ເປັນ​ສິນ­ຄ້າ​ສ່ວນໃຫຍ່​ຈະ​ຊື້​ພັນ​ລູກ​ປະ­ສົມ​ທີ່​ມີ​ລາຄາ​ແພງ, ໃຫ້​ຜົນ​ຜະ­ລິດ​ສູງ​ແຕ່​ບໍ່​ສາ­ມາດ​ເກັບ​ແກ່ນ​ໄວ້​ເຮັດ​ແນວພັນ​ຕໍ່​ໄດ້.
ລາຍລະອຽດ
  1. ຜົນໄດ້ຮັບຈາກການປູກຫມາກແຕງແຄນຕາລຸກ

ວັນທີ 5 ເມສາ 2013 ໝວດໝູ່: ການປູກແຕງ
  1. ຫມາກແຕງແຄນຕາລຸກເປັນຫມາກແຕງຊະນິດຫນຶ່ງທີ່ຊາວກະສິກອນນຳເຂົ້າມາປູກເພາະເຫັນວ່າ ເປັນພືດໃຫ້ຫມາກທີ່ມີລົດຊາດດີ-ຫອມຫວານ ແລະ ໃຫ້ຜົນຜະລິດສູງ ເຊິ່ງປະຈຸ ບັນທີ່ເຫັນກັນຫລາຍແມ່ນທີ່ບ້ານສີມມະໂນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ມີຫລາຍຄອບຄົວນິຍົມກັນປູກ ແລະ ຍຶດຖືເປັນອາຊີບຫລັກໃນການສ້າງເສດຖະກິດຄອບ ຄົວ.
      ຄອບຄົວທ່ານ ຄຳແສນ ວົງ ພະຈັນ ຫລື ທ່ານ ຈັ້ງ ເປັນຄອບຄົວຫນຶ່ງເລີ່ມປູກຫມາກແຕງແຄນຕາລຸກເຫັນວ່າ ໄດ້ຮັບຜົນຕອບແທນສູງທ່ານເລົ່າສູ່ຟັງວ່າ: ເມື່ອກ່ອນຕົນເອງເປັນ ຄົນມັກ ແລະ ນິຍົມໃນການປູກພືດຜັກຊະນິດຕ່າງໆມາ ໂດຍຕະຫລອດ
ລາຍລະອຽດ
Free Web Hosting