1.  

                         ໝວດທີ່ເປັນຄຳເວົ້າທຳມະດາ

     

    1. 1. ເກົ້າອົດເກົ້າເຍື້ອນ ຫາກຊິໄດ້ທ່ອນຄຳ. (ຄວາມບູຮານ)
    2. 2. ເກີດເປັນຄົນ ໃຫ້ຮຽນຄວາມຮູ້. (ໜັງສືສຽວສະຫວາດ)
    3. 3. ເຂົ້າເຕັມເລົ້າ ນັ່ງເວົ້າກໍຄື ເງິນເຕັມຖົງ ເວົ້າໂກງກໍໄດ້. (ຄວາມບູຮານ)
    4. 4. ເຂົ້າເຕັມເລົ້າ ນັ່ງເວົ້າກໍຄື ເງິນເຕັມຖັງ ເວົ້າຫຍັງກໍ່ໄດ້.
    5. 5. ເຂົ້າເພິ່ນຂາວ ລູກສາວເພິ່ນແຮງ ແກງເພິ່ນແຊບ ປາແດກເພິ່ນນົວ ຜົວເພິ່ນດີ ຄອບເມຍເພິ່ນຊ່າງ. (ຄວາມບູຮານ)
    6. 6. ເຂົ້າໃນເລົ້າດູຫຼາຍ ຫີນອນຫງາຍດູໃຫຍ່. (ຄວາມບູຮານ)
    7. 7. ເຂົ້າໃນປ່າຢ່າວອນຫາເສືອ ໄປທາງເຮືອຢ່າວອນຫາເງືອກ. (ຄວາມບູຮານ)
    8. 8. ເຂົ້າໃໝ່ປາມັນ.
    9. 9. ເຂົ້າຂາດແລງ ແກງຂາດໝໍ້ ຜົວເມຍຊິພັດພາກ ເຂົ້າຂາດນາປາຂາດນ້ຳ ເມືອງບ້ານຊິຈຸ່ມຈົມ. (ຄວາມບູຮານ)
    10. 10. ເຂົ້າຢູ່ນາດູໜ້ອຍ ປາໃນຮ້ອຍດູຫຼາຍ. (ຄວາມບູຮານ)
    11. 11. ເຂົ້າຢູ່ເຮືອນເໜືອ ເກືອຢູ່ເຮືອນໃຕ້. (ຄວາມບູຮານ)
    12. 12. ເຂົ້າບ້ານຕາຫຼີ່ວ ໃຫ້ຫຼີ່ວຕານຳ. (ຄວາມບູຮານ)
    13. 13. ເຄັ່ງຫຼາຍມັນຂາດ ຍານຫຼາຍມັນຂ້ອງ. (ຄວາມບູຮານ)
    14. 14. ເງິນເຕັມພາບໍ່ທໍ່ຜະຍາເຕັມປູມ. (ຄວາມບູຮານ)
    15. 15. ເງິນຫົວຂວັນເຈົ້າ ເຂົ້າຫົວຂວັນໝາ. (ຄວາມບູຮານ)
    16. 16. ເງິນຄຳໜີຈາກເຈົ້າເປັນເຂົາງົວປ່າ ຖາມດີຈຶ່ງໄດ້ ຖາມຮ້າຍໄລ່ຊົນ. (ຄວາມບູຮານ)
    17. 17. ເງິນຄຳຫາໄດ້ ນ້ຳໃຈຫາຍາກ.
