ມາຮຽນວິທີການເຮັດຝຸ່ນບົ່ມໃຊ້ໃນຄອບຄົວ
ການປູກພືດຜັກໃນເນື້ອທີ່ນ້ອຍໃກ້ກັບເຮືອນເປັນຜົນດີສໍາລັບຄອບຄົວໃນການສ້າງລາຍຮັບເພີ່ມທັງປະຢັດຄ່າໃຊ້ຈ່າຍໄປນໍາ ເຊິ່ງຝຸ່ນເຄມີກໍ່ສາມາດນໍາໃຊ້ເຂົ້າໃນການຜະລິດພືດສວນຄົວເພື່ອສະຫນອງທາດອາຫານທີ່ຕ້ອງການສຳລັບການຈະເລີນເຕີບໂຕໃຫ້ແກ່ພືດໄດ້, ແຕ່ປະຈຸບັນສັງຄົມເນັ້ນອາຫານປອດສານພິດເປັນຫລັກ ແລະ ຄອບຄົວຊາວກະສິກອນໃນຫລາຍຂົງເຂດກໍ່ບໍ່ມີເງື່ອນໄຂນໍາໃຊ້ຝຸ່ນ ດັ່ງກ່າວ ຍ້ອນເຫດຜົນບາງປະການເປັນຕົ້ນຢູ່ເຂດຫ່າງໄກສອກຫລີກ ຫລື ລາຄາແພງ.
ຂໍ້ມູນຈາກສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດໃຫ້ຮູ້ວ່າ: ສໍາລັບຝຸ່ນເຄມີພຽງແຕ່ສະຫນອງທາດອາຫານເທົ່ານັ້ນ, ແຕ່ບໍ່ໄດ້ປັບປຸງໂຄງສ້າງຂອງດິນ ແລະ ເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການຮັກສາ, ປັບປຸງຄວາມອຸດົມສົມບູນຂອງດິນ. ຄໍາຖາມຢູ່ໃນວຽກງານກະສິກໍາໄດ້ຕັ້ງຂຶ້ນວ່າເຮັດແນວໃດຄວາມອຸດົມສົມບູນ ແລະ ໂຄງສ້າງຂອງດິນ ຈິ່ງຈະສາມາດປັບໃຫ້ຄົງຕົວ ຫລື ດີຂຶ້ນ.
ວິທີຫນຶ່ງທີ່ງ່າຍດາຍ, ລົງທຶນຫນ້ອຍແມ່ນການເຮັດຝຸ່ນບົ່ມຂອງຄອບຄົວ ໂດຍການນໍາໃຊ້ສິ່ງເສດເຫລືອຈາກຜົນຜະລິດກະສິກໍາ ແລະ ໃຊ້ຝຸ່ນບົ່ມສໍາລັບປູກພຶດຜັກສວນຄົວ. ແມ່ນວິທີການປ່ຽນຮູບສິ່ງເສດເຫລືອຈາກພືດ ຫລື ສັດໃຫ້ກາຍເປັນທາດຮູມັສ (Humus), ທາດຮູມັສມີຜົນປະ ໂຫຍດໃຫຍ່ຫລວງຕໍ່ດິນ ແລະ ຕໍ່ການຈະເລີນເຕີບໂຕຂອງພືດໃນຮູບແບບຕ່າງໆເຊັ່ນ: ສ້າງໂຄງປະກອບ ແລະ ໂຄງສ້າງໃຫ້ ແກ່ດິນເຮັດໃຫ້ດິນມີຄວາມສາມາດໃນການເກັບຮັກສາທາດອາຫານ, ຄວາມຊຸ່ມ ແລະ ອາ ກາດເພື່ອສະຫນອງໃຫ້ແກ່ພືດ ໄດ້ຈະເລີນເຕີບໂຕຢ່າງແຂງແຮງ; ເປັນແຫລ່ງສະສົມທາດອາຫານ ແລະ ສະຫນອງທາດອາຫານໃຫ້ແກ່ພືດຕາມທີ່ຕ້ອງການໃນເວລາທີ່ຝຸ່ນບົ່ມລະລາຍດີແລ້ວ; ປັບຄວາມດຸນດຽງຂອງຄ່າກົດດ່າງໃນດິນ; ຊ່ວຍໃຫ້ຈຸລິນຊີທີ່ເປັນປະໂຫຍດຂະຫຍາຍຕົວ ແລະ ເປັນອາຫານຂີ້ກະເດືອນ; ຫລຸດຜ່ອນການສູນເສຍທາດອາຫານພືດຈາກການເຊາະລ້າງຂອງນ້ຳ; ເປັນໂຕດັດປັບຕໍ່ທາດເບື່ອໃນດິນ ແລະ ຊ່ວຍປ້ອງກັນການເຊາະເຈື່ອນ.
