ວິທີການເຮັດຝຸ່ນບົ່ມ
  1.  

                    ມາຮຽນວິທີການເຮັດຝຸ່ນບົ່ມໃຊ້ໃນຄອບຄົວ


      
       ການ​ປູກ​ພືດ​ຜັກໃນ​ເນື້ອທີ່​ນ້ອຍ​ໃກ້​ກັບ​ເຮືອນ​ເປັນ​ຜົນ​ດີສໍາລັບ​ຄອບ­ຄົວ​ໃນ​ການ​ສ້າງລາຍ​ຮັບ​ເພີ່ມທັງ​ປະ­ຢັດ​ຄ່າ​ໃຊ້ຈ່າຍ​ໄປ​ນໍາ ເຊິ່ງ​ຝຸ່ນ​ເຄ​ມີ​ກໍ່​ສາ­ມາດ​ນໍາ​ໃຊ້​ເຂົ້າ​ໃນ​ການ​ຜະ­ລິດພືດ​ສວນ​ຄົວ​ເພື່ອ​ສະ­ຫນອງ​ທາດອາ­ຫານ​ທີ່​ຕ້ອງ­ການ​ສຳ­ລັບ​ການຈະ­ເລີນ​ເຕີບ​ໂຕ​ໃຫ້​ແກ່​ພືດ​ໄດ້, ແຕ່​ປະ­ຈຸ​ບັນ​ສັງ­ຄົມ​ເນັ້ນ​ອາ­ຫານປອດ​ສານ­ພິດ​ເປັນ​ຫລັກ ແລະ  ຄອບ­ຄົວ​ຊາວ​ກະ­ສິ­ກອນ​ໃນຫລາຍ​ຂົງ­ເຂດ​ກໍ່​ບໍ່​ມີ​ເງື່ອນ­ໄຂນໍາ​ໃຊ້​ຝຸ່ນ ດັ່ງ­ກ່າວ ຍ້ອນ​ເຫດ­ຜົນບາງ​ປະ­ການ​ເປັນ­ຕົ້ນ​ຢູ່​ເຂດ​ຫ່າງໄກ​ສອກ­ຫລີກ ຫລື ລາ­ຄາ​ແພງ.
       ຂໍ້​ມູນ​ຈາກ​ສະ​ຖາ​ບັນ​ຄົ້ນ­ຄວ້າກະ­ສິ­ກໍາ ແລະ ປ່າ­ໄມ້​ແຫ່ງ​ຊາດໃຫ້​ຮູ້​ວ່າ: ສໍາ­ລັບ​ຝຸ່ນ​ເຄ​ມີ​ພຽງແຕ່​ສະ­ຫນອງ​ທາດ​ອາ­ຫານ​ເທົ່ານັ້ນ, ແຕ່​ບໍ່​ໄດ້​ປັບ­ປຸງ​ໂຄງ​ສ້າງຂອງ​ດິນ ແລະ ເງື່ອນ­ໄຂ​ທີ່​ເອື້ອອໍາ­ນວຍ​ໃຫ້​ແກ່​ການ​ຮັກ­ສາ, ປັບປຸງ​ຄວາມ​ອຸ­ດົມ­ສົມ­ບູນ​ຂອງ​ດິນ. ຄໍາ​ຖາມ​ຢູ່​ໃນ​ວຽກ​ງານ​ກະ­ສິ­ກໍາໄດ້​ຕັ້ງ​ຂຶ້ນ​ວ່າ​ເຮັດ​ແນວ­ໃດ​ຄວາມອຸ­ດົມ­ສົມ­ບູນ ແລະ ໂຄງ​ສ້າງຂອງ​ດິນ ຈິ່ງ​ຈະ​ສາ­ມາດ​ປັບ​ໃຫ້ຄົງ​ຕົວ ຫລື ດີ​ຂຶ້ນ.
