1.  

                         ໝວດທີ່ເປັນຄຳເວົ້າທຳມະດາ

     

    1. 1. ກຳລັງແຮງຂອງໝູ່ຍາດຕິພີ່ນ້ອງ ທີ່ສາມັກຄີກັນທຳປະໂຫຍດນັ້ນ ແມ່ນກຳລັງຂອງພຣະຍາອິນ ກໍບໍ່ສາມາດປ້ານໄວ້ໄດ້.   (ຈາກຄັມພີປັນຈະຕັນຕຣະ)
    2. 2. ກັນດີກວ່າແກ້ ແຮດີກວ່າລົ້ວ ເອົາຜົວດີກວ່າຢູ່ປ່ຽວ. (ຄວາມບູຮານ)
    3.   ກົກຮ້າຍປາຍດີ. (ຄວາມບູຮານ)
    4. 3. ກົບໂຕນ້ອຍໆ ທຳທ່າຣາຊະສີ ເມື່ອຖືກກາສັບຕອດ ກໍມີແຕ່ຮ້ອງແອບໆ, ຄົນບໍ່ມີປັນຍາທຳທ່າເໝືອນນັກປຣາດ ເມື່ອຖືກຜູ້ຮູ້ຖາມ   ກໍມີແຕ່ເວົ້າ ອ່າອະ ອ່າອະ. (ຈາກຄັມພີໂລກະນິຕິ)
    5. 4. ກາງຄືນເປັນເຫງັນ ກາງເວັນເປັນນົກເຄົ້າ ມື້ເຊົ້າເປັນແມວໂພງ. (ຄວາມບູຮານ)
    6. 5. ກັມໃດໃຜກໍ່ ກັມນັ້ນຍ່ອມສະໜອງ. (ຄວາມບູຮານ)
    7.   ການກິນ, ການເສບເມຖຸນ, ການນອນ ມີຢູ່ໃນຄົນແລະງົວສະເໝີກັນ ວິຊາຄວາມຮູ້ເຮັດໃຫ້ຄົນວິເສດກວ່າສັດ, ຄົນທີ່ບໍ່ມີຄວາມຮູ້ 6.   ກໍເໝືອນກັນກັບງົວ. (ຈາກຄັມພີໂລກະນິຕິ)
    8. 7. ການສະເໜີຕົວເຂົ້າໄປ ແຊກແຊງໃນກິດຈະການ ຂອງຄົນອື່ນ ມີແຕ່ຄວາມເສຍຫາຍເປັນພື້ນ. (ໜັງສືສຽວສວາດ ສອນວ່າ   "ເພິ່ນບໍ່ເອີ້ນຢ່າຂານ ເພິ່ນບໍ່ວານຢ່າຊ່ອຍ ມັກຊ່ອຍແທ້ ໃຫ້ພິຈາຣະນາ" ນີ້ເປັນເປັນຄຳສອນທີ່ຖືກຕ້ອງ). (ຈາກຄັມພີປັນຈະຕັນຕຣະ)
    9. 8. ການເສັງສະພາບ ຂອງຮ່າງກາຍ ແລະ ສິ່ງກ່ຽວຂ້ອງກັບຮ່າງກາຍ ຈະຄາດຄະເນກຳລັງ ແລະ ຄວາມສາມາດອັນແທ້ຈິງບໍ່ໄດ້.   (ຈາກຄັມພີປັນຈະຕັນຕຣະ)
    10. 9. ການຍ້ອງວ່າເປັນບັນດິດ ທີ່ຄົນພານຍ້ອງໃຫ້ ມີໂທດ ບັນດິດຕໍ່ບັນດິດທໍ່ນັ້ນ ຍ້ອງຍໍກັນ ຈິ່ງເປັນການຍ້ອງທີ່ດີ. (ຈາກຄັມພີໂລກະນິຕິ)
    11. 10. ການທີ່ຜູ້ທົງອານຸພາບມາກ ມາຖອດຖອນຂ້າເກົ່າຜູ້ຊຳນານ ໃນການຣັດຖະສາດ ແລະ ວຽກການຕ່າງໆ ແລ້ວຕັ້ງຄົນໃໝ່     ທີ່ມີແຕ່ຄວາມຖະແລງແປງລີ້ນ ບໍ່ມີຄວາມຊຳນານໃນວຽກການອັນໃດເລີຍ ໃຫ້ເປັນແທນນັ້ນ ເປັນຄວາມເສຍຫາຍ ຢ່າງໃຫຍ່ຫຼວງ     ອາດພາໃຫ້ບ້ານເມືອງຫຼົ້ມຈົມໄດ້. (ຈາກຄັມພີປັນຈະຕັນຕຣະ)
