1.  

                         ໝວດທີ່ເປັນຄຳເວົ້າທຳມະດາ

     

    1. 1. ຄົນຜູ້ມີຄວາມດີ ສະເໝີດ້ວຍສັບພັນຍູ ຖ້າບໍ່ມີຄົນຊູ ກໍບໍ່ສະຫງ່າງາມ ດັ່ງດຽວກັນກັບແກ້ວມະນີ ທີ່ມີຄ່າມາກ    ແຕ່ບໍ່ມີວັງແຫວນເປັນທີ່ອາໃສ ກໍບໍ່ງາມສັນນັ້ນ. (ຈາກຄັມພີໂລກະນິຕິ)
    2. 2. ຄົນນອກຕຳຣາ 7 ຈຳພວກຄື:
      1.        1. ຄົນມັກເຫງົານອນ.
      2.        2. ຄົນປະໝາດ.
      3.        3. ຄົນມີຄວາມສຸກສະບາຍ.
      4.        4. ຄົນມີພະຍາດ.
      5.        5. ຄົນຂີ້ຄ້ານ.
      6.        6. ຄົນທີ່ມີຄວາມຢາກຢ່າງບໍ່ມີທາງພໍ.
      7.        7. ຄົນມີຄວາມກັງວົນນຳວຽກການ.

      ຄົນຝູງນີ້ ເປັນໄປໃນສັນດານ ຂອງໃຜລາວເອງ ຕາມທຳມະຊາດ. (ຈາກຄັມພີໂລກະນິຕິ)

    1. 3. ຄົນ 5 ຈຳພວກນີ້ ເຖິງແມ່ນມີຊີວິດຢູ່ ກໍເປັນເໝືອນຄົນຕາຍແລ້ວຄື:
      1.        1. ໝໍໄລ່ຜີ.
      2.        2. ຄົນຕົກທຸກໄດ້ຍາກ.
      3.        3. ຄົນຂີ້ພະຍາດ.
      4.        4. ຄົນມີສະຕິພັ້ງໆເຜີໆຫຼົງໆລືມໆ.
      5.        5. ຄົນມີໜີ້ສິນຫຼາຍ ແລະ ອຳໝາດ ຜູ້ເຝົ້າພຣະຣາຊາ ບໍ່ມີເວລາຫວ່າງເວັ້ນ. (ຈາກຄັມພີໂລກະນິຕິ)
    2. 4. ຄົນມີ 3 ຖ້ານຄື:
      1.        1. ສູງສຸດ.
      2.        2. ປານກາງ.
      3.        3. ຕ່ຳ.

       ສະນັ້ນຄວນເລືອກໃຊ້ໃຫ້ຖືກຕາມຊະນິດຂອງງານທັງສາມສະຖານ. (ຈາກຄັມພີປັນຈະຕັນຕຣະ)

