ວິທີການປູກຫມາກອຶແບບປອດໄພ

ຫມາກອຶ ຈັດເປັນພືດໃນຕະກຸນຫມາກແຕງທີ່ໃຫ້ປະໂຫຍດຫລາຍຢ່າງເຊັ່ນ: ຫມາກອຶຈະມີກາກໃຍສູງທີ່ອຸດົມໄປດ້ວຍວິຕາມິນເອ ແລະ ສານຕໍ່ຕ້ານການປະສົມກັບອອກຊີເຈນກັບເກືອແຮ່ ແລະ ມີກົດໂປຣໄພໂອນິກ, ເປັນກົດທີ່ເຮັດໃຫ້ເຊວມະເຮັງອ່ອນລົງ,ເຊິ່ງຈະພົບເຫັນໃນແກ່ນ, ຮາກ, ກ້ານ, ນ້ຳມັນຈາກແກ່ນ ແລະ ໃຍກາງຫນ່ວຍ. ຫມາກອຶເປັນພືດທີ່ຄົນສ່ວນຫລາຍນິຍົມບໍລິໂພກ, ມີຂະຫນາດນ້ຳຫນັກຫນ່ວຍຫນຶ່ງສະເລ່ຍ 2-3 ກິໂລກຣາມ, ເປືອກມີສີຂຽວຄ້ຳ, ຮ່ອງຫມາກເປັນພູສະຫມ່ຳສະເຫມີ ຫລື ເປືອກແບບຫນັງຄັນຄາກ, ເນື້ອສີເຫລຶອງຫນາ ແລະ ຫນຽວ.
ພັນຫມາກອຶທີ່ຊາວກະສິກອນນິຍົມປູກເປັນສິນຄ້າສ່ວນໃຫຍ່ຈະຊື້ພັນລູກປະສົມທີ່ມີລາຄາແພງ, ໃຫ້ຜົນຜະລິດສູງແຕ່ບໍ່ສາມາດເກັບແກ່ນໄວ້ເຮັດແນວພັນຕໍ່ໄດ້. ໃນຂະນະທີ່ອີກກຸ່ມຫນຶ່ງເປັນພັນຫມາກອຶທີ່ໄດ້ຈາກການປະສົມປ່ອຍ ແລະ ໄດ້ມີການຄັດເລືອກພັນຈົນມີຄວາມລະອຽດລະດັບຫນຶ່ງເມື່ອປູກໄປແລ້ວສາມາດເກັບແກ່ນໄວ້ເຮັດແນວພັນຕໍ່ໄດ້.
ສຳລັບວິທີການປູກຫມາກອືແບບປອດສານເຄມີລວມທັງສັດຕູພືດເລີ່ມຕົ້ນຈາກການປັບປຸງດິນໃຫ້ມີຄຸນນະພາບດີ ໂດຍໃຊ້ປຸຍຫມັກຊີວະພາບ, ການປົກດິນດ້ວຍວັດສະດຸຈາກທຳມະຊາດເຊັ່ນ: ເຟືອງເຂົ້າ, ຊາກພືດ ແລະ ສັດທີ່ຜຸພັງ, ມີການປູກພືດຫມູນວຽນເພື່ອຫລຸດການລະບາດຂອງສັດຕູພືດ ແລະ ມີການອະນຸຮັກແມງໄມ້ທີ່ເປັນປະໂຫຍດ, ການຫົດນ້ຳປຸຍຫມັກຊີວະພາບລົງໃນດິນທີ່ໃຊ້ປູກຫມາກອຶຈະເປັນການເພີ່ມປະລິມານ, ຈຸລິນຊີໃຫ້ແກ່ດິນບໍລິເວນຮາກພືດ, ຈຸລິນຊີຈະໃຊ້ອາຫານຈາກປຸຍຫມັກຊີວະພາບ ແລະ ດຶງໄນໂຕຣເຈນຈາກອາກາດໄດ້.
ໃນການກຽມພື້ນທີ່ປູກຫມາກອຶ, ຊາວສວນຈະຕ້ອງກຳໄດ້ເຖິງສະພາບຄວາມເປັນກົດ-ດ່າງຂອງດິນ, ຖ້າດິນມີຄ່າ pH ຕ່ຳກວ່າ 5,5 ຈະ ຕ້ອງໃສ່ປູູນຂາວ ຫລື ປູນໂດໂລໂມອັດຕາ 100-200 ກິໂລກຣາມຕໍ່ໄລ່ ແລະ ຈະຕ້ອງໃສ່ກ່ອນລົງມືປູກຢ່າງນ້ອຍ 1 ອາທິດ. ຫລັງຈາກນັ້ນໃຫ້ໄຖພວນປະສົມຄົນໃຫ້ປູນປະສົມເຂົ້າກັບດິນ ແລະ ຕາກດິນປະໄວ້, ສ່ວນການໄຖພວນຕາກດິນຄວນໃຫ້ມີຄວາມເລິກຢ່າງນ້ອຍ 30 ຊັງຕີແມັດ.