    12. 11. ການທຳຄຸນໃຫ້ຄົນຜູ້ບໍ່ຮູ້ຈັກຄຸນນັ້ນ ແມ່ນຈັ່ງໃດມັນກໍຕ້ອງ ບຽດບຽນທ່ານຜູ້ໄດ້ທຳຄຸນໃຫ້ສະເໝີ. (ຈາກຄັມພີປັນຈະຕັນຕຣະ)
    13. 12. ການທຳຄຸນນຳຄົນພານສັນດານຫຍາບ ຕັ້ງຮ້ອຍເທື່ອ ກໍບໍ່ມີຜົນ, ກ່າວສູນທອນພົດໃຫ້ຄົນໂງ່ຟັງ ຕັ້ງຮ້ອຍຫົນ ກໍເສຍການ,     ເວົ້າສອນຜູ້ມີສັນດານດື້ດ້ານຖືດີ ຕັ້ງຮ້ອຍສະຖານ ກໍບໍ່ເກິດປະໂຫຍດ, ແນບນຳຄົນສາໂຫດ ປັນຍາປູ້ ຕັ້ງຮ້ອຍແນວກໍເມື່ອຍລ້າ.     (ຈາກຄັມພີປັນຈະຕັນຕຣະ)
    14. 13. ການທຳອຸປາກາຣະຄຸນແກ່ຄົນຕ້ຳຊ້າ ຍ່ອມພາໃຫ້ຈະເຣີນ ເພື່ອຄວາມເປັນໂທດ. (ຈາກຄັມພີປັນຈະຕັນຕຣະ)
    15. 14. ການທານ ເປັນຢາສະເໜ່, ຄວາມຂີ້ຖີ່ ເປັນຢາເບື່ອເມົາທີ່ຄົນຊັງ, ການທານ ເປັນຢາໃຫ້ມີຍົດ ແລະ ມີຄົນຍ້ອງຍໍອີກຄືກັນ ຄວາມຂີ້ຖີ່     ເປັນຢາແຫ່ງຄວາມກ່ຳພ້າ. (ຄືເປັນເຫດໃຫ້ເປັນຄົນປ່ຽວພອຍ ໄຮ້ຍາດຂາດມິດ ບໍ່ມີທີ່ເພິ່ງພາອາສັຍ ເໝືອນລູກກ່ຳພ້າ).     (ຈາກຄັມພີໂລກະນິຕິ)
    16. 15. ການບໍ່ເຮັດຫຍັງ ຍ້ອນຢ້ານຜິດ ອັນນີ້ ເປັນລັກສະນະຂອງຄົນໂງ່. (ຈາກຄັມພີປັນຈະຕັນຕຣະ)
    17. 16. ການຟູມເຟືອຍເຊິເຊີມ, ການເກັບຫອມໄວ້ ໂດຍຜິດທາງ ແລະ ການສໍ້ໂກງຜູ້ຢູ່ຫ່າງ ເຫຼົ່ນີ້ ເປັນລັກສະນະຂອງຄວາມຊົ່ວຮ້າຍ.     (ຈາກຄັມພີປັນຈະຕັນຕຣະ)
    18. 17. ການລ້ຽງເກືອ ຜູ້ທີ່ຢູ່ນຳໜຶ່ງ, ການຕອບບຸນແທນຄຸນ ຂອງຄົນອື່ນໜຶ່ງ, ການປະຕິບັດທັມໜຶ່ງ, ການອອກລູກໜຶ່ງ, 4 ປະເພດນີ້     ຈະຢືມມືຄົນອື່ນເຮັດບໍ່ໄດ້. (ຈາກຄັມພີປັນຈະຕັນຕຣະ)
    19. 18. ການຢູ່ໃນສະຖານທີ່ຄັບແຄບ ເປັນທຸກ, ຍິ່ງກວ່ານັ້ນ ແມ່ນຢູ່ໃນທີ່ມີຄົນ ເປັນສັດຕຣູບໍ່ຮັກແພງ ທຸກຍິ່ງກວ່ານັ້ນອີກ     ແມ່ນຢູ່ຮ່ວມກັບຄົນຜູ້ ບໍ່ຮູ້ຈັກຄຸນ. (ຈາກຄັມພີໂລກະນິຕິ)
    20. 19. ການໃຫ້ເກີດຄວາມວຸ່ນວາຍ ກໍຍ້ອນທຳຄວາມຮັກໃຫ້ແຮງກ້າເກີນໄປ ເໝືອນກັນກັບໝໍ້ນ້ຳເຕັມເກີນເຄີ່ງ ຄົນເອົາເທີນຫົວໄປ     ຍ່ອມເຟືອດ. (ຈາກຄັມພີໂລກະນິຕິ)
