1.  

                         ໝວດທີ່ເປັນຄຳເວົ້າທຳມະດາ

     

    1. 1. ເຮັດເປັນມືຈຶ່ງເຫັນໜ້າປ້າ ເຮັດບໍ່ເປັນມື ນ້າຜູ້ດຽວກໍເປັນເພິ່ນ. (ໜັງສືສຽວສະຫວາດ)
    2. 2. ເຮັດອັນໃດໃສ່ໃຈອັນນັ້ນ ຊູ້ເຂ່ຍຂ້າງພັນຊັ້ນຢ່າຫຼຽວ. (ໜັງສືສຽວສະຫວາດ)
    3. 3. ເຮັດໃຫ້ມັນສຸດ ຂຸດໃຫ້ມັນເຖິງ. (ຄວາມບູຮານ)
    4. 4. ເຮັດວຽກຢ່າຜັດວັນ ປະກັນຢ່າຜັດມື້. (ຄວາມບູຮານ)
    5. 5. ເຮັດໄຮ່ພໍກະຈາ ເຮັດນາພໍກະເທີນ ເລີຍບັງເອີນໄດ້ທຸກ. (ຄວາມບູຮານ)
    6. 6. ເຮັດບຸນເອົາໜ້າ ພາວະນາເອົາລາບ.
    7. 7. ເຮືອໄຫຼທ່າຍັງ ໄຟໄໝ້ປ່າດອຍຍັງ. (ໜັງສືສຽວສະຫວາດ)
    8. 8. ເຮືອຫຼົ້ມບາດຈອດ ຕາບອດບາດເຖົ້າ. (ຄວາມບູຮານ)
    9. 9. ເຮືອຫຼົ້ມໃນໜອງ. (ຄວາມບູຮານ)
    10. 10. ເຮືອນບໍ່ມີລູກກໍສູນເປົ່າ, ພຣະເທດບໍ່ມີພຣະລາຊາ ກໍສູນເປົ່າ, ປາກຂອງຄົນຜູ້ບໍ່ມີວິຊາຄວາມຮູ້ ກໍສູນເປົ່າ, ຄົນຜູ້ທຸກຍາກໄຮ້     ສູນເໝີດຊູ່ແນວ. (ຈາກຄັມພີໂລກະນິຕິ)
    11. 11. ແກ້ວບໍ່ຜັດສາມປີເປັນແຮ່ ພີ່ນ້ອງບໍ່ແວ່ສາມປີເປັນເພິ່ນ. (ຄວາມບູຮານ)
    12. 12. ແກ້ວມະນີ ບໍ່ຮ່ອນມີທຸກໜ່ວຍພູຜາ ຄຸດນໍງາ ບໍ່ຮ່ອນມີທຸກໂຕຊ້າງ ຈວງຈັນຫຼ້າງ ບໍ່ຮ່ອນມີທຸກປ່າດົງໜາ     ນັກປຣາດຜູ້ມີຜະຍາມາກລົ້ນ ບໍ່ມີແທ້ທຸກແຫ່ງຫົນ. (ຈາກຄັມພີໂລກະນິຕິ)
    13. 13. ກິຣິຍາທາງນອກ, ການຍົວລະຍາດ, ການເໜັງຕີງ, ການເວົ້າໃສ່, ການເຫຼືອດສາຍຕາ ຫຼື ບູ້ຍສົບ ເຫຼົ່ານີ້ ເປັນທາງໃຫ້ຢັ່ງຮູ້ເຖິງໃຈ.     (ຈາກຄັມພີປັນຈະຕັນຕຣະ)
    14. 14. ແກ້ວມະນີ ອັນມີຄ່າແພງ ຄວນປະດັບກັບທອງຄຳ ຈະເອົາໄປປະດັບຂີ້ກົ່ວ ກໍຈະບໍ່ມີແສງເລີຍ. (ຈາກຄັມພີປັນຈະຕັນຕຣະ)
    15. 15. ແກ່ຫູຫວາຍ ແກ່ດາຍດອກ ແກ່ຫຍອກຫຼານ ແກ່ຫານປ່າ ແກ່ຈ່າແຫ ແກ່ແກ້ວແກ່ຂວດ ແກ່ສົມສິນສ້າງ ແກ່ອ້າງຕຳຣາ     ແກ່ສິນພາວະນາເຂົ້າວັດ.