       ວິ­ທີ​ຫນຶ່ງ​ທີ່​ງ່າຍ­ດາຍ, ລົງ­ທຶນຫນ້ອຍ​ແມ່ນ​ການ​ເຮັດ​ຝຸ່ນ​ບົ່ມຂອງ​ຄອບ­ຄົວ ໂດຍ​ການ​ນໍາ​ໃຊ້​ສິ່ງ​ເສດ​ເຫລືອ​ຈາກ​ຜົນ​ຜະ­ລິດ​ກະ­ສິ­ກໍາ ແລະ ໃຊ້​ຝຸ່ນ​ບົ່ມ​ສໍາ­ລັບ​ປູກ​ພຶດ​ຜັກ​ສວນ​ຄົວ. ແມ່ນ​ວິ­ທີ​ການ​ປ່ຽນ​ຮູບ​ສິ່ງ​ເສດ​ເຫລືອ​ຈາກ​ພືດ ຫລື ສັດ​ໃຫ້​ກາຍ­ເປັນ​ທາດ​ຮູມ​ັສ (Humus), ທາດ​ຮູມ​ັສ​ມີ​ຜົນ​ປະ ໂຫຍດ​ໃຫຍ່​ຫລວງ​ຕໍ່​ດິນ ແລະ ຕໍ່​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ພືດໃນ​ຮູບ​ແບບ​ຕ່າງໆ​ເຊັ່ນ: ສ້າງໂຄງ​ປະ­ກອບ ແລະ ໂຄງ​ສ້າງ​ໃຫ້ ແກ່​ດິນ​ເຮັດ​ໃຫ້​ດິນ​ມີ​ຄວາມ​ສາມາດ​ໃນ​ການ​ເກັບ​ຮັກ­ສາ​ທາດອາ­ຫານ, ຄວາມ​ຊຸ່ມ ແລະ ອາ ກາດ​ເພື່ອ​ສະ­ຫນອງ​ໃຫ້​ແກ່​ພືດ ໄດ້​ຈະ­ເລີນ​ເຕີບ​ໂຕ​ຢ່າງ​ແຂງແຮງ; ເປັນ​ແຫລ່ງ​ສະ​ສົມ​ທາດອາ­ຫານ ແລະ ສະ­ຫນອງ​ທາດອາ­ຫານ​ໃຫ້​ແກ່​ພືດ​ຕາມ​ທີ່​ຕ້ອງການ​ໃນ​ເວ­ລາ​ທີ່​ຝຸ່ນ​ບົ່ມ​ລະ­ລາຍດີ​ແລ້ວ; ປັບ​ຄວາມ​ດຸນ​ດຽງຂອງ​ຄ່າ​ກົດ​ດ່າງ​ໃນ​ດິນ; ຊ່ວຍໃຫ້​ຈຸ​ລິນ​ຊີ​ທີ່​ເປັນ​ປະ­ໂຫຍດ​ຂະຫຍາຍ​ຕົວ ແລະ ເປັນ​ອາ­ຫານ​ຂີ້ກະ​ເດືອນ; ຫລຸດ­ຜ່ອນ​ການ​ສູນເສຍ​ທາດ​ອາ­ຫານ​ພືດ​ຈາກ​ການເຊາະ​ລ້າງ​ຂອງ​ນ້ຳ; ເປັນ​ໂຕ​ດັດປັບ​ຕໍ່​ທາດ​ເບື່ອ​ໃນ​ດິນ ແລະ ຊ່ວຍປ້ອງ​ກັນ​ການ​ເຊາະ​ເຈື່ອນ.
       ນອກ­ຈາກ​ຈຸດ​ດີ​ທີ່​ໄດ້​ເວົ້າ​ມາ ຂ້າງ​ເທິງ​ນັ້ນ, ຝຸ່ນ​ບົ່ມ​ຍັງ​ແມ່ນວິ­ທີ​ການ​ທີ່​ດີ​ທີ່​ສຸດ​ສຳ­ລັບ​ນຳ​ໃຊ້ສິ່ງ​ເສດ​ເຫລືອ​ຈາກ​ພືດ ແລະ ສັດຄືນ­ໃຫມ່, ການ​ນຳ​ໃຊ້​ຝຸ່ນ​ບົ່ມແທນ​ຝຸ່ນ​ເຄ​ມີ​ ແມ່ນ​ຊ່ວຍ​ຫລຸດຜ່ອນ​ຄວາມ​ເປັນ​ພິດ, ການ​ເສື່ອມ ໂຊມ​ຂອງ​ສະ­ພາບ​ແວດ​ລ້ອມ, ເປັນ​ການ​ຮັກ­ສາ​ນໍາ​ໃຊ້​ແຫລ່ງ ພະ­ລັງ­ງານ​ທີ່​ບໍ່​ສາ­ມາດ​ເຮັດແນວ​ອື່ນ​ໄດ້.