    21. 20. ການໃຫ້ ເປັນການຂົ່ມໃຈ ຂອງບຸກຄົນທີ່ບໍ່ເຄີຍໃຫ້, ການໃຫ້ ຕ້ອງໄດ້ປະໂຫຍດໃນທີ່ທຸກສະຖານ, ຄົນທັງຫຼາຍມີ ຄວາມພໍໃຈ ແລະ     ມີນ້ຳໃຈອ່ອນນ້ອມ ກໍຍ້ອນການໃຫ້ ແລະ ຄວາມເວົ້າອັນອ່ອນຫວານ. (ຈາກຄັມພີໂລກະນິຕິ)
    22. 21. ການແຮກຮຽນ ໜັງສື ວັນພຣະຫັດ ຈະສຳເຣັດຜົນ, ການແຮກຮຽນ ໃນວັນອາທິດແລະວັນສຸກ ໄດ້ເຄິ່ງໆກາງໆ, ການແຮກຮຽນ     ໃນວັນພຸດແລະວັນຈັນ ຈະບໍ່ສຳເຣັດ, ຖ້າແຮກຮຽນ ໃນວັນເສົາແລະວັນອັງຄານ ຈະຕາຍ. (ຈາກຄັມພີໂລກະນິຕິ)
    23. 22. ການແຮກຮຽນໜັງສື ໃນວັນ 8 ຄ່ຳ ຍ່ອມທຳລາຍຄູ, ການແຮກຮຽນໜັງສື ໃນວັນ 14 ຄ່ຳ ຍ່ອມທຳລາຍສິດ, ການແຮກຮຽນໜັງສື     ໃນວັນ 10 ຄ່ຳ ຍ່ອມທຳລາຍສິນລະປະ ແລະ ການແຮກຮຽນໜັງສື ໃນວັນ 15 ຄ່ຳ ຍ່ອມທຳລາຍພໍ່ແມ່. (ຈາກຄັມພີໂລກະນິຕິ)
    24. 23. ກຳຂີ້ດີກວ່າກຳຕົດ ຫຳຫົດດີກວ່າໂຄຍສຽກ. (ຄວາມບູຮານ)
    25. 24. ກິນບໍ່ຊ່າງກິນເປັນໜີ້ ສີ້ບໍ່ຊ່າງສີ້ ເປັນສົບເປັນຄວາມ. (ຄວາມບູຮານ)
    26. 25. ກິນແມ່ນປາກ ຢາກແມ່ນທ້ອງ ທຽວຂີ້ແມ່ນຂາ. (ຄວາມບູຮານ)
    27. 26. ກິນເຂົ້າໂຕ ຢ່າໂສຄວາມເພິ່ນ. (ຄວາມບູຮານ)
    28. 27. ກິນຫຼາຍທ້ອງແຕກ ແບກຫຼາຍຫຼັງຫັກ. (ຄວາມບູຮານ)
    29. 28. ກິນສົມຢາກ ປາກສົມຄຽດ. (ຄວາມບູຮານ)
    30. 29. ກິນເຂົ້າຜີຟັງຄວາມຜີ ສີ້ຫີໃດຟັງຄວາມຫີນັ້ນ. (ຄວາມບູຮານ)
    31. 30. ກິນເຂົ້າຜີໃຫ້ເຈົ້າຮາກ ຄ້ຽວໝາກຜີໃຫ້ເຈົ້າຄາຍ ໃຫ້ເຈົ້າຄືນມາດາຍທ້ອງເປົ່າ. (ຄວາມບູຮານ)
    32. 31. ກິນມ່ຳໆ ບໍ່ຄຳເບິ່ງທ້ອງ. (ຄວາມບູຮານ)
    33. 32. ກິນຜູ້ດຽວ ງູເຫຼືອມກ້ຽວ. (ຄວາມບູຮານ)
    34. 33. ກິນນ້ຳໃຕ້ສອກ. (ຄວາມບູຮານ)
    35. 34. ກິນປູນຮ້ອນທ້ອງ. (ຄວາມບູຮານ)
    36. 34. ກິນເທິງເຮືອນ ຂີ້ໃສ່ຫຼັງຄາ. (ຄວາມບູຮານ)
    37. 35. ກິນນ້ຳຄະລຳຕ່ອນ. (ຄວາມບູຮານ)
    38. 36. ກວຽນຫຼົ້ມ ເພາະເພົາຫຼົມ. (ຄວາມບູຮານ)