ນອກຈາກຈຸດດີທີ່ໄດ້ເວົ້າມາ ຂ້າງເທິງນັ້ນ, ຝຸ່ນບົ່ມຍັງແມ່ນວິທີການທີ່ດີທີ່ສຸດສຳລັບນຳໃຊ້ສິ່ງເສດເຫລືອຈາກພືດ ແລະ ສັດຄືນໃຫມ່, ການນຳໃຊ້ຝຸ່ນບົ່ມແທນຝຸ່ນເຄມີ ແມ່ນຊ່ວຍຫລຸດຜ່ອນຄວາມເປັນພິດ, ການເສື່ອມ ໂຊມຂອງສະພາບແວດລ້ອມ, ເປັນການຮັກສານໍາໃຊ້ແຫລ່ງ ພະລັງງານທີ່ບໍ່ສາມາດເຮັດແນວອື່ນໄດ້.
ຂັ້ນຕອນການເຮັດຝຸ່ນບົ່ມ: ຂັ້ນທີ1: ສໍາລັບລະດູການທີ່ດີທີ່ສຸດໃນການເລີ່ມເຮັດຝຸ່ນບົ່ມແມ່ນລະດູຝົນ ເຊິ່ງວັດຖຸໃຫມ່ຍັງສົດ ແລະ ມີຄວາມຊຸ່ມ, ເກັບຮີບໂຮມວັດສະດຸເຊັ່ນ: ຫຍ້າ,ເຟືອງ, ຕົ້ນສາລີ, ຕົ້ນດອກຕາ ເວັນ, ໃບໄມ້, ຂີ້ເຖົ່າ, ຂີ້ສັດ, ຂີ້ ຝຸ່ນ ແລະ ເສດເຫລືອຈາກການອະນາໄມເຮືອນ, ເສດເຫລືອຈາກເຮືອນຄົວ; 2: ສ່ວນການເລືອກສະຖານທີ່ຕ້ອງເປັນບ່ອນຮາບພຽງດີ, ເປັນຮົ່ມໃກ້ກັບບ່ອນທີ່ຈະປູກຜັກສວນຄົວ, ອະ ນາໄມພຶ້ນທີ່ບໍ່ໃຫ້ມີກ້ອນຫີນ ແລະ ກ່າງໄມ້ໃນເນື້ອທີ່ຍາວ 3 ແມັດ, ກວ້າງ2 ແມັດ; 3: ຈາກນັ້ນຢາຍຫຍ້າ, ເຟືອງ ແລະ ເສດພືດອື່ນເທິງຫນ້າດິນເປັນຊັ້ນທໍາອິດຫນາປະມານ 1015 ຊັງຕີແມັດ ແລະ ຫົດນ້ຳໃຫ້ປຽກຢ່າງ ທົ່ວເຖິງ, ແຕ່ບໍ່ໃຫ້ເຖິງກັບມີນ້ຳໄຫລອອກເວລາກໍາຂຶ້ນມາແລ້ວບີບ; 4: ຊັ້ນຕໍ່ມາໃຫ້ຢາຍຂີ້ເຖົ່າ, ເສດຈາກການອະນາໄມເຮືອນ, ຄົວເຮືອນ ແລະ ຂີ້ສັດຢ່າງທົ່ວເຖິງຫນາປະມານ 1520 ຊັງຕີແມັດ, ໃນຊັ້ນນີ້ອາດຈະນໍາເອົາຝຸ່ນບົ່ມເກົ່າມາເພີ່ມໃສ່ເລັກນ້ອຍ ເຊິ່ງຈະເປັນແຫລ່ງຈຸລິນຊີທີ່ລະລາຍອິນຊີວັດຖຸ, ຄວນເອົາໃຈໃສ່ສະເຫມີບໍ່ໃຫ້ຢຽບຊັ້ນວັດຖຸຕ່າງໆແຫນ້ນເກີນໄປຖ້າຢຽບແຫນ້ນການລະລາຍຂອງຝຸ່ນບົ່ມຈະຊ້າລົງ; 5: ເອົາດິນປົກຫນາປະມານ 23 ຊັງຕີແມັດເປັນຊັ້ນທີ 3, ໃນຊັ້ນນີ້ຕ້ອງຮັບປະກັນບໍ່ໃຫ້ມີຫີນແຮ່, ກ້ອນຫີນ, ກ້ອນດິນດາກ ແລະ ກ່າງໄມ້ໃຫຍ່ຂະນະທີ່ດິນບັນຈຸ ຈຸລິນຊີທີ່ສາມາດເພີ່ມຄວາມໄວໃນການສະຫລາຍຕົວຂອງເສດພືດ, ໃນຂັ້ນຕອນນີ້ການກອງຝຸ່ນບົ່ມຊັ້ນພື້ນຖານໄດ້ສໍາເລັດ.
ຂັ້ນທີ 6: ເມື່ອຫົດນ້ໍາໃຫ້ປຽກຊຸ່ມຢ່າງທົ່ວເຖິງ, ຫລີກເວັ້ນການຫົດນ້ໍາປຽກຈົນເກີນໄປດ້ວຍການສັງເກດເວລາຂົ່ມກອງຝຸ່ນບໍ່ໃຫ້ມີນ້ຳໄຫລອອກ, ການຫົດນ້ໍາຢ່າງພໍດີພໍງາມເປັນເງື່ອນໄຂສໍາຄັນໃນການບົ່ມຝຸ່ນ, ຈາກນັ້ນກອງຂຶ້ນອີກໃຫ້ສູງປະ ມານ 1,2ແມັດ, ໂດຍເຮັດຕາມຂັ້ນຕອນຕ່າງໆໃນຂັ້ນຕອນທີ 1 (3-6). ຢ່າລືມລຽງຕາມລຳດັບດັ່ງນີ້: ຫຍ້າ, ໃບໄມ້, ເຟືອງ ແລະ ເຖົ່າ, ເສດອະນາໄມເຮືອນ, ເສດອະນາໄມເຮືອນຄົວ, ຂີ້ສັດ ແລະ ສຸດທ້າຍດິນ.
