ການປູກຜັກກາດກວາງຕຸ້ງ

ຜັກກາດຂຽວກວາງຕຸ້ງ ໃຊ້ບໍລິໂພກພາກສ່ວນໃບ ແລະ ກ້ານ ເຊິ່ງເປັນທີ່ນິຍົມບລິໂພກຫລາຍລັກສະນະກ້ານໃບຫນາມົນເກືອບກົມສີຂຽວປາຍແຜ່ນໃບມົນສີຂຽວເຂັ້ມມີຖິ່ນກຳເນີດ
ໃນທະວີບອາຊີຕາເວັນອອກສຽງໃຕ້ປູກຫລາຍໃນມົນທົນກວາງຕຸ້ງຂອງປະເທດຈີນ, ໄທ ແລະ ສປປ ລາວ.
ລັກສະນະທົ່ວໄປ.
ຜັກກາດກວາງຕຸ້ງເປັນພືດຜັກທີ່ຢູ່ໃນຕະກູນ Cruciferae ມີຊື່ວິທະຍາສາດວ່າ: Brassica chinensisvar. para chinensis (Bailey) Tsen lee. ຜັກກາດກວາງຕຸ້ງເປັນພືດອາຍຸປີດຽວ (Annual) ສາມາດຈະເລີນເຕີບໂຕໄດ້ໃນດິນທຸກຊະນິດທີ່ມີຄວາມອຸດົມສົມບູນດີປະຕິກິລິຍາຂອງດິນ pH 5,8-6,5 (ຂ້ອນຂ້າງເປັນກົດເລັກນ້ອຍ ຫາ ປານກາງ) ສະພາບດິນມີຄວາມຊຸ່ມສູງພໍສົມຄວນ, ມີແສງສະຫວ່າງ (ແສງແດດ) ສະຫມ່ຳສະເຫມີຕະຫລອດມື້, ອຸນຫະພູມທີ່ເຫມາະສົມ 20-25 ອົງສາເຊ ສະພາບອາກາດໃນບ້ານເຮົາແມ່ນສາມາດປູກໄດ້ຕະຫລອດປີອາຍຸຕັ້ງແຕ່ຫວ່ານ ຫລື ຢອດເມັດເຖິງເກັບກ່ຽວປະມານ 35-45 ວັນ.
ແນວພັນ.
ຜັກກາດຂຽວກວາງຕຸ້ງຍັງບໍ່ມີການລະບຸຄວາມແຕກຕ່າງຂອງລັກສະນະພັນນອກຈາກຜັກກາດຂຽວກວາງຕຸ້ງແລ້ວ ຍັງມີຜັກກວາງຕຸ້ງ 3 ຊະນິດຄື: ຜັກກາດຂາວກວາງຕຸ້ງ, ຜັກກາດຮ່ອງເຕ້ ແລະ ຜັກກາດດອກ.
ການກຽມດິນ.
ຜັກກາດຂຽວກວາງຕຸ້ງ ເປັນຜັກທີ່ມີຮາກຕື້ນການກຽມດິນຄວນໄຖ-ຂຸດເລິກປະມານ 15-20 ຊັງຕີແມັດຕາກດິນໄວ້ປະມານ 5-7 ວັນ ໂຮຍຝຸ່ນຄອກ ຫລື ຝຸ່ນບົ່ມທີ່ລະລາຍຕົວດີແລ້ວໃຫ້ຫລາຍພວນ ແລະ ຍ່ອຍດິນໃຫ້ລະອຽດຍົກເປັນຫນານໆ.
ການປູກ.
ປູກແບບຫວ່ານເມັດ: ໃຫ້ປະສົມເມັດພັນ 1 ສ່ວນກັບຊາຍສະອາດ 3 ສ່ວນ ຫວ່ານໃຫ້ທົ່ວຫນານ ແລ້ວປົກດ້ວຍຝຸ່ນຄອກ ຫລື ຝຸ່ນບົ່ມ ຫນາ 0,5-1 ຊັງຕີແມັດ. ປົກດ້ວຍເຟືອງແຫ້ງທີ່ສະອາດບາງໆ ເພື່ອເກັບຮັກສາຄວາມຊຸ່ມຊື່ນ ແລ້ວຫົດນ້ຳໃຫ້ຊຸ່ມເມື່ອເມັດງອກໄດ້ປະມານ 20 ວັນ ຄວນຖອນແຍກຈັດໃຫ້ໄດ້ໄລຍະຫ່າງຕົ້ນ 20-25 ຊັງຕີແມັດ.