    16. 16. ແຂ່ງເຮືອແຂ່ງໄດ້ ແຂ່ງບຸນວາດສະໜາແຂ່ງບໍ່ໄດ້. (ຄວາມບູຮານ)
    17. 17. ແດນຂີດຂັ້ນຂອງຜູ້ຍິງໃນໂລກນີ້ບໍ່ມີ ເພາະຜູ້ຍິງເປັນສາທາຣະນະ ປຽບເໝືອນແມ່ນ້ຳ, ທາງທຽວ, ໂຮງເຫຼົ້າ, ສາລາແລະນ້ຳສ້າງ     ເປັນສາທາຣະນະ ສັນນັ້ນ. (ຈາກຄັມພີໂລກະນິຕິ)
    18. 18. ແດດອອກໝອກວາຍ. (ຄວາມບູຮານ)
    19. 19. ແຕ່ໃດມາ ຖ້າຄົນລະຄວາມໂລບໄດ້ ຈະບໍ່ໂສກເສົ້າ, ພວກລືສີທັງຫຼາຍ ສໍຣະເສີນການລະຄວາມລົບລູ່ບຸນຄຸນຄົນ,     ຕ້ອງອົດທົນຕໍ່ຄວາມຫຽາບຊ້າ ກ້າແຂງຂອງຄົນທັງປວງ ນັກປຣາດສໍຣະເສີນວ່າ ຄວາມອົດກັ້ນເປັນຍອດ ໃຜອົດໄດ້ພົ້ນພັຍ.     (ຈາກຄັມພີໂລກະນິຕິ)
    20. 20. ແນວໝາກ ໄມ້ບໍ່ຮ່ອນຫຼົ່ນໄກກົກ. (ຄວາມບູຮານ)
    21. 21. ແນວໝາກ ຕ້ອງບໍ່ຫ່ອນຫຼົ່ນໄກກົກ ແນວຜົມດົກ ບໍ່ຫ່ອນມີຫົວລ້ານ. (ຄວາມບູຮານ)
    22. 22. ແປ້ນກະດານຮຽນໜັງສື ແມ່ນພົມຮັກສາ, ໜັງສືຮຽນແມ່ນພຣະວິດສະນຸຮັກສາ ດັ່ງນັ້ນ     ນັກຮຽນທັງຫຼາຍຈົ່ງບູຊາເທບພະເຈົ້າສອງອົງນັ້ນ ເພິ່ນຈະນັບຖືນັກຮຽນທຸກເມື່ອ. (ຈາກຄັມພີໂລກະນິຕິ)
    23. 23. ແພ້ເປັນພະ ຊະນະເປັນມານ. (ຄວາມບູຮານ)
    24. 24. ແມ່ນ້ຳຈະບໍ່ດື່ມນ້ຳ, ຕົ້ນໄມ້ທັງຫຼາຍກໍບໍ່ກິນຜົນຂອງມັນເອງ, ເມກຝົນກໍບໍ່ຕົກສະເພາະແຫ່ງສເໝີໄປ, ຊັບຂອງຄົນດີຍ່ອມເຜື່ອແຜ່     ເຈືອຈານແກ່ຄົນທົ່ວໄປ. (ຈາກຄັມພີໂລກະນິຕິ)
    25. 25. ແມ່ນ້ຳທັງໝົດ ມີທາງໄປຄົດໂຄ້ງ, ປ່າດົງທັງປວງກໍເຕັມໄປດ້ວຍຝູງໄມ້, ຜູ້ຍິງທັງຫຼາຍ ກໍມັກທຳຊົ່ວໃນເມື່ອມີຊ່ອງທາງ.     (ຈາກຄັມພີໂລກະນິຕິ)
    26. 26. ແມ່ເຜີ້ງ ຕ້ອງການແຕ່ເກສອນດອກໄມ້, ຄົນດີ ຕ້ອງການແຕ່ຄຸນຄວາມດີ, ແມງວັນຕ້ອງການແຕ່ຂອງບູດເນົ່າ ດັ່ງດຽວກັນກັບ     ຄົນຊົ່ວຕ້ອງການແຕ່ຄວາມຊົ່ວຮ້າຍ. (ຈາກຄັມພີໂລກະນິຕິ)
    27. 27. ແມງເມົ່າບິນຢູ່ຟ້າ ບໍ່ມີມົ້ມປາກອື່ງຢາງ. (ຄວາມບູຮານ)
    28. 28. ແລນໄວໄດ້ສາມເຫຼົ່າ ເຕົ່າໄວໄດ້ສາມໜອງ. (ຄວາມບູຮານ)
    29. 29. ແຫວນດີຍ້ອນຫົວ ຜົວດີຍ້ອນເມຍ. (ຄວາມບູຮານ)
    30. 30. ແຮ້ງຄາບມາກາຄາບໜີ. (ຄວາມບູຮານ)
    31. 31. ໂງ່ຄົນຢູ່ໃຕ້ ໂງ່ໄມ້ຢູ່ເທິງ. (ຄວາມບູຮານ)
    32. 32. ໂຕເປັນໂຕ ຈິ່ງໂປໂລພຽງເພີ່ນ.
