ການປູກໝາກຂຽບ

ຫມາກຂຽບເປັນຫມາກໄມ້ທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ ແລະ ນິຍົມປູກໃນເຂດອາກາດຮ້ອນ, ເຂດອົບອຸ່ນໃນສ່ວນຕ່າງໆຂອງໂລກ, ພ້ອມທັງມີລົດຊາດພໍດີກິນ ນິຍົມບໍລິໂພກທົ່ວໄປທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເຫມາະສົມ ຢ່າງຍິ່ງທີ່ຊາວສວນຈະຫັນມາປູກເພື່ອເປັນສິນຄ້າ, ເພາະວ່າໃນປະຈຸບັນ ການປູກຫມາກໄມ້ເປັນສິນຄ້າຢູ່ພາຍໃນປະເທດເຮົາຍັງຖືວ່າຫນ້ອຍຢູ່ເມືອທຽບກັບຕ່າງປະເທດ.
ສະນັ້ນ, ປະຈຸບັນກຳລັງກ້າວເຂົ້າສູ່ລະດູຝົນ ເຊິ່ງເປັນໂອກາດດີໃຫ້ກັບຜູ້ທີ່ກຳລັງສົນໃຈຢາກລົງທຶນໃນຂະແຫນງກະສິກຳເພື່ອເຮັດການຜະລິດເປັນສິນຄ້າ ແລະ ຫມາກຂຽບກໍ່ເປັນຫມາກໄມ້ຊະນິດຫນຶ່ງທີ່ນິຍົມບໍລິໂພກ ແລະ ປູກເປັນສິນຄ້າໄດ້, ທີ່ສຳ ຄັນແມ່ນເພື່ອຫລຸດການນຳເຂົ້າຈາກຕ່າງປະເທດນຳອີກ.
ສ່ວນວິທີປູກແມ່ນສາມາດປະຕິບັດໄດ້ງ່າຍໆຄື: ຄວນຂຸດຂຸມປູກໃຫ້ມີຂະຫນາດກວ້າງ, ຍາວ ແລະ ເລິກປະມານ 50 ຊັງຕີແມັດ, ໄລຍະປູກ 3x3 ແມັດຕໍ່ຕົ້ນ, ປະມານ 150 ຕົ້ນຕໍ່ໄລ່,ຫລັງຈາກທີ່ກຽມຂຸມສຳເລັດ ແລ້ວໃຫ້ປະສົມດິນກັບຝຸ່ນຄອກ ຈຳນວນ 5 ກິໂລກຣາມ ແລະ ປຸ໋ຍຣອດຟໍສເຟດ ຈຳນວນ 500 ກຣາມເຂົ້າກັນໃນຂຸມສູງປະມານ 2/3 ຂອງຂຸມ, ແລ້ວຍົກຕົ້ນໄມ້ທີ່ກ້າໄວ້ນັ້ນລົງໃນຂຸມ ໂດຍໃຫ້ລະດັບຂອງດິນໃນຖົງສູງກວ່າລະດັບດິນປາກຂຸມເລັກນ້ອຍ, ໃຊ້ມີດແຫລມແລ່ງຖົງຈາກກົ້ນຂຶ້ນຫາປາກຖົງຢາງທັງ 2 ດ້ານ (ຊ້າຍ ແລະ ຂວາ), ຈາກນັ້ນ ໃຫ້ດຶງຖົງຢາງອອກ ໂດຍລະວັງຢ່າໃຫ້ດິນແຕກ ແລ້ວກວດເອົາດິນທີ່ເຫລືອລົງໃນຂຸມ, ກົດດິນບໍລິເວນກົກຕົ້ນໃຫ້ແຫນ້ນ, ພ້ອມທັງປັກໄມ້ ແລະ ມັດເຊືອກໄວ້ ເພື່ອປ້ອງກັນລົມພັດ ແລ້ວຫາວັດສະດຸປົກດິນບໍລິເວນລຳຕົ້ນເຊັ່ນ ເຟືອງ, ຫຍ້າແຫ້ງ ແລະ ຫົດນ້ຳໃຫ້ຊຸ່ມ, ພ້ອມເຮັດຮົ່ມບັງ ເພື່ອຊ່ວຍກັນແສງແດດ.
ສ່ວນການຮັກສາ ແລະ ໃສ່ປຸ໋ຍແມ່ນສາມາດປະຕິບັດຄື ຕົ້ນທີ່ຍັງ ບໍ່ທັນໃຫ້ຜົນຜະລິດໃສ່ປຸ໋ຍວິທະຍາສາດສູດ 15-15-15 ໃນອັດຕາສ່ວນ 0,5 ກິໂລກຣາມຕໍ່ຕົ້ນຕໍ່ປີ, ແບ່ງໃສ່ 2-3 ຄັ້ງ, ສ່ວນຕົ້ນທີ່ໃຫ້ຜົນຜະລິດແລ້ວກໍ່ສາມາດແບ່ງໄລຍະການໃຫ້ປຸ໋ຍດ້ວຍບຳລຸງຕົ້ນໃຊ້ປຸ໋ຍວິທະຍາສາດ ສູດ 15-15-15, ສ່ວນໄລຍະອອກດອກຈະໃຊ້ສູດ 8-24-24, ສຳລັບໄລຍະເປັນຫມາກແມ່ນໃຊ້ສູດ 15-15-15 ແລະ ໄລຍະສຸດທ້າຍແມ່ນຈະ ປັບປຸງຄຸນນະພາບຂອງຫມາກໃຫ້ໃຫຍ່ ແລະ ຫວານໃຊ້ສູດ 13-13-21. ສະເພາະປະລິມານປຸ໋ຍທີ່ໃຊ້ແມ່ນຂຶ້ນຢູ່ກັບອາຍຸຂອງຕົ້ນ ແລະ ຜົນຜະລິດຈາກຕົ້ນ, ເຊິ່ງອັດຕາທີ່ໃຊ້ຢູ່ລະຫວ່າງ 2-4 ກິໂລກຣາມຕໍ່ຕົ້ນຕໍ່ປີ.
ສ່ວນການໃຫ້ນ້ຳໃນໄລຍະການປູກໃຫມ່ຈຳເປັນຕ້ອງໃຫ້ນ້ຳຢ່າງສະຫມ່ຳສະເຫມີ ເພາະຈະຊ່ວຍໃຫ້ຫມາກຂຽບຈະເລີນເຕີບໂຕໄດ້ໄວ, ຈຳນວນລອດຕາຍສູງ, ຫມາກຂຽບຈະເລີ່ມໃຫ້ຫມາກໄດ້ໃນປີທີ2, ຖ້າໃຫ້ນ້ຳແກ່ຕົ້ນຫມາກຂຽບສະຫມ່ຳສະເຫມີຈະຊ່ວຍໃຫ້ຂະຫນາດຂອງຫມາກໃຫຍ່ ແລະ ມີຄຸນນະພາບດີ.