    39. 37. ກ່ຽວຫຍ້າມຸງເມືອງ. (ຄວາມບູຮານ)
    40. 38. ຂ້າຄວາຍອິດາຍໝາກເຜັດ. (ຄວາມບູຮານ)
    41. 39. ຂ້າຊ້າງເອົາງາ. (ຄວາມບູຮານ)
    42. 40. ຂ້າງນອກສຸກໃສ ຂ້າງໃນເປັນໂພງ. (ຄວາມບູຮານ)
    43. 41. ຂາຍຂອງໃຫ້ພີ່ນ້ອງ ຂາຍຄ້ອງໃຫ້ເຈົ້າຫົວ. (ຄວາມບູຮານ)
    44. 42. ຂີ້ຊ້າງລອດ ຂີ້ມອດຄ້າງ. (ຄວາມບູຮານ)
    45. 43. ຂີ້ໝີ້ນຢູ່ສວນຊວນກັນເປັນຫວ້ານ ຊູ້ຢູ່ບ້ານເປັນເພິ່ນຊະເລີຍເຕີຍ.
    46. 44. ຂອງກິນໜ້ອຍຈົນໃຈຜູ້ຊິແບ່ງ. (ຄວາມບູຮານ)
    47. 45. ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ. (ຄວາມບູຮານ)
    48. 46. ຂຶ້ນຕົ້ນດ້ວຍຄວາມວ່າ "ຫຼິ້ນ" = ມີຄວາມເສຍຫາຍ ຫຼາຍກວ່າຄວາມໄດ້.
    49. 47. ຂ່ວາງຄ້ອນກາຍໝາກມ່ວງ. (ຄວາມບູຮານ)
    50. 48. ຂຽນດ້ວຍມື ລຶບດ້ວຍຕີນ. (ຄວາມບູຮານ)
    51. 49. ຂັບຕາມນ້ຳ ຫຼົ້ມຕາມບວຍ.
    52. 50. ຄະລຳນ້ຳກິນຕ່ອນ. (ຄວາມບູຮານ)
    53. 51. ຄະຫັດຜູ້ບໍຣິໂພກການຂີ້ຄ້ານ ບໍ່ດີ ນັກບວດບໍ່ສຳຣວມ ກໍບໍ່ດີ, ພຣະຣາຊາກະທຳການໃດໆ ໂດຍບໍ່ພິຈຈາຣະນາໃຫ້ຖ່ອງແທ້ ກໍບໍ່ດີ     ນັກປຣາດ ມັກຄຽດ ກໍບໍ່ດີ. (ຈາກຄັມພີໂລກະນິຕິ)
    54. 52. ຄ້ານກັບເມື່ອຍ ມັນເອື່ອຍຫາກັນ ໝັ່ນກັບພຽນມັນວຽນໃສ່ກັນ.
    55. 53. ຄຳສັ່ງທີ່ບົ່ງວ່າ ມາໜີ້, ລຸກຂຶ້ນ, ເວົ້າ, ມິດ ເຫຼົ່ານີ້ເປັນຄຳເວົ້າຂອງຄົນມີເງິນ ເວົ້າກັບຜູ້ອາພັບ ຕົກອັບ     ທີ່ແບກໜ້າເຂົ້າໄປຫາເພື່ອຢາກໄດ້ຊັບ. (ຈາກຄັມພີປັນຈະຕັນຕຣະ)
    56. 54. ຄຳຣະຫັດຢ່າໃຫ້ເຖິງສອງ ຈັກປອງໃຫ້ເປັນໂທດ ຄັນວ່າ ມີຜະຫຍາໂສດແທ້ ກໍຈິ່ງໃຫ້ເປັນດີ. (ໜັງສືສຽວສະຫວາດ)
    57. 55. ຄຳທໍ່ຫົວໝາ ບໍ່ທໍ່ນາຕີນບ້ານ. (ຄວາມບູຮານ)
    58. 56. ຄັນຢາກຮູ້ຢ່ານອນຫຼັບ ຄັນຢາກເຫັນໃຫ້ໄປທ່ຽວ ສ່ຽວຮັກໃຫ້ໄປຫາ. (ໜັງສືສຽວສະຫວາດ)
    59. 57. ຄັນແມ່ນໃຈປະສົງແລ້ວ ເມືອງແກວກໍດັ້ນຮອດ ສາຍຕາຈອດຈໍ່ຈ້ຳ ໃນຖ້ຳກໍກົ່ນຫາ.