       ຂັ້ນ​ຕອນ​ການ​ເຮັດ​ຝຸ່ນ​ບົ່ມ: ຂັ້ນ​ທີ1: ສໍາລັບ​ລະ­ດູ​ການ​ທີ່​ດີ​ທີ່ສຸດ​ໃນ​ການ​ເລີ່ມ​ເຮັດ​ຝຸ່ນ​ບົ່ມແມ່ນ​ລະ­ດູ­ຝົນ ເຊິ່ງ​ວັດ­ຖຸ​ໃຫມ່​ຍັງສົດ ແລະ ມີ​ຄວາມ​ຊຸ່ມ, ເກັບຮີບ​ໂຮມ​ວັດ​ສະ​ດຸ​ເຊັ່ນ: ຫຍ້າ,ເຟືອງ, ຕົ້ນ​ສາ­ລີ, ຕົ້ນ​ດອກ​ຕາ ເວັນ, ໃບ​ໄມ້, ຂີ້​ເຖົ່າ, ຂີ້​ສັດ, ຂີ້ ຝຸ່ນ ແລະ ເສດ​ເຫລືອ​ຈາກ​ການອະ­ນາ­ໄມ​ເຮືອນ, ເສດ​ເຫລືອຈາກ​ເຮືອນ­ຄົວ; 2: ສ່ວນ​ການເລືອກ​ສະ­ຖານ­ທີ່​ຕ້ອງ​ເປັນ​ບ່ອນຮາບ​ພຽງ​ດີ, ເປັນ​ຮົ່ມ​ໃກ້​ກັບບ່ອນ​ທີ່​ຈະ​ປູກ​ຜັກ​ສວນ​ຄົວ, ອະ ນາ​ໄມ​ພຶ້ນ​ທີ່​ບໍ່​ໃຫ້​ມີ​ກ້ອນ​ຫີນ ແລະ ກ່າງ​ໄມ້​ໃນ​ເນື້ອ­ທີ່​ຍາວ 3 ແມັດ, ກວ້າງ2 ແມັດ; 3: ຈາກນັ້ນ​ຢາຍ​ຫຍ້າ, ເຟືອງ ແລະ ເສດພືດ​ອື່ນ​ເທິງ​ຫນ້າ­ດິນ​ເປັນ​ຊັ້ນ​ທໍາອິດ​ຫນາ​ປະ­ມານ 10Œ15 ຊັງ​ຕີແມັດ ແລະ ຫົດ​ນ້ຳ​ໃຫ້​ປຽກ​ຢ່າງ ທົ່ວ​ເຖິງ, ແຕ່​ບໍ່​ໃຫ້​ເຖິງ​ກັບ​ມີ​ນ້ຳ​ໄຫລ​ອອກ​ເວ­ລາ​ກໍາ​ຂຶ້ນ​ມາ​ແລ້ວ​ບີບ; 4: ຊັ້ນ​ຕໍ່​ມາ​ໃຫ້​ຢາຍ​ຂີ້​ເຖົ່າ, ເສດ​ຈາກ​ການ​ອະ­ນາ­ໄມ​ເຮືອນ, ຄົວ​ເຮືອນ ແລະ ຂີ້​ສັດ​ຢ່າງ​ທົ່ວເຖິງ​ຫນາ​ປະ­ມານ 15Œ20 ຊັງ​ຕີແມັດ, ໃນ​ຊັ້ນ​ນີ້​ອາດ​ຈະ​ນໍາເອົາຝຸ່ນ​ບົ່ມ​ເກົ່າ​ມາ​ເພີ່ມ​ໃສ່​ເລັກ​ນ້ອຍ ເຊິ່ງ​ຈະ​ເປັນ​ແຫລ່ງ​ຈຸ​ລິນ​ຊີ​ທີ່​ລະລາຍ​ອິນ​ຊີ​ວັດ­ຖຸ, ຄວນ​ເອົາ­ໃຈໃສ່​ສະ­ເຫມີ​ບໍ່​ໃຫ້​ຢຽບ​ຊັ້ນ​ວັດ­ຖຸຕ່າງໆ​ແຫນ້ນ​ເກີນ​ໄປ​ຖ້າ​ຢຽບແຫນ້ນ​ການ​ລະ­ລາຍ​ຂອງ​ຝຸ່ນບົ່ມ​ຈະ​ຊ້າ​ລົງ; 5: ເອົາ​ດິນ​ປົກຫນາ​ປະ­ມານ 2Œ3 ຊັງ​ຕີ​ແມັດເປັນ​ຊັ້ນ​ທີ 3, ໃນ​ຊັ້ນ​ນີ້​ຕ້ອງ​ຮັບປະ­ກັນ​ບໍ່​ໃຫ້​ມີ​ຫີນ​ແຮ່, ກ້ອນ​ຫີນ, ກ້ອນ​ດິນ­ດາກ ແລະ ກ່າງ​ໄມ້ໃຫຍ່ຂະ­ນະ​ທີ່​ດິນ​ບັນ­ຈຸ ຈຸ​ລິນ​ຊີ​ທີ່​ສາ­ມາດ​ເພີ່ມ​ຄວາມ​ໄວ​ໃນ​ການ​ສະ­ຫລາຍ​ຕົວ​ຂອງ​ເສດ​ພືດ, ໃນ​ຂັ້ນ​ຕອນ​ນີ້​ການ​ກອງ​ຝຸ່ນ​ບົ່ມ​ຊັ້ນ​ພື້ນ­ຖານ​ໄດ້​ສໍາ­ເລັດ.
