1.  

                         ໝວດທີ່ເປັນຄຳເວົ້າທຳມະດາ

     

    1. 1. ງົວຄວາຍເຫັນແກ່ຫຍ້າ ຂີ້ຂ້າເຫັນແກ່ກິນແກ່ນອນ. (ຄວາມບູຮານ)
    2. 2. ງົວໂຕດຽວ ກິນຫຍ້າແຜກໝູ່ ຮ່າບໍ່ພໍ້ກໍເສືອກິນ. (ຄວາມບູຮານ)
    3. 3. ງົມເຂັມໃນມະຫາສະໝຸດ. (ຄວາມບູຮານ)
    4. 4. ງາມແຕ່ຮູບຈູບບໍ່ຫອມ. (ຄວາມບູຮານ)
    5. 5. ຈະເອົາແພ້ຄົນຊັ້ນສູງໄດ້ ດ້ວຍການອ່ອນນ້ອມ, ຈະເອົາແພ້ຄົນເກັ່ງກ້າໄດ້ ດ້ວຍການກະທຳເຖິງຂັ້ນແຕກຫັກ, ຈະເອົາແພ້ຄົນຊັ້ນຕ່ຳໄດ້ ດ້ວຍການໃຫ້ສິ່ງຂອງພຽງເລັກນ້ອຍ, ຈະເອົາແພ້ຄົນສະເໝີກັນໄດ້ ດ້ວຍການພຽນເຮັດວຽກ. (ຈາກຄັມພີໂລກະນິຕິ)
    6. 6. ຈະຮູ້ກຳລັງມ້າໄດ້ ດ້ວຍການແລ່ນຫັນ, ຈະຮູ້ກຳລັງຂອງງົວໄດ້ ດ້ວຍການແກ່ຂົນ, ຈະຮູ້ວ່ານ້ຳມົມງົວມີຫຼືບໍ່ມີ ດ້ວຍການຮີດເບິ່ງ, ຈະຮູ້ວ່າເປັນຄົນສະຫຼາດໄດ້ ດ້ວຍການສົນທະນາ. (ຈາກຄັມພີໂລກະນິຕິ)
    7. 7. ຈິດເປັນນາຍ ກາຍເປັນແຫຼ້ງ. (ຄວາມບູຮານ)
    8. 8. ຈັກກະທຳການອັນໃດ ບໍ່ພິຈາຣະນາດູຖີ່ແທ້ ຈັກມີຄວາມກິນແໜງເມື່ອພາຍລຸນ. (ໜັງສືສຽວສະຫວາດ)
    9. 9. ຈັກໄປທາງໃດ ໃຫ້ຄະນິງເບີ່ງຖີ່ ຄັນວ່າຊິດີແທ້ ກໍຈຶ່ງໄປ. (ໜັງສືສຽວສະຫວາດ)
    10. 10. ຈົ່ງຊະນະຄົນທັງຫຼາຍ ທີ່ບໍ່ມີຄວາມພ້ອມພຽງກັນ ດ້ວຍຄວາມສາມັກຄີ ດັ່ງດຽວກັນກັບເຊືອກຄ່າວ ທີ່ຝັ້ນດ້ວຍເຟືອງ ຍັງຜູກຊ້າງຢູ່ໄດ້. (ຈາກຄັມພີໂລກະນິຕິ)
    11. 11. ຈົ່ງພະຍາຍາມ ຮຽນສິນລະປະວິດທະຍາຊ້າໆ, ການຫາຊັບ ກໍຄ່ອຍພຽນຫາຊ້າໆ, ຂຶ້ນພູຜາກໍໃຫ້ຄ່ອຍຂຶ້ນຊ້າໆ, ເສບກາມແລະໂກດຮ້າຍແຕ່ພຽງນ້ອຍໜຶ່ງ ເປັນຈະພິດທະກາມມະຄຸນ ກໍຄວນປະກອບຊ້າໆ. (ຈາກຄັມພີໂລກະນິຕິ)
    12. 12. ຈົ່ງເລີກການເກືອກກົ້ວພົວພັນກັບຄົນຊົ່ວ, ຈົ່ງຄົບຫາສະມາຄົມ ແຕ່ຄົນດີ, ຈົ່ງທຳຄວາມດີທັງກາງເວັນແລະກາງຄືນ, ຈົ່ງລະລຶກເຖິງຄວາມບໍ່ໝັ້ນທ່ຽງຢູ່ສະເໝີ. (ຈາກຄັມພີໂລກະນິຕິ)
    13. 13. ຊ່າງຕີໝໍ້ ບໍ່ແມ່ນຕີໃຫ້ແຕກ ແຕ່ຕີເພື່ອໃຫ້ໝໍ້ງາມ ຄູຕີສິດ ກໍບໍ່ແມ່ນເພື່ອໂຍນສິດ ໃຫ້ຕົກໄປໃນອະບາຍ ແຕ່ຕີເພື່ອ ຄວາມຈະເລີນຂອງສິດເອງ. (ຈາກຄັມພີໂລກະນິຕິ)
    14. 14. ຈົ່ງເຮັດດີຢ່າດີແຕ່ເຮັດ ຈົ່ງເວົ້າດີຢ່າດີແຕ່ເວັ້າ ຈົ່ງຄຶດດີຢ່າດີແຕ່ຄຶດ.