    60. 58. ຄັບທີ່ຢູ່ໄດ້ ຄັບໃຈຢູ່ຍາກ. (ຄວາມບູຮານ)
    61. 59. ຄົນຜູ້ກຽດຄ້ານ ຈະບໍ່ມີສິນລະປະວິດທະຍາເລີຍ, ຈະບໍ່ມີຊັບ, ຈະບໍ່ມີສະຫາຍ, ຈະບໍ່ມີຄວາມສຸກ, ບໍ່ມີບຸນ ແລະບໍ່ເຖິງນິພພານ     ຈົ່ງຢ່າໄດ້ກຽດຄ້ານຮ່ຳຮຽນຄວາມຮູ້. (ຈາກຄັມພີໂລກະນິຕິ)
    62. 60. ຄົນບໍ່ສະສົມຄວາມຮູ້ ໄວ້ແຕ່ປະຖົມວັຍ, ບໍ່ທ້ອນຊັບໄວ້ເມື່ອວັຍທີ່ສອງ, ບໍ່ພ່ຳເພັງທັມໃນວັຍທີສາມ ໃນວັຍທີ່ສີ່ ເຂົາຊິເຮັດຫຍັງໄດ້.     (ຈາກຄັມພີໂລກະນິຕິ)
    63. 61. ຄົນຜູ້ໄຮ້ການສຶກສາ ຫຼື ໄດ້ການສຶກສາໜ້ອຍໆ ຍ່ອມສຳຄັນໂຕເອງວ່າມີຄວາມຮູ້ຫຼາຍ ດັ່ງດຽວກັນກັບກົບທີ່ເຄີຍຢູ່ແຕ່ບວກ     ບໍ່ເຄີຍເຫັນທະເລ ກໍຄຶດວ່ານ້ຳໃນບວກນ້ອຍຂອງຕົນເລິກແລ້ວ. (ຈາກຄັມພີໂລກະນິຕິ)
    64. 62. ຄົນໂງ່ເຖິງແມ່ນເຂົ້າໄປນັ່ງໃກ້ບັນດິດຕລອດຊີວິດ ເຂົາກໍຈະບໍ່ຮູ້ເລີຍ ດັ່ງດຽວກັນກັບຈອງທີ່ບໍ່ຮູ້ຈັກຣົດຊາດຂອງແກງ ສັນນັ້ນ.     (ຈາກຄັມພີໂລກະນິຕິ)
    65. 63. ຄົນສະຫຼາດເຂົ້າໄປນັ່ງໃກ້ບັນດິດພຽງຄາວດຽວ ເຂົາກໍຈະຮູ້ທັນໄດ້ທັນທີ ເໝືອນລີ້ນຮູ້ຈັກຣົດຂອງແກງ ສັນນັ້ນ.     (ຈາກຄັມພີໂລກະນິຕິ)
    66. 64. ຄົນຮູບຮ່າງຮ້າຍມັກເອ້ຫຼາຍ ຄົນປັນຍາໜ້ອຍມັກອວດຮູ້, ໝໍ້ນ້ຳບໍ່ເຕັມມັກເພືອດ, ງົວແມ່ທີ່ບໍ່ມີນົມ ມັກເໜັງຕີງ. (ຈາກຄັມພີໂລກະນິຕິ)
    67. 65. ຄົນທີ່ເອົາໃບໄມ້ຫໍ່ກຣິດສະໜາ ໃບໄມ້ກໍຫອມຕະລົບໄປ ດັ່ງດຽວກັນກັບ ຄົນທີ່ເຂົ້າໄປຄົບຫານັກປຣາດສັນນັ້ນ.     (ຈາກຄັມພີໂລກະນິຕິ)
    68. 66. ຄົນຜູ້ກ່າວບອກສອນ ແລະ ຫ້າມຈາກການເຮັດຊົ່ວ ຍ່ອມເປັນທີ່ຮັກແພງຂອງຄົນດີ ແຕ່ບໍ່ເປັນທີ່ຮັກແພງຂອງຄົນຊົ່ວເລີຍ.     (ຈາກຄັມພີໂລກະນິຕິ)