    ຂັ້ນ​ທີ 6: ເມື່ອ​ຫົດ​ນ້ໍາໃຫ້ປຽກ​ຊຸ່ມ​ຢ່າງ​ທົ່ວ​ເຖິງຫລີກເວັ້ນ​ການ​ຫົດ​ນ້ໍາ​ປຽກ​ຈົນ​ເກີນ​ໄປ​ດ້ວຍ​ການ​ສັງ­ເກດ​ເວ­ລາ​ຂົ່ມ​ກອງ​ຝຸ່ນ​ບໍ່​ໃຫ້​ມີ​ນ້ຳ​ໄຫລ​ອອກການ​ຫົດ​ນ້ໍາ​ຢ່າງ​ພໍ­ດີ​ພໍ­ງາມ​ເປັນເງື່ອນ­ໄຂ​ສໍາຄັນ​ໃນ​ການ​ບົ່ມ​ຝຸ່ນຈາກ​ນັ້ນ​ກອງ​ຂຶ້ນ​ອີກ​ໃຫ້​ສູງ​ປະ ມານ 1,2ແມັດໂດຍ​ເຮັດ​ຕາມຂັ້ນ​ຕອນ​ຕ່າງໆ​ໃນ​ຂັ້ນ​ຕອນ​ທີ  1 (3-6). ຢ່າ​ລືມ​ລຽງ​ຕາມ​ລຳ­ດັບດັ່ງ­ນີ້: ຫຍ້າໃບ​ໄມ້ເຟືອງ ແລະ ເຖົ່າເສດ​ອະ­ນາ­ໄມ​ເຮືອນເສດອະ­ນາ­ໄມ​ເຮືອນ­ຄົວຂີ້​ສັດ ແລະ ສຸດ​ທ້າຍ​ດິນ.
       ໃຫ້​ກອງ​ຝຸ່ນ​ບົ່ມ​ສູງ​ພໍ­ດີ​ພໍ­ງາມປະ­ມານ 1,2ແມັດ, ເພື່ອ​ປ້ອງກັນ​ບໍ່​ໃຫ້​ກອງ​ຝຸ່ນ​ບົ່ມ​ແຫ້ງ​ຄວນປົກ​ຫຸ້ມ​ດ້ວຍ​ຊັ້ນ​ຫຍ້າ​ປະ­ມານ 10-15ຊັງ​ຕີ​ແມັດ, ປະ​ກອງ​ຝຸ່ນບົ່ມ​ໄວ້​ປະ­ມານ 3-4ອາ­ທິດ, ການ​ເຮັດ​ຝຸ່ນ​ບົ່ມ​ນີ້​ໃນ​ຂັ້ນ​ຕົ້ນ​ຈະເກີດ​ຄວາມ​ຮ້ອນ​ຍ້ອນ​ຂະ​ບວນການ​ຍ່ອຍ​ສະ­ຫລາຍ​ດ້ວຍ​ຈຸ​ລິນຊີ, ຈາກ​ນັ້ນ​ກໍ່​ຈະ​ເຢັນ​ລົງ​ເປັນ​ລໍາດັບ.ວິ­ທີ​ການ​ພິ­ສູດ​ໂດຍ​ແທງ​ໄມ້ແຫລມ​ເຂົ້າ​ໄປ​ໃນ​ກອງ​ຝຸ່ນ​ບົ່ມຫລາຍໆ​ຈຸດ​ເພື່ອ​ກວດ­ເບິ່ງ​ຂ້າງໃນ​ມີ​ຄວາມ​ຮ້ອນ ຫລື ບໍ່, ແທງໄມ້​ແຫລມ​ລົງ​ໄປ​ປະ​ໄວ້ 10-15ນາ­ທີ, ແລ້ວ​ດຶງ​ອອກ​ມາ​ຄຳ​ເບິ່ງ ດ້ວຍ​ມື, ຖ້າ​ຫາກ​ກອງ​ຝຸ່ນ​ຍັງຮ້ອນ​ຢູ່​ໃຫ້​ປະ​ໄວ້​ຈົນ​ກວ່າ​ຈະເຢັນ​ລົງ​ເປັນ​ປົກ­ກະ­ຕິ, ເວ­ລາກອງ​ຝຸ່ນ​ເຢັນ​ແລ້ວ​ໃຫ້​ປິ້ນ​ກອງຝຸ່ນ​ເອົາ​ຊັ້ນ​ເທິງ​ລົງ​ລຸ່ມ ແລະເອົາຊັ້ນ​ລຸ່ມ​ຂຶ້ນ​ເທິງ, ເອົາ​ດ້ານ​ນອກເຂົ້າ​ໃນ​ກອງ​ຝຸ່ນ.ໃນ​ເວ­ລາ​ປີ້ນກອງ​ຝຸ່ນ​ບົ່ມ​ນັ້ນ​ໃຫ້​ປະ​ສົມ­ສ່ວນປະ­ກອບ​ຕາມ​ຊັ້ນ​ຕ່າງໆ​ຂອງກອງ​ຝຸ່ນ​ບົ່ມ​ປົນ​ເຂົ້າ­ກັນ​ແລ້ວເຮັດ​ເປັນ​ກອງ​ໃຫມ່.