ສິ່ງສຳຄັນອີກຢ່າງຫນຶ່ງທີ່ຊາວສວນຜູ້ປູກຫມາກອຶຄວນຄຳນຶງຄື: ຕົ້ນຫມາກອຶຈະມີການຈະເລີນເຕີບໂຕໄດ້ດີທີ່ອຸນຫະພູມສະເລ່ຍ 18-27 ອົງສາເຊ, ຈັດເປັນພືດຜັກທີ່ບໍ່ທົນຕໍ່ສະພາບອາກາດທີ່ຫນາວເຢັນຈັດ, ພົບວ່າຕົ້ນຫມາກອຶຈະສະງັກການຈະເລີນເຕີບໂຕໃນສະພາບອຸນຫະພູມຕ່ຳກວ່າ 10 ອົງສາເຊ.
ຫລັງຈາກທີ່ເພາະກ້າແກ່ນຫມາກອຶໃນຖາດເພາະກ້າດົນປະມານ 10-13 ວັນ ຫລື ເມື່ອຕົ້ນຫມາກອືມີໃບແທ້ 1-2 ໃບຈິ່ງທຳການຍ້າຍໄປປູກ, ປະຈຸບັນການປູກຫມາກອຶຈະມີເຕັກໂນໂລຊີສະໄຫມໃຫມ່ທີ່ມີຄວາມປອດໄພຕໍ່ຊາວກະສິກອນ ແລະ ສິ່ງແວດລ້ອມດ້ວຍການຮອງກົ້ນຂຸມດ້ວຍສານສະຕາເກິນຈີໃນອັດຕາ 2 ກຣາມຕໍ່ຂຸມ. ການຈະເລີນເຕີບໂຕຂອງຕົ້ນກ້າ ຫລື ຕົ້ນຫມາກອຶທີ່ມີຄວາມສູງປະມານ 20-30 ຊັງຕີແມັດສານສະຕາເກິນຈີຈະຊ່ວຍປ້ອງກັນການທຳລາຍຂອງແມງປາກດຸດທຸກຊະນິດລວມໄປຮອດກຳຈັດສັດຕູພືດທີ່ເຂົ້າມາທຳລາຍໃບຫມາກອຶໄດ້ອີກດ້ວຍ, ການປູກຫມາກອຶແນະນຳໃຫ້ໃຊ້ໄລຍະປູກລະຫວ່າງ 1 ແມັດຕໍ່ຕົ້ນ, ໄລຍະຫ່າງລະຫວ່າງແຖວ 4 ແມັດໃນພື້ນທີ່ 1 ໄລ່ຈະປູກໄດ້ປະມານ 400 ຕົ້ນ.
ສ່ວນການເບິ່ງແຍງຮັກສາ ແລະ ໃສ່ປຸຍ: ເມື່ອຕົ້ນກ້າງອກຈະມີໃບແທ້ 2-3 ໃບແລ້ວຄວນແຍກຕົ້ນທີ່ບໍ່ສົມບູນອອກໄປເຫລືອແຕ່ຕົ້ນທີ່ສົມບູນແຂງແຮງຂຸມລະ 2 ຕົ້ນ ແລະ ຫົດນ້ຳທຸກວັນ, ເມື່ອຕົ້ນກ້າໃຫຍ່ຈົນມີໃບແທ້ 4 ໃບ, ແມ່ນໃຫ້ໃສ່ປຸຍແອມໂມນຽມຊັນເຟດ ຫລື ປຸຍຜັກ (21-0-0) ລະລາຍນ້ຳແລ້ວໃຊ້ຫົດຕົ້ນຫມາກອຶ, ຕ້ອງຫົດນ້ຳທຸກວັນ. ເມື່ອຫມາກອຶເລີ່ມອອກດອກໃສ່ປຸຍເຄມີສູດ 15-15-15 (ຫລື ສູດໃກ້ຄຽງກັນເຊັ່ນ: 13-13-27 ຫລື 14-14-21) ໂຮຍຮອບໆຕົ້ນແລ້ວຫົດນ້ຳຕາມ ແລະ ໃສ່ປຸຍອີກຄັ້ງເມື່ອຫມາກອືເລີ່ມເປັນຫມາກນ້ອຍ, ການຫົດນ້ຳແມ່ນ ຕ້ອງຫົດນ້ຳທຸກວັນຈົນກວ່າຮອດໄລຍະກ່ອນເກັບກ່ຽວ 15 ວັນໄດ້ຈິ່ງເຊົ່າ