    18. 18. ເຈົ້ານາຍບໍ່ດີເຫັນແກ່ເງິນແສນໄຖ່ ເຈົ້ານາຍດີເຫັນແກ່ໄພ່ແສນເມືອງ. (ຄວາມບູຮານ)
    19. 19. ເຈົ້ານາຍຜູ້ໃຫຍ່ມັກຜາຍໂຜດຜູ້ຢູ່ໃກ້ ເຖິງແມ່ນຈະມີຄວາມຮູ້, ສະກຸນຕ່ຳ, ກິຣິຍາຫຽາບກໍຕາມ ດັ່ງດຽວກັນກັບສັດຕຣີ ແລະ ເຄືອເຂົາມັກກ້ຽວພັນກັບຂອງທີ່ຢູ່ໃກ້ສະເໝີ. (ຈາກຄັມພີປັນຈະຕັນຕຣະ)
    20. 20. ເຈົ້າເຮືອນພາເຂົ້າ ເຈົ້າເຫຼົ້າພາກິນ. (ຄວາມບູຮານ)
    21. 21. ເສນາໝາກຂີ້ກາ. (ໜັງສືສຽວສະຫວາດ)
    22. 22. ເສກສັນປັ້ນແຕ່ງ. (ຄວາມບູຮານ)
    23. 23. ເສັ້ນຜົມບັງພູເຂົາ. (ຄວາມບູຮານ)
    24. 24. ເສດໜີ້, ເສດໄຟ ແລະ ເສດສັດຕຣູ ທີ່ເຫຼືອຢູ່ ກໍເໝືອນກັນທັງນັ້ນ ມັນຈະຕ້ອງຈະເຣີນ ງອກງາມຂຶ້ນເລື້ອຍໆ ເພາະສະນັ້ນ ເພິງກຳຈັດຢ່າໃຫ້ມັນເສດເຫຼືອຢູ່. (ຈາກຄັມພີໂລກະນິຕິ)
    25. 25. ເສຍຄຳທໍ່ຫົວ ບໍ່ທໍ່ເສັຽຜົວໃຫ້ເຂົາ. (ຄວາມບູຮານ)
    26. 26. ເສຍໜ້ອຍເສຍຍາກ ເສຍມາກເສຍງ່າຍ. (ຄວາມບູຮານ)
    27. 27. ເສືອໄດ້ກິນເນື້ອ ເພື່ອປ່າມີໜາມ ໄມ້ງາມເພື່ອເສືອຢູ່. (ໜັງສືສຽວສະຫວາດ)
    28. 28. ເສືອຕາຍຍ້ອນໜັງ ຊ້າງຕາຍຍ້ອນງາ ພຣະຍາຕາຍຍ້ອນລາດຊະສົມບັດ. (ຄວາມບູຮານ)
    29. 29. ເສືອພີເພາະປ່າປົກ ປ່າຮົກເພາະເສືອຍັງ ດິນດີເພາະຫຍ້າບັງ ຫຍ້າຍັງເພາະດິນດີ. (ຄວາມບູຮານ)
    30. 30. ເຊື້ອອື່ງເຖົ້າ ຄວາມເວົ້າຂ້າໂຕ.
    31. 31. ເຊືອກສາມວາລ່າມຊ້າງ ຢ່າອວດອ້າງວ່າໂຕດີ. (ຄວາມບູຮານ)
    32. 32.ເດືອນຫົກຢ່າຂີ່ມ້າ ເດືອນຫ້າຢ່າໄຕ່ຂົວ. (ຄວາມບູຮານ)
    33. 33. ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແຕ່ງໄຖ. (ຄວາມບູຮານ)
    34. 34. ເດີນຕາມຫຼັງລາດຊະສີ ດີກວ່າເດີນຕາມກົ້ນໝາວັດ. (ຄວາມບູຮານ)
    35. 35. ເດັດບົວບໍ່ໄວ້ໃຍ. (ຄວາມບູຮານ)
    36. 36. ເບິ່ງໃຫ້ມັນໄກ ໄປໃຫ້ມັນເຖິງ.
    37. 37. ເບິ່ງໃຫ້ມັນຍາວ ຊາວໃຫ້ມັນເຖິງ.
    38. 38. ເບິ່ງຄົນ ໃຫ້ເບິ່ງໜ້າ ເບິ່ງຜ້າໃຫ້ເບິ່ງເຊີງ. (ຄວາມບູຮານ)
    39. 39. ເບິ່ງຊ້າງ ໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່ ຄັນຊິເບິ່ງແທ້ໆ ໃຫ້ເບິ່ງປູ່ຢ່າຕາຍາຍ. (ຄວາມບູຮານ)
    40. 40. ເບິ່ງວັດ ໃຫ້ເບິ່ງຖານ ເບິ່ງບ້ານໃຫ້ເບິ່ງຄົວ. (ຄວາມບູຮານ)
    41. 41.ເຕົ່າກຸ້ມປາກເຕົ່າ ແລນກຸ້ມປາກແລນ. (ຄວາມບູຮານ)
    42. 42. ເຖົ້າເສຍດາຍ ຕາຍເສຍຊື່ ເຖົ້າແລ້ວຈຶ່ງມາພໍ້ຫຍ້າຫວາຍ ບາດຊິຕາຍແລ້ວຈຶ່ງມາພໍ້ຫຍ້າປ້ອງ. (ຄວາມບູຮານ)
    43. 43. ເຖິງຍາມຄ່ຳຢ່ານັ່ງຫົນທາງ ຍາມກາງຄືນຢ່າເຂົ້າທ່ຽວບ້ານ ເຂົ້າເຖື່ອນກວ້າງ ລ້ຽງໜູ່ໝູໝາ.