    1. 5. ຄົນກໍດີ ເຄື່ອງເອ້ກໍດີ ຕ້ອງປະດັບໃຫ້ຄວນກັບຖານະ ດັ່ງປິ່ນເກົ້າ ຈະເອົາລົງມາປະດັບຕີນ ຫຼື ກ່ອງຂາ ຈະເອົາຂຶ້ນມາປະດັບຜົມ    ກໍບໍ່ຄວນ. (ຈາກຄັມພີປັນຈະຕັນຕຣະ)
    2. 6. ຄົນຜູ້ຈະເປັນໃຫຍ່ ຕ້ອງມີນ້ຳໃຈເຂັ້ມແຂງ ແລະ ບໍຣິສຸດ ບໍ່ແມ່ນແຕ່ຍ້ອນ ລັກສະນະພາຍນອກທໍ່ນັ້ນ. (ຈາກຄັມພີປັນຈະຕັນຕຣະ)
    3. 7. ຄົນນັ້ນມີປັນຍາ ຄົນນັ້ນຊື່ສັດ, ຄົນນັ້ນດີທັງສອງຢ່າງ ນາຍຜູ້ສະຫຼາດເລືອກໃຊ້ຄົນໄດ້ດັ່ງນີ້ ຍ່ອມບໍຣິບູນດ້ວຍຜູ້ຮັບໃຊ້ ທີ່ທະຣົງຄຸນ.    (ຈາກຄັມພີປັນຈະຕັນຕຣະ)
    4. 8. ຄົນຜູ້ຄອຍອາໃສແຕ່ໃຫ້ນາຍໃຊ້ ຍ່ອມໄດ້ຮັບແຕ່ຄວາມລຳບາກ ຕາກແດດນອນຝົນ. (ຈາກຄັມພີປັນຈະຕັນຕຣະ)
    5. 9. ຄົນທີ່ເພິ່ງແຕ່ຜູ້ອື່ນ ຈຶ່ງເປັນຄົນໄດ້ນັ້ນ ຄືກັນກັບ ຄົນຕາຍແລ້ວ. (ຈາກຄັມພີປັນຈະຕັນຕຣະ)
    6. 10. ຄົນຜູ້ເມົາແຕ່ແຕ່ງໂຕແລ້ວ ແຕ່ງໂຕອີກສຳລັບໃຫ້ນາຍໃຊ້ ເພື່ອຫາລາຍໄດ້ຂອງນາຍ ກໍບໍ່ຜິດກັນກັບແມ່ເລງ ທີ່ແຕ່ງໂຕເພື່ອຜູ້ຊາຍ.     (ຈາກຄັມພີປັນຈະຕັນຕຣະ)
    7. 11. ຄົນຜູ້ທີ່ນອບນ້ອມ ເພື່ອໃຫ້ມີທ່າຂຶງຂັງ, ສະຫຼະຊີວິດຂອງຕົນ ເພື່ອບໍ່ໃຫ້ນາຍຕາຍ, ອົດທົນລຳບາກ     ເພື່ອໃຫ້ນາຍມີຄວາມສຸກສຳຣານ ຈະມີໃຜໂງ່ກວ່າ ຄົນແບບນີ້ອີກ. (ຈາກຄັມພີປັນຈະຕັນຕຣະ)
    8. 12. ຄົນໃດເມື່ອຍັງບໍ່ທັນໄດ້ຄອບໃຫ້ນາຍຮູ້ກ່ອນແລ້ວ ບໍ່ຄວນເຮັດສິ່ງໃດຕາມໃຈຕົນເວັ້ນແຕ່ເຮັດ ເພື່ອປ້ອງກັນເຫດຮ້າຍ     ອັນຈະເກີດແກ່ນາຍທໍ່ນັ້ນ. (ຈາກຄັມພີປັນຈະຕັນຕຣະ)
    9. 13. ຄົນຮັບໃຊ້ເກົ່າ ເຖິງແມ່ນຈະກະທຳຜິດ ກໍບໍ່ສູ້ຕົກໃຈ ຢ້ານເຮັດອັນໃດເອົາແຕ່ໃຈໂຕ. (ຈາກຄັມພີປັນຈະຕັນຕຣະ)
    10. 14. ຄົນທີ່ປະພຶດບໍ່ກ່ຽວຂ້ອງກັບໃຜ ມີແຕ່ເພິ່ງໂຕເອງນັ້ນ ມີປະໂຫຍດແກ່ຊີວິດຫຼາຍ. (ຈາກຄັມພີປັນຈະຕັນຕຣະ)
    11. 15. ຄົນຜູ້ເປັນບັນດິດ ຍ່ອມຮູ້ທັນຄົນ ເຖິງແມ່ນເຂົາຈະຍັງບໍ່ທັນໄດ້ ແຍ້ມອອກມາກໍຕາມ. (ຈາກຄັມພີປັນຈະຕັນຕຣະ)