    15. 15. ຈັບປູໃສ່ດົ້ງ. (ຄວາມບູຮານ)
    16. 16. ຈັບປາສອງມື. (ຄວາມບູຮານ)
    17. 17. ຈອດເຮືອບໍ່ເບິ່ງທ່າ ຂີ່ມ້າບໍ່ເບິ່ງທາງ. (ຄວາມບູຮານ)
    18. 18. ສຸດສູສັງ ລະພະເຕປັນຍັງ ... ການຟັງດ້ວຍດີ ຍ່ອມໄດ້ປັນຍາ. (ພຸທທະພາສິດ)
    19. 19. ສຸກທາງນອກ ທາງໃນເປັນໝາກເດື່ອ. (ຄວາມບູຮານ)
    20. 20. ສຸກກ່ອນເຫີ່ມ. (ຄວາມບູຮານ)
    21. 21. ສຸກຍ້ອນມີເຂົ້າກິນ ມີດິນຢູ່ ມີຄູ່ນອນນຳ ມີເງິນຄຳເຕັມໄຖ່ ມີເຮືອນໃຫຍ່ມຸງແປັນກະດານ ມີລູກຫຼານຫຼາຍມານັ່ງເຝົ້າ. (ຄວາມບູຮານ)
    22. 22. ສຸກຄາຕົ້ນ ບໍ່ປານຝານຫົວບົ່ມ ເພີ່ນບົ່ມໃຫ້ບໍ່ປານເຈົ້າບົ່ມເອົາ. (ຄວາມບູຮານ)
    23. 23. ສູ້ທົນໝົ້ນທຸກ ໄດ້ສຸກພາຍຫຼັງ.
    24. 24. ສະຫວັັນຢູ່ໃຈອົກ ນາຣົກຢູ່ໃນໃຈ. (ຄວາມບູຮານ)
    25. 25. ສິ່ງໃດແດ່ ທີ່ທຳມະຊາດຂອງມັນເອງ ຈະບອກວ່າງາມຫຼືບໍ່ງາມ ສິ່ງໃດທີ່ຖືກໃຈຂອງຜູ້ໃດ ສິ່ງນັ້ນກໍເປັນຂອງງາມ ສຳລັບຜູ້ນັ້ນ. (ຈາກຄັມພີປັນຈະຕັນຕຣະ)
    26. 26. ສິ່ງທີ່ບໍ່ເຄີຍຄຶດໄວ້ ກັບເກີດມີຂຶ້ນ ກໍມີ ສິ່ງທີ່ຄຶດໄວ້ແລ້ວ ກັບສູນເສຍໄປ ກໍມີ ແຕ່ໂພຄະສົມບັດ ຂອງຊາຍຍິງທັງຫຼາຍ ບໍ່ໄດ້ມີຂຶ້ນດ້ວຍຄວາມນຶກຄິດເລີຍ ແຕ່ມີຂຶ້ນດ້ວຍການກະທຳ. (ຈາກຄັມພີໂລກະນິຕິ)
    27. 27. ສຽງ ເປັນຄວາມງາມຂອງ ນົກກາເວົາ, ການປະຕິບັດຜົວດີ ເປັນຄວາມງາມຂອງນາລີທັງຫຼາຍ ຄວາມອົດກັ້ນ ເປັນຄວາມງາມຂອງພວກລືສີ. (ຈາກຄັມພີໂລກະນິຕິ)
    28. 28. ຊິໜີໃຫ້ຖາມໝໍ ຊິຂໍໃຫ້ຫຼິງດູໜ້າ ຊິຕີໝາໃຫ້ຫຼິງດູເຈົ້າ ເຫັນແກ່ເຈົ້າຈຶ່ງ ຖິ້ມເຂົ້າໃຫ້ແກ່ໝາ. (ໜັງສືສຽວສະຫວາດ)
    29. 29. ສາຍບົວ ເປັນເຄື່ອງບອກ ຄວາມເລິກຕື້ນຂອງນ້ຳ ຂະນົບທັມນຽມ ເປັນເຄື່ອງບອກສະກຸນ ຂອງຄົນວ່າສູງຫຼືຕ່ຳ ຄວາມເວົ້າ ເປັນເຄື່ອງແທກ ຄວາມສະຫຼາດ ຫຼື ຄວາມໂງ່ຂອງຄົນ ຄວາມຫ່ຽວແຫ້ງຂອງຫຍ້າ ເປັນເຄື່ອງບອກໃຫ້ຮູ້ວ່າ ດິນຊຸ່ມຫຼືບໍ່ຊຸ່ມ. (ຈາກຄັມພີໂລກະນິຕິ)