    44. 44. ເຖິງຍາມຄ່ຳຢ່ານັ່ງແຈທາງ ຍາມກາງຄືນຢ່າເຂົ້າທ່ຽວບ້ານ ເຂົ້າເຖື່ອນກວ້າງຢ່າອ່າວຫາເສືອ ໄປທາງເຮືອຢ່າວອນຫາເງືອກ. (ຄວາມບູຮານ)
    45. 45. ເປົ່າປີ່ໃສ່ຫູຄວາຍ. (ຄວາມບູຮານ)
    46. 46. ເປັນຂ້ອຍໃຫ້ເປັນຂ້ອຍອາດຍາ ເປັນໝາໃຫ້ເປັນໝາວັດ. (ຄວາມບູຮານ)
    47. 47. ເປັນຄົນໃຫ້ເພິ່ນໃຊ້ ເປັນໄມ້ໃຫ້ເພິ່ນຟັນ. (ຄວາມບູຮານ)
    48. 48. ເປັນເຈົ້າຂຸນມຸນນາຍຜູ້ໃຫຍ່ ມີບາວໄພ່ອ້ອມຂ້າງ ຢ່າກ່າວອ້າງອວດຍໍໂຕ ບໍ່ດີ. (ໜັງສືສຽວສະຫວາດ)
    49. 49. ເປັນເຈົ້າ ໃຫ້ຮັກໄພ່ທັງຫຼາຍ ເປັນນາຍໃຫ້ຮັກໝູ່ ເປັນປູ່ໃຫ້ຮັກຫຼານ ເປັນກວານໃຫ້ຮັກລູກບ້ານ ຄັນຊິຕ້ານໃຫ້ຄ່ອຍໝັ່ນພຽນຈາ ຢາກກິນນາ ໃຫ້ພຽນຂອງຝາກ ຢາກຢ່າຢາກຫຼາຍ ໂຕຊິຕາຍບໍ່ຮູ້ ເຫັນແຕ່ຊູ້ ຕາບໍ່ລ່ຳຫຼິງດູ. (ໜັງສືສຽວສວາດ)
    50. 50. ເປັນນາຍໃຫ້ຮັກໄພ່ ເປັນໃຫຍ່ໃຫ້ຮັກລູກບ້ານ ຂີ້ຄ້ານໃຫ້ຄ່ອຍພຽນຈາ.
    51. 51. ເພິ່ນຊັງໂຕ ຢ່າໂງຊັງຕອບ. (ຄວາມບູຮານ)
    52. 52. ເພີ່ນຫຸມໂຕ ຢ່າໂງທາງຕ່າງ. (ຄວາມບູຮານ)
    53. 53. ເພິ່ນຫຸມໂຕ ຢ່າໂງທາງຕ່າງ ຍ່າງກາງບ້ານ ຫຼຽວໜ້າຫຼຽວຫຼັງ ກາຍພຣະສົງ ຍໍມືນົບໄຫວ້ ຕົກໝູ່ຂຸນ ຊ່ອຍຂຸນລ້ຽງມ້າ ຕົກໝູ່ຂ້າ ຊ່ອຍຂ້າພາຍໂຊນ.
    54. 54. ເພິ່ນບໍ່ເອີ້ນຢ່າຂານ ເພີ່ນບໍ່ວານຢ່າຊ່ອຍ ມັກຊ່ອຍແທ້ ໃຫ້ພິດຈາລະນາ ທີ່ເພີງຊ່ອຍຈຶ່ງຊ່ອຍ. (ໜັງສືສຽວສະຫວາດ)
    55. 55. ເພີ່ນຫາມໝູ ຢ່າເອົາຄານໄປສອດ. (ຄວາມບູຮານ)
    56. 56. ເພິ່ນເຫັນໂຕ ຢ່າອຳເອົາໄວ້ ບາດໂທດຕ້ອງມາປີ້ນໃສ່ໂຕ. (ໜັງສືສຽວສະຫວາດ)
    57. 57. ເພິ່ນຫຼັບໂຕຫຼັບ ເພິ່ນຫຼີ່ວໂຕຫຼີ່ວ.