    33. 33. ໂຕບໍ່ກິນທ້ອງຊ້ຳຢາກ ໂຕບໍ່ປາກຫົວໃຈຍັງ. (ຄວາມບູຮານ)
    34. 35. 34. ໂຕບໍ່ຊ່າງວ່າໄມ້ມັນໜຽວ ໂຕຫີຄຽວວ່າກຳວ່າເວນ. (ຄວາມບູຮານ)
    35. 36. ໂຕບໍ່ຕາຍຍັງຄຳພັນນຶ່ງ. (ຄວາມບູຮານ)
    36. 37. ໂທດຂອງຕົນ ທໍ່ໜ່ວຍໝາກພ້າວ ຄົນຊົ່ວກໍມອງບໍ່ເຫັນ ສ່ວນໂທດຂອງຄົນອື່ນນັ້ນ ທໍ່ເມັດງາກໍມອງເຫັນ. (ຈາກຄັມພີໂລກະນິຕິ)
    37. 38. ໂຜດເຕົ່າໃຫ້ເຖິງໜອງ ທານຄ້ອງໃຫ້ເຖິງວັດ. (ຄວາມບູຮານ)
    38. 39. ໂຜດສັດໄດ້ບຸນ ໂຜດຄົນໄດ້ໂທດ. (ຄວາມບູຮານ)
    39. 40. ໂພຄະສັບສົມບັດ ແມ່ນຜົວເປັນຜູ້ຫາມາ ການກຸ້ມຄອງຮັກສາ ແມ່ນໜ້າທີ່ຂອງເມຍ ຜູ້ເປັນປະທານແມ່ນຜົວ     ສ່ວນເມຍປຽບເໝືອນເຂັມແລະໄໝຫຍິບທໍ່ນັ້ນ. (ຈາກຄັມພີໂລກະນິຕິ)
    40. 41. ໂລບມາກມັກລາບຫາຍ. (ຄວາມບູຮານ)
    41. 42. ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ. (ຄວາມບູຮານ)
    42. 43. ໄກ່ສາມເດືອນພໍຂ້າ ມ້າສາມເດືອນພໍຂີ່. (ຄວາມບູຮານ)
    43. 44. ໄຂຢາຕໍ່ໜ້າແຂກ.