    12. 16. ຄົນທີ່ຮຽນວິຊາໃໝ່ໜຶ່ງ, ຄົນທີ່ຊາກໄດ້ສົມບັດໃໝ່ໜຶ່ງ, ຄົນຜູ້ໄດ້ຮັບ ອິດສະຣິຍະຍົດໃໝ່ນໜຶ່ງ ທັງ 4 ຈຳພວກນີ້
    13.     ຍ່ອມບໍ່ມີຄວາມອົດກັ້ນຍັງຕົນໄວ້ໄດ້. (ຈາກຄັມພີປັນຈະຕັນຕຣະ)
    14. 17. ຄົນຜິດຖຽງກັນ ດ້ວຍເຫດພຽງເລັກນ້ອຍ ບໍ່ນ້ອມໜ້າເຂົ້າຫາກັນ ແລ້ວ ໄປຫາຜູ້ອື່ນມາຕັດສີນໃຫ້     ເຂົາຕ້ອງຈິບຫາຍເສັຍທັງສອງຝ່າຍ. (ຈາກຄັມພີປັນຈະຕັນຕຣະ)
    15. 18. ຄົນບໍ່ຄວນເອົາຕົນເຂົ້າໄປຢູ່ກ້ອງອຳນາດຂອງສັດຕຣູເລີຍ. (ຈາກຄັມພີປັນຈະຕັນຕຣະ)
    16. 19. ຄົນຫຼັກຄ້າໃກ້ ຄົນໃບ້ຄ້າໄກ. (ຄວາມບູຮານ)
    17. 20. ຄົນຕ່າງບ້ານ ຫວ້ານຕ່າງສວນ. (ຄວາມບູຮານ)
    18. 21. ຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ.
    19. 22. ຄົນດຳແດງແຍງບໍ່ເປີດ ຄົນຂາວເຫຼືອງເປືອງໄກ່ນ້ອຍ.
    20. 23. ຄົນດີຮູ້ເຫດ ຄົນເວດຮູ້ຜີ. (ຄວາມບູຮານ)
    21. 24. ຄົນຕາບອດຢ່າໃຫ້ຮ່ວມເຮືອນ, ຄົນຕາເບືອນຢ່າໃຫ້ຮ່ວມບ້ານ, ຄົນຂີ້ຄ້ານຢ່າເອົາເປັນໝູ່ເປັນຝູງ. (ຄວາມບູຮານ)
    22. 25. ຄົນຕາບອດອວນທາງ ຄົນຕາຟາງໄປກ່ອນ ບໍ່ດີ. (ຄວາມບູຮານ)
    23. 26. ຄົນຕາຍ ຂາຍຄົນເປັນ. (ຄວາມບູຮານ)
    24. 27. ຄົນລົ້ມຢ່າຂວ້າມ ໄມ້ລົ້ມຈຶ່ງຂວ້າມ. (ຄວາມບູຮານ)
    25. 28. ຄົນຮັກທໍ່ຜືນໜັງ ຄົນຊັງທໍ່ຜືນເສື່ອ. (ຄວາມບູຮານ)
    26. 29. ຄົນທຸກໃຫ້ລ້ຽງມ້າ ກ່ຳພ້າໃຫ້ລ້ຽງໝູ. (ຄວາມບູຮານ)
    27. 30. ຄົບຄົນໃຫ້ເບິ່ງໜ້າ ຊື້ຜ້າໃຫ້ເບິ່ງເນື້ອ ລະວັງເສືອຊິຊ້ອນເລັບ.
    28. 31. ຄົບຄົນດີມີສີແກ່ຕົວ ຄົບຄົນຊົ່ວອັບປະຣາຊັຍ. (ຄວາມບູຮານ)
    29. 32. ຄົບຄົນດີມີສີແກ່ຕົວ ພົບຄົນຊົ່ວພາຕົວໝົ່ນໝອງ. (ຄວາມບູຮານ)
    30. 33. ຄົບຄົນພານພາໄປຫາຜິດ ຄົບບັນດິດພາໄປຫາຜົນ. (ຄວາມບູຮານ)