    30. 30. ສາມມື້ດີ ສີ່ມື້ໄຂ້. (ຄວາມບູຮານ)
    31. 31. ສົ້ງກັບເນື້ອ ເສື້ອກັບຄີງ. (ຄວາມບູຮານ)
    32. 32. ສັດສີ່ຕີນ ຍັງຮູ້ພະລາດ ນັກປາດຍັງຮູ້ຫຼົງ ຫົງຄຳຍັງຖືກບ້ວງ ຄວາຍເຖົ້າຕື່ນໄຖ. (ຄວາມບູຮານ)
    33. 33. ສັດສີ່ຕີນ ຍັງຮູ້ພະລາດ ນັກປາດກໍຍັງຮູ້ຫຼົງຄວາມ. (ຄວາມບູຮານ)
    34. 34. ສາມປີຍ້າຍເຮືອນ ສາມເດືອນຍ້າຍບ້ານ. (ຄວາມບູຮານ)
    35. 35. ສາມປາກຄີ້ວກວ່າໝໍ. (ຄວາມບູຮານ)
    36. 36. ສາວງາມແພ້ຫີ ງົວພີແພ້ບ່າ
    37. 37. ສ່ຽວໃດທີ່ເພິ່ງໄດ້ ໃນເວລາເຈັບເປັນໜຶ່ງ, ໃນເວລາອຶດຢາກໜຶ່ງ, ໃນເວລາປະສົບຄວາມວິນາດຈິບຫາຍໜຶ່ງ ໃນເວລາຖືກສັດຕຣູຈັບນຶ່ງ, ໃນເວລາຖືກຣາຊະອາດຍາໜຶ່ງ ແລະ ໃນປ່າຊ້າໜຶ່ງ ຜູ້ນັ້ນ ເປັນສ່ຽວທີ່ດີແທ້. (ຈາກຄັມພີໂລກະນິຕິ)
    38. 38. ສັນບໍ່ແພ້ຄົມ (ຄວາມບູຮານ)
    39. 39. ສັ້ນບໍ່ແພ້ຮີ ຄຳຜິບໍ່ແພ້ຄຳປອງ. (ຄວາມບູຮານ)
    40. 40. ສົນທນາໃຫ້ຖືກກັບເວລາ, ປານີໃຫ້ຖືກກັບໃຈ, ຮ້າຍໃຫ້ສົມກັບອຳນາດຂອງຕົນ ຜູ້ໃດເຮັດໄດ້ຈັ່ງຊີ້ ຜູ້ນັ້ນແຫຼະເປັນນາຍ. (ຈາກຄັມພີປັນຈະຕັນຕຣະ)
    41. 41. ສິດຄົນໃດ ຮຽນເທື່ອລະຫຼາຍໆ ເພາະຄວາມໂລບໃນວິຊາ ສິດຄົນນັ້ນ ກໍເປັນເໝືອນຄົນກືກ ຝັນເຫັນ ແຕ່ບໍ່ສາມາດຈະຖະແຫຼງວິຊາການ ໃຫ້ຜູ້ອື່ນຟັງໄດ້. (ຈາກຄັມພີໂລກະນິຕິ)
    42. 42. ສິດ ໃນວັນຂຶ້ນແຮມ 7 ຄ່ຳ ບໍ່ຄວນກິນໝາກພ້າວ, ວັນຂຶ້ນແຮມ 9 ຄ່ຳ ບໍ່ຄວນກິນໝາກນ້ຳເຕົ້າ ຖ້າກິນ ສິນລະປະຈະເສື່ອມ. (ຈາກຄັມພີໂລກະນິຕິ)
    43. 43. ສິບເພິ່ນລ້ຽງ ບໍ່ທໍ່ໝ້ຽງຕົນເອງ
    44. 44. ສິບໄມ້ແໝ້ນ ບໍ່ທໍ່ມືເຖິງ.