ໃຫ້ກອງຝຸ່ນບົ່ມສູງພໍດີພໍງາມປະມານ 1,2ແມັດ, ເພື່ອປ້ອງກັນບໍ່ໃຫ້ກອງຝຸ່ນບົ່ມແຫ້ງຄວນປົກຫຸ້ມດ້ວຍຊັ້ນຫຍ້າປະມານ 10-15ຊັງຕີແມັດ, ປະກອງຝຸ່ນບົ່ມໄວ້ປະມານ 3-4ອາທິດ, ການເຮັດຝຸ່ນບົ່ມນີ້ໃນຂັ້ນຕົ້ນຈະເກີດຄວາມຮ້ອນຍ້ອນຂະບວນການຍ່ອຍສະຫລາຍດ້ວຍຈຸລິນຊີ, ຈາກນັ້ນກໍ່ຈະເຢັນລົງເປັນລໍາດັບ.ວິທີການພິສູດໂດຍແທງໄມ້ແຫລມເຂົ້າໄປໃນກອງຝຸ່ນບົ່ມຫລາຍໆຈຸດເພື່ອກວດເບິ່ງຂ້າງໃນມີຄວາມຮ້ອນ ຫລື ບໍ່, ແທງໄມ້ແຫລມລົງໄປປະໄວ້ 10-15ນາທີ, ແລ້ວດຶງອອກມາຄຳເບິ່ງ ດ້ວຍມື, ຖ້າຫາກກອງຝຸ່ນຍັງຮ້ອນຢູ່ໃຫ້ປະໄວ້ຈົນກວ່າຈະເຢັນລົງເປັນປົກກະຕິ, ເວລາກອງຝຸ່ນເຢັນແລ້ວໃຫ້ປິ້ນກອງຝຸ່ນເອົາຊັ້ນເທິງລົງລຸ່ມ ແລະເອົາຊັ້ນລຸ່ມຂຶ້ນເທິງ, ເອົາດ້ານນອກເຂົ້າໃນກອງຝຸ່ນ.ໃນເວລາປີ້ນກອງຝຸ່ນບົ່ມນັ້ນໃຫ້ປະສົມສ່ວນປະກອບຕາມຊັ້ນຕ່າງໆຂອງກອງຝຸ່ນບົ່ມປົນເຂົ້າກັນແລ້ວເຮັດເປັນກອງໃຫມ່.
ຈາກນັ້ນກໍ່ປົກກອງຝຸ່ນບົ່ມດ້ວຍຫຍ້າ ເພື່ອຮັກສາຄວາມຊຸ່ມ, ກວດເບິ່ງກອງຝຸ່ນບົ່ມໃຫ້ມີຄວາມຊຸ່ມຢູ່ສະເຫມີຖ້າເຫັນວ່າມີຄວາມແຫ້ງກໍ່ໃຫ້ຫົດນ້ຳຢ່າງທົ່ວເຖິງ, ຈົນ ຮອດ 1ເດືອນຈິ່ງປີ້ນກອງຝຸ່ນບົ່ມອີກເທື່ອທີ 2ແລະ ປົກໄວ້ດ້ວຍໃບໄມ້ ຫລື ຫຍ້າ, ປະໄວ້ 1ເດືອນຝຸ່ນບົ່ມກໍ່ຈະເປັນ ແລະ ສາມາດນໍາມາໃຊ້ໄດ້, ສ່ວນການນໍາມາໃຊ້ຕ້ອງປະສົມກັບດິນສວນກ່ອນຈະປູກພືດ.
ບາງຄັ້ງຄາວການສະຫລາຍຕົວຂອງຝຸ່ນບົ່ມຊ້າພວກເຮົາສາມາດເລ່ງຂັ້ນຕອນໄດ້ດ້ວຍວິທີການດັ່ງນີ້: ປະສົມຝຸ່ນ N ຫລືເພີ່ມວັດສະດຸທີ່ບັນຈຸທາດ N ຫລາຍເຊັ່ນ: ຫຍ້າຕັດ, ຂີ້ໄກ່, ລໍາຕົ້ນແລະ ໃບພືດຕະກຸນຖົ່ວ ຫລື ເສດພືດຜັກເຂົ້າໃນກອງຝຸ່ນບົ່ມ; ພະຍາຍາມປີ້ນກອງຝຸ່ນບົ່ມເລື້ອຍໆເພື່ອເພີ່ມອາກາດ, ເປັນການຍົກຊັ້ນຝຸ່ນຕ່າງໆ ແລະ ວິທີສຸດທ້າຍແມ່ນຕັດເສດວັດຖຸຕ່າງໆເປັນຊິ້ນນ້ອຍໆກ່ອນກອງເປັນຊັ້ນເພື່ອໃຫ້ຈຸລິນຊີເຂົ້າເຖິງໄດ້ງ່າຍຫລາຍຂຶ້ນ.