    31. 34. ຄົບເດັກນ້ອຍສ້າງບ້ານ ຄົບຫົວລ້ານສ້າງເມືອງ. (ຄວາມບູຮານ)
    32. 35. ຄວນຄົບຫາແຕ່ຄົນດີ ແລະ ຊົມເຊີຍແຕ່ຄົນດີ ເພາະການຮູ້ທັມຈາກຄົນດີ ເປັນສິ່ງປະເສີດ ບໍ່ມີຊົ່ວເລີຍ. (ຈາກຄັມພີໂລກະນິຕິ)
    33. 36. ຄວນສະຫຼະຂອງສິ່ງດຽວ ເພື່ອປະໂຍດຂອງກະກຸນ, ຄວນສະຫຼະກະກຸນໜຶ່ງ ເພື່ອປະໂຫຍດຂອງບ້ານ, ຄວນສະຫຼະບ້ານໜຶ່ງ     ເພື່ອປໂຍດຂອງແຂວງ ແລະ ຄວນສະຫຼະແຜ່ນດິນເສຍ ເພື່ອປະໂຫຍດຂອງຕົນເອງ. (ຈາກຄັມພີໂລກະນິຕິ)
    34. 37. ຄວນຖອດຖອນອຳນາດ ຜູ້ຮັກສາຄັງໃຫ້ເລື້ອຍໆ ເພາະຜູ້ປຽກນ້ຳ ບິດເທື່ອດຽວ ນ້ຳຈະໄຫຼອອກໝົດ ໄດ້ຢ່າງໃດ.     (ຈາກຄັມພີປັນຈະຕັນຕຣະ)
    35. 38. ຄວນຊ່ອຍເຫຼືອຜູ້ປະສົບພັຍ ເຊິ່ງໜ້າລ່າຕາຕີ່ແລ່ນມາຫາ ເຖິງແມ່ນຈະເປັນສັດຕຣູກໍຕາມ ອັນວ່າຕົ້ນພຶກສາ     ຍັງຍອມໃຫ້ຄົນຜູ້ມາຕັດຊົ້ນຮົ່ມເງົາຂອງຕົນ. (ຈາກຄັມພີປັນຈະຕັນຕຣະ)
    36. 39. ຄວນບູຊາຕາເວັນດ້ວຍເບື້ອງຫຼັງ, ບູຊາພຣະເພີງດ້ວຍເບື້ອງທ້ອງ, ປະຕິບັດທັມເພື່ອຊາດໜ້າ ດ້ວຍຄວາມບໍ່ມີມາຍາ     ບູຊານາຍດ້ວຍກາຍແລະໃຈ. (ຈາກຄັມພີປັນຈະຕັນຕຣະ)
    37. 40. ຄວນຜາບສັຕຕຣູ ດ້ວຍຜູ້ເປັນສັຕຕຣູກັນເອງ. (ຈາກຄັມພີປັນຈະຕັນຕຣະ)
    38. 41. ຄວນຜາບຜູ້ໃຫຍ່ກວ່າຕົນ ດ້ວຍຄວາມອ່ອນນ້ອມ, ຄວນຜານແພ້ຜູ້ຜ້ານກາງ ດ້ວຍການຍົວະເຍົ້າໃຫ້ແຕກສາມັກຄີ,     ຄວນຜາບແພ້ຜູ້ສະເໝີຕົນ ດ້ວຍຄວາມພາກພຽນ. (ຈາກຄັມພີປັນຈະຕັນຕຣະ)
    39. 42. ຄວນເວັ້ນຈາກປະເທດທີ່ເຕັມໄປດ້ວຍຄົນຊົ່ວ, ເວັ້ນຈາກມິດທີ່ຊົ່ວ, ເວັ້ນພົງພັນພີ່ນ້ອງ ບໍ່ເອື້ອເຟື້ອເກື້ອກຸນ, ເວັ້ນຈາກເມຍຊົ່ວ,     ເວັ້ນຈາກຄົນໃຊ້ທີ່ບໍ່ຊື່ສັດ ສິ່ງເຫຼົ່ານີ້ຄວນເວັ້ນໃຫ້ໄກແສນໄກ. (ຈາກຄັມພີໂລກະນິຕິ)
    40. 43. ຄຸນພໍ່ທໍ່ພູເຂົາກ້າ ຄຸນແມ່ທໍ່ຟ້າກັບດິນ. (ຄວາມບູຮານ)
    41. 44. ຄາດຊິໄດ້ບິນມາຄືນົກເຈົ່າ ຄາດຊິບໍ່ໄດ້ບິນເຈີ້ຍເຈີດໜີ. (ຄວາມບູຮານ)
    42. 45. ຄາດທຸກບໍ່ຮ່ອນມີ ຄາດເປັນເສດຖີບໍ່ຮ່ອນໄຮ້ ຄາດໄດ້ບໍ່ຮ່ອນເສຍ ຄາດເປັນຜົວເປັນເມຍບໍ່ຮ່ອນຮ້າງ. (ຄວາມບູຮານ)
    43. 46. ຄວາຍມັກຕົມ, ຫົງມັກດອກບົວ, ຜູ້ຍິງທັງຫຼາຍມັກຍິນດີ ໃນຜູ້ຊາຍຢ່າງບໍ່ຮູ້ເປີດ, ຄົນດີມັກທັມ.
    44. 47. ຄວາຍຕູ້ມັກຊົນ ຄົນຈົນມັກເວົ້າ. (ຄວາມບູຮານ)
    45. 48. ຄວາຍຊົນກັນແພ້ຫຍ້າແພດ. (ຄວາມບູຮານ)
    46. 49. ຄວາຍບາດແຫ່ກາ ໝາບາດແຫ່ແມງວັນ. (ຄວາມບູຮານ)
    47. 50. ຄວາຍຕູ້ມັກຮານ ຄົນພານມັກຫາຄວາມ. (ຄວາມບູຮານ)
    48. 51. ຄວາຍເຖົ້າມັກຫຍ້າອ່ອນ. (ຄວາມບູຮານ)
    49. 52. ຄວາຍເຮັດນາ ໝາກິນເຂົ້າ. (ຄວາມບູຮານ)
    50. 53. ຄວາມເຫິງສາ ເປັນທຸກຂະໜາດ. (ໜັງສືສຽວສະຫວາດ)
    51. 54. ຄວາມໂມໂຫ ພາໂຕຕົກຕ່ຳ. (ຄວາມບູຮານ)
    52. 55. ຄວາມກະຕັນຍູນັ້ນ ເປັນຄອງນັກປຣາດ ພຣະບາດເຈົ້າຍໍຍ້ອງວ່າດີ. (ໜັງສືສຽວສະຫວາດ)
    53. 56. ຄວາມຄຶດມີບໍ່ແພ້ ທືນຄ້າຫາກບໍ່ມີ. (ຄວາມບູຮານ)
    54. 57. ຄວາມສາມັກຄີໂຮມແຮງກັນ ຂອງສິ່ງເລັກນ້ອຍ ສາມາດໃຫ້ວຽກການສຳເຣັດຕົນໄດ້ ດັ່ງດຽວກັນກັບ ເສັ້ນຫຍ້າທີ່ຝັ້ນເຂົ້າເປັນເຊືອກ     ຍັງສາມາດຜູກຊ້າງສານທີ່ຕົກມັນໄດ້. (ຈາກຄັມພີປັນຈະຕັນຕຣະ)
    55. 58. ຄວາມບໍ່ຄຽດ ຊະນະຄວາມຄຽດ, ຄວາມດີ ຊະນະຄວາມບໍ່ດີ, ການໃຫ້ແລະແບ່ງປັນ ຊະນະຄວາມຂີ້ຖີ່, ການເວົ້າຈິງ     ຊະນະຄົນເວົ້າໂລເລໄດ້. (ຈາກຄັມພີໂລກະນິຕິ)
    56. 59. ຄວາມບໍ່ດີຫາໃສ່ ຄວາມບໍ່ໃຫຍ່ຫາແຖມ. (ຄວາມບູຮານ)
    57. 60. ຄວາມບໍ່ມີຫາໃສ່ ຄວາມບໍ່ໃຫຍ່ຫາແຖມ. (ຄວາມບູຮານ)
    58. 60. ຄວາມສັດຈິງ ເປັນຄອງນັກປຣາດ ຄັນວ່າເສຍສັດນີ້ ໂຕຕາຍດີກວ່າ ນັກປຣາດເຈົ້າຍໍຍ້ອງວ່າດີ. (ໜັງສືສຽວສະຫວາດ)
    59. 62. ຄວາມດີ ຝັງໄວ້ເກົ້າສອກ ຄວາມບໍ່ດີຊັກອອກເກົ້າວາ. (ຄວາມບູຮານ)