       ຈາກ​ນັ້ນ​ກໍ່​ປົກ​ກອງ​ຝຸ່ນ​ບົ່ມດ້ວຍ​ຫຍ້າ ເພື່ອ​ຮັກ­ສາ​ຄວາມຊຸ່ມ, ກວດ­ເບິ່ງ​ກອງ​ຝຸ່ນ​ບົ່ມ​ໃຫ້​ມີ​ຄວາມ​ຊຸ່ມ​ຢູ່​ສະ­ເຫມີ​ຖ້າ​ເຫັນ​ວ່າມີ​ຄວາມ​ແຫ້ງ​ກໍ່​ໃຫ້​ຫົດ​ນ້ຳ​ຢ່າງທົ່ວ​ເຖິງ, ຈົນ​  ຮອດ 1ເດືອນຈິ່ງ​ປີ້ນ​ກອງ​ຝຸ່ນ​ບົ່ມ​ອີກ​ເທື່ອ​ທີ 2ແລະ ປົກ​ໄວ້​ດ້ວຍ​ໃບ​ໄມ້ ຫລື ຫຍ້າ, ປະ​ໄວ້ 1ເດືອນ​ຝຸ່ນ​ບົ່ມກໍ່​ຈະ​ເປັນ ແລະ ສາ­ມາດ​ນໍາມາໃຊ້​ໄດ້, ສ່ວນ​ການ​ນໍາມາ​ໃຊ້​ຕ້ອງປະ­ສົມ​ກັບ​ດິນ​ສວນ​ກ່ອນ​ຈະ​ປູກພືດ.
       ບາງ​ຄັ້ງ​ຄາວ​ການ​ສະ­ຫລາຍຕົວ​ຂອງ​ຝຸ່ນ​ບົ່ມ​ຊ້າ​ພວກ​ເຮົາ​ສາມາດ​ເລ່ງ​ຂັ້ນ​ຕອນ​ໄດ້​ດ້ວຍ​ວິ­ທີການ​ດັ່ງ­ນີ້: ປະ­ສົມ​ຝຸ່ນ N ຫລືເພີ່ມ​ວັດ​ສະ​ດຸ​ທີ່​ບັນ­ຈຸ​ທາດ N ຫລາຍ​ເຊັ່ນ: ຫຍ້າ​ຕັດ, ຂີ້​ໄກ່, ລໍາຕົ້ນແລະ ໃບ​ພືດ​ຕະ­ກຸນ​ຖົ່ວ ຫລື ເສດ​ພືດ​ຜັກ​ເຂົ້າ​ໃນ​ກອງ​ຝຸ່ນ​ບົ່ມ; ພະ­ຍາ­ຍາມ​ປີ້ນ​ກອງ​ຝຸ່ນ​ບົ່ມເລື້ອຍໆ​ເພື່ອ​ເພີ່ມ​ອາ­ກາດ, ເປັນການ​ຍົກ​ຊັ້ນ​ຝຸ່ນ​ຕ່າງໆ ແລະ ວິ­ທີ​ສຸດ​ທ້າຍ​ແມ່ນ​ຕັດ​ເສດ​ວັດ­ຖຸຕ່າງໆ​ເປັນ​ຊິ້ນ​ນ້ອຍໆ​ກ່ອນ​ກອງເປັນ​ຊັ້ນ​ເພື່ອ​ໃຫ້​ຈຸ​ລິນ​ຊີ​ເຂົ້າ​ເຖິງໄດ້​ງ່າຍ​ຫລາຍ​ຂຶ້ນ.

 

ຄວາມຄິດເຫັນ

 

Free Web Hosting