    45. 45. ສິບຂາໜ້າ ບໍ່ທໍ່ຂາຫຼັງ. (ຄວາມບູຮານ)
    46. 46. ສິບຊີ້ນ ບໍ່ທໍ່ປາ ສິບລູງຕາບໍ່ທໍ່ພໍ່ແມ່. (ຄວາມບູຮານ)
    47. 47. ສິບຊີ້ນ ບໍ່ທໍ່ປາ ສິບພີ່ນ້ອງປ້ານ້າອາ ບໍ່ປານພໍ່ແລະແມ່ ສິບພໍ່ແລະແມ່ ບໍ່ປານຜົວແລະເມຍ ສິບຜົວແລະເມຍ ບໍ່ປານແກ້ວສາມປະການ ແລະຄູບາອາຈານ. (ໜັງສືສຽວສະຫວາດ)
    48. 48. ສິບພໍ່ຄ້າມາໄຫວ້ພໍ່ນາ, ສິບພໍ່ນາ ບໍ່ທໍ່ອາດຍາລ້ຽງ. (ຄວາມບູຮານ)
    49. 49. ສິບພໍ່ຄ້າບໍ່ທໍ່ພະຍາລ້ຽງ.
    50. 50. ສິບຊ່າງບໍ່ທໍ່ເຄີຍ ສິບລູກເຂີຍບໍ່ທໍ່ພໍ່ຕາ. (ຄວາມບູຮານ)
    51. 51. ສິບປາກເວົ້າ ບໍ່ທໍ່ຕາເຫັນ. (ຄວາມບູຮານ)
    52. 52. ສິນລະປະວິຊາ ດີຍິ່ງກວ່າຊັບສົມບັດ ພວກໂຈນລັກເອົາໄປບໍ່ໄດ້ ມັນເປັນມິດສະຫາຍ ທີ່ດີຍິ່ງໃນໂລກນີ້ ແລະມັນຈະໃຫ້ຄວາມສຸກ ໃນໂລກໜ້າ. (ຈາກຄັມພີໂລກະນິຕິ)
    53. 53. ສິນລະປະວິດທະຍາ ມີ 18 ຢ່າງຄື:
      1.        1. ຄວາມຮູ້ເລຶ່ອງພາສາ.
      2.        2. ຄວາມຮູ້ຈາຮີດປະເພນີ.
      3.        3. ຄວາມຮູ້ເຣື່ອງການກໍ່ສ້າງ.
      4.        4. ຄວາມຮູ້ເຣື່ອງຂຽນແບບແປນແຜນຜັງ.
      5.        5. ຮູ້ການພະຍາກອນ.
      6.        6. ຄວາມຮູ້ເຣື່ອງການດົນຕຣີ.
      7.        7. ຄວາມຮູ້ເຣື່ອງຟ້ອນລຳທຳເພງ.
      8.        8. ຮູ້ທວາຍຫາເຫຕຜົນ.
      9.        9. ຄວາມຮູ້ໃນການຍິງປືນ.
      10.       10. ຮູ້ເວົ້າຈາມັນຄົນ ມີເຫຕຜົນ.
      11.       11. ຄວາມຮູ້ເຣື່ອງ ໃນການໝໍຢາ.