    60. 63. ຄວາມປາກຫວານຈ້ອຍໆ ໃຈສົ້ມດັ່ງໝາກນາວ.
    61. 64. ຄວາມປະໝາດ ເປັນຫົນທາງແຫ່ງຄວາມຕາຍ. (ຄວາມບູຮານ)
    62. 65. ຄວາມພະຍາຍາມຢູ່ທີ່ໃດ ຄວາມສຳເຣັດຢູ່ທີ່ນັ້ນ. (ຄວາມບູຮານ)
    63. 66. ຄວາມລັບບໍ່ໃຫ້ເຖິງສາມ ຄວາມບໍ່ງາມບໍ່ໃຫ້ເຖິງສີ່ ຄວາມມິດຄວາມມີ່ ບໍ່ໃຫ້ເຖິງຫ້າເຖິງຫົກ. (ຄວາມບູຮານ)
    64. 67. ຄວາມອະກະຕັນຍູນັ້ນ ເປັນອັນສາໂຫດ ໃຈໂກດກ້າ ໜັກໜ້າບໍ່ຖອຍ ພຣະສັດຖາບໍ່ເຄີຍຍົກຍ້ອງ ນັກປຣາດເຈົ້າແໜງໜ້າໜ່າຍສະອາງ. (ໜັງສືສຽວສະຫວາດ)
    65. 68. ຄວາມຮູ້ ຖ້ວມຫົວ ເອົາຕົວບໍ່ລອດ. (ຄວາມບູຮານ)
    66. 69. ຄວາມຮູ້ ນ້ອຍ ຢ່າຜ່ານຄອງເມືອງ. (ຄວາມບູຮານ)
    67. 70. ຄວາມຮູ້ ໜ້ອຍ ຢ່າຄຶດການເມືອງ ນຸ່ງຜ້າເຫຼືອງຢ່າຄຶດການບ້ານ ໃກ້ຫົວລ້ານຢ່າດ່ານົກກະຊຸມ. (ຄວາມບູຮານ)
    68. 71. ຄວາມສຸກຢູ່ທີ່ໃດ ຄວາມທຸກຢູ່ທີ່ນັ້ນ. (ຄວາມບູຮານ)
    69. 72. ຄວາມງົວບໍ່ທັນຫາຍ ຄວາມຄວາຍເຂົ້າມາແຊກ. (ຄວາມບູຮານ)
    70. 73. ຄ້ຽວໝາກບໍ່ໃສ່ຢາ ກໍບໍ່ມີຣົດແຊບ, ຄົນບໍ່ມີສັບ ແມ່ນຊິແຕ່ງໂຕດີ ກໍເປັນເຂີນໆ, ແກງບໍ່ໃສ່ເກືອກໍບໍ່ນົວ, ການເວົ້າຈາພາກຂອງ     ຄົນຜູ້ບໍ່ມີຄວາມຮູ້ ກໍບໍ່ເປັນໜ້າຟັງ. (ຈາກຄັມພີໂລກະນິຕິ)
    71. 74. ງູບໍ່ໃຫ້ຄຽດ ຂຽດບໍ່ໃຫ້ຕາຍ. (ຄວາມບູຮານ)
    72. 75. ງູເຫັນນົມໄກ່ ໄກ່ເຫັນຕີນງູ. (ຄວາມບູຮານ)
    73. 76. ງູເປັນສັດມີພິດຮ້າຍ, ຄົນພານກໍມີພິດຮ້າຍ, ແຕ່ຄົນພານມີພິດຮ້າຍຍິ່ງກວ່າງູ ເພາະຖ້າງູຕອດ ຍັງແກ້ໄດ້ຍ້ອນມົນແລະຢາ,     ສ່ວນຄົນພານ ຊິເອົາອັນໃດມາແກ້ໄດ້. (ຈາກຄັມພີໂລກະນິຕິ)
    74. 77. ງົວທັງຫຼາຍທີ່ຄົນລ້ຽງ ເປັນຜູ້ໃຫ້ໂພຄະຊັບສົມບັດແກ່ຊາວຄະຫັດທຸກຖ້ວນໜ້າ ດັ່ງນັ້ນ ຄົນຈຶ່ງຄວນນັບຖື ແລະ     ສັກກາຣະງົວເໝືອນພໍ່ແມ່. (ຈາກຄັມພີໂລກະນິຕິ)

 

ຄວາມຄິດເຫັນ

 

Free Web Hosting