    58. 58. ເພື່ອນກິນຫາໄດ້ ເພື່ອນຕາຍຫາຍາກ. (ຄວາມບູຮານ)
    59. 59. ເມຍໃຈຮ້າຍ, ເພື່ອນໃຈຄົດ, ບ່າວຖຽງຄວາມ, ຢູ່ໃນເຮືອນມີງູ ເຫຼົ່ານີ້ ແມ່ນມັດຈຸຣາດ ໂດຍບໍ່ຕ້ອງສົງໃສ. (ຈາກຄັມພີປັນຈະຕັນຕຣະ)
    60. 60. ເມື່ອຈັກທຽວໄປມາ ຂື້ນເໜືອລົງລ່າງ ໃຫ້ທຳຕົນເໝືອນດັ່ງຕົວທະນີແລະຄ່າງ ຄັນວ່າລຸກຍ່າງຍ້າຍ ໃຫ້ເບິ່ງເສືອໜີ ຫຼຽວຫຼັງສາມທີຈຶ່ງຢ່າ. (ໜັງສືສຽວສະຫວາດ)
    61. 61. ເມື່ອຍັງບໍ່ເຖິງເວລາອັນຄວນເວົ້າ ກໍຢ່າເວົ້າ ເພາະເວົ້າບໍ່ຖືກເວລາ ເຖິງແມ່ນພຣະຣືຫັດບໍດີຜູ້ເກັ່ງກ້າໃນທາງສີປາກ 62. ກໍຍັງຖືກຕິວ່າບໍ່ມີຄວາມຄຶດ. (ຈາກຄັມພີປັນຈະຕັນຕຣະ)
    62. 63. ເມື່ອໃດ ເຈົ້ານາຍຈັດການກັບຄົນທຸກພວກ ໃຫ້ສະເໝີກັນເໝີດບໍ່ໃຫ້ແຕກຕ່າງກັນ (ດີກັບຊົ່ວສະເໝີກັນ) ເມື່ອນັ້ນ ອານຸພາບອັນເປັນກຳລັງຂອງ ກິດຈະການທັງຫຼາຍ ກໍເສື່ອມຖອຍ. (ຈາກຄັມພີປັນຈະຕັນຕຣະ)
    63. 64. ເມື່ອຊ່ອຍໃຫ້ຄົນອື່ນ ສົມຫວັງໄດ້ແລ້ວ ທ່ານຈະສົມຫວັງເອງ.
    64. 65. ເມື່ອທຳວຽການສຳເຣັດແລ້ວ ບໍ່ມີໃຜຫຼຽວແລເບິ່ງຜູ້ເຮັດດອກ ດັ່ງນັ້ນ ເພີງກະທຳວຽກການທັງປວງບໍ່ໃຫ້ຄ້າງຄາ. (ຈາກຄັມພີໂລກະນິຕິ)
    65. 66. ເມື່ອລາດຊະອານາຈັກ ປາສະຈາກຜູ້ມີປັນຍາແລ້ວ ປະສາສະໂນບາຍກໍເສື່ອມ ຫາກປະສາສະໂນບາຍເສື່ອມແລ້ວ ປະເທດກໍຫຼົ້ມຈົມ. (ຈາກຄັມພີປັນຈະຕັນຕຣະ)
    66. 67. ເມື່ອເຫັນວ່າຮ່າງກາຍ ເປັນຂອງແຕກດັບໄດ້ ໃນຍາມໜຶ່ງຍາມດຽວແລ້ວ ຈະມົວຄຶດພິສັງເຖິງຄວາມຕາຍ ໃນການລົນນະລົງ ສົງຄາມ. (ຈາກຄັມພີປັນຈະຕັນຕຣະ)
    67. 68. ເພີງຜູກໃຈຄົນໂລບໄວ້ ດ້ວຍການໃຫ້ປໂຍດທີ່ເຂົາຕ້ອງການ ຜູກໃຈຄົນກະດ້າງຖືໂຕ ດ້ວຍການຍົກມືໄຫວ້, ຜູກໃຈຄົນຫຼົງໄວ້ 69. ດ້ວຍການປະພຶດຕາມຄວາມພໍໃຈຂອງເຂົາ, ແຕ່ຜູກໃຈບັນດິດໄວ້ ຕາມຄວາມເປັນຈິງ. (ຈາກຄັມພີໂລກະນິຕິ)