      12.       12. ຄວາມຮູ້ເລຶ່ອງ ການຫຼິ້ນລະຄອນ ແລະການຫຼິ້ນ ຕະລົກເຮຮາຕ່າງໆ.
      13.       13. ຄວາມຮູ້ເຣື່ອງດາວ.
      14.       14. ຄວາມຮູ້ເຣື່ອງການຫຼິ້ນກົນ.
      15.       15. ຄວາມຮູ້ເຣື່ອງການແຕ່ງກາບກອນ.
      16.       16. ຄວາມຮູ້ເຣື່ອງຂ່າວສານການທູຕ.
      17.       17. ຄວາມຮູ້ເຣື່ອງເວດມົນຄາຖາຕ່າງໆ.
      18.       18. ຄວາມຮູ້ໃນເຫຕຜົນ ທີ່ຄວນເຊື່ອ. (ຈາກຄັມພີໂລກະນິຕິ)
    54. ຊ້າໆໄດ້ພ້າເຫຼັ້ມງາມ. (ຄວາມບູຮານ)
    55. ຊ້າເປັນການ ນານເປັນຄຸນ. (ຄວາມບູຮານ)
    56. ຊິຖົ່ມນ້ຳລາຍ ໃຫ້ເຈົ້າຫຼຽວເບິ່ງປ່ອງ ຊິເຕັ້ນຂ້າມຮ່ອງ ໃຫ້ຫຼຽວເບິ່ງໜາມ ຊິຖາມ ໃຫ້ຫຼຽວເບິ່ງໜ້າ ພ້າເຂົ້າຢ່າຟັນແຮງ ຂອງເພິ່ນແພງຢ່າເຂົ້າໃກ້ ໄດ້ໂຊກແລ້ວຢ່າເມົາມົວ. (ໜັງສືສຽວສະຫວາດ)
    57. ຊິຖິ້ມກໍເສຍດາຍ ຊິບາຍກໍຂີ້ດຽດ. (ຄວາມບູຮານ)
    58. ຊິພັນຂວານໃຫ້ຫຼຽວເບິ່ງຟ້າ ຊິພັນພ້າໃຫ້ຫຼຽວເບິ່ງດິນ. (ຄວາມບູຮານ)
    59. ຊິພັນຂວານໃຫ້ຫຼຽວເບິ່ງຟ້າ ຊິຍິງໜ້າໃຫ້ຫຼຽວເບິ່ງປາຍປືນ. (ຄວາມບູຮານ)
    60. ຊື່ທໍ່ຊ້າງ ຮ່າງທໍ່ແມວ. (ຄວາມບູຮານ)
    61. ຊື່ກິນບໍ່ໝົດ ຄົດກິນບໍ່ນານ. (ຄວາມບູຮານ)
    62. ຊື້ຄວາຍຍາມນາ ຊື້ຜ້າຍາມບຸນ. (ຄວາມບູຮານ)
    63. ຊູ້ໃຜຫາກແມ່ນຕາ ຫຼາໃຜຫາກແມ່ນມື. (ໜັງສືສຽວສະຫວາດ)
    64. ຊົ່ວວ່າຂີ້ ດີວ່າແກ້ວ. (ຄວາມບູຮານ)
    65. ຊົ່ວເຈັດທີ ດີເຈັດຫົນ. (ຄວາມບູຮານ)
    66. ຊ່າງເຫຼັກໃຊ້ພ້າຂໍ ຊ່າງໝໍ້ໃຊ້ໝໍ້ແຕກ. (ຄວາມບູຮານ)
    67. ຊ່າງມືມັນຍາກ ຊ່າງປາກມັນງ່າຍ. (ຄວາມບູຮານ)
    68. ຊ້າງຊິຕາຍທາວເຄືອ ເສືອຊິຕາຍທາວເລົ່າ. (ຄວາມບູຮານ)
    69. ຊ້າງເຂົ້ານາ ອາດຍາເຂົ້າບ້ານ. (ຄວາມບູຮານ)
    70. ຊ້າງດີຢູ່ງາ ປາດີຢູ່ເນື້ອ. (ຄວາມບູຮານ)