    44. 45. ໄຊໃສ່ໃຕ້ ຫຼັງຫຼ້າບໍ່ໝານ. (ຄວາມບູຮານ)
    45. 46. ໄດ້ບໍ່ເສຍບໍ່ມີບ່ອນໄວ້ ກິນບໍ່ໃຊ້ເປັນໜີ້ເທົ້າຕາຍ. (ຄວາມບູຮານ)
    46. 47. ໄດ້ເມຍດີປານແກ້ວຄູນລ່າງ ໄດ້ເມຍຊ່າງປານແກ້ວຄູນເຮືອນ ໄດ້ເມຍຜູ້ບິດເບືອນ ປານກຸມໝູເຂົ້າຄອກ     ໄດ້ເມຍຜູ້ປອກລອກປານແກ່ໄມ້ທາງປາຍ. (ຄວາມບູຮານ)
    47. 48. ໄດ້ເມຍດີປານສົບໄຖຂາງ ໄດ້ເມຍນາງຜົວນຸ່ງຜ້າໃໝ່ ນາແຮ່ງໃຫຍ່ກ້າຊ້ຳແຮ່ງເຫຼືອ. (ຄວາມບູຮານ)
    48. 49. ໄດ້ເມຍດີປານສົບໄຖເຫຼັກ ໄດ້ເມຍປາກເກັກໆ ຜົວນຸ່ງຜ້າພ້ອຍ ນາແຮ່ງນ້ອຍກ້າຊ້ຳບໍ່ພໍ. (ຄວາມບູຮານ)
    49. 50. ໄດ້ໃໝ່ລືມເກົ່າ ໄດ້ເຕົ່າລືມໝາ ໄດ້ປາລືມແຫ ໄດ້ແພລືມຜ້າ ໄດ້ໜ້າລືມຫຼັງ. (ຄວາມບູຮານ)
    50. 51. ໄດ້ຢ່າຫຍ້າມບໍ່ໄດ້ຢ່າຫຼາບ. (ຄວາມບູຮານ)
    51. 52. ໄດ້ເຕົ່າເສຍແລນ ໄດ້ແສນເສຍລ້ານ. (ຄວາມບູຮານ)
    52. 53. ໄດ້ເຕົ່າເສຍໝາ ໄດ້ປາເສຍແຫ. (ຄວາມບູຮານ)
    53. 54. ໄຖນາແລ້ວ ຢ່າລືມຄວາຍກັບແອກ ບາດຫ່າເຂົ້າບາດພ້ອມ ຍັງຊິໂອ້ອ່າວເຖິງ.
    54. 55. ໄປໄຮ່ວ່າເຈັບຂາ ໄປນາວ່າເຈັບທ້ອງ ບາດເຂົ້າຫ້ອງ ກ່ອງແກ່ງປານລີງ
    55. 56. ໄປຢຽບໝາມາຢຽບຂຽດ. (ຄວາມບູຮານ)
    56. 57. ໄປເສິກໄປຂ້າ ໄປຄ້າໄປຕົວະ. (ຄວາມບູຮານ)
    57. 58. ໄປບໍ່ດີແພ້ຮ່າງ ຢ່າງບໍ່ດີແພ້ຄີງ. (ຄວາມບູຮານ)
    58. 59. ໄປຫາພຣະ ໃຫ້ເອົາເຄື່ອງໄປຖວາຍ ໄປຫານາຍ ໃຫ້ເອົາຂອງໄປຕ້ອນ. (ຄວາມບູຮານ)
    59. 60. ໄປໃຫ້ລາມາໃຫ້ຄອບ. (ຄວາມບູຮານ)
    60. 61. ໄປເຮືອນເພີ່ນຢ່າຢູ່ດູດາຍ ໃຫ້ປັ້ນຮູບງົວຮູບຄວາຍໃຫ້ລູກເພີ່ນຫຼີ້ນ. (ໜັງສືສຽວສະຫວາດ)
    61. 62. ໄປປ່າຢ່າວອນຫາເສືອ ໄປທາງເຮືອຢ່າວອນຫາເງືອກ. (ຄວາມບູຮານ)
    62. 63. ໄປທາງບົກຢ່າວອນຫາເສືອ ໄປທາງເຮືອຢ່າວອນຫາເງືອກ. (ຄວາມບູຮານ)
    63. 64. ໄຟໃນບໍ່ໃຫ້ອອກ ໄຟນອກບໍ່ໃຫ້ເຂົ້າ.
    64. 65. ໄຟໄໝ້ປ່າຈຶ່ງເຫັນໜ້າໜູ ນ້ຳຖ້ວມຮູຈຶ່ງເຫັນໜ້າຈີ່ລໍ່. (ຄວາມບູຮານ)
    65. 66. ໄຟພວມໄໝ້ ຢ່າເອົາເຟືອງຖີ້ມໃສ່.