ປູກແບບໂຮຍເມັດເປັນແຖວ. ຫລັງຈາກປະສົມເມັດພັນດັ່ງກ່າວຂ້າງເທິງແລ້ວ ໃຫ້ໂຮຍເປັນແຖວເລິກລົງໄປໃນດິນປະມານ 0,5-1 ຊັງຕີແມັດ ໂດຍໃຫ້ໄລຍະລະຫວ່າງແຖວ 20-25 ຊັງຕີແມັດ ແລ້ວປົກດ້ວຍຝຸ່ນຄອກ ຫລື ຝຸ່ນບົ່ມບາງໆ, ປົກດ້ວຍ ເຟືອງແຫ້ງຫົດນ້ຳໃຫ້ຊຸ່ມ. ຫລັງຈາກເມັດງອກໄດ້ 20 ມື້ ໃຫ້ຖອນແຍກໃນແຖວ ໂດຍພະ ຍາຍາມຈັດໄລຍະຫ່າງຂອງຕົ້ນໃຫ້ໄດ້ປະມານ 20-25 ຊັງຕີແມັດ.
ການບົວລະບັດຮັກສາ.
ການໃສ່ຝຸ່ນ: ພືດດັ່ງກ່າວນີ້ ຕ້ອງການຝຸ່ນພໍສົມຄວນດັ່ງນັ້ນ, ການກຳນົດຝຸ່ນເພື່ອນຳໃຊ້ແມ່ນມີຄວາມຈຳເປັນ ແນໃສ່ການຫລຸດຕົ້ນທຶນການຜະລິດ ແລະ ໃຫ້ມີປະສິດທິຜົນສູງດ້ານຜົນຜະລິດ ໂດຍສະເພາະດ້ານການຈະເລີນເຕີບໂຕໃບ ແລະ ທາງກ້ານ ຫລື ລຳຕົ້ນ. ດັ່ງນັ້ນ, ຈິ່ງແນະນຳໃຫ້ໃຊ້ຝຸ່ນ N:P:K ສູດ 20-11-11 ຫລື 16-8-8 ຫລື ສູດທີ່ໃກ້ຄຽງໃນຈຳນວນ 300 ກິໂລຕໍ່ເຮັກຕາ ໂດຍແບ່ງໃສ່ 2 ເທື່ອ: ເທື່ອທີ 1: ໃສ່ເຄິ່ງຫນຶ່ງເປັນຝຸ່ນຮອງພື້ນຕອນປູກແລ້ວພວນດິນປົກ. ເທື່ອທີ 2: ໃຫ້ໃສ່ຝຸ່ນເມື່ອພືດມີອາຍຸປະມານ 10-20 ວັນ ຈຳນວນທີ່ເຫລືອຄັ້ງທຳອິດ. ພ້ອມນີ້ອາດຈະເພີ່ມຝຸ່ນຢູເຣຍອີກ 60 ກິໂລຕໍ່ເຮັກຕາ ເພື່ອເລ່ງການຈະເລີນເຕີບໂຕຂອງລຳຕົ້ນ ແລະ ໃບ.
ການໃຫ້ນ້ຳ: ຄວນໃຫ້ຢ່າງພຽງພໍ ແຕ່ຢ່າໃຫ້ປຽກຈົນເກີນໄປ ໂດຍເບິ່ງຄວາມຊຸ່ມຊື່ນໃນຫນານປູກໃຫ້ມີຄວາມຊຸ່ມຢ່າງສະຫມ່ຳສະເຫມີ.
ການພວນດິນ ແລະ ກຳ ຈັດຫຍ້າ: ຄວນເຮັດໃນໄລຍະທຳອິດ ເພື່ອເຮັດໃຫ້ດິນລຸລ່ວງຜຸຜົງລະບາຍອາກາດ ແລະ ນ້ຳໄດ້ດີພ້ອມກັບການກຳຈັດຫຍ້າໄປພ້ອມໆກັນ ເມື່ອຕົ້ນພືດມີໃບປົກຄຸມດິນແລ້ວບໍ່ຈຳເປັນເຮັດເລີຍ.
ການເກັບກ່ຽວ.
ອາຍຸການເກັບກ່ຽວຂອງຜັກກາດຂຽວກວາງຕຸ້ງຂ້ອນຂ້າງໄວປະມານ 35-45 ວັນ ໃຫ້ເລືອກຕົ້ນທີ່ໃຫຍ່ໄດ້ຂະຫນາດ ຕາມຄວາມຕ້ອງການແລ້ວຕັດດ້ວຍມີດຄົມໆທີ່ໂຄນຕົ້ນຕັດແຕ່ງໃບນອກທີ່ແກ່ ແລະ ຖືກແມງໄມ້ທຳລາຍອອກກ່ອນບັນຈຸສົ່ງຕະຫລາດ ຫລື ບໍລິໂພກ.