    68. 70. ເພີງຈາແລະບໍ່ເພີງຈາ ລັກຂະນາໃນໃຈໃຫ້ຮູ້ ແລ້ວຢ່າເນີໆ. (ໜັງສືສຽວສະຫວາດ)
    69. 71. ເພີງຝີງແດດດ້ວຍດ້ານຫຼັງ ຝີງໄຟດ້ວຍດ້ານທ້ອງ ເສບສາມະຄົມກັບນາຍ ດ້ວຍການສະລະທຸກຢ່າງ ແລະປາຖະນາໄປສູ່ໂລກໜ້າ ດ້ວຍຄວາມບໍ່ຫຼົງ. (ຈາກຄັມພີໂລກະນິຕິ)
    70. 72. ເຫຼັກກ້າຖືກຫີນຊາ. (ຄວາມບູຮານ)
    71. 73. ເລືອກຜັກໄດ້ກິນບົ້ງ ເລືອກຂາໂປ້ງໄດ້ຂ້າກີ່ວ ເລືອກຕາຫຼີ່ວໄດ້ຕາບອດ. (ຄວາມບູຮານ)
    72. 74. ເຫຼືອດສາຍຕາມາຮັບແຕ່ໄກ, ຍຸ້ມຫົວພໍສົມຄວນ, ເວົ້າຄວາມເກົ່າທີ່ເຄີຍຮັກແພງ, ຮັກແພງຜູ້ທີ່ບໍ່ໄດ້ຮັບໃຊ້, ມີໃຈເຜື່ອແຜ່ກວ້າງຂວາງ ແມ່ນທຳຜິດ ກໍຕື່ມຄວາມຮັກແພງ ໃຫ້ຍ້ອນຄືດເຫັນຄວາມດີແຕ່ກ່ອນ ເຫຼົ່ານີ້ເປັນລັກສະນະຂອງນາຍຜູ້ມີໃຈກະຣຸນາ. (ຈາກຄັມພີປັນຈະຕັນຕຣະ)
    73. 75. ເວລາໃດໄພອັນຕະລາຍຍັງຢູ່ໄກ ກໍບໍ່ຄວນຢ້ານແລະຫຼີກເວັ້ນໄພອັນຕະລາຍນັ້ນໃຫ້ໄກ ແຕ່ເມື່ອມັນມາໃກ້ແລ້ວ ກໍຄວນຈັດການໃຫ້ເໝາະສົມ. (ຈາກຄັມພີປັນຈະຕັນຕຣະ)
    74. 76. ເວລາກາງຄືນ ປາກົດວ່າຍາວຫຼາຍ ສຳຣັບຜູ້ນອນບໍ່ຫຼັບ, ທາງໂຍດນຶ່ງຍາວຫຼາຍ ສຳຣັບຜູ້ເດີນທາງລ້າ, ສັງສາຣະວັດ ກໍຍາວຫຼາຍ ສຳຣັບຄົນພານ ຜູ້ບໍ່ຮູ້ພຣະສັດທຳ. (ຈາກຄັມພີໂລກະນິຕິ)
    75. 77. ເວລາເປັນເງິນເປັນຄຳ.
    76. 78. ເວົ້າຫຍາບຊ້າເປັນຄວາມຊົ່ວຂອງແມ່ ກິຣິຍາບໍ່ດີ ເປັນຄວາມຊົ່ວຂອງພໍ່ ຖ້າພໍ່ແມ່ທັງສອງເປັນຄົນຊົ່ວ ລູກກໍຈະເປັນຄົນເວົ້າຫຽາບ ແລະກິຣິຍາບໍ່ດີ. (ຈາກຄັມພີໂລກະນິຕິ)
    77. 79. ເວົ້າດີ ເປັນຄວາມປະເສີດຂອງແມ່ ກິຣິຍາດີ ເປັນຄວາມປະເສີດຂອງພໍ່ ຖ້າພໍ່ແມ່ທັງສອງເປັນຄົນດີ ລູກກໍຈະເປັນຄົນດີ ແລະກິຣິຍາດີ. (ຈາກຄັມພີໂລກະນິຕິ)
    78. 80. ເວົ້າຕ່ຳຜີຢ່ຳລົງ ເວົ້າສູງຜີຈູງຂຶ້ນ. (ຄວາມບູຮານ)
    79. 81. ເວົ້ານົວຫົວມ່ວນ. (ຄວາມບູຮານ)
    80. 82. ເວົ້າບໍ່ເຊົາຫາບ່ອນເອົາບໍ່ໄດ້.