    66. 67. ໄມ້ແກ່ກົ່ວຫຼົວ ຈົວແກ່ກວ່າພຣະ. (ຄວາມບູຮານ)
    67. 68. ໄມ້ຈັນເຖີງແມ່ນວ່າແຫ້ງປານໃດ ກໍບໍ່ລະກິ່ນຫອມ, ຊ້າງເຖິງວ່າເຂົ້າໄປຢູ່ສະໝາມລົບ ກໍບໍ່ປະລະທ່າທາງອັນອົງອາດ,     ອ້ອຍທີ່ຄົນເອົາໃສ່ໃນເຄື່ອງຫີບ ກໍບໍ່ລະຣົດຫວານ, ຄົນຜູ້ເປັນບັນດິດ ເຖິງແມ່ນໄດ້ຮັບທຸກຢ່າງສາຫັດ ກໍບໍ່ປະລະທັມ.     (ຈາກຄັມພີໂລກະນິຕິ)
    68. 69. ໄມ້ໃຫຍ່ຫງຳນາ ຂາໃຫຍ່ຫງຳຫີ. (ຄວາມບູຮານ)
    69. 70. ໄມ້ລື່ນວາ ປາລື່ນຮ້ອຍ ເດັກນ້ອຍລື່ນຜູ້ໃຫຍ່. (ຄວາມບູຮານ)
    70. 72. ໄມ້ລຳດຽວ ຕ່າງປ້ອງ ພີ່ກັບນ້ອງຕ່າງໃຈ. (ຄວາມບູຮານ)
    71. 73. ໄມ້ລຳດຽວ ລ້ອມຮົ້ວບໍ່ໄຂວ່ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ. (ຄວາມບູຮານ)
    72. 74. ໄມ້ລຳດຽວ ບໍ່ເປັນກໍ ປໍລຳດຽວບໍ່ເປັນເຫຼົ່າ. (ຄວາມບູຮານ)
    73. 75. ໄມ້ຄົດເອົາໄວ້ເຮັດຂໍ ໄມ້ງໍເອົາໄວ້ເຮັດກ່ຽວ ຄົນຄົດລ້ຽວ ເອົາໄວ້ບໍ່ດີ. (ຄວາມບູຮານ)
    74. 76. ໄມ້ອ່ອນບໍ່ຫ່ອນຫັກ. (ຄວາມບູຮານ)
    75. 77. ໄມ້ລົ້ມຂ້າມໄດ້ ຄົນລົ້ມຢ່າຟ້າວຂ້າມ.
    76. 78. ໄວປາກເສັຽສິນ ໄວຕີນຕົກກົກໄມ້. (ຄວາມບູຮານ)
    77. 79. ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມ. (ຄວາມບູຮານ)
    78. 80. ໃກ້ບໍ່ ອຶດເກືອ ໄປທາງເຮືອ ອຶດນ້ຳ. (ຄວາມບູຮານ)
    79. 81. ໃກ້ນ້ຳຮູ້ປາ ໃກ້ນາຮູ້ນົກ. (ຄວາມບູຮານ)
    80. 82. ໃຈຮ້າຍເປັນຜີ ໃຈດີເປັນພຣະ. (ຄວາມບູຮານ)
    81. 83. ໃຈໜັກໄດ້ກິນເຂົ້າ ໃຈເບົາໄດ້ກິນກອຍຫົວໃຫຍ່. (ຄວາມບູຮານ)
    82. 84. ໃສ່ບາດຖາມເຈົ້າຫົວ. (ຄວາມບູຮານ)
    83. 85. ໃຫຍ່ຍ້ອນສັນ ມັນຍ້ອນໝູ. (ຄວາມບູຮານ)
    84. 86. ໃຫຍ່ຍ້ອນກິນເຂົ້າ ເຖົ້າຍ້ອນເກີດຫຼາຍປີ. (ຄວາມບູຮານ)
    85. 87. ໃຫຍ່ບໍ່ດີພີບໍ່ງາມ. (ຄວາມບູຮານ)
    86. 88. ໃຫຍ່ກິນຫີພີກິນແຕດ. (ຄວາມບູຮານ)
    87. 89. ໃນການສູ້ ຖ້າມີໄຊກໍໄດ້ຮັບຜົນ ຖ້າຕາຍກໍໄປຊົມສາວສະຫວັນ. (ຈາກຄັມພີປັນຈະຕັນຕຣະ)
    88. 90. ໃນກາລະເມື່ອບໍ່ສູ້ ຕ້ອງຈິບຫາຍແນ່ ແຕ່ເມື່ອສູ້ ຍັງມີທາງເອົາໂຕລອດພົ້ນໄດ້ ກໍຕ້ອງສູ້. (ຈາກຄັມພີປັນຈະຕັນຕຣະ)