    71. ຊ້າງຕາຍທັງຕົວ ເອົາໃບບົວມາປົກ. (ຄວາມບູຮານ)
    72. ຊ້າງສານ ງູເຫົ່າ ຂ້າເກົ່າ ເມຍຮັກ ຢ່າມັກວາງໃຈ. (ຄວາມບູຮານ)
    73. ຊາດເສືອໄວ້ລາຍ ຊາດຊາຍໄວ້ຊື່. (ຄວາມບູຮານ)
    74. ຊາຍດີຮູບງາມ ເກີດຢູ່ໃນສະກຸນໃຫຍ່ໄພສານ ແຕ່ບໍ່ມີວິຊາການໃດໆ ເຂົາຈະບໍ່ສະງ່າງາມເລີຍ ເໝືອນດັ່ງດອກຈານ ທີ່ເຮື່ອເຮືອງງາມ ແຕ່ບໍ່ມີກິ່ນຫອມສັນນັ້ນ. (ຈາກຄັມພີໂລກະນິຕິ)
    75. ຊາຍໃດ ປາດຖະໜາເປັນຊາຍທຸກໆຊາດ ຈົ່ງເວັ້ນຈາກການຫຼິ້ນເມຍຂອງຄົນອື່ນ ເໝືອນລ້າງຕີນແລ້ວ ເວັ້ນຢຽບຕົມ ສັນນັ້ນ. (ຈາກຄັມພີໂລກະນິຕິ)
    76. ຊາຍໃດ ທີ່ເຖົ້າແກ່ເກີນປະມານ ຍັງຫາເອົາເມຍສາວນ້ອຍ ນົມທໍ່ໝາກນາວ ມາເຮັດເມຍ ແລະປະຕິບັດໄປຕາມ ຄວາມພໍໃຈ ຂອງນາງເມຍນັ້ນ ແມ່ນທາງມອດມ້ວຍຈິບຫາຍແລ. (ຈາກຄັມພີໂລກະນິຕິ)
    77. ຊັບຂອງຄົນດີ ເຖິງແມ່ນມີໜ້ອຍ ກໍອາສັຍໄດ້ ດັ່ງດຽວກັນກັບນ້ຳໃນສ້າງ ແຕ່ສັບຂອງຄົນຂີ້ຖີ່ ເຖິງແມ່ນມີຫຼາຍ ກໍອາສັຍບໍ່ໄດ້ ດັ່ງດຽວກັນກັບນ້ຳໃນທະເລ. (ຈາກຄັມພີໂລກະນິຕິ)
    78. ຊັບສົມບັດເດີນໄປຫາຄົນຊົ່ວແລ້ວ ແຕ່ກັບມາເປັນຂອງທ່ານຜູ້ມີຄວາມພຽນ ຄົນຊົ່ວທັງຫຼາຍມັກກ່າວວ່າ ເປັນນຳກັມແຕ່ກ່ອນສເໝີ ສ່ວນນັກປຣາດ ບໍ່ເວົ້າຈັ່ງຊັ້ນ ເພິ່ນຕ້ອງພາກພຽນ ທຳງານທຸກຢ່າງ ຖ້າງານນັ້ນຍັງບໍ່ທັນສຳເລັດ ມັນກໍບໍ່ໄດ້ຜົນເທົ່ານັ້ນເອງ ຈະໄປຕິໃຜໄດ້. (ຈາກຄັມພີໂລກະນິຕິ)
    79. ຊີ້ນໄປປາມາ. (ຄວາມບູຮານ)
    80. ຊີ້ນບໍ່ໄດ້ກິນ ໜັງບໍ່ໄດ້ນັ່ງ ກະດູກແຂວນຄໍ. (ຄວາມບູຮານ)
    81. ຊີ້ນບໍ່ຂາດບໍ່ໃຫ້ຄຸງຂຽງ ການເມືອງມີຂໍໄປຄ້ຳ ນ້ຳພຽງຄໍຂໍຍັ່ງ ນ້ຳພຽງຝັ່ງຂໍລອຍ ຫອຍຈັບໄມ້ອາສັຍກັນພາຍເພິ່ງຄວາມທຸກມາຮອດແລ້ວ ຂໍຄ້ຳຊ່ອຍຕາງ. (ໜັງສືສຽວສະຫວາດ)
    82.  

 

ຄວາມຄິດເຫັນ

 

Free Web Hosting