    81. 83. ເຫັນຄົນຫາມໝູ ຢ່າເອົາໄມ້ຄານໄປສອດ. (ຄວາມບູຮານ)
    82. 84. ເຫັນເພີ່ນ ທຸກຢ່າຫານ ເຫັນເພີ່ນມານຢ່າທ້ວງ. (ຄວາມບູຮານ)
    83. 85. ເຫັນເຂົາທຸກ ຢ່າເວົ້າທານຂວັນ ເຫັນເຂົາມານຢ່າທ້ວງ. (ຄວາມບູຮານ)
    84. 85. ເຫັນເສຶອໃຫ້ໜີ ເຫັນຫີໃຫ້ເດົ້າ ຄວາມເຖົ້າເພີ່ນສອນ. (ຄວາມບູຮານ)
    85. 87. ເຫັນຊ້າງຂີ້ ຢ່າຂີ້ນຳ. (ຄວາມບູຮານ)
    86. 88. ເຫັນເມຍ ທ່ານຢ່າທ້າ ເຫັນໜ້າຢ່າຍິງ. (ໜັງສືສຽວສະຫວາດ)
    87. 89. ເຫັນແກ່ເງິນແສນໄຖ່ ບໍ່ເຫັນແກ່ໄພ່ແສນເມືອງ. (ຄວາມບູຮານ)
    88. 90. ເຫັນງູມາຈຶ່ງຄວາຫາຄ້ອນ.
    89. 91. ເຫັນໜ້າຢ່າກົ່ງ ເຫັນຖົງຢ່າພາຍ.
    90. 92. ເອົາຢ່າມາຢູ່ກັບລູກໃພ້ ປານເອົາໄຂ້ມາໃສ່ຄີງ. (ຄວາມບູຮານ)
    91. 93. ເອົາລູກເຂີຍມາລ້ຽງພໍ່ເຖົ້າ ປານໄດ້ເຂົ້າເຕັມເລົ້າເຕັມເຍຍ. (ຄວາມບູຮານ)
    92. 93. ເອົາລູກໃພ້ມາລ້ຽງຍ່າ ປານເອົາຮ່າມາໃສ່ເຮືອນ.(ຄວາມບູຮານ)
    93. 94. ເອົາລູກເພິ່ນມາລ້ຽງ ເອົາໝ້ຽງເພິ່ນມາອົມ.
    94. 95. ເອົາຍ່າ ມາຢູ່ນຳລູກໃພ້ ປານເອົາໄຂ້ມາໃສ່ເຮືອນ. (ຄວາມບູຮານ)
    95. 96. ເອົາຫູໄປນາ ເອົາຕາໄປໄຮ່. (ຄວາມບູຮານ)
    96. 97. ເອີ້ນກິນແລ່ນໃສ່ ເອີ້ນໃຊ້ແລ່ນໜີ. (ຄວາມບູຮານ)
    97. 98. ເຮັດແທ້ແກ້ແມ່ນ. (ຄວາມບູຮານ)
    98. 99. ເຮັດກິນຢ່າຄ້ານ ເຂົ້າບ້ານຢ່າອາຍ ເຫັນຄົນຕາຍຢ່າຂີ້ດຽດ. (ຄວາມບູຮານ)
    99. 100. ເຮັດຈັ່ງເພິ່ນ ຢ່າເຮັດຈັ່ງເພິ່ນ.
    100. 101. ເຮັດນາເໜີດປີໄຟໄໝ້ເລົ້າເຂົ້າ. (ຄວາມບູຮານ)
    101. 102. ເຮັດນາວ່າປີໜ້າ ໄປຄ້າວ່າປີຮື. (ຄວາມບູຮານ)
    102. 103. ເຮັດນາຢ່າແພງກ້າ ໄປຄ້າຢ່າແພງທຶນ. (ຄວາມບູຮານ)
    103. 104. ເຮັດນາບໍ່ເສຍໄຮ່ ລ້ຽງໄກ່ບໍ່ເສຍຮັງ. (ຄວາມບູຮານ)
    104. 105. ເຮັດນາໃສ່ຫຼັງຄົນ. (ຄວາມບູຮານ)

     

 

ຄວາມຄິດເຫັນ

 

Free Web Hosting