    89. 91. ໃນກາງໃບພູ ທ້າວກຸເວນຮັກສາຢູ່ປະຈຳ, ບ່ອນກົກຂວັ້ນແມ່ນຍັກຮັກສາ ແລະບ່ອນຫາງໃບ ຖິ້ມກ່ອນຈິ່ງຈະເປັນສີຣິສວັດດີແລ.     (ຈາກຄັມພີໂລກະນິຕິ)
    90. 92. ໃນການຊື້ຂາຍຊັບ ແລະເຂົ້າເປືອກໜຶ່ງ, ໃນເວລາຮ່ຳຮຽນວິດທະຍາຄວາມຮູ້ໜຶ່ງ, ໃນເວລາເປັນທູດບອກຂ່າງສານໜຶ່ງ,     ໃນເວລາເສບກາມມະຄຸນໜຶ່ງ, ບຸກຄົນຄວນລະຄວາມອາຍໄວ້ກ່ອນ ເພາະເວລາດັ່ງນັ້ນ ມັນເປັນເວລາດັ່ງນັ້ນ     ມັນເປັນເວລາຈຳເປັນແລະມີປະໂຫຍດ. (ຈາກຄັມພີໂລກະນິຕິ)
    91. 93. ໃນເວລາມີເສິກຈຶ່ງຕ້ອງການຄົນກ້າ ໃນເວລາວຸ່ນວາຍໂກລາຫົນ ຈຶ່ງຕ້ອງການ ຄົນມີປັນຍາຄຶດຊ່ອຍແກ້ໄຂໃຫ້ສະຫງົບ     ໃນເວລາໄດ້ກິນເຂົ້ານ້ຳອັນແຊບ ຈຶ່ງຕ້ອງການຄົນຮັກແພງກັນ ໃນເວລາມີວຽກ ອັນເປັນປປໂຫຍດ ຈຶ່ງຕ້ອງການນັກປຣາດ.     (ຈາກຄັມພີໂລກະນິຕິ)
    92. 94. ໃນປະເທດໃດ ບໍ່ມີຄວາມນັບຖືກັນ, ບໍ່ມີຄວາມຮັກແພງກັນ, ບໍ່ມີພີ່ນ້ອງ, ບໍ່ມີບ່ອນຮຽນວິຊາຄວາມຮູ້ ປະເທດນັ້ນ ບໍ່ຄວນຢູ່ໃຫ້ມົ້ມມື້.     (ຈາກຄັມພີໂລກະນິຕິ)
    93. 95. ໃຜຜູ້ເຮັດຊ້າສອງໃຈບໍ່ດີ. (ໜັງສືສຽວສະຫວາດ)
    94. 96. ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່. (ຄວາມບູຮານ)
    95. 97. ໃຫ້ຟັງດ້ວຍຫູ ໃຫ້ດູດ້ວຍຕາ ລັກຂະນາໃນໃຈໃຫ້ຮູ້ ແລ້ວຢ່າເນີໆ. (ໜັງສືສຽວສະຫວາດ)
    96. 98. ໃຫ້ຫຼີກສັດມີເຂົາ 50 ຫ້າສິບສອກ ຫຼີກມ້າຮ້າຍ 100 ຮ້ອຍສອກ ຫຼີກຊ້າງຮ້າຍຕົກມັນ 1000 ພັນສອກ ແລະ     ຫຼີກຄົນຊົ່ວໂດຍການປະຖິ່ນຖານເດີມໄປຢູ່ບ່ອນອື່ນ. (ຈາກຄັມພີໂລກະນິຕິ)
    97. 99. ໃຫ້ຮັກຜູ້ແຮງ ໃຫ້ແພງຜູ້ໃຊ້. (ຄວາມບູຮານ)
    98. 100. ໃຫ້ຮັກສາສາມປາຍ ຈຶ່ງຫາຍສາມໂທດ. (ຄວາມບູຮານ)
    99. 101. ກະຕ່າຍໝາຍຈັນ. (ຄວາມບູຮານ)
    100. 102. ກ້າຫຼາຍມັນບ່ານ (ຄວາມບູຮານ)
    101.     ກິຣິຍາທາງນອກ, ການຍົວລະຍາດ, ການເໜັງຕີງ, ການເວົ້າໃສ່, ການເຫຼືອດສາຍຕາ ຫຼື ບູ້ຍສົບ ເຫຼົ່ານີ້ ເປັນທາງໃຫ້ຢັ່ງຮູ້ເຖິງໃຈ.     (ຈາກຄັມພີປັນຈະຕັນຕຣະ)

     

 

ຄວາມຄິດເຫັນ

 

Free Web Hosting