    69. 67. ຄົນງາມແພ້ຫີ ງົວດີແພ້ແຮງ. (ຄວາມບູຮານ)
    70. 68. ຄົນຊົ່ວ ມັກຊອກຫາແຕ່ທາງຜິດ ດັ່ງດຽວກັນກັບ ໜູຊອກກິນແຕ່ຂອງເໝັນ, ຄົນດີ ມັກຖືເອົາແຕ່ຄຸນຄວາມດີ ດັ່ງດຽວກັນກັບ     ຫົງຕ້ອງການແຕ່ນົມຫວານ ສັນນັ້ນ. (ຈາກຄັມພີໂລກະນິຕິ)
    71. 69. ຄົນຜູ້ຮັກແພງຄົນຊົ່ວ, ເຂົາບໍ່ທຳຄວາມຮັກແພງ ກັບຄົນດີ, ພໍໃຈໃນອະສັດຈະທັມຂອງຄົນຊົ່ວ ທັງສາມປະການນີ້     ເປັນທາງແຫ່ງຄວາມຈິບຫາຍ. (ຈາກຄັມພີໂລກະນິຕິ)
    72. 70. ຄົນພານທີ່ມີກຳລັງ ຫາຊັບໄດ້ຢ່າງໂຫດຮ້າຍ ບໍ່ດີເລີຍ ຄົນປັນຍາຊົ່ວຈັ່ງຊັ້ນ ຕາຍແລ້ວໄປຕົກນາຣົກ. (ຈາກຄັມພີໂລກະນິຕິ)
    73. 71. ຄົນຊົ່ວບໍ່ໃຫ້ຄົນອື່ນຮູ້ໂທດຂອງຕົນ ແຕ່ມັກປະກາດໂຄສະນາໂທດຂອງຜູ້ອື່ນ ຄອຍສອດສ່ອງຈັບຜິດໂທດຂອງຄົນອື່ນສະເໝີ     ເໝືອນເຕົ່າເຊື່ອງໂຕຂອງມັນ ໄວ້ໃນອອງສັນນັ້ນ. (ຈາກຄັມພີໂລກະນິຕິ)
    74. 72. ຄົນອື່ນເອື້ອເຟື້ອເກື້ອກຸນໜຸນນຳ ນັບວ່າເປັນພີ່ນ້ອງ, ສ່ວນພີ່ນ້ອງ ທີ່ບໍ່ເອື້ອເຟື້ອເກື້ອໜຸນ ກໍທໍ່ກັບບໍ່ແມ່ນພີ່ນ້ອງ,     ພຍາດເກີດໃນຮ່າງກາຍ ບໍ່ມີປໂຍດແກ່ຮ່າງກາຍເລີຍ, ຕົ້ນໄມ້ທີ່ເກີດໃນປ່າ ທີ່ໃຊ້ເປັນຢາ ມີປະໂຫຍດກວ່າ. (ຈາກຄັມພີໂລກະນິຕິ)
    75. 73. ຄົນໃດ ປາກຫອມປານດອກບົວ ວາຈາເຢັນປານນ້ຳແກ່ນຈັນ ຄົນຈັ່ງຊັ້ນບໍ່ຄວນຄົບຫາ ເພາະຫົວໃຈຂອງເຂົາ ມີພິດຮ້າຍຍິ່ງນັກ.     (ຈາກຄັມພີໂລກະນິຕິ)
    76. 74. ຄົນຜູ້ທີ່ບໍ່ມີເພື່ອນຝຸງ ເຖິງແມ່ນຈະມີຄວາມສາມາດ ກໍຈະເອົາຄວາມສາມາດນັ້ນ ໄປເຮັດຫຍັງໄດ້ ດັ່ງດຽວກັນກັບ     ໄຟທີ່ຕົກໄປໃນທີ່ອັບລົມ ໄຟກໍຈະມອດໄປເອງ ສັນນັ້ນ. (ຈາກຄັມພີໂລກະນິຕິ)

 

ຄວາມຄິດເຫັນ

 

Free Web Hosting