ການປູກໝາກນາວ
  1.  

                      ປູກໝາກນາວແບບໃດໃຫ້ ໄດ້ຜົນຜະລິດສູງ

     

    ປູກຫມາກນາວແບບໃດໃຫ້ ໄດ້¬ຜົນຜະ¬ລິດສູງ
         ຫມາກ​ນາວ​ເປັນ​ຫມາກ​ໄມ້​ຊະ­ນິດ​ຫນຶ່ງ​ທີ່​ມີ​ວິ­ຕາ­ມິນ​ຊີ​ສູງ , ນິ­ຍົມ​ບໍ­ລິ­ໂພກ​ຫລາຍໃຫ້​ຄຸນ​ປະ­ໂຫຍດ​ໄດ້​ທັງ​ນ້ຳແລະເປືອກ​ເພາະ​ຫມາກ​ນາວ​ມີ​ກົດ​ອິນ​ຊີ​ຫລາຍ​ຊະ­ນິດ​ເຊັ່ນ: ກົດ​ຊີ​ຕິກ , ກົດ​ມາ​ລິດແລະວິ­ຕາ­ມິນ​ຊີເຊິ່ງ​ໄດ້​ມາ​ຈາກ​ນ້ຳ­ຫມາກ​ນາວ , ຍັງ​ຊ່ວຍ​ເສີມ​ສ້າງ​ໃຫ້​ຮ່າງ­ກາຍ​ແຂງ­ແຮງ , ຕ້ານ­ທານ​ກັບ​ພະ­ຍາດ​ໄດ້​ດີ , ຫມາກ​ນາວ​ຍັງ​ມີ​ຄຸນ​ປະ­ໂຫຍດ​ທາງ​ການ​ຢາ​ເປັນ­ຕົ້ນຊ່ວຍ​ຮັກ­ສາ​ໂລກ​ເລືອດ​ອອກ​ຕາມ​ແຂ້ວ , ອາ­ການ​ທ້ອງ​ອືດ , ຂັບ​ລົມ , ແກ້​ວິ­ນວຽນ . ນອກ­ຈາກ​ນີ້​ຍັງ​ມີ​ຄຸນ​ປະ­ໂຫຍດ​ດ້ານ​ຄວາມ​ງາມ​ນຳ​ອີກ .
         ຫມາກ​ນາວ​ເປັນ​ພືດ​ທີ່​ສາມາດ​ປູກ​ໄດ້​ໃນ​ດິນ​ເກືອບ​ທຸກ​ຊະນິດ​ບໍ່​ວ່າ​ຈະ​ເປັນ​ດິນ​ຫນຽວ , ດິນ­ຊາຍ , ແຕ່​ຖ້າ​ຕ້ອງ­ການ​ຈະ​ປູກ​ຫມາກ​ນາວ​ໃຫ້​ໃຫຍ່​ໄວ , ມີ​ຫມາກ​ດົກແລະຄຸນ​ນະ​ພາບ​ດີກໍ່​ຄວນ​ຈະ​ປູກ​ໃນ​ບ່ອນ​ທີ່​ເປັນ​ດິນ​ຜຸ​ຜຸ່ຍ , ມີ​ການ​ລະ­ບາຍ​ນ້ຳ​ໄດ້​ດີ , ມີ​ທາດ​ຈຸ​ລິນ​ຊີ​ປະ­ສົມ​ຢູ່​ຫລາຍແລະຄວນ​ເລືອກ​ບ່ອນ​ທີ່­ຢູ່​ໃກ້ແຫລ່ງ​ນ້ຳ .
    ການ​ກຽມ​ເນື້ອ­ທີ່​ປູກ   ຖ້າ​ຫາກ​ເນື້ອ­ທີ່​ຕ່ຳ​ໃຫ້​ເຮັດ​ຄັນ​ດິນ​ໂດຍ​ໃຫ້​ກວ້າງ​ປະ­ມານ 6-8ແມັດ​ສ່ວນ​ຄວາມ​ສູງ​ແມ່ນ​ໃຫ້​ສັງ­ເກດ​ຈາກ​ປະ­ລິ­ມານ​ນ້ຳ​ທີ່​ເຄີຍ​ຖ້ວມ​ໂດຍ​ໃຫ້​ຢູ່​ສູງ​ກວ່າ​ແນວ​ລະ­ດັບ​ນ້ຳ​ຖ້ວມ 50 ຊັງ​ຕີ​ແມັດ , ແທງ​ຮ່ອງຫລືສອຍ​ຮ່ອງ​ປະ­ຕູ​ນ້ຳ​ເພື່ອ​ລະ­ບາຍ​ນ້ຳ​ອອກ , ຂະ­ຫນາດ​ຮ່ອງ​ກວ້າງ 1,5 ແມັດ , ເລິກ 1 ແມັດ , ເນື້ອ­ທີ່​ຮ່ອງ​ກວ້າງ 0,5-0,7 ແມັດ , ໃຊ້​ໄລ­ຍະ​ປູກ 5x5ແມັດ . ຖ້າ​ຫາກ​ເນື້ອ­ທີ່​ປູກ​ເປັນ​ດອນຄວນ​ໄຖ​ພູນ​ເພື່ອ​ກຳ­ຈັດ​ຫຍ້າແລະເຮັດ​ໃຫ້​ດິນ​ແຕກ​ອອກ​ຈາກ​ກັນ , ໃຊ້​ໄລ­ຍະ​ໃນ​ການ​ປູກ 4x4Œ6x6ແມັດ , ທຸກ​ຢ່າງ​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ອຸ­ດົມ­ສົມ­ບູນ​ຂອງ​ດິນ .
    ວິ­ທີ​ການ​ປູກ   ຄວນ​ປູກ​ໃນລະ­ດູ­ຝົນ​ຈະ​ເປັນ​ການ​ດີເພາະ​ລະ­ດູ­ຝົນ​ຈະ​ເຮັດ​ໃຫ້​ດິນ​ອ່ອນ , ການ​ຂຸດ​ຂຸມ​ງ່າຍ , ຄວນ​ຂຸດ​ຂຸມ​ປູກ​ໃຫ້​ມີ​ຂະ­ຫນາດ​ກວ້າງແລະເລິກ​ປະ­ມານ 50 ຊັງ​ຕີ​ແມັດ , ປະ­ສົມ​ດິນ , ຝຸ່ນ​ຄອກແລະປຸ໋ຍ​ຣ໌ອດ​ຟໍ​ສ​ເຟດ​ເຂົ້າ​ດ້ວຍ​ກັນໃນ​ຂຸມ​ໃຫ້​ສູງ​ປະ­ມານ 2 ໃນ 3 ຂອງ​ຂຸມ , ຍົກ​ຖົງ​ກ້າ​ເບ້ຍ​ໄມ້​ວາງ​ໃນ​ຂຸມ​ໂດຍ​ໃຫ້​ລະ­ດັບ​ຂອງ​ດິນ​ໃນ​ຖົງ​ສູງ​ກວ່າ​ລະ­ດັບ​ດິນ​ປາກ​ຂຸມ​ເລັກ​ນ້ອຍ​ໃຊ້​ມີດ​ທີ່​ຄົມ​ແລ່ງ​ຖົງ​ຈາກ​ກົ້ນ​ຖົງ​ຂຶ້ນ​ມາ​ຮອດ​ປາກ​ຖົງ​ທັງ​ສອງ​ດ້ານ (ຊ້າຍແລະຂວາ ), ດຶງ​ຖົງ​ຢາງ​ອອກໂດຍ​ລະ­ວັງ​ຢ່າ​ໃຫ້​ຖົງ​ແຕກ​ແລ້ວ​ຖົມ​ດິນ​ທີ່​ເຫລືອ​ລົງ​ໃນ​ຂຸມ , ຂົ່ມ​ດິນ​ບໍ­ລິ­ເວນ​ຕົ້ນ​ໃຫ້​ແຫນ້ນ , ປັກ​ໄມ້​ຫລັກແລະມັດ​ເຊືອກ​ໄວ້​ເພື່ອ​ປ້ອງ​ກັນ​ລົມ​ພັດ​ແຮງ , ຫາ​ຫຍ້າຫລືເຟືອງ​ແຫ້ງ​ມາ​ປົກ​ບໍ­ລິ­ເວນ​ຕົ້ນ​ຫົດ​ນ້ຳ​ໃຫ້​ຊຸ່ມ , ເຮັດ​ຮົ່ມ​ເພື່ອ​ຊ່ວຍ​ກັນ­ແສງ​ແດດ .
    ການ​ດູ​ແລ​ຮັກ­ສາ  ຄວນ​ໃຫ້​ນ້ຳ​ຢ່າງ​ສະ​ຫມ່ຳ​ສະ­ເຫມີໂດຍ​ສະ­ເພາະ​ໃນ​ໄລ­ຍະ​ທີ່​ປູກ​ໃຫມ່ໆ , ຫົດ​ນ້ຳ​ມື້​ລະ​ເທື່ອ​ເປັນ​ຢ່າງ​ນ້ອຍ (ກໍລະ­ນີ​ຝົນ​ບໍ່​ຕົກ ) ຫລັງ​ຈາກ​ປູກ​ໄດ້​ປະ­ມານ 15ມື້ , ຫມາກ​ນາວ​ສາ­ມາດ​ຕັ້ງ­ຕົ້ນ​ໄດ້​ແລ້ວ​ຫົດ​ນ້ຳ​ເດືອນ​ລະ 2-3ເທື່ອແລະຄວນ​ຫາ​ວັດຖຸ​ມາ​ປົກ​ດິນ​ບໍ­ລິ­ເວນ​ຕົ້ນ​ເພື່ອ​ຊ່ວຍ​ຮັກ­ສາ​ຄວາມ​ຊຸ່ມ​ຊື່ນ , ຄວນ​ເລີ່ມ​ງົດ​ການ​ໃຫ້​ນ້ຳ​ຕັ້ງ­ແຕ່​ໄລ­ຍະ​ເດືອນ​ມີ­ນາ​ເປັນ­ຕົ້ນ​ໄປຈົນ​ເຖິງ​ໄລ­ຍະ​ອອກ­ດອກ​ເພື່ອ​ໃຫ້​ຫມາກ​ນາວ​ສະ​ສົມ​ອາ­ຫານ​ໃຫ້​ສູງ​ເຖິງ​ລະ­ດັບ​ທີ່​ສາ­ມາດ​ສ້າງ​ຕາ​ດອກ​ໄດ້ , ປົກ­ກະ­ຕິ​ຫມາກ​ນາວ​ຈະ​ອອກ ດອກ​ເດືອນ​ເມ­ສາ​ຫາ​ເດືອນ​ພຶດ­ສະ­ພາ , ຫລັງ​ຈາກ​ຫມາກ​ນາວ​ອອກ­ດອກແລະກຳ­ລັງ​ເປັນ​ຫມາກ​ອ່ອນເປັນ​ໄລ­ຍະ​ທີ່​ຫມາກ​ນາວ​ຕ້ອງ­ການ​ນ້ຳ​ຫລາຍ​ເພື່ອ​ໃຊ້​ໃນ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ຫມາກ .
    ການ​ໃສ່​ປຸ໋ຍ   ຫລັງ​ຈາກ​ຫມາກ​ນາວ​ອາ­ຍຸ​ໄດ້ 3-4 ເດືອນຄວນ​ໃສ່​ປຸ໋ຍ​ເຄ​ມີ , ຝຸ່ນ​ຄອກຫລືຝຸ່ນ​ບົ່ມ​ປະ­ມານ​ຕົ້ນ​ລະ 0,5 ກິ​ໂລກ​ກຣາມ , ກໍ­ລະ­ນີ​ໃສ່​ປຸ໋ຍ​ເຄ​ມີ​ຄວນ​ໃສ່​ຫລັງ​ຈາກ​ພູນ​ດິນ​ກຳ­ຈັດ​ຫຍ້າ​ແລ້ວ​ໂຮຍ​ໃສ່​ບໍ­ລິ­ເວນ​ອ້ອມ​ຮອບ​ພຸ່ມ​ແລ້ວ​ກໍ່​ຫົດ​ນ້ຳ​ຕາມ​ເພື່ອ​ໃຫ້​ປຸ໋ຍ​ລະ­ລາຍ  ເມື່ອ​ຫມາກ​ນາວ​ອາ­ຍຸ​ໄດ້ 1 ປີ​ໃຫ້​ໃສ່​ປຸ໋ຍ​ຫມາກ​ປະ­ມານ​ຕົ້ນ​ລະ 300 ກຣາມແລະພໍ​ຫມາກ​ນາວ​ອາ­ຍຸ​ໄດ້ 2 ປີ​ກໍ່​ເພີ່ມ​ປະ­ລິ­ມານ​ປຸ໋ຍ​ໂດຍ​ໃສ່​ປີ​ລະ 2 ເທື່ອໆ​ລະ​ປະ­ມານ 1 ກິ​ໂລກ​ຣາມ . ທັງ​ຫມົດ​ນີ້​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ອຸ­ດົມ­ສົມ­ບູນ​ຂອງ​ຕົ້ນແລະເມື່ອ​ຫມາກ​ນາວ​ອາ­ຍຸ​ເຂົ້າ​ປີ​ທີ່ 3 ກໍ່​ຈະ​ເລີ່ມໃຫ້​ຫມາກ , ໃນ​ໄລ­ຍະ​ກ່ອນ​ອອກ­ດອກ​ປະ­ມານ 1-2 ເດືອນ​ໃຫ້​ໃສ່​ປຸ໋ຍ​ເພື່ອ​ເລ່ງ​ການ​ຈະເລີນ​ເຕີບ​ໂຕ​ໃນ​ໄລ­ຍະ​ທີ່​ຍັງ​ບໍ່​ອອກ­ດອກ​ໃນ​ໄລ­ຍະ​ເລ່ງ​ການ​ອອກ­ດອກ​ປະ­ມານ 0,5-1 ກິ​ໂລກ​ຣາມ​ຕໍ່​ຕົ້ນ , ປະ­ລິ­ມານ​ທີ່​ໃຊ້​ຂຶ້ນ​ຢູ່​ກັບ​ອາ­ຍຸ​ຂອງ​ຕົ້ນ​ພືດ​ໂດຍ​ໃສ່​ໃນ​ປະ­ລິ­ມານ​ເຄິ່ງ​ຫນຶ່ງ​ຂອງ​ອາ­ຍຸ​ຕົ້ນ .

 

ຄວາມຄິດເຫັນ

 

Free Web Hosting